ຂປລ
ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຈະມີການປະຕິບັດງານ ເຂົ້າຮ່ວມກອງປະຊຸມ ໄຂສະພາສັນຕິພາບ ເຂດກາຊາ ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ, ດ້ວຍຖານະ ເປັນສະມາຊິກກໍ່ຕັ້ງ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເລີ່ມແຕ່ວັນທີ 18-20 ກຸມພາ 2026 ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຈະມີການປະຕິບັດງານ ເຂົ້າຮ່ວມກອງປະຊຸມ ໄຂສະພາສັນຕິພາບ ເຂດກາຊາ ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ, ດ້ວຍຖານະ ເປັນສະມາຊິກກໍ່ຕັ້ງ.
ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດ ຜູ້ມີອຳນາດ ເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສ.ອາເມລິກາ ຫງວຽນກວັກຢຸງ ໄດ້ຕອບ ສຳພາດ ຕໍ່ນັກຂ່າວ VOV ປະຈຳ ວໍຊິງຕັນ. ທ່ານຢັ້ງຢືນວ່າ ການປະຕິບັດງານ ໄດ້ສະແດງໃຫ້ເຫັນ ຄຳໝັ້ນສັນຍາ ຢ່າງເຂັ້ມແຂງ ຂອງ ຫວຽດນາມ ສຳລັບ ຄວາມມານະ ພະຍາຍາມ ສັນຕິພາບສາກົນ.
ທ່ານເລຂາທິການໃຫຍ່ ຈະພ້ອມກັບ ບັນດາ ສະມາຊິກອື່ນ ຂອງ ສະພາ ຈະແລກປ່ຽນ, ກຳນົດບັນດາ ວຽກງານເຊິ່ງສະພາ ຈະດຳເນີນ ເພື່ອແນໃສ່ ຜັນຂະຫຍາຍ ແຜນການ ສັນຕິພາບ ໃຫ້ແກ່ ເຂດກາຊາ ຕາມມະຕິ ສະບັບ ເລກທີ 2830 ຂອງ ສະພາ ຄວາມໝັ້ນຄົງ ສປຊ.
ການເຂົ້າຮ່ວມ ຂອງ ການນຳ ສູງສຸດ ຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນ ເຖີງການ ສະໜັບ ສະໜູນ ແລະ ຄວາມພ້ອມ ເຂົ້າຮ່ວມ ຂອງ ຫວຽດນາມ ໃນບັນດາ ຄວາມມານະ ພະຍາຍາມລວມ ຂອງ ປະຊາຄົມສາກົນ ເພື່ອສັນຕິພາບ ແລະ ການພັດທະນາ.”
ທ່ານເອກອັກ ຄະລັດຖະທູດ ຫງວຽນກວັກຢຸງ ກ່າວວ່າ , ຫວຽດນາມ ກາຍເປັນ ສະມາຊິກ ກໍ່ຕັ້ງຂອງສະພາສັນຕິພາບ ແມ່ນນະໂຍບາຍ ສະເໝີຕົ້ນສະເໝີປາຍ ໃນແນວທາງ ການຕ່າງປະເທດ, ເຊື່ອມໂຍງ, ປະຕິບັດບັນດາ ພາລະກຳລວມ. ການປະຕິບັດງານ ໃນຄັ້ງນີ້ ສືບຕໍ່ປັບປຸງ ຄວາມໄວ້ເນື້ອ ເຊື່ອໃຈ ດ້ານການເມືອງ, ເປີດກວ້າງການຮ່ວມມື ຢ່າງແທດຈິງ ແລະ ສ້າງກຳລັງໜູນ ເພີ່ມເຕີ ມໃຫ້ແກ່ ສາຍພົວພັນ ຫວຽດນາມ-ສ.ອາເມລິກາ ໃນໄລຍະຈະມາເຖິງ./
KPL