ສະພາສັນຕິພາບ ໃຫ້ຄຳໝັ້ນສັນຍາ ປະກອບບ້ວງເງິນ ສ້າງເຂດກາຊາ ຄືນໃໝ່ 5 ຕື້ໂດລາສະຫະລັດ

18/02/2026 07:04
ຂປລ ບັນດາສະມາຊິກ ຂອງ “ສະພາສັນຕິພາບ” ທີ່ຫາກໍ່ຮັບ ການສ້າງຕັ້ງຂຶ້ນນັ້ນ ໄດ້ໃຫ້ຄຳໝັ້ນສັນຍາ ປະກອບບ້ວງເງິນ ຈຳນວນ 5 ຕື້ ໂດລາສະຫະລັດ ເພື່ອສ້າງເຂດ ກາຊາຄືນໃໝ່

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໃຫ້ຮູ້ວ່າ: ບັນດາສະມາຊິກ ຂອງ ສະພາສັນຕິພາບທີ່ຫາກໍ່ຮັບ ການສ້າງຕັ້ງຂຶ້ນນັ້ນ ໄດ້ໃຫ້ຄຳໝັ້ນສັນຍາ ປະກອບບ້ວງເງິນ ຈຳນວນ 5 ຕື້ ໂດລາສະຫະລັດ ເພື່ອສ້າງເຂດ ກາຊາຄືນໃໝ່, ພ້ອມກັນນັ້ນ ກໍ່ກະກຽມ ການຜັນຂະຫຍາຍ ບຸກຄະລາກອນ ນັບພັນຄົນເຂົ້າຮ່ວມ ການຮັກສາ ສະຖຽນ ລະພາບ ແລະ ຮັກສາ ຄວາມໝັ້ນຄົງ ສາກົນ ຢູ່ເຂດດິນແດນ ແຫ່ງນີ້.

ເມື່ອຂຽນລົງ ໃນສື່ສັງຄົມ ໃນວັນທີ 15 ກຸມພາ, ທ່ານ ໂດນັນ ທຣຳ ໃຫ້ຮູ້ວ່າ ບັນດາ ຄຳໝັ້ນສັນຍາ ຈະໄດ້ປະກາດ ຢ່າງເປັນທາງການ ເມື່ອສະພານີ້ ຈັດກອງປະຊຸມ ເປັນຄັ້ງທຳອິດ ຢູ່ ວໍຊິງຕັນ ໃນວັນທີ 19 ກຸມພາ ຈະມາເຖິງ. ບັນດາປະເທດ ສະມາຊິກ ກໍ່ໃຫ້ຄຳໝັ້ນສັນຍາ ຈະປະກອບສ່ວນ ບຸກຄະລາກອນ ໃຫ້ແກ່ ກຳລັງ ຮັກສາ ຄວາມສະຖຽນ ລະພາບ ສາກົນ ແລະ ກຳລັງຕຳຫລວດ ທ້ອງຖິ່ນ ເພື່ອແນໃສ່ ຮັກສາ ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ກາຊາ. ນອກຈາກນັ້ນ ທ່ານຍັງຖະແຫລງວ່າ ຂະບວນການ ອິດສະລາມ ຮາມາດສ ຕ້ອງປົດອາວຸດ ຢ່າງສິ້ນເຊິ່ງ ແລະ ໃນທັນທີ, ນີ້ຖືເປັນເງື່ອນໄຂ ສຳຄັນ ເພື່ອຮັບປະກັນ ຄວາມສະຖຽນ ລະພາບ ໃນໄລຍະຍາວນານ./

KPL

ຂ່າວອື່ນໆ

ads
ads

Top