2 ບໍລິສັດໂທລະຄົມ ຮ່ວມມືຜັນຂະຫຍາຍ ການຫັນເປັນດີຈິຕອນ ໃຫ້ລັດຖະບານລາວ

12/02/2026 14:07
Email Print 1681
ຂປລ ຂປລ. ໂຄງການເຊື່ອມຕໍ່ສາຍ ສົ່ງໄຟຟ້າ 500 ກິໂລໂວນ (ກວ) ລາວ-ຈີນ ທາງເບື້ອງ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມຕໍ່ກັນຢ່າງ ສົມບູນໃນວັນທີ 5 ກຸມພາ 2026, ຊຶ່ງເປັນຂີດໝາຍເຖິງໂຄງການ ວິສະວະກຳສຳຄັນທີ່ໄດ້ລວມເຂົ້າ ໃນແຜນແມ່ບົດວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ຮັບ ຄວາມຄືບໜ້າຊຶ່ງຕັດສິນຊີ້ຂາດ ແລະວາງພື້ນຖານທີ່ໜັກແໜ້ນສຳລັບ ການເລີ່ມການຜະລິດຢ່າງເຕັມທີ່ໃນ ເດືອນເມສາ 2026 ນີ້.

ຂປລ. ໂຄງການເຊື່ອມຕໍ່ສາຍ ສົ່ງໄຟຟ້າ 500 ກິໂລໂວນ (ກວ) ລາວ-ຈີນ ທາງເບື້ອງ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມຕໍ່ກັນຢ່າງ ສົມບູນໃນວັນທີ 5 ກຸມພາ 2026, ຊຶ່ງເປັນຂີດໝາຍເຖິງໂຄງການ ວິສະວະກຳສຳຄັນທີ່ໄດ້ລວມເຂົ້າ ໃນແຜນແມ່ບົດວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ຮັບ ຄວາມຄືບໜ້າຊຶ່ງຕັດສິນຊີ້ຂາດ ແລະວາງພື້ນຖານທີ່ໜັກແໜ້ນສຳລັບ ການເລີ່ມການຜະລິດຢ່າງເຕັມທີ່ໃນ ເດືອນເມສາ 2026 ນີ້. ໂຄງການດັ່ງກ່າວ, ເຊື່ອມຕໍ່ສະ ຖານີໄຟຟ້າ 500 ກວ ນາໝໍ້ 3 ຢູ່ເມືອງ ນາໝໍ້ ແຂວງອຸດົມໄຊ ສປປ ລາວ ແລະ ພາກເໜືອເຊື່ອມຕໍ່ກັບສະຖານີ ໄຟຟ້າ 500 ກວ ສິບສອງພັນນາ ໃນນະຄອນຈິງຮົງ ແຂວງສິບສອງ ພັນນາ ແຂວງຢຸນນານ ສປ ຈີນ, ມີຄວາມຍາວທັງໝົດ 177,5 ກິໂລແມັດ. ໃນນັ້ນ, ເບື້ອງ ສປປ ລາວ ຍາວ 32,5 ກິໂລແມັດ, ໄດ້ ຮັບການລົງທຶນ ແລະ ກໍ່ສ້າງໂດຍ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ໄດ້ເລີ່ມຕົ້ນກໍ່ສ້າງຢ່າງ ເປັນທາງການໃນວັນທີ 26 ກຸມພາ 2025. ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ຈີນ ແລະ ລາວ ໄດ້ຊຸກຍູ້ ສົ່ງເສີມການເຊື່ອມຕໍ່ຕະຫລອດທາງ ໃຫ້ສໍາເລັດໄດ້ລ່ວງໜ້າ, ສະແດງ ໃຫ້ເຫັນເຖິງການປະສານງານທີ່ມີ ປະສິດທິພາບ ແລະ ການຮ່ວມມື ຕົວຈິງລະຫວ່າງສອງປະເທດໃນ ໂຄງການຂ້າມຊາຍແດນທີ່ສໍາຄັນ. ພາຍຫລັງໂຄງການດັ່ງກ່າວ ສຳເລັດແລ້ວຈະມີຄວາມສາມາດ ໃນການສົ່ງໄຟຟ້າສອງທິດທາງ 1,5 ລ້ານກິໂລວັດ, ສົ່ງພະລັງງານ ສະອາດປະມານ 3 ຕື້ກິໂລວັດຊົ່ວ ໂມງຕໍ່ປີ ແລະ ຫລຸດຜ່ອນການປ່ອຍ ກາກໂບນອອກປະມານ 2,5 ລ້ານ ໂຕນ ຊຶ່ງຈະເປັນຊ່ອງທາງສີຂຽວ ສໍາລັບການເຊື່ອມຕໍ່ພະລັງງານ ໄຟຟ້າ ແລະ ການບໍລິໂພກພະລັງ ງານສະອາດໃນພາກພື້ນແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງໃນລະຫວ່າງການກໍ່ສ້າງ, ທີມ ງານໂຄງການໄດ້ຍຶດໝັ້ນຫລັກການ ESG ຢ່າງຕໍ່ເນື່ອງ, ປັບປຸງແລວ ເສັ້ນທາງໃຫ້ດີທີ່ສຸດ ແລະ ນໍາໃຊ້ ເຕັກນິກທີ່ທັນສະໄໝທີ່ສຸດ ແລະ ການປູກພືດປ່າຮ່ວມກັນ ເພື່ອຫລຸດ ຜ່ອນການຕັດໄມ້ທຳລາຍປ່າຕາມ ເສັ້ນທາງຫລາຍກວ່າ 83%, ປົກ ປ້ອງລະບົບນິເວດປ່າໄມ້ໃນທ້ອງຖິ່ນ ຢ່າງມີປະສິດທິພາບ. ພ້ອມກັນ ນັ້ນ, ພື້ນທີ່ເກັບກູ້ລະເບີດໄດ້ຖືກຂະ ຫຍາຍອອກໄປເປັນ 