ກຳປູເຈຍ ຕັ້ງເປົ້າໝາຍກຳຈັດ ສະແກມເມີຣ ໃນທ້າຍເດືອນເມສາ

18/02/2026 07:04
ຂປລ ກຳປູເຈຍ ປະກາດຄວາມໝັ້ນຄົງ ກຳຈັດ ເຄືອຂ່າຍ ການສໍ້ໂກງ ທາງອອນລາຍ ຫລື ສະແກມເມີຣ ໃຫ້ໝົດ ໃນທົ່ວປະເທດ ພາຍໃນ ເດືອນເມສາ 2026.

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ພະນົມເປັນ ຂອງ ກຳປູເຈຍ:  ກຳປູເຈຍ ປະກາດຄວາມໝັ້ນຄົງ ກຳຈັດ ເຄືອຂ່າຍ ການສໍ້ໂກງ ທາງອອນລາຍ ຫລື ສະແກມເມີຣ ໃຫ້ໝົດ ໃນທົ່ວປະເທດ ພາຍໃນ ເດືອນເມສາ 2026. ໃນຂະນະທີ່ ມີການ ເນລະເທດ ຜູ້ຕ້ອງສົງໄສ ກໍ່ອາຊະຍະກຳ ການສໍ້ໂກງ ອອນລາຍ ຫລາຍກວ່າ 7.000 ຄົນ.

ກຳປູເຈຍ ໄດ້ດຳເນີນ ການປາບປາມ ເຄືອຂ່າຍ ການສໍ້ໂກງ ທາງໄຊເບີຣ ທົ່ວປະເທດ ຄັ້ງໃຫຍ່ ຢ່າງທີ່ບໍ່ເຄີຍມີມາກ່ອນ ເພື່ອຮັກສາ ຄວາມໝ້ັນຄົງ, ຄວາມປອດໄພ ແລະ ຄວາມເປັນ ລະບຽບ ຮຽບຮ້ອຍ ຂອງ ສັງຄົມ, ລວມເຖິງການຟື້ນຟູ ພາບລັກ ຂອງ ກຳປູເຈຍ ບົນເວທີ ລະຫວ່າງ ປະເທດ. ຖະແຫລງການ ໂດຍ ກະຊວງ ກິດຈະການພາຍໃນ ຂອງ ກຳປູເຈຍ ລະບຸວ່າ ລັດຖະບານ ໄດ້ເນລະເທດ ຜູ້ຕ້ອງສົງໄສ ສໍ້ໂກງ ທາງອອນລາຍ ກັບຄືນສູ່ ປະເທດ ຢ່າງໜ້ອຍ 7.657 ຄົນ ນັບແຕ່ ປີ 2025 ຈົນເຖິງ ປັດຈຸບັນ, ໂດຍສະເພາະ ໃນປີ 2025 ຫລາຍກວ່າ 5.500 ຄົນ ແລະ ປີ 2026 ສົ່ງກັບ ຫລາຍກວ່າ 2.000 ຄົນ./

KPL

ຂ່າວອື່ນໆ

ads
ads

Top