7218

ແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງ ທີ 10 ແຂວງວຽງຈັນ ບັນລຸຕາມ ລະດັບຄາດໝາຍ. xtmkoxtgmf Ia [lko8k8A '9kdm6 f8j k'xtgmf c]t ,v[lko8k8A '.sh m6 f]k;wxxt9e16j 8j k'xtgmf ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 18.02.2026 ປີທີ 25 ສະບັບທີ 6.379 g,nj vwfh Ia [7;k,w;h ;k'.9gxa o ll- 9tgvq k.9.lj -5 dp6h rkdlj ;odj P;0h v'cdh [a osk0v'xt-k-q o xb dlksk]n ;Pd[5 ]y ,tly f lh k'7;k,g0A ,c0'.sh c,j py ' c]t w;|5j , ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ມອບສານ ຕາຕັ້ງໃຫ້ທ່ານ ໄມບົວ ໄຊຍະວົງ ທູດ ແຫ່ງ ສປປ ລາວ ປະຈຳສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ 7totde,tdkog]n vd8A ']tfa [-kf ]q '-5 dp6h dkoxj vo[a fg]n vd8A '16j c0;';P'9a o ຂປລ. ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຈໍາ ຂປລ. ປະຊາຊົນລາວບັນດາເຜົ່າ ບໍ່ວ່າຈະເປັນອາຊີບໃດໆ, ຊົນຊັ້ນ ໃດກໍລ້ວນແລ້ວແຕ່ຕ້ອງການ ແລະ ຢາກໄດ້ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຜູ້ທີ່ມີ ຄວາມຮູ້ຄວາມສາມາດ, ຊື່ສັດ, ໂປ່ງ ໃສ ແລະ ຍຸຕິທໍາ ເພື່ອປະກອບສ່ວນ ຂປລ. ປັດຈຸບັນ, ໃນຂອບເຂດ ທົ່ວປະເທດ ກໍຄື ເຂດເລືອກຕັ້ງ ທີ 1 ນະຄອນຫລວງວຽງຈັນ ຫາ ເຂດເລືອກຕັ້ງທີ 18 ບັນດາຜູ້ຮັບ ສະໝັກເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ລ້ວນ ແຕ່ໄດ້ເຄື່ອນໄຫວໂຄສະນາຫາສຽງ ໃຫ້ແກ່ຜູ້ມີສິດເລືອກຕັ້ງຢ່າງຟົດ ຟື້ນ. ພ້ອມກັນນີ້, ປະຊາຊົນຜູ້ມີສິດ ເລືອກຕັ້ງຕ່າງກໍກຽມຈິດກຽມໃຈ ໄປໃຊ້ສິດໃນການເລືອກຕັ້ງເອົາ ຜູ້ແທນຂອງຕົນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ໃນຂະນະ ດຽວກັນຜູ້ມີສິດເລືອກຕັ້ງຕ່າງມີ ຄວາມມຸ່ງຫວັງຢາກໄດ້ ສສຊ ແລະ ສສຂ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຜູ້ທີ່ມີຄວາມຊື່ສັດໂປ່ງໃສ, ຜູ້ທີ່ເຫັນ ຜົນປະໂຫຍດຂອງບ້ານເມືອງ ແລະ ປະຊາຊົນເປັນຫລັກ ທີ່ສໍາຄັນຕ້ອງ ໄດ້ລົງໃກ້ຊິດຕິດແທດກັບປະຊາຊົນ ຂປລ. ກົມລ້ຽງສັດ ແລະ ການ ປະມົງ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ເປີດໂຄງການປັບປຸງ ຂປລ. ຄະນະກຳມະການເລືອກ ຕັ້ງລະດັບຊາດ ນໍາໂດຍທ່ານ ນາງ ມະນີວັນ ເຍຍປາວເຮີ ອະນຸກຳມະ ການເລຂານຸການ, ຄະນະກຳມະ ການເລືອກຕັ້ງລະດັບຊາດ ລົງ ເຄື່ອນໄຫວເຮັດວຽກຮ່ວມກັບອະ ນຸເລຂານຸການຂອງຄະນະກໍາມະ ການເລືອກຕັ້ງແຂວງວຽງຈັນ ໃນ ວັນທີ 17 ກຸມພາ 2026 ທີ່ສະພາ ປະຊາຊົນແຂວງວຽງຈັນ ເພື່ອ ກະກຽມຄວາມພ້ອມຮອບດ້ານໃຫ້ ແກ່ການປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ຂປລ. ໃນໄລຍະເຄື່ອນໄຫວລົງ ໂຄສະນາຫາສຽງຂອງຜູ້ຮັບສະໝັກ ເລືອກຕັ້ງເປັນສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ຂອງບັນ ດາຜູ້ສະໝັກເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຈຳນວນ 25 ທ່ານ ໃນວັນທີ 16 ກຸມພາ 2026 ທີ່ວັດບ້ານນາສ້ຽວ ເມືອງ ນາຊາຍທອງ ນະຄອນຫລວງວຽງ ຈັນ ນໍາໂດຍທ່ານ ນາງ ດາລານີ ພົມມະວົງສາ ກຳມະການປະຈຳພັກ ກະຊວງ, ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຜູ້ສະໝັກເລືອກຕັ້ງ ນ້ຳເບີ 7 ໂດຍຜູ້ ສະໝັກແຕ່ລະທ່ານຕ່າງກໍໄດ້ສະເໜີ ວິໄສທັດຂອງຕົນ ໂດຍສະເພາະ ຫາກໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບເລືອກຕັ້ງເປັນ ສສຊ ຈາກຜູ້ ມີສິດເລືອກຕັ້ງແລ້ວ, ຈະເອົາໃຈໃສ່ ປະຕິບັດໜ້າທີ່ໃນການເປັນຕົວແທນ ຂອງປະຊາຊົນ ໂດຍສະເພາະແມ່ນ ຈະນຳເອົາຄຳຄິດຄຳເຫັນ, ຄຳສະ ເໜີ, ບັນຫາຕ່າງໆຂອງປະຊາຊົນ ທີ່ສະເໜີເຂົ້າໄປຄົ້ນຄວ້າ ແລະ ພິ ຈາລະນາຢູ່ໃນຂະບວນການຕ່າງໆ ຂອງສະພາຕິດພັນກັບການສະເໜີ ໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາ ຂປລ. ກອງປະຊຸມສະຫລຸບ ວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2025 ແລະ ວາງທິດ ທາງແຜນການວຽກງານຈຸດສຸມ ປີ 2026 ຈັດຂຶ້ນໃນວັນທີ 16 ກຸມພາ 2026 ໂດຍພາຍໃຕ້ການເປັນ gxu f37'dkoxa [x5 'dko7;[75 ,rtpkfla f c]t dko]h P'la fgxa oly o7h k8k,c];-kpcfo  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ທ່ານ ນາງ ດາລານີ ພົມມະວົງສາ dkooe.