ການາດາ ເຂົ້າຮ່ວມແຜນການເຄື່ອນໄຫວຄວາມໝັ້ນຄົງ ເອີຣົບ ຢ່າງເປັນທາງການ

18/02/2026 07:04
ຂປລ ທ່ານແດວິດ ແມັກກວຸນຕີ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ການາດາ ໄດ້ຢືນຢັນ ໃນຖະແຫລງການ ສະບັບໜຶ່ງວ່າ, ການາດາ ໄດ້ເຂົ້າຮ່ວມ ແຜນການ “ການເຄື່ອນໄຫວ ຄວາມໝັ້ນຄົງ ເອີຣົບ” ຫລື SAFE ຂອງ ສະຫະພາບເອີຣົບ ຢ່າງເປັນທາງການ.

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ (CMG): ອີງ​ຕາມ ​ການ​ລາຍ​ງານ​ຂ່າວ​ ຈາກ​ ກາ​ນາ​ດາ ເມື່ອບໍ່ດົນມານີ້ ໃຫ້​ຮູ້​ວ່າ: ທ່ານ​ແດ​ວິດ ແມັກ​ກວຸນ​ຕີ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ ປ້ອງ​ກັນ​ປະ​ເທດ​ ກາ​ນາ​ດາ​ ໄດ້​ຢືນ​ຢັນ ​ໃນ​ຖະ​ແຫລງ​ການ​ ສະ​ບັບ​ໜຶ່ງວ່າ, ກາ​ນາ​ດາ​ ໄດ້​ເຂົ້າ​ຮ່ວມ ແຜນ​ການ “​ການເຄື່ອນ​ໄຫວ ​ຄວາມ​ໝັ້ນ​ຄົງ​ ເອີ​ຣົບຫລື SAFE ຂອງ ​ສະ​ຫະ​ພາບ​ເອີ​ຣົບ ຢ່າງ​ເປັນ​ທາງ​ການ. ກາ​ນາ​ດາ​ ໄດ້​ກາຍ​ເປັນ ​ປະ​ເທດ​ ທີ່​ບໍ່​ແມ່ນ ​ປະ​ເທດ ​ເອີ​ຣົບ​ ປະ​ເທດ​ທຳ​ອິດ ​ທີ່​ເຂົ້າ​ຮ່ວມ​ ແຜນ​ການ​ດັ່ງ​ກ່າວ.

ທ່ານແດ​ວິດ ແມັກ​ກວຸນ​ຕີ ໄດ້​ລະ​ບຸ ​ໃນ​ຖະ​ແຫລງ​ການ​ ສະ​ບັບ ​ດັ່ງ​ກ່າວ​ວ່າ: ສັນ​ຍາ ​ສະ​ບັບ​ນີ້​ ໄດ້​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ ​ລວມ​ໝູ່ ​ຂອງ ​ພວກ​ຂ້າ​ພະ​ເຈົ້າ, ສະ​ໜັ​ບ​ສະ​ໜູນ ​ການ​ພັດ​ທະ​ນາ​ ຄວາມ​ສາ​ມາດ ​ປ້ອງ​ກັນ​ ປະ​ເທດ ​ທີ່​ສຳ​ຄັນ, ເຮັດ​ໃຫ້​ ກາ​ນາ​ດາ ​ສາ​ມາດ​ເຂົ້າ​ສູ່​ ຕະຫລາດ​ ວຽກ​ງານ ​ປ້ອງ​ກັນ ​ປະ​ເທດ ​ຂອງ​ ເອີ​ຣົບ, ໃນ​ຂະ​ນະ​ດຽວ​ກັນ ໄດ້ປະ​ກອບ​ສ່ວນ ​ເຂົ້າ​ໃນ​ ຄວາມ​ໝັ້ນ​ຄົງ​ ຂອງ ​ເອີ​ຣົບ ແລະ ອູ​ແກ​ຣນ.

ຕາມ​ຂ່າວ​ແຈ້ງວ່າ, ​ແຜນ​ການ “​ການເຄື່ອນ​ໄຫວ ​ຄວາມ​ໝັ້ນ​ຄົງ ​ເອີ​ຣົບ”​ ເປັນ​ແຜນ​ການ ​ລະ​ດົ​ມ​ທຶນ ​ດ້ານ​ວຽກ​ງານ​ປ້ອງ​ກັນ ​ປະ​ເທດ ​ທີ່​ມີ ​ຂະ​ໜາດ​ສູງ​ເຖິງ 150 ຕື້​ເອີ​ໂຣ ເຊິ່ງ​ເປັນ ​ໂຄງ​ການ​ ທີ່ ​ສ້າງ​ຕັ້ງ​ຂຶ້ນ​ ໂດຍ ​ສະ​ຫະ​ພາບ ເອີ​ຣົບ ເພື່ອມີ​ຈຸດ​ປະ​ສົງ ​ແກນ​ກາງ​ ໃນການ ຍົກ​ລະ​ດັບ​ ຄວາມ​ສາ​ມາດ​ ປ້ອງ​ກັນ​ ປະ​ເທດ​ ຂອງ​ແຜ່ນ​ດິນ​ໃຫຍ່ ​ເອີ​ຣົບ./

KPL

ຂ່າວອື່ນໆ

ads
ads

Top