70 ແມັດ ທັງສອງຟາກຂອງແລວເສັ້ນທາງ, ເສີມຂະຫຍາຍຄວາມປອດໄພຂອງ ພື້ນທີ່ອ້ອມຂ້າງ. ໂຄງການດັ່ງກ່າວ, ຍັງເປັນປະໂຫຍດຕໍ່ຊຸມຊົນທ້ອງຖິ່ນ, ໂຮງ ຮຽນປະຖົມບ້ານນາໝໍ້ໃຕ້ໄດ້ສຳ ເລັດ ແລະ ມອບການນຳໃຊ້ແລ້ວ. ພ້ອມນີ້, ຍັງໄດ້ສຳເລັດການກໍ່ສ້າງ ແລະ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ແຫ່ງ ຊຶ່ງເປັນການປັບ ປຸງສະພາບການສຶກສາໃນໂຮງ ຮຽນທ້ອງຖິ່ນຂອງລາວ. ໂຄງການ ດັ່ງກ່າວ, ຍັງໄດ້ສ້າງວຽກເຮັດງານ ທໍາຫລາຍຮ້ອຍຕໍາເເໜ່ງ, ຝຶກອົບຮົມ ບຸກຄະລາກອນດ້ານເຕັກໂນໂລຊີ ພະລັງງານໄຟຟ້າໃນທ້ອງຖິ່ນຂອງ ລາວຢ່າງຫ້າວຫັນ ແລະ ປະກອບ ສ່ວນເຂົ້າໃນຄວາມສາມາດໃນການ ພັດທະນາຂອງພາກພື້ນ. ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ມີຈຸດໃຈກາງ ຢູ່ທີ່ສະຖານີໄຟຟ້າ 500 ກວ ນ້ຳໝໍ້ 3, ຈະລວມເອົາແຫລ່ງພະລັງງານ ສະອາດອ້ອມຂ້າງເຊັ່ນ: ພະລັງງານ ແສງອາທິດ ແລະ ພະລັງງານນ້ຳ ຊຶ່ງຈະຊ່ວຍເສີມຂະຫຍາຍຄວາມ ສາມາດໃນການສະໜອງໄຟຟ້າ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວຈີນ ຢ່າງມີປະສິດທິພາບ ແລະ ປັບ ປຸງປະສິດທິພາບຂອງລະບົບໄຟຟ້າ ພາກເໜືອຂອງລາວ, ຊຸກຍູ້ສົ່ງເສີມ ການປັບປຸງຍົກລະດັບຂອງໂຄງ ສ້າງພະລັງງານ ແລະ ການພັດທະ ນາອຸດສາຫະກຳຂອງ ສປປ ລາວ.

   
KPL

ຂ່າວອື່ນໆ

    • ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາບົດ-ສາລະຄະດີ

      ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ

      4/16/2026 2:41:59 PM

      ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ.

    • ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ ບົດ-ສາລະຄະດີ

      ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

      4/16/2026 2:35:44 PM

      ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

    • ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວບົດ-ສາລະຄະດີ

      ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ

      4/16/2026 2:32:03 PM

      ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

    •  ນ້ຳຫວານ ປິຍະດາ   ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026ບົດ-ສາລະຄະດີ

      ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

      4/16/2026 2:27:17 PM

      ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

    •  ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ ບົດ-ສາລະຄະດີ

      ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ

      4/16/2026 2:23:23 PM

      ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳເປັນສິນຄ້າແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

ads
ads

Top