ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ສອງຊາດ ລາວ-ຫວຽດນາມ ເຂົ້າສູ່ລວງເລິກ ແລະ ກາຍເປັນຕົວຈິງ ໃນທຸກຂົງເຂດ

12/02/2026 13:59
Email Print 1587
ຂປລ ຂປລ. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ແມ່ນພວມກ້າວເຂົ້າສູ່ລວງເລິກ ແລະ ແທດຕົວຈິງ ໃນທຸກຂົງເຂດ. ໃນນັ້ນ, ເນື້ອໃນຈິດໃຈຂອງ “ຫຸ້ນສ່ວນຍຸດທະສາດ” ຈະແມ່ນພື້ນຖານອັນໜັກແໜ້ນ ເພື່ອຊຸກຍູ້ສາຍພົວພັນການຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຢ່າງແຂງແຮງ

ຂປລ. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ແມ່ນພວມກ້າວເຂົ້າສູ່ລວງເລິກ ແລະ ແທດຕົວຈິງ ໃນທຸກຂົງເຂດ. ໃນນັ້ນ, ເນື້ອໃນຈິດໃຈຂອງຫຸ້ນສ່ວນຍຸດທະສາດ” ຈະແມ່ນພື້ນຖານອັນໜັກແໜ້ນ ເພື່ອຊຸກຍູ້ສາຍພົວພັນການຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຢ່າງແຂງແຮງ, ໂດຍສະເພາະແມ່ນການເຊື່ອມຈອດທາງດ້ານວິໄສທັດ ແລະ ເປົ້າໝາຍ, ນະໂຍບາຍ ແລະ ຍຸດທະສາດການພັດທະນາ, ພື້ນຖານໂຄງລ່າງ ແລະ ຂະຫຍາຍຂອບເຂດການພັດທະນາ, ການສຶກສາ, ການບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ເພື່ອແນໃສ່ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ. ໃນທ່າມກາງບັນຍາກາດທີ່ສອງປະເທດ ຫາກໍໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຢ່າງສຳເລັດຜົນ, ການເນັ້ນໜັກ ແລະ ຈັດຕັ້ງປະຕິບັດເນື້ອໃນຫຸ້ນສ່ວນຍຸດທະສາດ” ມີຄວາມໝາຍສຳຄັນເປັນພິເສດ, ເພາະວ່ານີ້ແມ່ນຂະບວນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ໃຫ້ເປັນຮູບປະທຳ ດ້ວຍການປະສານສົມທົບຢ່າງແໜ້ນແຟ້ນ, ກົມກຽວ ແລະ ມີປະສິດທິຜົນສູງສຸດ ລະຫວ່າງ ສອງພັກ, ສອງລັດ.

ເປົ້າໝາຍຍຸດທະສາດຂອງສອງຝ່າຍ ແມ່ນການສືບຕໍ່ຊຸກຍູ້ສາຍພົວພັນ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ແທດຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ, ບໍ່ພຽງແຕ່ທາງດ້ານການເມືອງເທົ່ານັ້ນ ແຕ່ຍັງຕ້ອງມີການຕິດພັນກັນຢ່າງ
ແໜ້ນແຟ້ນທາງດ້ານເສດຖະກິດ ໂດຍຜ່ານການເຊື່ອມຈອດພື້ນຖານໂຄງລ່າງ
, ການວາງແຜນຜັງພັດທະນາເສດຖະກິດ ແລະ ຄວາມຜູກພັນພິເສດລະຫວ່າງປະຊາຊົນສອງຊາດ, ພ້ອມທັງເສີມຂະຫຍາຍບັນດາມູນເຊື້ອ, ກົນໄກ ແລະ ຮູບແບບການຮ່ວມມືທີ່ມີຢູ່ແລ້ວ. ນີ້ແມ່ນພື້ນຖານກຳລັງແຮງທີ່ສຳຄັນອັນດັບໜຶ່ງ ສຳລັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ລາວ ແລະ ຫວຽດນາມ;ຫວຽດນາມ-ລາວ ແມ່ນກົດເກນແຫ່ງປະຫວັດສາດ, ແມ່ນແຫລ່ງພະລັງ ແລະ ແຮງຊຸກດັນ ເພື່ອໃຫ້ສອງປະເທດສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງຕໍ່ໆໄປ. ໃນໂອກາດຢ້ຽມຢາມ ສປປ ລາວ ທີ່ຜ່ານມາ, ທ່ານເລຂາທິການໃຫຍ່ ໂຕ ເລິມ ໄດ້ເນັ້ນໜັກວ່າ:  ສອງພັກ, ສອງລັດ, ປະຊາຊົນສອງຊາດ ໄດ້ຮ່ວມແຮງຮ່ວມໃຈສາມັກຄີກັນໃນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ ແລະ ປົກປັກຮັກສາເອກະລາດ, ສະນັ້ນ ໃນໄລຍະການພັດທະນາໃໝ່ນີ້ ຈະເຮັດແນວໃດເພື່ອໃຫ້ພວກເຮົາຮ່ວມມືກັນ ແລະ ພັດທະນາໄປພ້ອມໆກັນ.

