ຂປລ
ທ່ານ ຫລີ່ ສຽງ ນາຍົກ ລັດຖະມົນຕີ ຈີນ ໄດ້ລົງນາມຄຳສັ່ງ ຄະນະລັດຖະມົນຕີ ເພື່ອປະກາດ ຂໍ້ບັງຄັບ ນໍ້າປະປາ ຊຶ່ງປະກອບດ້ວຍ 8 ໝວດ 50 ມາດຕາ ແລະ ຈະມີຜົນບັງຄັບໃຊ້ ໃນວັນທີ 1 ມິຖຸນາ ປີ 2026
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານວ່າ: ທ່ານ ຫລີ່ ສຽງ ນາຍົກ ລັດຖະມົນຕີ ຈີນ ໄດ້ລົງນາມຄຳສັ່ງ ຄະນະລັດຖະມົນຕີ ເພື່ອປະກາດ ຂໍ້ບັງຄັບ ນໍ້າປະປາ ຊຶ່ງປະກອບດ້ວຍ 8 ໝວດ 50 ມາດຕາ ແລະ ຈະມີຜົນບັງຄັບໃຊ້ ໃນວັນທີ 1 ມິຖຸນາ ປີ 2026 ໂດຍຂໍ້ບັງຄັບນີ້ ເພື່ອແນໃສ່ ສົ່ງເສີມ ການພັດທະນາ ນໍ້າປະປາ ຢ່າງມີຄຸນນະພາບສູງ ຮັບຮອງຄວາມປອດໄພ ຂອງ ນໍ້າປະປາ ແລະ ຍົກລະດັບ ການບໍລິການ ນໍ້າປະປາ.
ຂໍ້ບັງຄັບນີ້ ໄດ້ເນັ້ນໜັກເຖິງ ການພັດທະນາ ແຫລ່ງນໍ້າ ແລະ ຄວາມສຳຄັນ ຂອງ ການອະນຸລັກນໍ້າ ພ້ອມທັງຮັບຮອງ ການເຂົ້າເຖິງ ບໍລິການ ນໍ້າປະປາ ຢ່າງເທ່ົ່າທຽມ ລວມເຖິງ ຄວາມປອດໄພ ຂອງ ແຫລ່ງນໍ້າ ປະປາ ແລະ ການສົ່ງເສີມ ການກໍ່ສ້າງ ໂຄງການ ນໍ້າປະປາ ເພື່ອຕອບສະໜອງ ຄວາມຕ້ອງການ ໃນການ ພັດທະນາ ເສດຖະກິດ ແລະ ສັງຄົມ ແລະ ຊີວິດ ຄວາມເປັນຢູ່ ທີ່ດີ ຂອງ ປະຊາຊົນ.
ນອກຈາກນີ້ ຂໍ້ບັງຄັບ ດັ່ງກ່າວ ຍັງກະຕຸ້ນ ຄວາມພະຍາຍາມ ໃນການ ສ້າງມາດຕະຖານ ການດຳເນີນງານ ແລະ ບໍລິການ ນໍ້າປະປາ, ຍົກລະດັບ ການຈັດການ ແລະ ປົກປ້ອງ ສິ່ງອຳນວຍ ຄວາມສະດວກ ດ້ານນໍ້າປະປາ ແລະ ປັບປຸງລະບົບ ການຮັບມື ເຫດສຸກເສີນ ລວມເຖິງ ການກວດກາ ຄວາມຮັບຜິດຊອບ ທາງດ້ານກົດໝາຍ./
KPL