7217

ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ll- g0f 1 ;k'gxQ k9tpq d]tfa [ lu ,n cI''ko]k;.sh ,u 75 ootrk[ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 17.02.2026 ປີທີ 25 ສະບັບທີ 6.378 4h kwfh Ia [g]n vd8A 'gxa o ll- -5 fmu X rh v,muj 9tgxa o8q ;cmocsj 'ly f c]t zq oxt3spf0v'xt-k-q o  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ,tstde[5 o-h k' 7A 'mu 19 9a f0B o1j k'7b d7N o ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສະເໜີຕົວຕໍ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງໂພນທອງ ແຂວງຈໍາປາສັກ lts]5 [;Pd'korq ;ra o 7q og-N v-kf]k;16j 8j k'xtgmf g]0kmy dko.spj lqj '3m]tg]d v;prvo[5 oxu .\j xt9e-kfs;Pfok,  ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 13 ກຸມພາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ “ເຕັດບິງເຫງາະ” 2026 ເຖິງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ. ເນື້ອໃນໂທລະເລກລະບຸໄວ້ວ່າ: ໃນທ່າມກາງບັນຍາກາດທີ່ເຕັມໄປ ດ້ວຍຄວາມເບີກບານມ່ວນຊື່ນທີ່ປະຊາຊົນຫວຽດນາມອ້າຍນ້ອງພວມ ຫ້າງຫາກະກຽມສະເຫລີມສະຫລອງບຸນປີໃໝ່ປະເພນີ (ເຕັດ) ປີມະ ເມຍ 2026, ຕາງໜ້າ ພັກ, ລັດ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊອັນປະເສີດ, ຄວາມຢ້ຽມຢາມຖາມ ຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ອັນດູດດື່ມມາຍັງ ສະຫາຍ ແລະ ຜ່ານສະຫາຍໄປຍັງບັນດາສະຫາຍ ການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ. ພັກ, ລັດ ແລະ ປະຊາຊົນລາວມີຄວາມຍິນດີ ແລະ ພາກພູມໃຈຕໍ່ ບັນດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍ ປະຫວັດສາດທີ່ ພັກ, ລັດ ແລະ ]a f4t[ko;k'p5 fmtlkfcsj '-kf fh ko7;k,xvfwrmk's];' s]5 fzj vov5 [a fgsf8k,mh v'4t|q o  ອ່ານຕໍ່ໜ້າ 2 ຂປລ. ເພື່ອເຮັດໃຫ້ຄວາມປອດ ໄພຕາມທາງຫລວງ ກໍຄື ການຫລຸດ ຜ່ອນອຸບັດເຫດທີ່ເກີດຂຶ້ນຕາມທ້ອງ ຖະໜົນບັນລຸຕາມຄາດໝາຍ ແລະ ວັດຖຸປະສົງທີ່ວາງໄວ້ລັດຖະບານ ແຫ່ງ ສປປ ລາວ ໄດ້ວາງຍຸດທະ ສາດແຫ່ງຊາດດ້ານຄວາມປອດໄພ ທາງຫລວງ ໂດຍໄດ້ກຳນົດທິດທາງ ແລະ ຄາດໝາຍໄລຍະປີ 20212030 ເພື່ອເຮັດໃຫ້ອັດຕາການບາດ  ອ່ານຕໍ່ໜ້າ 4 ຂປລ. ໃນໂອກາດລົງສະໝັກ ຮັບເລືອກຕັ້ງເປັນສະມາຊິກສະ ພາແຫ່ງຊາດ ຊຸດທີ X (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ, ທ່ານ ສາລະພິດ ສູນວໍລະວົງ ຜູ້ສະໝັກໝາຍເລກ 12 ໄດ້ສະແດງທັດສະນະ ກໍຄື ເປົ້າໝາຍ ໃນການລົງສະໝັບຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຄັ້ງ ນີ້ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ ຂປລ. ທ້າຍອາທິດຜ່ານມາ, ຄະນະທີ່ປຶກສາວຽກງານພົວພັນ ຮ່ວມມືຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ໄດ້ສະຫລຸບການເຄື່ອນໄຫວ ປະຈໍາປີ 2025 ແລະ ວາງທິດທາງ ປີ 2026 ໂດຍການເຂົ້າຮ່ວມຂອງ ທ່ານ ຫຽມ ພົມມະຈັນ ຮອງປະທານ ສູນກາງແນວລາວສ້າງຊາດ (ບໍ່ ປະຈຳການ), ຫົວໜ້າຄະນະທີ່ ປຶກສາວຽກງານພົວພັນຄົນເຊື້ອ ຊາດລາວຢູ່ຕ່າງປະເທດ, ມີບັນດາ ທ່ານກໍາມະການສູນກາງແນວລາວ ສ້າງຊາດ ທັງພາຍໃນ ແລະ ຕ່າງ ປະເທດ, ຕາງໜ້າຈາກກະຊວງ ການຕ່າງປະເທດ, ກະຊວງປ້ອງກັນ ຂປລ. ໃນໂອກາດລົງສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ຊຸດທີX (ສສຊ) ປະຈຳ ເຂດເລືອກຕັ້ງ ທີ 1 ນະຄອນຫລວງ ວຽງຈັນ, ທ່ານນາງສົມພຽນວົງໄຊ ກຳມະການໜ່ວຍພັກສະພາປະຊາ ຊົນ, ຄະນະປະຈຳສະພາ, ປະທານ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນນະ ຄອນຫລວງວຽງຈັນ ຜູ້ລົງສະໝັກ ນໍ້າເບີ 11 ເຂດເລືອກຕັ້ງທີ 1 ນະ ຄອນຫລວງວຽງຈັນ ໄດ້ໃຫ້ສຳພາດ okpq d]a f4t,q o8u ln [8oerk7totz6h Ia [lt\a d g]n vd8A 'rq [xt xt-k-q og,n v'3romv' + c]j ogrnj vl5 0trk[8h voIa [;a olh k'8A ' dt-;' v7 c]t ]a f;y lkstdy fw22h k]k; ຄວາມສະຫງົບ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມທີ່ສູນກາງແນວ ລາວສ້າງຊາດ. ທ່ານ ຫຽມ ພົມມະຈັນ ທ່ານ ຄຳຕູ້ ກວາງໄກ Ia [xtda o7;k,xvfwr.sh cdj dkog]n vd8A ' c,j ora omtva o,u dPflts'k 0v'rq o]tg,n v']k;K j  ອ່ານຕໍ່ໜ້າ 4 ຂປລ. ປັດຈຸບັນ, ບ້ານນ້ຳໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ຊຶ່ງ ເປັນບ້ານໜຶ່ງທີ່ຢູ່ໃກ້ກັບໂຄງການ ຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ຂອງບໍລິສັດພູເບ້ຍ ມາຍນິງ ຈໍາກັດ ໄດ້ມີການພັດທະນາດີຂຶ້ນເນື່ອງ ຈາກໄດ້ຮັບການຊຸກຍູ້, ຊ່ວຍເຫລືອ ພັດທະນາພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນການກໍ່ສ້າງ ແລະ ປັບປຸງ ເສັ້ນທາງໃຫ້ມີຄວາມສະດວກສະ ທ່ານ ຄຳຕູ້ ກວາງໄກ r6 g[h p,kpoy ' xtdv[lj ;opq d]tfa [ -u ;y fdkogxa o16j 0v'xt-k-q o[h kooE3,h .sh fu 0B