-h ly fxj vo[a f.sh 4n d8h v'8k,]t[P[dkog]n vd8A ' c,j odPfla dlu 0v'z6 h ,u ly fg]n vd8A 'K  ອ່ານຕໍ່ໜ້າ 4 ll-{ll0 muj gxa o8q ;cmo0v'xt-k-q o.oltrk 8h v']q '.dh -y f8y fcmfda [xt-k-q o1j k'mqj ;g4y '  ອ່ານຕໍ່ໜ້າ 2 ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ສືບຕໍ່ລົງເຄື່ອນໄຫວໂຄ ສະນາຫາສຽງນໍາຜູ້ມີສິດປ່ອນບັດ ເລືອກຕັ້ງຢູ່ເມືອງນາຊາຍທອງຄື: ບ້ານສີເກີດ, ໄຊມຸງຄຸນ, ນາສ້ຽວ, ດົງຊຽງດີ, ໂພນແກ້ວ ແລະ ບ້ານ ໂພນສະຫວັນ ໃນວັນທີ 16 ກຸມພາ 2026 ເພື່ອສ້າງໂອກາດໃຫ້ຜູ້ມີສິດ ເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບ ເລືອກຕັ້ງໄດ້ພົບປະ ແລະ ແລກ ປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ ຂປລ. ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາ ຊາດ ກອງທຶນສຳລັບປະຊາກອນ (UNFPA) ທົບທວນການຮ່ວມມື ປະຈຳປີ 2025, ປຶກສາຫາລືວຽກ ຂປລ. ໃນວັນທີ 17 ກຸມພາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສປປລາວ ໄດ້ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈໍານວນ 7 ທ່ານຄື: ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະ ທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ, ມີສຳນັກງານ ຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ເປັກກາ ວູຕິໄລເນິນ ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ແຟງລັງ ປະຈຳ ສປປ ລາວ, ມີ ສຳນັກງານຕັ້ງຢູ່ຮ່າໂນ້ຍ, ສສ ຫວຽດນາມ; ທ່ານຮານີມົດສ໌ຕາຟາ ຮັດຊານ ເອກອັກຄະລັດຖະທູດ ແຫ່ງ lts]5 [;Pd'ko xh v'da o7;k,lts'[ xt9exu 2025 q ປະທານຂອງທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ມີຄະນະ ພັກ-ຄະນະບັນຊາຫ້ອງວ່າການ ກະຊວງ, ວິທະຍາຄານ, ກອງບັນ ຊາການ ປກສ ນະຄອນຫລວງວຽງ ຈັນ ແລະ ກອງບັນຊາການ ປກສ ແຂວງໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. ທ່ານ ພົທ ວັນທອງ ກອງມະນີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນ ການສະຫລຸບຄືນການເຄື່ອນໄຫວ ວຽກງານປ້ອງກັນຄວາມສະຫງົບ ປີ 2025 ແລະ ວາງທິດທາງແຜນ ການວຽກງານຈຸດສຸມປີ 2026 ໂດຍສະເພາະລາຍງານຜົນສໍາເລັດ ທ່ານ ພົທ ວັນທອງ ກອງມະນີ z6h Ia [lt\a dg]n vd8A 'gxa o ll- g0f 1 ln [8rq [xtz6h ,u ly fg]n vd8A 'd5j ,lu gdu f + xt-k-q o1kdwfh ll-{ll0 muj 9q 'Ia dra dfu 8xtgmf-kf cdh w0[a osk8j k'Mwfh 1j k'cmh 9y ' +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 18/02/2026 xtgmf]k; ຄະນະກຳມະການເລືອກຕັ້ງ... ເມື່ອໄດ້ຮັບຄວາມໄວ້ວາງໃຈ... ປະທານປະເທດ ຮັບສານຕາຕັ້ງ... ສະຫລຸບວຽກງານ... ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າ ຍື່ນສານຕາຕັ້ງຂອງທ່ານ ເປັກກາ ວູຕິໄລເນິນ ທູດ ແຫ່ງ ສາທາລະນະລັດ ແຟງລັງ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ນາງ ຄາທາຣິນາ ວີຊາ ທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ ທ່ານ ສອນໄຊ ວັນນະໄຊ ທູດ ແຫ່ງ ສປປ ລາວ ປະຈຳ ລາຊະອານາຈັກກໍາປູເຈຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການ ເຂົ້າຍື່ນສານຕາຕັ້ງຂອງທ່ານ ຮານີ ມົດສ໌ຕາຟາ ຮັດຊານ ທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການ ເຂົ້າຍື່ນສານຕາຕັ້ງຂອງທ່ານ ດາຣຸດສ໌ ເກດີສ ທູດ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ ທ່ານ ເກີລໍ່ ຢາງກໍ່ ທູດ ແຫ່ງ ສປປ ລາວ ປະຈຳ ລັດກູເວດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າ ຍື່ນສານຕາຕັ້ງຂອງທ່ານ ອິຣັກລີ ອາຊາຊີວິວລີ ທູດ ແຫ່ງ ຊອກຊີ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າ ຍື່ນສານຕາຕັ້ງຂອງທ່ານ ອາເລັກຊານເດີ ມີໂສບຊິນ ທູດ ແຫ່ງ ສາທາລະນະລັດ ສະ ໂລວັກ ປະຈຳ ສປປ ລາວ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ຮ່າໂນ້ຍ, ສສ ຫວຽດນາມ; ທ່ານ ອິຣັກລີ ອາຊາຊີວິວລີ ເອກ ອັກຄະລັດຖະທູດ ແຫ່ງ ຊອກຊີ ປະ ຈໍາ ສປປ ລາວ, ມີສຳນັກງານຕັ້ງ ຢູ່ກົວລາລຳເປີ, ມາເລເຊຍ; ທ່ານ ນາງ ຄາທາຣິນາ ວີຊາ ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ສປປ ລາວ, ມີ ສຳນັກງານຕັ້ງຢູ່ບາງກອກ, ປະ ເທດໄທ; ທ່ານ ດາຣຸດສ໌ ເກດີສ ເອກອັກຄະລັດຖະທູດ ແຫ່ງ ສາທາ ລະນະລັດ ລິດຕົວນີ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ສິງກະໂປ ແລະທ່ານອາເລັກຊານເດີມີໂສບຊິນ ເອກອັກຄະລັດຖະທູດ ແຫ່ງ ສາ ທາລະນະລັດ ສະໂລວັກ ປະຈຳ ສປປ ລາວ, ມີສໍານັກງານຕັ້ງຢູ່ບາງ ກອກ, ປະເທດໄທ. ໂອກາດນີ້,ທ່ານທອງລຸນສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທູດທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າດ້ວຍປະສົບການ ທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມ ສົມບູນຂອງບັນດາທ່ານທູດຈະ ຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບມື້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການ ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ຈົນເຖິງການໄປມາຫາສູ່ລະຫວ່າງ ປະຊາຊົນດ້ວຍກັນ, ເສີມຂະຫຍາຍ ການຮ່ວມມືດ້ານການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະ ຂະ ແໜງການອື່ນໆທີ່ມີທ່າແຮງນຳກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດ ບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ ຮ່ວມກັນລົງນາມໃຫ້ປະກົດຜົນເປັນ ຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆ ຂອງ ສປປ ລາວ ເພື່ອເບິ່ງການພັດ ທະນາຕົວຈິງຂອງແຂວງ, ຊ່ວຍ ຍາດແຍ່ງ ແລະ ຂົນຂວາຍບັນດາ ນັກທຸລະກິດ-ນັກລົງທຶນທີ່ມີຄວາມ ສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ບັນດາທູດຕ່າງປະເທດ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄຳເວົ້າ ອັນຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງສະແດງຄວາມ ໝາຍໝັ້ນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອ ນຳເອົາຜົນປະໂຫຍດມາສູ່ປະເທດ ຊາດ ກໍຄື ປະຊາຊົນຂອງທັງສອງ ປະເທດ. ໃນວັນດຽວກັນ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ກໍໄດ້ມອບ ສານຕາຕັ້ງໃຫ້ແກ່ບັນດາເອກອັກ ຄະລັດຖະທູດຂອງ ສປປ ລາວ ຈໍານວນ 3 ທ່ານ ເພື່ອໄປປະຈໍາຢູ່ ຕ່າງປະເທດ ຊຶ່ງປະກອບມີ: ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ; ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ລາຊະ ອານາຈັກກໍາປູເຈຍ ແລະ ທ່ານ ເກີລໍ່ ຢາງກໍ່ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ລັດ ກູເວດ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ທ່ານເອກອັກຄະ ລັດຖະທູດທັງສາມທີ່ຈະໄປປະຕິບັດ ໜ້າທີ່ການທູດຢູ່ຕ່າງປະ ເທດ, ພ້ອມທັງໄດ້ມີຄໍາເຫັນຊີ້ນຳໃຫ້ສືບ ຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງ ຕົນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ, ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາເອກະສານ ຮ່ວມມືຕ່າງໆທີ່ສອງຝ່າຍໄດ້ລົງ ນາມຮ່ວມກັນໃຫ້ປະກົດຜົນເປັນ ຮູບປະທໍາ, ຊຸກຍູ້ການພົບປະແລກ ປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງເອົາ ການຮ່ວມມື ແລະ ການສະໜັບ ສະໜູນຊ່ວຍເຫລືອດ້ານຕ່າງໆ ຈາກສາກົນ, ເອົາໃຈໃສ່ໂຄສະນາ ຂົນຂວາຍບັນດານັກລົງທຶນ, ນັກ ທຸລະກິດ ແລະ ນັກທ່ອງທ່ຽວຕ່າງ ປະເທດໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນລາວ ບັນດາເຜົ່າ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປລາວ ໃນການລຶບລ້າງຄວາມທຸກຍາກ ໃຫ້ແກ່ປະຊາຊົນລາວ ແລະ ໃຫ້ ສາມາດນຳພາປະເທດຊາດຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາໃນປີ 2026 ຕາມເປົ້າ ໝາຍທີ່ວາງໄວ້. ພາບ: ອ່າຍຄຳ ບັ້ນປ້ອງກັນ 3 ວັນປະຫວັດສາດ; ວຽກງານປ້ອງກັນງານມະຫະກໍາ ກິລາແຫ່ງຊາດ ແລະ ປ້ອງກັນ ກອງປະຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ຄັ້ງທີ XII; ການ ປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມ ສະຫງົບ. ນອກນັ້ນ, ຈະໄດ້ຮັບຟັງ ການລາຍງານມາດຕະການໃນ ການຄຸ້ມຄອງ ແລະ ແກ້ໄຂການ ສວຍໃຊ້ສື່ສັງຄົມອອນລາຍ; ການ ຄຸ້ມຄອງຄົນເຊື້ອຊາດລາວທີ່ບໍ່ມີສັນ ຊາດກັບຄືນສູ່ ສປປ ລາວ; ການ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແກ້ໄຂຄະດີທີ່ກ່ຽວຂ້ອງກັບ ຫລາຍພາກສ່ວນ; ການແກ້ໄຂກຸ່ມ ແກ້ງຫລອກລວງທາງອິນເຕີເນັດ (Call Center); ການດໍາເນີນ ທຸລະກິດສ້າງລາຍຮັບໃຫ້ກະຊວງ ປ້ອງກັນຄວາມສະຫງົບ ແລະ ການ ຊຸກຍູ້ກົມ-ກອງອ້ອມຂ້າງກະຊວງ ແລະ ປກສ ແຂວງທົ່ວປະເທດ ທ່ານ ນາງ ມະນີວັນ ເຍຍປາວເຮີ ໄດ້ໃຫ້ຮູ້ວ່າ: ການລົງເຄື່ອນໄຫວ ຄັ້ງນີ້, ກໍເພື່ອເກັບກໍາສະພາບຕົວ ຈິງ ແລະ ຂໍ້ມູນຕ່າງໆກ່ຽວກັບການ ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຂໍ້ຕົກລົງ ແລະ ຄໍາແນະນໍາຕ່າງໆ ຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ການກະກຽມຄວາມ ພ້ອມຮອບດ້ານເປັນຕົ້ນການເກັບ ກໍາຂໍ້ມູນກ່ຽວກັບຜູ້ມີສິດເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ, ການ ຕິດປ້າຍຄໍາຂວັນຕ່າງໆ ເພື່ອປຸກ ຈິດສໍານຶກໃຫ້ແກ່ການເລືອກຕັ້ງ, ການຈັດພິມຮູບ-ປະຫວັດຫຍໍ້ ແລະ ເອກະສານຕ່າງໆ. ທັງນີ້, ກໍ ເພື່ອຮັບປະກັນໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ ແກ້ໄຂ. ນອກຈາກນີ້, ຈະເອົາໃຈໃສ່ບັນ ຫາຊີວິດການເປັນຢູ່, ບັນຫາປາກ ທ້ອງຂອງປະຊາຊົນ, ພື້ນຖານໂຄງ ລ່າງທີ່ໄດ້ສະເໜີຕໍ່ ສສຊ, ພ້ອມທີ່ຈະ ໃຫ້ທໍາການຜະລິດກຸ້ມຕົນເອງເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງ ດ້ວຍຕົນເອງ; ໂຄງການຄຸ້ມຄອງ ສໍາມະໂນຄົວ ແລະ ອອກບັດປະຈໍາ ຕົວລະບົບທັນສະໄໝ; ການປັບປຸງ ຫລັກສູດການຮຽນ-ການສອນ ແລະ ການຄຸ້ມຄອງນັກສຶກສາ; ການຈັດຕັ້ງປະຕິບັດ, ມາດຕະການ ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ຮ້ານບັນເທີງ, ມົ້ວສຸມສິ່ງ ເສບຕິດ, ກຸ່ມແກ້ງອາຊະຍາກໍາ ທີ່ຕິດພັນກັບຄົນຕ່າງປະເທດ ໃນ ນະຄອນຫລວງວຽງຈັນ ແລະ ວຽກ ງານອື່ນໆທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດເຫັນ, ຄົ້ນຄວ້າ, ປຶກສາຫາລື ແລະ ຖອດ ຖອນບົດຮຽນໃນການຈັດຕັ້ງປະ ຕິບັດວຽກງານປ້ອງກັນຄວາມ ສະຫງົບ ໃນໄລຍະຜ່ານມາ ເພື່ອ ຊອກໃຫ້ເຫັນດ້ານດີຜົນງານ, ບັນ ຫາ, ຂໍ້ຄົງຄ້າງເພື່ອເປັນທິດທາງ ແຜນການໃນການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດໃນຕໍ່ໜ້າ. ຂ່າວ-ພາບ: ກົມສື່ມວນຊົນ ປກສ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງ ທີ 10 ແຂວງວຽງຈັນ ບັນລຸຕາມ ລະດັບຄາດໝາຍ ກໍຄື