ໃນຕໍ່ໜ້າ, ສອງຝ່າຍຈະສຸມໃສ່ຊຸກຍູ້ການຮ່ວມມືຮອບດ້ານ, ກົມກຽວໃນທຸກຂົງເຂດຈຸດສຸມ; ພ້ອມທັງປະສານສົມທົບໃນການວາງຍຸດທະສາດການພັດທະນາໃຫ້ສອດຄ່ອງ ແລະ ເອກະພາບກັນໃນບັນດາມາດຕະການລະອຽດ ເພື່ອແນໃສ່ຜັນຂະຫຍາຍເນື້ອໃນຫຸ້ນສ່ວນຍຸດທະສາດ” ໃນບັນດາຂົງເຂດການຮ່ວມມືໃຫ້ເປັນຮູບປະທຳ.

ໜຶ່ງ: ສືບຕໍ່ຊຸກຍູ້ສາຍພົວພັນດ້ານການເມືອງໃຫ້ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນສູງກວ່າເກົ່າ, ເປັນແກນກາງຍຸດທະສາດໃນການກຳນົດທິດທາງລວມຂອງສາຍພົວພັນການຮ່ວມມືລະຫວ່າງສອງປະເທດ; ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາຍຸດທະສາດທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ; ຮັກສາກົນໄກການແລກປ່ຽນ ແລະ ການພົບປະຂັ້ນສູງລະຫວ່າງສອງພັກ, ສອງລັດ ໃຫ້ມີຄວາມເປັນປົກກະຕິ ແລະ ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນທິດສະດີ ແລະ ພຶດຕິກຳຕົວຈິງ, ຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງ; ພ້ອມກັນນັ້ນ ກໍປະສານສົມທົບກັນຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ເປັນບາດກ້າວບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ, ສ້າງສະຖຽນລະພາບດ້ານເສດຖະກິດມະຫາພາກ, ການເຊື່ອມໂຍງສາກົນ ແລະ ບັນດາບັນຫາໃໝ່ທີ່ກອງປະຊຸມໃຫຍ່ຂອງແຕ່ລະພັກໄດ້ວາງອອກ.

ສອງ: ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຖືເປັນເສົາຄ້ຳແຫ່ງການຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ. ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດອະນຸສັນຍາ ແລະ ແຜນການຮ່ວມມືປະຈຳປີ ລະຫວ່າງ ສອງກະຊວງປ້ອງກັນປະເທດ ແລະ ສອງກະຊວງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນ; ປະສານສົມທົບໃນການຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ມິດຕະພາບ; ສະກັດກັ້ນ ແລະ ຕ້ານບັນດາອາຊະຍາກຳຂ້າມຊາດ ແລະ ສິ່ງທ້າທາຍດ້ານຄວາມສະຫງົບຮູບແບບໃໝ່ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງແຕ່ລະປະເທດ.

