ຂປລ
ຢູ່ສຳນັກງານ ກະຊວງ ການຕ່າງປະເທດ ຮ່າໂນ້ຍ ຂອງ ຫວຽດນາມ, ທ່ານ ເລຮວ່າຍຈູງ ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Åsmund Aukrust ລັດຖະມົນຕີ ຮັບຜິດຊອບ ການພັດທະນາ ສາກົນ ກະຊວງ ການຕ່າງປະເທດ ນອກແວ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 10 ກຸມພາ, ຢູ່ສຳນັກງານ ກະຊວງ ການຕ່າງປະເທດ ຮ່າໂນ້ຍ ຂອງ ຫວຽດນາມ, ທ່ານ ເລຮວ່າຍຈູງ ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Åsmund Aukrust ລັດຖະມົນຕີ ຮັບຜິດຊອບ ການພັດທະນາ ສາກົນ ກະຊວງ ການຕ່າງປະເທດ ນອກແວ.
ທ່ານ ເລຮວ່າຍຈູງ ໄດ້ສະເໜີໃຫ້ ສອງຝ່າຍ ເພີ່ມທະວີ ການຮ່ວມມື ໃນບັນດາ ຂົງເຂດ ການລົງທຶນ-ການຄ້າ, ກະສິກຳ, ການພັດທະນາ ອາຊີບ ການປະມົງ ແບບຍືນຍົງ, ເຕັກໂນໂລຢີ ຂັ້ນສູງ, ເພື່ອປັບຕົວ ເຂົ້າກັບ ການປ່ຽນແປງ ຂອງ ດິນຟ້າອາກາດ, ສິ່ງແວດລ້ອມ ແລະ ການເຕີບໂຕສີຂຽວ. ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກວ່າ ສອງຝ່າຍຕ້ອງສືບຕໍ່ ຮ່ວມມື ໃນບັນດາ ຂົງເຂດ ທີ່ ເປັນມູນເຊື້ອ ເຊັ່ນ: ການສຶກສາ-ບຳລຸງສ້າງ, ໜູນຊ່ວຍ ຫວຽດນາມ, ຍົກສູງກໍາລັງ ຄວາມສາມາດ, ເພີ່ມທະວີ ລະບອບ ລະບຽບການ, ຊຸກຍູ້ ຄວາມສະເໝີພາບ ລະຫວ່າງ ຍິງ - ຊາຍ ແລະ ການພັດທະນາ ເສດຖະກິດ-ສັງຄົມ.
ສ່ວນທ່ານ Åsmund Aukrust ໄດ້ຢັ້ງຢືນວ່າ ນອກແວ ມີຄວາມ ປາດຖະໜາ ຢາກເພີ່ມທະວີ ການຮ່ວມມື ກັບ ຫວຽດນາມ ໃນບັນດາ ຂົງເຂດ ດ້ານການຄ້າ, ສິນໃນນ້ຳ ສິນທະເລ ແບບຍືນຍົງ, ພະລັງງານ ສີຂຽວ, ເສດຖະກິດທະເລ, ການຫັນເປັນ ສີຂຽວ ແລະ ພັດທະນາ ພື້ນຖານ ເສດຖະກິດ ໝູນວຽນ.
ນອກນັ້ນ, ສອງຝ່າຍ ຍັງເຫັນດີ ເປັນເອກະພາບ ຊຸກຍູ້ ການເຈລະຈາ ແລະ ລົງນາມ ສົນທິສັນຍາ ການຄ້າເສລີ (FTA) ລະຫວ່າງ ບັນດາ ປະເທດ ສະມາຊິກກຸ່ມ EFTA (ລວມມີ ບັນດາ ປະເທດ ນອກແວ, ສະວິດ, ອຽກລັງ ແລະ ເລັກເຕນສະເຕນ) ກັບ ຫວຽດນາມ ເພື່ອແນໃສ່ ຫັນຕະຫລາດ ເປັນຫລາຍຮູບ ຫລາຍແບບ, ເພື່ອນຳເອົາ ຜົນປະໂຫຍດ ໃຫ້ແກ່ ປະຊາຄົມ ວິສາຫະກິດ ແລະ ປະຊາຊົນສອງຝ່າຍ. /
KPL