ຂປລ
ຂປລ. ປະຊາຊົນລາວບັນດາເຜົ່າ ແມ່ນຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອໍານາດລັດມາໄດ້ 50 ປີແລ້ວແຕ່ກໍຍັງມີຫລາຍຄົນເຂົ້າໃຈແຕກຕ່າງກັນກ່ຽວກັບສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ. ຍ້ອນແນວນັ້ນ, ພວກເຮົາທຸກຄົນຈຶ່ງມີຄວາມຈໍາເປັນຕ້ອງຮຽນຮູ້ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ
ຂປລ. ປະຊາຊົນລາວບັນດາເຜົ່າ ແມ່ນຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອໍານາດລັດມາໄດ້ 50 ປີແລ້ວແຕ່ກໍຍັງມີຫລາຍຄົນເຂົ້າໃຈແຕກຕ່າງກັນກ່ຽວກັບສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ. ຍ້ອນແນວນັ້ນ, ພວກເຮົາທຸກຄົນຈຶ່ງມີຄວາມຈໍາເປັນຕ້ອງຮຽນຮູ້ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ເປັນຕົ້ນ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ຈະມີຂຶ້ນໃນມໍ່ໆນີ້. ສະນັ້ນ, ໜັງສືພິມປະເທດລາວ ຈຶ່ງຂໍແນະນຳສະເໜີຄຳຖາມ-ຄຳຕອບ ກ່ຽວກັບເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ດັ່ງນີ້:
ຄໍາຖາມ ທີ 1: ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?
ຕອບ: ສິດເປັນເຈົ້າ ແມ່ນສິດດໍາລົງຄົງຕົວ ແລະ ຂະຫຍາຍຕົວຂອງ ມະນຸດຢູ່ໃນຜືນແຜ່ນດິນໃດໜຶ່ງ
ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຂອງແຕ່ລະປະເທດ. ສໍາລັບສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງສິດດໍາລົງຄົງຕົວ ແລະ ຂະຫຍາຍຕົວ ຂອງປະຊາຊົນລາວບັນດາເຜົ່າຢູ່ໃນຜືນແຜ່ນດິນອັນຄົບຖ້ວນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ຂອງ ສປປ ລາວ.
ທຸກຄົນທີ່ເກີດມາໃນໂລກນີ້, ເຖິງຈະເປັນຄົນຊາດໃດ, ຄົນປະເທດໃດກໍຕາມ ລ້ວນແຕ່ຍາກມີສິດເປັນເຈົ້າ, ສິດອິດສະລະພາບ, ສິດເສລີພາບ ແລະ ສິດສະເໝີພາບ, ບໍ່ມີຄົນຊາດໃດ ຫລື ປະເທດໃດມີສິດເໜືອກວ່າ
ຄົນຊາດອື່ນ ຫລື ປະເທດອື່ນ. ປະຊາ
ຊົນແຕ່ລະປະເທດລ້ວນແຕ່ມີສິດເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຕໍ່ຊາຕາກໍາຂອງຕົນ. ຍ້ອນແນວນັ້ນ, ປະຊາຊົນໃນປະເທດຕ່າງໆ ກໍຄື ປະຊາຊົນລາວບັນດາເຜົ່າຈຶ່ງດໍາເນີນການຕໍ່ສູ້ຢ່າງຢີດເຍື້ອຍຍາວນານ, ພິລະອາດຫານ ເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະລະພາບຂອງປະ
ຊາຊົນ, ຍອມຕາຍດີກວ່າເສຍເອກະ
ລາດ ແລະ ເສຍສິດເປັນເຈົ້າຂອງປະ
ເທດຊາດ.
ຄໍາຖາມທີ 2: ສິດເປັນເຈົ້າທີ່ສໍາຄັນເປັນພື້ນຖານກວ່າໝູ່ຂອງປະຊາຊົນລາວບັນດາເຜົ່າ ທີ່ພັກ-ລັດຂອງພວກເຮົາປົກປ້ອງ ແລະ ເສີມຂະຫຍາຍຕະຫລອດມາມີແນວໃດ ?.
ຕອບ: ສິດເປັນເຈົ້າທີ່ສໍາຄັນເປັນພື້ນຖານກວ່າໝູ່ຂອງປະຊາຊົນລາວບັນດາເຜົ່າທີ່ພັກ-ລັດຂອງພວກເຮົາປົກປ້ອງ ແລະ ເສີມຂະຫຍາຍຕະຫລອດມາ ລວມມີ: ສິດເປັນເຈົ້າປະເທດຊາດ; ສິດເປັນເຈົ້າອໍານາດລັດ ຫລື ເວົ້າແນວອື່ນ ແມ່ນສິດເປັນເຈົ້າທາງດ້ານການເມືອງ-ການປົກຄອງ; ສິດເປັນເຈົ້າທາງດ້ານເສດຖະກິດ; ສິດ ເປັນເຈົ້າທາງດ້ານວັດທະນະທໍາ-ສັງຄົມ; ສິດເປັນເຈົ້າຕົນເອງໃນການດໍາລົງຊີວິດ ແລະ ການພັດທະນາຄອບຄົວ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ.
ຄໍາຖາມທີ 3: ສິດເປັນເຈົ້າປະ ເທດຊາດ ຂອງປະຊາຊົນລາວບັນດາ
ເຜົ່າແມ່ນແນວໃດ?
ຕອບ: ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ໝາຍ
ເຖິງປະຊາຊົນລາວບັນດາເຜົ່າ ແມ່ນເຈົ້າຂອງປະເທດຊາດ, ເປັນກໍາລັງແຮງ ໃນການຕໍ່ສູ້ຍາດເອົາ ແລະ ປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນ
ດິນອັນຄົບຖ້ວນຂອງປະເທດ ສປປ ລາວ. ປະເທດຊາດຂອງພວກເຮົາ ເຄີຍໄດ້ຕົກເປັນຫົວເມືອງສ່ວຍ ແລະ ຫົວເມືອງຂຶ້ນຂອງຕ່າງຊາດ ມາເປັນເວລາເກືອບສອງຮ້ອຍປີ (ເປັນເມືອງສ່ວຍຂອງສະຫຍາມ 114 ປີ, ເປັນຫົວເມືອງຂຶ້ນຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ 61 ປີ ແລະ ແບບໃໝ່ 20 ປີ ). ໃນເວລາທີ່ປະເທດຊາດຕົກເປັນເມືອງສ່ວຍ ແລະ ເມືອງຂຶ້ນນັ້ນ ປະເທດເຮົາໄດ້ເສຍຄວາມເປັນເອກະລາດ, ອໍານາດອະທິປະໄຕຂອງຊາດ, ປະ ເທດຊາດຖືກຕັດແບ່ງເປັນຫລາຍອານາຈັກ, ພາຍໃນຊາດບໍ່ມີຄວາມເປັນເອກະພາບ, ປະຊາຊົນຖືກແບ່ງແຍກເປັນຫລາຍພັກຫລາຍພວກ ແລະ ຊັບພະຍາກອນທໍາມະຊາດອັນລໍ້າຄ່າຂອງຊາດໄດ້ຖືກຂຸດຄົ້ນ ແລະ ປຸ້ນສະດົມໄປສ້າງຮັ່ງຄູນມີ ໃຫ້ແກ່ຕ່າງຊາດ; ປະຊາຊົນລາວບັນດາເຜົ່າໄດ້ສູນເສຍສິດອິດລະພາບ ແລະ ຖືກກົດຂີ່ຂົ່ມເຫັງຢ່າງໜັກໜ່ວງ.
ນັບຕັ້ງແຕ່ໄດ້ມີພັກປະຊາຊົນປະຕິວັດລາວນໍາພາ ແລະ ສ້າງຕັ້ງລະບອບໃໝ່ມານີ້, ປະເທດຊາດຂອງພວກເຮົາໄດ້ມີຄວາມເປັນເອ ກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ພາຍໃນຊາດ ມີຄວາມເປັນເອກະ ພາບ, ມີສັນຕິພາບ ແລະ ມີຄວາມສະຫງົບສຸກ, ປະຊາຊົນລາວບັນດາເຜົ່າມີອິດສະລະພາບ ແລະ ມີສິດສະເໝີພາບເທົ່າທຽມກັນ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕະຫລອດໄລຍະ
50 ປີທີ່ຜ່ານມາ. ຍ້ອນແນວນັ້ນ, ພັກ ແລະ ລັດຂອງພວກເຮົາຈຶ່ງເອົາໃຈໃສ່ປົກປ້ອງ ແລະ ເສີມຂະຫຍາຍສິດເປັນເຈົ້າປະເທດຊາດ ຂອງປະຊາ
ຊົນລາວບັນດາເຜົ່າ ຄື:
ໜຶ່ງ: ເດັດດ່ຽວປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໂດຍກໍານົດໃນມາດຕາ 1
ຂອງລັດຖະທໍາມະນູນ ແຫ່ງ ສປປ
ລາວ ຄື: “ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເປັນປະເທດເອກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນໍ້າ ແລະ ນ່ານຟ້າ; ເປັນປະເທດເອກະພາບຂອງທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້”, ບໍ່ອະນຸຍາດໃຫ້ສັດຕູຮຸກຮານບຽດຍຶດດິນແດນ, ແຊກແຊງອໍານາດ
ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດຢ່າງເດັດຂາດ; ປົກປ້ອງຄວາມເປັນເອກະພາບຂອງຊາດ, ສິດເປັນເຈົ້າ ແລະ ອິດສະລະພາບ ຂອງປະຊາຊົນລາວບັນດາເຜົ່າ; ຮັກສາໄວ້ເຊິ່ງສັນຕິພາບ ແລະ ຄວາມສະຫງົບ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ດໍາລົງຊີວິດ ແລະ ທໍາມາຫາກິນຢ່າງສະດວກປອດໄພ.
