ຂປລ
ຊາວຟີລິບປິນ ຢູ່ຕ່າງປະເທດ ໄດ້ໂອນເງິນ ກັບປະເທດ ເພີ່ມສູງຂຶ້ນ ເປັນປະຫວັດສາດ ລວມມີ 3,89 ຕື້ໂດລາ ສະຫະລັດ ໃນເດືອນທັນວາ ປີ 2025 , ເຮັດໃຫ້ເງິນໂອນ ກັບ ປະເທດ ຕະຫລອດ ໝົດປີກາຍ ກ້າວຂຶ້ນສູ່ ລະດັບ 3,962 ໝື່ນລ້ານໂດລາ ສະຫະລັດ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ທະນາຄານກາງ ຟີລິບປິນ (BSP) ເປີດເຜີຍວ່າ: ຊາວຟີລິບປິນ ຢູ່ຕ່າງປະເທດ ໄດ້ໂອນເງິນ ກັບປະເທດ ເພີ່ມສູງຂຶ້ນ ເປັນປະຫວັດສາດ ລວມມີ 3,89 ຕື້ໂດລາ ສະຫະລັດ ໃນເດືອນທັນວາ ປີ 2025 , ເຮັດໃຫ້ເງິນໂອນ ກັບ ປະເທດ ຕະຫລອດ ໝົດປີກາຍ ກ້າວຂຶ້ນສູ່ ລະດັບ 3,962 ໝື່ນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 3,3% ຈາກ 3,834 ໝື່ນລ້ານໂດລາ ສະຫະລັດ ໃນປີ 2024. ການໂອນເງິນກັບປະເທດ ຄວບຄຸມເຖິງ ການໂອນເງິນສົດ ຜ່ານລະບົບ ທະນາຄານ ແລະ ຊ່ອງທາງ ນອກລະບົບ ລວມເຖິງ ການສົ່ງສິ່ງຂອງ ກັບມາປະເທດອີກດ້ວຍ./
KPL