ອີຢູ ຍັງບໍ່ທັນກຳນົດເວລາ ຮັບເອົາ ອູແກຣນ ເຂົ້າເປັນສະມາຊິກ

18/02/2026 07:04
ຂປລ ທ່ານນາງ ກາຈາ ກາລາສ (Kaja Kallas), ຜູ້ຕາງໜ້າຂັ້ນສູງ ຝ່າຍຮັບຜິດຊອບ ນະໂຍບາຍ ການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພາບ ເອີຣົບ (ອີຢູ), ຮອງປະທານ ຄະນະກຳມະການ ເອີຣົບ ໄດ້ກ່າວ ໃນກອງປະຊຸມ ຄວາມໝັ້ນຄົງ Munich (ເຢຍລະມັນ)

      ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້,  ທ່ານນາງ ກາຈາ ກາລາສ (Kaja Kallas), ຜູ້ຕາງໜ້າຂັ້ນສູງ ຝ່າຍຮັບຜິດຊອບ ນະໂຍບາຍ ການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພາບ ເອີຣົບ (ອີຢູ), ຮອງປະທານ ຄະນະກຳມະການ ເອີຣົບ ໄດ້ກ່າວ ໃນກອງປະຊຸມ ຄວາມໝັ້ນຄົງ Munich (ເຢຍລະມັນ) ວ່າ ບັນດາ ປະເທດ ສະມາຊິກ ອີຢູ ຍັງບໍ່ທັນ ກຽມພ້ອມ ກຳນົດ ຈຸດເວລາ ລະອຽດ ໃຫ້ແກ່ເລື່ອງ ອູແກຣນ ເຂົ້າເປັນ ສະມາຊິກ ພັນທະມິດ ແລະ  ຍັງມີອີກ ຫລາຍວຽກ ທີ່ຕ້ອງເຮັດ. ທ່ານນາງ  ກາຈາ ກາລາສ ຍັງກ່າວອີກວ່າ ເມື່ອບໍ່ດົນມານີ້ ທ່ານ ໂວໂລດີເມຍ ເຊເລນກີ, ປະທານາທິບໍດີ ອູແກຣນ ໄດ້ຮຽກຮ້ອງໃຫ້ ອີຢູ ກຳນົດ ເວລາລະອຽດ ເພື່ອຮັບອູແກຣນ ເຂົ້າເປັນ ສະມາຊິກ ຂອງ ອີຢູ ຢ່າງເປັນທາງການ. ອູແກຣນ ໄດ້ຮັບຖານະເປັນ ຜູ້ສະໝັກຮັບເລືອກຕັ້ງ ເຂົ້າເປັນ ສະມາຊິກ ອີຢູ ເມື່ອເດືອນ ມິຖຸນາ 2022./

 

KPL

ຂ່າວອື່ນໆ

ads
ads

Top