ນໍາພາຜູ້ມີ ສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນ 100%; ນໍາພາຜູ້ມີສິດ ເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນ ບັດເລືອກຕັ້ງຖືກຕ້ອງຕາມລະບຽບ ການເລືອກຕັ້ງ 100%; ນໍາພາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%; ນໍາ ພາວຽກງານປ່ອນບັດເລືອກຕັ້ງໃຫ້ ຮັບປະກັນຄວາມໂປ່ງໃສ ແລະ ສໍາ ເລັດທັນຕາມກໍານົດເວລາ 100%. ໃນໂອກາດນີ້, ທ່ານ ບົວຄຳ ຫລວງອາໄພ ຮອງປະທານຄະນະ ກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນ ແຂວງວຽງຈັນ, ຄະນະອະນຸກຳມະ ການເລືອກຕັ້ງແຂວງວຽງຈັນ ໄດ້ ລາຍງານໂດຍຫຍໍ້ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດ ເລືອກຕັ້ງທີ 10 ແຂວງວຽງຈັນ, ປັດຈຸບັນແມ່ນໄດ້ສຳເລັດແລ້ວ ຫລາຍໜ້າວຽກເປັນຕົ້ນ ສຳເລັດ ການເກັບກຳສະຖິຕິຈຳນວນຜູ້ມີ ສິດປ່ອນບັດເລືອກຕັ້ງອາຍຸ 18 ປີ ຕາມສຳມະໂນຄົວ 302.420 ຄົນ, ຍິງ 145.862 ຄົນ, ພົນລະເມືອງ ທັງໝົດ 514.471 ຄົນ, ຍິງ 246.764 ຄົນ, ຜູ້ມີສິດປ່ອນບັດຕົວ ຈິງ 277.228 ຄົນ, ຍິງ 133.114 ຄົນ; ສຳເລັດການຈັດພິມຮູບ ແລະ ປະຫວັດຂອງຜູ້ສະໝັກເລືອກຕັ້ງ ແລະ ແຈກຢາຍໃຫ້ແຕ່ລະເຂດເລືອກ ຕັ້ງເມືອງ; ສຳເລັດການຈັດພິມບັດ ລົງຄະແນນສຽງ; ສຳເລັດການ ລົງຊຸກຍູ້ ແລະ ປຸກລະດົມຂະບວນ ການຕ່າງໆ ແລະ ສຳເລັດການ ລົງຫາສຽງ. ຢ່າງໃດກໍຕາມ ການ ຜັນຂະຫຍາຍນິຕິກຳຂອງຄະນະ ກຳມະການເລືອກຕັ້ງລະດັບຊາດ ຈະຫັນເປັນນິຕິກຳຂອງທ້ອງຖິ່ນໄດ້ ຢ່າງຄົບຖ້ວນກໍຕາມ, ແຕ່ຖ້າທຽບ ໃສ່ການຈັດຕັ້ງປະຕິບັດວຽກງານ ເລືອກຕັ້ງໃນແຕ່ລະບາດກ້າວເຫັນ ວ່າບາງວຽກຍັງຊັກຊ້າ, ການປະ ສານງານລະຫວ່າງຄະນະກຳມະ ການເລືອກຕັ້ງຂັ້ນແຂວງກັບຄະນະ ກຳມະການເລືອກຕັ້ງຂັ້ນເມືອງຍັງບໍ່ ທັນໂລ່ງລ່ຽນເທົ່າທີ່ຄວນ, ການເກັບ ກຳສະຖິຕິຈຳນວນພົນລະເມືອງ, ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ຈຳນວນໜ່ວຍປ່ອນບັດເລືອກ ຕັ້ງໃນທົ່ວແຂວງຍັງມີບາງເຂດ ເລືອກຕັ້ງຍັງມີຄວາມຊັກຊ້າ. ຂ່າວ-ພາບ: ກິດຕາ ນຳໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງ ກໍຄື ລັດຖະບານແກ້ໄຂບັນຫາດັ່ງ ກ່າວ ໃຫ້ສົມກັບວ່າເຮົາຮັບໜ້າທີ່ ເປັນຕົວແທນຂອງປະຊາຊົນທີ່ນັ່ງ ໃນສະພາແຫ່ງຊາດ. ພ້ອມທັງໄດ້ ສະເໜີປະຫວັດການເຄື່ອນໄຫວ ຂອງຕົນໃນໄລຍະຜ່ານມາເຖິງ ປັດຈຸບັນໃຫ້ແກ່ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈຕໍ່ການເຄື່ອນໄຫວ, ວິທີການເຮັດວຽກ, ປະສົບການເຮັດ ວຽກໃນໄລຍະຜ່ານມາຕື່ມອີກ. ການລົງໂຄສະນາຫາສຽງຂອງ ຄະນະຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ໃນຄັ້ງນີ້, ມີອຳນາດ ການປົກຄອງເມືອງ, ອຳນາດການ ປົກຄອງບ້ານ ແລະ ປະຊາຊົນຜູ້ມີ ສິດເລືອກຕັ້ງ 6 ບ້ານຄື: ບ້ານສີເກີດ, ໄຊມຸງຄຸນ, ນາສ້ຽວ, ດົງຊຽງດີ, ໂພນແກ້ວ ແລະ ບ້ານໂພນສະຫວັນ ເຂົ້າຮ່ວມ. ຂ່າວ: ຢ່າຕົ່ງ

19/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K s]a '4n dg]n vd8A 'g0Q kgxa o8q ;cmoc]h ;.sh .dh -y f8y fcmfxt-k-q o1j k'cmh 9y ' ຂປລ. ມາພໍ້ກັນມື້ນີ້ “ໜັງສືພິມ ປະເທດລາວ” ສະບັບກ່ອນໄດ້ນຳ ສະເໜີໄປແລ້ວ ຄຳຖາມ-ຄຳຕອບ ກ່ຽວກັບການເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ ໃນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງມາໃນ ສະບັບນີ້, ຂໍນຳສະເໜີຕໍ່ກ່ຽວກັບ ຄຳຖາມ-ຕອບ ສິດເປັນເຈົ້າທາງ ດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງ ປະຊາຊົນລາວບັນດາເຜົ່າ ຊຶ່ງມີລາຍ ລະອຽດດັ່ງນີ້: ຄໍາຖາມທີ 5: ສິດເປັນເຈົ້າທາງ ດ້ານເສດຖະກິດຂອງປະຊາຊົນລາວ ບັນດາເຜົ່າແມ່ນແນວໃດ? ຕອບ: ສິດເປັນເຈົ້າທາງດ້ານ ເສດຖະກິດຂອງປະຊາຊົນລາວບັນ ດາເຜົ່າ ໝາຍເຖິງ ສິດເປັນເຈົ້າໃນ ການດໍາລົງຊີວິດ ແລະ ທໍາມາຫາ ກິນ ເພື່ອຄວາມຢູ່ດີກິນດີຂອງຕົນ ແລະ ຄອບຄົວ. ກ່ອນໜ້ານີ້ ຫລາຍທົດສະວັດ, ການດໍາລົງຊີວິດ ແລະ ການທໍາ ມາຫາກິນ ຂອງປະຊາຊົນລາວ ບັນດາເຜົ່າແມ່ນປະສົບກັບຄວາມ ຫຍຸ້ງຍາກຫລາຍຮ້ອຍປະການ, ທີ່ຢູ່ອາໃສຖາວອນມີໜ້ອຍ, ປະຊາ ຊົນສ່ວນຫລາຍທໍາມາຫາກິນ ໂດຍອີງໃສ່ການກະສິກໍາ, ເຮັດ ໄຮ່-ເຮັດນາ, ຕາມມີຕາມເກີດ, ຕາມທໍາມະຊາດ , ຊີວິດການ 4k,{8v[ dj P;da [ly fgxa og9Q kmk'fh koglf4tdy f ;a fmtotme c]t ly fgxa og9Q kfh ;p8q ogv'0v'xt-k-q o]k;[a ofkgzq j k ເປັນຢູ່ທາງດ້ານວັດຖຸ ແລະ ຈິດ ໃຈຍັງຂາດເຂີນ ແລະ ອື່ນໆ. ປັດຈຸບັນນີ້, ປະເທດຊາດຂອງພວກ ເຮົາໄດ້ຮັບການພັດທະນາໃຫ້ມີ ຄວາມຈະເລີນກ້າວໜ້າຫລາຍຂຶ້ນ ທຽບໃສ່ໃນເມື່ອກ່ອນ, ປະຊາຊົນບັນ ດາເຜົ່າຢູ່ຫລາຍທ້ອງຖິ່ນ ໄດ້ເປັນຕົວ ແບບໃນການຜະລິດ, ທຸລະກິດ, ມີ ອາຊີບທີ່ຄົງທີ່ ແລະ ຊີວິດການເປັນ ຢູ່ດີຂຶ້ນກວ່າເກົ່າ, ແຕ່ປະເທດເຮົາ ຍັງບໍ່ທັນຫລຸດພົ້ນອອກຈາກຄວາມ ດ້ອຍພັດທະນາໄດ້ເທື່ອ, ປະຊາຊົນ ລາວບັນດາເຜົ່າຈໍານວນໜຶ່ງ ເປັນ ຕົ້ນ ຢູ່ເຂດຊົນນະບົດຫ່າງໄກສອກ ຫລີກຍັງທຸກຍາກຂາດເຂີນ, ມີ ລາຍຮັບຕໍ່າ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ ບໍ່ພຽງພໍ, ທີ່ພັກອາໃສຍັງບໍ່ທັນໝັ້ນ ຄົງບວກໃສ່ສະພາບເງິນເຟີ້, ລາຄາ ສິນຄ້າແພງ ແລະ ຄ່າຄອງຊີບສູງ. ສະນັ້ນ, ພັກ ແລະ ລັດຂອງພວກເຮົາ ຈຶ່ງເອົາໃຈໃສ່ເປັນພິເສດຕໍ່ການ ພັດທະນາເສດຖະກິດ-ສັງຄົມ, ພື້ນ ຖານໂຄງລ່າງ, ການຜະລິດສິນ ຄ້າ, ການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ເພື່ອສ້າງ ເງື່ອນໄຂໃຫ້ປະຊາຊົນລາວບັນດາ ເຜົ່າສາມາດປະຕິບັດສິດເປັນເຈົ້າ ທາງດ້ານເສດຖະກິດໃຫ້ໄດ້ຢ່າງ ຄົບຖ້ວນກວ່າເກົ່າ. ສິດເປັນເຈົ້າໃນການດໍາລົງ ຊີວິດ, ທໍາມາຫາກິນ ຂອງປະຊາຊົນ ລາວບັນດາເຜົ່າ ທີ່ພັກ ແລະ ລັດ ຂອງພວກເຮົາເອົາໃຈໃສ່ປົກປ້ອງ ແລະ ເສີມຂະຫຍາຍນັ້ນ ມີດັ່ງນີ້: ໜຶ່ງ: ສິດໃນການສ້າງເຮືອນ, ຕັ້ງບ້ານ ຫລື ຖິ່ນຖານພູມລໍາເນົາ ຢູ່ໃນເຂດ ຫລື ບໍລິເວນທີ່ເໝາະສົມ ກັບການດໍາລົງຊີວິດຕາມທີ່ກໍານົດ ໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສອງ: ສິດໃນການໄດ້ຊົມໃຊ້ ຊັບພະຍາກອນທໍາມະຊາດ ຕາມທີ່ ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ດິນດອນ ຕອນຫຍ້າ, ເຄື່ອງປ່າຂອງດົງ ເພື່ອ ໃຫ້ປະຊາຊົນແຕ່ລະຄົນ, ແຕ່ລະ ຄອບຄົວ ມີບ່ອນຢູ່, ບ່ອນດໍາລົງຊີ ວິດໝັ້ນຄົງ, ທໍາການຜະລິດ, ທໍາ ມາຫາກິນ ເພື່ອພັດທະນາຊີວິດການ ເປັນຢູ່ຂອງຕົນ ແລະ ຄອບຄົວ ໃຫ້ຢູ່ ດີກິນດີ. ສາມ: ສິດໃນການປະກອບ ອາຊີບ ທີ່ບໍ່ຂັດກັບລັດຖະທໍາມະນູນ ແລະ ກົດໝາຍ ໂດຍອີງຕາມຄວາມ ຮູ້ຄວາມສາມາດ ແລະ ຄວາມມັກ ຂອງຕົນ ເຊັ່ນ: ເຮັດນາ, ເຮັດໄຮ່, ເຮັດສວນ, ປູກຝັງ, ລ້ຽງສັດເປັນ ສິນຄ້າ, ເປັນນັກທຸລະກິດ, ຊາວ ຄ້າຂາຍ, ເປັນນາຍຊ່າງ, ເປັນນັກ ດົນຕີ, ນັກຮ້ອງ, ນັກສິລະປິນ, ເປັນ ກໍາມະກອນ, ເປັນທະຫານ, ຕໍາ ຫລວດ, ພະນັກງານ-ລັດຖະກອນ ແລະ ອື່ນໆ. ຄໍາຖາມທີ 6: ສິດເປັນເຈົ້າທາງ ດ້ານວັດທະນະທໍາ ຂອງປະຊາຊົນ ລາວບັນດາເຜົ່າ ແມ່ນແນວໃດ? ຕອບ: ສິດເປັນເຈົ້າທາງດ້ານ ວັດທະນາທໍາ ຂອງປະຊາຊົນລາວ ບັນດາເຜົ່າ ໝາຍເຖິງປະຊາຊົນ ລາວ ບັນດາເຜົ່າ ເປັນເຈົ້າຂອງ ຮີດຄອງປະເພນີ ແລະ ວັດທະນະ ທໍາ ທີ່ເປັນມູນເຊື້ອອັນດີງາມຂອງ ຕົນ, ປົກປັກຮັກສາ ແລະ ເສີມ ຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າ ເຮັດໃຫ້ພື້ນຖານວັດທະນະທໍາ ຂອງ ຊາດລາວ ອຸດົມຮັ່ງ ມີ. ປະຊາຊົນ ລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະ ນະທໍາອັນດີງາມ ທີ່ເປັນເອກະລັກ ຂອງຕົນ, ລວມເຂົ້າກັນເອີ້ນວ່າ: ວັດທະນະທໍາແຫ່ງຊາດລາວ ທີ່ມີ ຄວາມອຸດົມຮັ່ງມີ ດ້ວຍຫລາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຍ້ອງ ຕ່າງໆ, ບຸນປະເພນີ, ການຟ້ອນ ລໍາ, ການຫລິ້ນດົນຕີ, ການຂັບ ລໍາ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາ ອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການ ປຸກເຮືອນ ສ້າງບ້ານຕາມຮີດຄອງ ປະເພນີ ແລະ ວັດທະນະທໍາ ຂອງ ແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາ ກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບໍາລຸງ ແລະ ຮັກສາສຸຂະພາບເປັນຕົ້ນ. ເຖິງແນວໃດກໍດີ, ແຕ່ລະຊົນເຜົ່າ ລ້ວນແຕ່ມີຄວາມພາກພູມໃຈຕໍ່ມູນ ເຊື້ອວັດທະນະທໍາອັນດີງາມດັ່ງ ກ່າວຂອງຕົນ ແລະ ຂອງຊາດ; ມີ ສິດ ແລະ ໜ້າທີ່ປົກປັກຮັກສາ, ເສີມ ຂະຫຍາຍໃຫ້ໝັ້ນຄົງຕະຫລອດຮອດ ເຊັ່ນລູກເຊັ່ນຫລານໄດ້ສືບຕໍ່ໆໄປ; ສະກັດກັ້ນ ບໍ່ໃຫ້ພວກຄົນບໍ່ດີ ມາທໍາ ລາຍມູນເຊື້ອຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ ແລະ ຂອງແຕ່ລະຊົນເຜົ່າ. ພັກ ແລະ ລັດເຮົາ ໄດ້ເອົາໃຈ ໃສ່ປົກປ້ອງສິດເປັນເຈົ້າທາງດ້ານ ວັດທະນະທໍາ ຂອງປະຊາຊົນລາວ ບັນດາເຜົ່າ ດ້ວຍການວາງແນວ ທາງ, ນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະ ນະທໍາອັນດີງາມ ຂອງຊາດ ແລະ ຂອງແຕ່ລະຊົນເຜົ່າ ໃຫ້ຢືນຍົງ. ຄໍາຖາມທີ 7: ສິດເປັນເຈົ້າດ້ວຍ ຕົນເອງ ຂອງປະຊາຊົນລາວບັນດາ ເຜົ່າ ແມ່ນແນວໃດ? ຕອບ: ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງ ແຕ່ລະຊົນເຜົ່າ ຕ້ອງປົກ ປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມຂອງຊົນເຜົ່າຕົນ, ເພີ່ມທະວີຄວາມສາມັກຄີປອງດອງ ພາຍໃນຊົນເຜົ່າ ແລະ ລະຫວ່າງ ເຜົ່າຕ່າງໆ, ສູ້ຊົນພັດທະນາແຕ່ລະ ຊົນເຜົ່າ ແລະ ແຕ່ລະຄອບຄົວ ໃຫ້ ຫລຸດພົ້ນອອກຈາກຄວາມທຸກຍາກ ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດ ໃຫ້ປະຊາຊົນແຕ່ລະຊົນເຜົ່າຮັ່ງ ມີ ຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມ ແຂງ, ສັງຄົມສາມັກຄີປອງດອງ, ມີ ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ປະເທດເຮົາ ແຕ່ລະຊົນເຜົ່າລ້ວນ ແຕ່ມີມູນເຊື້ອແຫ່ງນໍ້າໃຈຕໍ່ສູ້ປະຕິວັດ ພິລະອາດຫານ ບໍ່ຍອມຈໍານົນ ຕ້ານ ການຮຸກຮານຂອງສັດຕູຕ່າງດ້າວ, ມີວິລະບູລຸດທີ່ເກັ່ງກ້າ, ມີນັກຮົບ ແຂ່ງຂັນ ແລະ ວິລະຊົນແຫ່ງຊາດ, ມີນັກຮຽນຮູ້ປັນຍາຊົນທີ່ດີ; ມີຄວາມ ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການຕໍ່ສູ້ ແລະ ດໍາລົງຊີວິດ; ມີຄວາມດຸໝັ່ນຂະຫຍັນພຽນໃນ ການອອກແຮງງານ, ການຜະລິດ, ການປົວແປງຊີວິດການເປັນຢູ່ ຕາມສຸພາສິດ ລາວກ່າວໄວ້ວ່າ: “ຄົນລາວ ມີຄວາມດຸໝັ່ນຂະຫຍັນ ພຽນ, ລຸກແຕ່ເດິກ, ຕື່ນແຕ່ເຊົ້າ, ໄປຢຽບໝາ ມາຢຽບຂຽດ”; ມີຮີດຄອງປະເພນີ ແລະ ວັດທະ ນະທໍາອັນດີງາມ ທີ່ເປັນເອກະລັກ ຂອງແຕ່ລະຊົນເຜົ່າ ແລະ ອື່ນໆ. ສະນັ້ນ, ພັກ ແລະ ລັດ ຂອງພວກ ເຮົາຈຶ່ງມີນະໂຍບາຍປົກປ້ອງ ແລະ ເສີມຂະຫຍາຍສິດເປັນເຈົ້າດ້ວຍຕົນ ເອງ ຂອງປະຊາຊົນລາວບັນດາ ເຜົ່າ, ສົ່ງເສີມໃຫ້ແຕ່ລະຊົນເຜົ່າ ບຸກບືນສ້າງຄວາມເຂັ້ມແຂງດ້ວຍ ຕົນເອງຕິດພັນກັບການເພີ່ມທະວີ ຄວາມສາມັກຄີ ແລະ ສິດສະເໝີພາບ ລະຫວ່າງຊົນເຜົ່າຕ່າງໆ ແລະ ຫັນ ນະໂຍບາຍນີ້ ເປັນເນື້ອໃນມາດຕາ 8 ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ຄື: “ລັດປະຕິບັດນະໂຍບາຍ ສາມັກຄີ ແລະ ສະເໝີພາບລະຫວ່າງ ຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ ມີສິດປົກປັກຮັກສາ, ເສີມຂະຫຍາຍ ຮີດຄອງປະເພນີ ແລະ ວັດທະນະທໍາ ອັນດີງາມຂອງຕົນ ແລະ ຂອງຊາດ. ຫ້າມທຸກການກະທໍາທີ່ເປັນການ ແບ່ງແຍກ ແລະ ການປະພຶດທີ່ເປັນ ການຈໍາແນກລະຫວ່າງ ຊົນເຜົ່າ; ລັດນໍາໃຊ້ທຸກມາດຕະການ ເພື່ອ ຂະຫຍາຍ ແລະ ຍົກລະດັບເສດຖະ ກິດ-ສັງຄົມ ຂອງທຸກຊົນເຜົ່າໃຫ້ ສູງຂຶ້ນ ”. ພໍ້ກັນໃໝ່ໃນສະບັບໜ້າ ຂປລ. ປັດຈຸບັນຜູ້ມີສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຂອບເຂດທົ່ວປະເທດ ລ້ວນ ມີຄວາມປິຕິຍິນດີ ແລະ ກຽມພ້ອມ ໄປໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ ຕົນມັກເຂົ້າເປັນຕົວແທນໄປນັ່ງ ໃນສະພາແຫ່ງຊາດ. ຂະນະທີ່ ຈຳນວນໜຶ່ງກໍໄດ້ໃຫ້ທັດສະນະຕໍ່ ຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ແລະ ສສຂ ໃນຊຸດນີ້, ໂດຍສະເພາະ ແມ່ນພາຍຫລັງຖືກເລືອກຕັ້ງຈາກ ປະຊາຊົນໄປນັ່ງໃນສະພາແລ້ວ ຂໍໃຫ້ປະຕິບັດໜ້າທີ່ການເມືອງທີ່ ປະຊາຊົນມອບໝາຍໃຫ້ ແລະ ລົງ ໃກ້ຊິດຕິດແທດປະຊາຊົນ, ເປັນ ຕົວແທນຊ່ວຍປະຊາຊົນແກ້ໄຂບັນ ຫາຕ່າງໆ, ເປັນຕົວແທນທີ່ບໍລິສຸດຖື ວຽກສ່ວນລວມເປັນກົກ ແລະ ອື່ນໆ. ທ່ານ ສົມຊາຍ ສວນບຸນມາ ເລ ຂາພັກບ້ານນາຍບ້ານນາສ້ຽວເມືອງ ນາຊາຍທອງ ນະຄອນຫລວງວຽງ ຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນ ໂອກາດທີ່ຜູ້ຮັບສະໝັກເລືອກລົງ ໂຄສະນາຫາສຽງທີ່ວັດບ້ານນາ ສ້ຽວ ໃນວັນທີ 16 ກຸມພາ 2026 5 ວ່າ: ປັດຈຸບັນນີ້ ບ້ານຕົນແມ່ນມີ ຄວາມພ້ອມຕໍ່ການເລືອກຕັ້ງເອົາ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ແລ້ວ ຊຶ່ງພາຍໃນບ້ານຕົນມີຜູ້ ມີສິດເລືອກຕັ້ງຫລາຍກວ່າ 3.900 ຄົນ. ໃນນັ້ນ, ໄດ້ແບ່ງອອກເປັນ 3 ຈຸດປ່ອນບັດ ຄື: ຫ້ອງການບ້ານ ນາສ້ຽວ, ຄ້າຍທະຫານ ແລະ ເດີ່ນ ອາຈານເກີມົວ. ນອກຈາກນີ້, ດ້ານ ບຸກຄະລາກອນກໍມີຄວາມພ້ອມ ເຊັ່ນດຽວກັນ ເມື່ອຮອດມື້ວັນທີ 22 ກຸມພາ ກໍພ້ອມກັນໄປປ່ອນ ເລືອກຕັ້ງ. ແນວໃດກໍດີ, ໃນນາມ ຕົນເປັນນາຍບ້ານ ຈະໄດ້ເອົາໃຈ ໃສ່ປຸກລະດົມໃຫ້ຜູ້ມີສິດເລືອກຕັ້ງ ພາຍໃນບ້ານເອົາໃຈໃສ່ຕື່ນຕົວ ມາໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ ມີຄວາມສາມາດ, ເປັນຕົວແທນ ຂອງປະຊາຊົນເຂົ້າໄປນັ່ງໃນສະພາ ເພື່ອເຮັດໜ້າທີ່ໃນການເປັນຕົວ ແທນສະເໜີບັນຫາຕ່າງໆ ຂອງປະ ຊາຊົນຕໍ່ພາກສ່ວນກ່ຽວຂ້ອງ ກໍຄື ລັດຖະບານໃນຕໍ່ໜ້າ. ພ້ອມນີ້ ທ່ານ ບຸນຊອມ ທຳມະວົງສາ ຫົວໜ້າ ປກຊ ບ້ານນາສ້ຽວ ໃຫ້ ສຳພາດວ່າ: ໃນນາມຕົນເປັນຫົວ ໜ້າ ປກຊ ກໍພ້ອມທີ່ຈະປະກອບ ສ່ວນຢ່າງຕັ້ງໜ້າ ທັງຈະປຸກລະດົມ ອ້າຍນ້ອງ ປກຊ-ປກສ ປ້ອງກັນ ເວນຍາມໃນບັ້ນເລືອກຕັ້ງຄັ້ງນີ້ ໃຫ້ ມີຄວາມສະຫງົບປອດໄພ ໄປພ້ອມໆ ກັບການໄປໃຊ້ສິດຂອງຕົນເລືອກ ເອົາ ສສຊ ແລະ ສສຂ ໃນຄັ້ງນີ້ ເພື່ອ ໃຫ້ໄດ້ຜູ້ແທນທີ່ເປັນຫ່ວງເປັນໄຍ ຕໍ່ການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່າໄປນັ່ງໃນສະພາແຫ່ງ ຊາດ. ການເລືອກຜູ້ແທນດັ່ງກ່າວ ໃນນາມຕົນເອງ ຈະສັງເກດເບິ່ງ ເອົາປະຫວັດການເຄື່ອນໄຫວ, ການ ເຮັດວຽກປະສົບການໃນໄລຍະ ຜ່ານມາຂອງຜູ້ສະໝັກຮັບເລືອກ ຕັ້ງ ເພື່ອຈະໄດ້ຜູ້ແທນທີ່ມີຄວາມຮູ້ ຄວາມສາມາດເຂົ້າເປັນຕົວແທນ ຂອງປະຊາຊົນບັນດາເຜົ່າ. ຂະນະ ທີ່ພາຍຫລັງໄດ້ເປັນຕົວແທນຂອງ ປະຊາຊົນໄປນັ່ງໃນສະພາແລ້ວ ກໍ ຂໍໃຫ້ລົງພົບປະປະຊາຊົນຢ່າງໃກ້ຊິດ ຕິດແທດກັບປະຊາຊົນດ້ວຍການຮັບ ຄຳສະເໜີຂອງປະຊາຊົນໄປສະເໜີ ໃນສະພາແຫ່ງຊາດ, ຊ່ວຍການ ພັດທະນາຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ອື່ນໆ. ແມ່ຕູ້ດາ ສິງຫາລາດ ປະຊາຊົນ ບ້ານນາສ້ຽວ ກໍໃຫ້ສຳພາດວ່າ: ໃນມື້ເລືອກຕັ້ງ ສສຊ ກໍຈະໄດ້ໄປ ໃຊ້ສິດຂອງຕົນເລືອກເອົາຜູ້ແທນ ທີ່ຕົນມັກ, ຜູ້ມີຄວາມຮູ້ເຂົ້າມາຮັບ ໃຊ້ປະຊາຊົນ. ພ້ອມນີ້, ພາຍຫລັງ ຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການເລືອກຕັ້ງເປັນ ສສຊ ຈາກປະຊາຊົນບັນດາເຜົ່າ ກໍຂໍໃຫ້ ເອົາໃຈໃສ່ຊ່ວຍປະຊາຊົນ, ລົງພົບ ປະປະຊາຊົນໃຫ້ທົ່ວເຖິງ, ນຳເອົາ ບັນຫາຕ່າງໆ ທີ່ຮັບຮອງຈາກກອງ ປະຊຸມສະພາແຫ່ງຊາດ ແຕ່ລະ ສະໄໝລົງເຜີຍແຜ່, ພ້ອມທັງຮັບ ເອົາຄຳສະເໜີຂອງປະຊາຊົນໄປ ສະເໜີຕໍ່ໃນກອງປະຊຸມສະພາໃຫ້ ພາກສ່ວນກ່ຽວຂ້ອງກໍຄືລັດຖະບານ ພິຈາລະນາແກ້ໄຂ. ທ່ານ ສົມຊາຍ ສວນບຸນມາ ທ່ານ ບຸນຊອມ ທຳມະວົງສາ ແມ່ຕູ້ດາ ສິງຫາລາດ

RkJQdWJsaXNoZXIy MTc3MTYxMQ==