ສອງ: ພັກ ແລະ ລັດ ໄດ້ເອົາໃຈໃສ່ສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກສູງສະຕິເປັນເຈົ້າປະເທດຊາດ, ຄວາມສາມັກຄີປອງດອງພາຍໃນຊາດ ລະຫວ່າງເຜົ່າຕ່າງໆ ເພື່ອເປັນກໍາລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປົກປັກຮັກສາເອກະລາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນຂອງຊາດລາວໄວ້ຢ່າງໝັ້ນຄົງ, ຮັກ
ສາຄວາມສະຫງົບ, ຄວາມເປັນລະ
ບຽບຮຽບຮ້ອຍຂອງສັງຄົມ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນ ລາວບັນດາເຜົ່າດໍາລົງຊີວິດ ແລະ ພັດທະນາຕົນເອງ.ຄໍາຖາມທີ 4: ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?
ຕອບ: ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບຄໍາສັບທີ່ວ່າ:
ອໍານາດລັດແມ່ນແນວໃດ ເສຍກ່ອນ.
ອໍານາດລັດ ທີ່ນີ້ໝາຍເຖິງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ
ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫລົ່ານັ້ນ ເອີ້ນວ່າ: ອໍານາດລັດ ຫລື ອົງການອໍານາດລັດ.
ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ໄດ້ກໍານົດໄວ້ຢູ່ມາດຕາ 2 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄື: “ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິ ປະໄຕປະຊາຊົນ. ອໍານາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາ ຊົນ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກໍາມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫລັກແຫລ່ງ”.
ໜຶ່ງ: ອໍານາດລັດເປັນຂອງປະຊາຊົນ ກໍຍ້ອນວ່າອໍານາດລັດຂອງພວກເຮົາແມ່ນໝາກຜົນອັນຍິ່ງໃຫຍ່ທີ່ປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດອັນພິລະອາດຫານ ຕ້ານສັດຕູຜູ້ຮຸກຮານ, ຍາດເອົາເອກະລາດ ແລະ ອິດສະລະພາບມາໃຫ້ປະເທດຊາດ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິ ວັດລາວ.
ສອງ: ອໍານາດລັດໂດຍປະຊາຊົນ
ກໍຍ້ອນວ່າອໍານາດລັດຂອງພວກເຮົາ ແມ່ນປະຊາຊົນລາວບັນດາເຜົ່າ
ເປັນຜູ້ສ້າງຕັ້ງໂດຍຜ່ານການປ່ອນບັດເລືອກຕັ້ງເອົາຕົວແທນຂອງຕົນ ຄື: ສະພາແຫ່ງຊາດ ແລະ ສະພາ
ປະຊາຊົນທ້ອງຖິ່ນ (ຂັ້ນແຂວງ ແລ້ວຈຶ່ງສ້າງຕັ້ງບັນດາອົງການອໍາ
ນາດລັດຂອງລະບອບປະຊາທິປະ
ໄຕປະຊາຊົນ.
ສາມ: ອໍານາດລັດ ເພື່ອຜົນປະໂຫຍດຂອງປະຊາຊົນກໍຍ້ອນວ່າ ບັນດາອົງການອໍານາດລັດຂອງ
ພວກເຮົາຖືເອົາປະຊາຊົນເປັນກົກ,
ເປັນກໍາລັງແຮງ ເພື່ອປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດ
ຊາດ. ອີກປະການໜຶ່ງ, ໃນຕະ ຫລອດ 50 ປີ ທີ່ຜ່ານມາ ບັນດາອົງການອໍານາດລັດຂອງພວກເຮົາ ລ້ວນແຕ່ເຄື່ອນໄຫວເພື່ອຮັບໃຊ້ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າທັງນັ້ນ ຕົວຢ່າງ: ສະພາແຫ່ງຊາດ ແລະ ລັດຖະບານ ກໍຄື ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ວາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 5 ປີ ມາແລ້ວ 9 ຄັ້ງ ແລະ ແຕ່ລະປີ; ພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ສ້າງບ້ານພັດທະນາ ແລະ ອື່ນໆ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນລາວບັນດາເຜົ່າເຖິງວ່າຍັງມີຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ກໍໄດ້ຮັບການປັບປຸງໃຫ້ນັບມື້ນັບດີຂຶ້ນທຽບໃສ່ຫ້າສິບປີຫລັງ. ທັງໝົດເຫລົ່ານັ້ນ ສະແດງໃຫ້ເຫັນວ່າການເຄື່ອນໄຫວຂອງອໍານາດລັດຂອງພວກເຮົາລ້ວນແຕ່ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
ພໍ້ກັນໃໝ່ສະບັບໜ້າ
KPL