ສາມ: ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສອງຝ່າຍຕ້ອງສຸມໃສ່ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ, ມີລັກສະນະບຸກທະລຸຍຸດທະສາດ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາພື້ນຖານໂຄງລ່າງ, ເຮັດໃຫ້ຂົງເຂດນີ້ກາຍເປັນເສົາຄ້ຳ ຫຸ້ນສ່ວນຍຸດທະສາດ, ໃຫ້ສົມກັບລະດັບຄວາມສຳຄັນຂອງສາຍພົວພັນພິເສດ ລາວ-ຫວຽດນາມ. ຈຸດສຸມແມ່ນການເພີ່ມທະວີການເຊື່ອມຈອດລະຫວ່າງສອງພື້ນຖານເສດຖະກິດ ທາງດ້ານສະຖາບັນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ ແລະ ໂລຈິສຕິກ, ໂທລະຄົມມະນາຄົມ, ການທ່ອງທ່ຽວ ແລະ ອື່ນໆ; ຜັນຂະຫຍາຍບັນດາໂຄງການລົງທຶນຈຸດສຸມທີ່ມີລັກສະນະແຜ່ຂະຫຍາຍສູງ; ສະໜັບສະໜູນລາວ ໃນການເສີມຂະຫຍາຍບົດບາດເປັນ ປະເທດເຊື່ອມຈອດ ໃນພາກພື້ນ, ພ້ອມທັງຂະຫຍາຍຂອບເຂດການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດຂອງ ຫວຽດນາມ.

ສີ່: ກ່ຽວກັບດ້ານວັດທະນະທຳ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ສອງຝ່າຍສືບຕໍ່ກຳ ນົດວ່າ ນີ້ແມ່ນພື້ນຖານອັນຍືນຍົງ ແລະ ຍາວນານ ຂອງສາຍພົວພັນພິເສດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດດີເພື່ອໃຫ້ການນຳຂັ້ນສູງສອງປະເທດ ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ, ເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ, ເພື່ອຮັບປະກັນການສືບທອດຢ່າງຕໍ່ເນື່ອງ ແລະ ຍືນຍົງ ຂອງສາຍພົວພັນສອງປະເທດຜ່ານຫລາຍເຊັ່ນຄົນ.

ຫ້າ: ກ່ຽວກັບບັນດາແຜນງານ ແລະ ໂຄງການຮ່ວມມືລະອຽດ, ສອງຝ່າຍໄດ້ກວດກາຄືນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສັນຍາການຮ່ວມມືສອງຝ່າຍທີ່ໄດ້ລົງນາມຮ່ວມກັນ; ພ້ອມທັງກຳນົດ ແລະ ຊຸກຍູ້ບັນດາໂຄງການຈຸດສຸມ ທີ່ເປັນສັນຍະລັກແຫ່ງສາຍພົວພັນຂອງສອງປະເທດ, ເພື່ອແນໃສ່ຫັນປ່ຽນຄຳໝັ້ນສັນຍາທາງດ້ານການເມືອງໃຫ້ກາຍເປັນໝາກຜົນແຫ່ງການຮ່ວມມືທີ່ແທດຕົວຈິງ, ມີປະສິດທິຜົນ ແລະ ນຳເອົາຜົນປະໂຫຍດໂດຍກົງມາສູ່ປະຊາຊົນສອງຊາດ.

ໃນຕໍ່ໜ້າ, ເຊື່ອໝັ້ນວ່າ ເນື້ອໃນຈິດໃຈຂອງຫຸ້ນສ່ວນຍຸດທະສາດ” ຈະຖືກຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ຈັດຕັ້ງປະຕິບັດຢ່າງກົມກຽວໃນທຸກຂົງເຂດ, ກາຍເປັນແຮງຊຸກດັນເພື່ອສືບຕໍ່ຊຸກຍູ້ສາຍພົວພັນ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ແລະ ແທດຕົວຈິງ, ໂດຍສະເພາະແມ່ນການເຊື່ອມຈອດທາງດ້ານວິໄສທັດ, ເປົ້າໝາຍ, ນະໂຍບາຍ ແລະ ຍຸດທະສາດການພັດທະນາ, ພື້ນຖານໂຄງລ່າງ ແລະ ຂະຫຍາຍຂອບເຂດການພັດທະນາ, ການສຶກສາ, ການບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ, ສິ່ງດັ່ງກ່າວຈະປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດ ນັບມື້ນັບແຕກດອກອອກຜົນ, ໝັ້ນຄົງທະໜົງແກ່ນຕະຫລອດກາລະນານ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top