ຂປລ
ງານມະຫະກໍາບຸນຊ້າງ ຄັ້ງທີ 19 ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເປັນທາງການໃນວັນທີ 14 ກຸມພາ 2026 ຢູ່ທີ່ເດີ່ນສະໜາມ ຫລວງແຂວງໄຊຍະບູລີ .

ຂປລ. ໂດຍໃຫ້ກຽດເຂ້ົາຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ທ່ານ ເພັງນິລັນ ຄໍາພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີແຂກຖືກເຊີນ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫລວງຫລາຍ. ໃນພິທີ, ທ່ານ ອາເມ ຊົງເຢ້ຍເລ່ັງ ຮອງປະທານຄະນະກໍາມະການປົກຄອງແຂວງ, ຮອງປະທານຈັດງານມະຫະກໍາບຸນຊ້າງ ຄັ້ງທີ 19 ແຂວງໄຊຍະບູລີ ໄດ້ລາຍງານການກະກຽມຄວາມພ້ອມໃນການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຂອງແຂວງໄຊຍະບູລີ ຊຶ່ງການຈັດງານຄັ້ງນີ້ເປັນການສືບຕໍ່ອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ, ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ; ດ້ານໜຶ່ງກໍເພື່ອສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜ່ົາ ຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອະດີດຕະການໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນລາວເຮົາຕະຫລອດໄປ. ທັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 50 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນ ແລະ ມີໂອກາດໄດ້ສືບພັນ. ພ້ອມນີ້, ກໍເພື່ອເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕ່ໍ ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວຊາວແຂວງໄຊຍະບູລີ ຕະຫລອດໄປ; ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດ ແລະ ເຫັນການດຳລົງຊີວິດຂອງຊ້າງທ່ີເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.
ສໍາລັບກິດຈະກໍາຫລັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ການຈັດງານແມ່ນຈະຈັດໃຫ້ມີກິດຈະກໍາຫລາຍສີສັນເປັນຕົ້ນ ການຈັດວາງສະແດງສິນຄ້າຕະຫລາດນັດເລີ່ມມາແຕ່ວັນທີ 9 ກຸມພາ 2026, ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າຜົນຜະລິດທາງດ້ານກະສິກໍາ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງ, ພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 324 ຮ້ານ. ຫລັງຈາກເປີດພິທີເປັນທາງການແລ້ວ, ແຕ່ລະມື້ຈະມີການເປີດໃຫ້ແຂກໄດ້ມາຊົມການສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫລາດນັດວາງສະແດງສິນຄ້າ ແລະ ຊົມການສະແດງສິລະປະວັນນະຄະດີຂອງອ້ອມຂ້າງແຂວງ ແລະ ເມືອງ, ເຂົ້າຊົມແຫລ່ງທ່ອງທ່ຽວສູນອະນຸລັກຊ້າງ ແລະ ຂະຫຍາຍພັນຊ້າງອາຊີ (ພູແຄນ) ແລະ ທ່ອງທ່ຽວພາຍໃນເທສະບານແຂວງຕາມສະຖານທີ່ທ່ອງທ່ຽວຕ່າງໆ.
ຂ່າວ: ຄໍາໝັ້ນ
KPL