ຜູ້ສະໝັກເລືອກຕັ້ງເປັນ ສສຊ ເຂດ 1 ນວ ລົງພົບປະ ປະຊາຊົນ 8 ບ້ານເມືອງສີສັດຕະນາກ

12/02/2026 13:06
Email Print 1232
ຂປລ ຂປລ. ເມື່ອໆມໍ່ໆມານີ້, ບັນດາຜູ້ ຮັບສະໝັກເລືອກຕັ້ງສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ (ໜ່ວຍທີ 4) ໄດ້ ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກ ຕັ້ງ ຢູ່ຈຸດວັດໂພນຕ້ອງສະຫວາດ ເມືອງຈັນທະບູລີ

ຂປລ. ເມື່ອໆມໍ່ໆມານີ້, ບັນດາຜູ້ ຮັບສະໝັກເລືອກຕັ້ງສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ (ໜ່ວຍທີ 4) ໄດ້ ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກ ຕັ້ງ ຢູ່ຈຸດວັດໂພນຕ້ອງສະຫວາດ ເມືອງຈັນທະບູລີ ໂດຍໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເກດສຸດາກອນ ວັດທະນາໄຊ ຮອງ ປະທານຄະນະກຳມະການປົກຄອງ ເມືອງຈັນທະບູລີ, ພ້ອມດ້ວຍອຳ ນາດການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນຈາກ 7 ບ້ານ ຄື: ບ້ານສະ ຫວ່າງ, ທົ່ງສ້າງນາງ, ຮ່ອງແຊງ, ຮ່ອງໄກ່ແກ້ວ, ດົງປາແຫລບ, ໂພນ ຕ້ອງສະຫວາດ ແລະ ໂພນຕ້ອງ ຈອມມະນີ. ການລົງໂຄສະນາຫາສຽງຄັ້ງ ນີ້, ຜູ້ສະໝັກຮັບເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ (ໜ່ວຍທີ 4) ນຳພາໂດຍ ທ່ານ ໄຊນະຄອນ ອິນທະວົງ ຮອງ ເລຂາຄະນະພັກ, ຮອງລັດຖະມົນ ຕີກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ທ່ານ ນະຄະເສນ ສີຫາລາດ ກຳມະການພັກນະຄອນຫລວງວຽງ ຈັນ ຄະນະປະຈຳສະພາ, ຫົວ ໜ້າຫ້ອງວ່າການສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີສົມພັນ ກຳມະການພັກ ນະຄອນຫລວງວຽງຈັນ, ຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວນະຄອນຫລວງວຽງ ຈັນ, ທ່ານ ນາງ ບົວລະພັນ ທິລະສັກ ຮອງປະທານກວດກາພັກ, ຮອງ ປະທານອົງການກວດກາລັດນະ ຄອນຫລວງວຽງຈັນ ແລະ ທ່ານ ປະສາດໄຊ ພິລາພັນເດດ ຜູ້ອຳ ນວຍການບໍລິສັດລາວໂຕໂຍຕ້າ ບໍລິການ ຈຳກັດ. ໃນໂອກາດນີ້ ບັນດາຜູ້ສະໝັກ ໄດ້ສະເໜີປະຫວັດການເຄື່ອນໄຫວ ແລະ ວິໄສທັດການພັດທະນາ ເພື່ອ ເປັນຕົວແທນແຫ່ງສິດ ແລະ ຜົນ ປະໂຫຍດຂອງປະຊາຊົນຢ່າງແທ້ ຈິງ, ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ ຜູ້ມີສິດເລືອກຕັ້ງທັງໝົດ 10.883 ຄົນ ໃນ 12 ໜ່ວຍເລືອກຕັ້ງຂອງ 7 ບ້ານດັ່ງກ່າວ ຈົ່ງພ້ອມໃຈກັນໄປ ໃຊ້ສິດປ່ອນບັດໃນວັນອາທິດ ວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top