ຂປລ
ໃນວັນທີ 16 ກຸມພາ 2026 ນ້ີ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ນ້ຳ ເບີ1).
ຂປລ. ພ້ອມດ້ວຍຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄະນະທີ 1 ຈໍານວນ 9 ທ່ານ, ຍິງ 2 ທ່ານ ສືບຕໍ່ເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຈຸດບ້ານດູ່ ເມືອງໂພນທອງ ແຂວງຈໍາປາສັກ ໂດຍການຕ້ອນຮັບຂອງທ່ານ ໄພສານ ອ່ອນໄຊວຽງ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະນໍາຂອງເມືອງ, ມີອໍານາດການປົກຄອງບ້ານໜອງໄຮໂຄກ, ບ້ານ ໂຄກກຸງ, ບ້ານບົກ, ບ້ານດູ່ ແລະ ປະຊາຊົນຜູ້ມີສິດເລືອກຕ້ັງຂອງ ບ້ານດັ່ງກ່າວ ເຂົ້າຮ່ວມ.
ໂອກາດນ້ີ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນພາລະບົດບາດ, ສິດໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດລະບອບການເມືອງ ໄລຍະໃໝ່ຂອງພັກ ໃນການສືບຕ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງກົນໄກບໍລິຫານລັດໃຫ້ກາຍເປັນອໍານາດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທ່ີດີຂຶ້ນ, ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນການລົງພົບປະປະຊາຊົນຂອງຜູ້ສະໝັກ ສສຊ ຄະນະທີ 1 ໃນຄັ້ງນີ້ ກໍເພື່ອໃຫ້ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນມື້ເລືອກຕັ້ງໃຫ້ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍທີ່ກໍານົດໄວ້.
ຈາກນັ້ນ, ຜູ້ສະໝັກ ສສຊ ກໍໄດ້ສະເໜີຕົວ ແລະ ແຈ້ງຈຸດປະສົງໃນການລົງເຄື່ອນໄຫວ, ພ້ອມນໍາສະເໜີວິໄສທັດ ເພື່ອການພັດທະນາແຕ່ລະດ້ານໃຫ້ເກີດຜົນປະໂຫຍດແກ່ສັງຄົມ, ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງຈົ່ງພ້ອມຈິດພ້ອມໃຈໄປໃຊ້ສິດປະຊາທິປະໄຕ ຂອງຕົນໃນການປ່ອນບັດເລືອກຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ເພື່ອຄັດເລືອກເອົາຕົວແທນທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້, ຄວາມສາມາດ ແລະ ວິໄສທັດກວ້າງໄກເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ.
ພ້ອມກັນນີ້, ຢູ່ທີ່ຈຸດພົບປະດຽວກັນຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ເຂດເລືອກຕັ້ງເມືອງໂພນທອງ ກໍໄດ້ພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງເຊັ່ນດຽວກັນ.
ຂ່າວ-ພາບ: ຈັນທະວີສັກ
KPL