ຂປລ
ເມື່ອບໍ່ດົນມານີ້, ທ່ານ ອະນັນ ໂພນິ່ມແດງ ຜູ້ວ່າການແທນກົມທາງລົດໄຟ ແຫ່ງຊາດໄທ ກ່າວວ່າ: ໂຄງການ ເສັ້ນທາງລົດໄຟ ຄວາມໄວສູງ ຈີນ-ໄທ ໃນໄລຍະທີໜຶ່ງ ໄດ້ສຳເລັດໄປແລ້ວ 51,74%, ສ່ວນເປົ້າໝາຍ ທາງການ ແມ່ນໃຫ້ສ້າງສຳເລັດ ແລະ ເປີດນຳໃຊ້ ໃນປີ 2030.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ (CMG): ເມື່ອບໍ່ດົນມານີ້, ທ່ານ ອະນັນ ໂພນິ່ມແດງ ຜູ້ວ່າການແທນກົມທາງລົດໄຟ ແຫ່ງຊາດໄທ ກ່າວວ່າ: ໂຄງການ ເສັ້ນທາງລົດໄຟ ຄວາມໄວສູງ ຈີນ-ໄທ ໃນໄລຍະທີໜຶ່ງ ໄດ້ສຳເລັດໄປແລ້ວ 51,74%, ສ່ວນເປົ້າໝາຍ ທາງການ ແມ່ນໃຫ້ສ້າງສຳເລັດ ແລະ ເປີດນຳໃຊ້ ໃນປີ 2030.
ທ່ານ ອະນັນ ໂພນິ່ມແດງ ກ່າວວ່າ: ເມື່ອສັງເກດ ຈາກ ໄລຍະຍາວແລ້ວ ເຫັນວ່າ ໂຄງການ ເສັ້ນທາງລົດໄຟຄວາມໄວສູງ ຈີນ-ໄທ ບໍ່ພຽງ ແຕ່ເປັນໂຄງການ ຄົມມະນາຄົມ ທີ່ສຳຄັນເທົ່ານັ້ນ, ຫາກຍັງ ຈະເສີມຂະຫຍາຍ ບົດບາດນຳພາ ຕໍ່ການປັບປຸງ ເສດຖະກິດພາກພື້ນ, ປັບປຸງສະພາບ ອຸດສາຫະກຳ ໃຫ້ດີຂຶ້ນ ແລະ ສະພາບການພັດທະນາ ຂອງຕົວເມືອງຕ່າງໆ.
ເສັ້ນທາງລົດໄຟ ຄວາມໄວສູງຈີນ-ໄທ ໃນໄລຍະທີໜຶ່ງ ຈາກ ນະຄອນຫລວງບາງກອກ ໄປຫາ ນະຄອນຣາດຊະສີມາ ໄດ້ລົງທຶນ 179,4 ຕື້ບາດ ແລະ ມີຄວາມຍາວທັງໝົດ 250,77 ກິໂລແມັດ, ໄດ້ຈັດໃຫ້ມີສະຖານີ ລົດໄຟສຳຄັນ 6 ແຫ່ງ ຄື: ສະຖານີກາງບາງກອກ ອະພິວັດ, ສະຖານີດອນເມືອງ, ສະຖານີອະຍຸທະຍາ, ສະຖານີສະຣະບູລີ, ສະຖານີ ປາກຊ່ອງ ແລະ ສະຖານີນະຄອນຣາດຊະສີມາ./
KPL