o1j k'8gonj + v' ຂປລ. ພິທີແລ່ນມິນິມາລະທອນ ປະຈຳປີ 2026 ເນື່ອງໃນໂອກາດ ຂໍ່ານັບຕ້ອນຮັບວັນສ້າງຕັ້ງກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ຄົບຮອບ 50 ປີ ແລະ ວັນສ້າງ ຕັ້ງລັດວິສາຫະກິດໄຟຟ້າລາວ ຄົບຮອບ 65 ປີ ຈັດຂຶ້ນໃນວັນທີ 14 ກຸມພາ 2026 ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ  ອ່ານຕໍ່ໜ້າ 4 ໃນໂອກາດເຂົ້າເຄື່ອນໄຫວລົງຫາ ສຽງຢູ່ບ້ານດອນໜູນ ເມືອງໄຊທານີ ເມື່ອບໍ່ດົນນີ້ວ່າ: ຕົນເອງມີຄວາມດີ ອົກດີໃຈທີ່ໄດ້ຮັບການໄວ້ເນື້ອເຊື່ອ ຈາກຂັ້ນເທິງໃຫ້ລົງສະໝັກເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ອີກ, ຖ້າຫາກວ່າ ໄດ້ຮັບການ ເລືອກຕັ້ງເປັນ ສສຊ ຊຸດທີ X ແລ້ວ, ຈະເອົາໃຈໃສ່ປະຕິບັດໜ້າທີ່ໃນການ ເປັນຕົວແທນຂອງປະຊາຊົນ ໂດຍ ສະເພາະແມ່ນຈະນຳເອົາຄຳຄິດ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 17/02/2026 xtgmf]k; ເລຂາທິການໃຫຍ່... ນາຍົກລັດຖະມົນຕີ... ມະຫະກໍາບຸນຊ້າງ... ລັດຖະບານ ວາງຍຸດທະສາດ... ສະຫລຸບວຽກງານພົວພັນ... ຖ້າໄດ້ຮັບເລືອກຕັ້ງ... Iv'sq ;|h k 7vlr 8h voIa [m6 fd6 [k xt9e]k; ຂປລ. ອາທິດຜ່ານມາ, ຢູ່ຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ),ທ່ານສາຄອນພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງທ່ານ ນາງ ແອນ ນາ ວຽນ ວານເດສ(Enna Viant Valdes) ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງປະເທດກູບາ ປະຈຳລາວ ພ້ອມດ້ວຍຄະນະ ເພື່ອ ປຶກສາຫາລືກ່ຽວກັບການເສີມ ຂະຫຍາຍການຮ່ວມມືລະຫວ່າງ ລາວ-ກູບາ ໃນວຽກງານສື່ມວນ ຊົນ ໂດຍມີບັນດາຫົວໜ້າ-ຮອງ ຫົວໜ້າອົງການສື່ມວນຊົນເປັນ ຕົ້ນສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸ ກະຈາຍສຽງແຫ່ງຊາດ, ກົມສື່ ມວນຊົນ, ໜັງສືພິມປະຊາຊົນ, ກົມ ຂໍ້ມູນຂ່າວສານ ແລະ ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ສາຄອນ ພົມມະລາດ ໄດ້ສະແດງຄວາມຍິນດີ ຕ້ອນຮັບການເຂົ້າພົບປະຂອງທ່ານ ທູດກູບາ ທີ່ມາແລກປ່ຽນບົດຮຽນ ກັບຄະນະໂຄສະນາອົບຮົມໃນຄັ້ງ ນີ້ ຊຶ່ງເປັນການປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ຍາວນານລະຫວ່າງ ສປປ ລາວ ແລະ ສ ກູບາ. ພ້ອມນີ້, ທ່ານຮອງ ຫົວໜ້າຄະນະໂຄສະນາອົບຮົມໄດ້ ຕີລາຄາວ່າການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ກູບາ ໃນໄລຍະຜ່ານມາແມ່ນໄດ້ຮັບ ການຊຸກຍູ້ສົ່ງເສີມ ແລະ ພັດທະນາ ເປັນກ້າວໆ, ສະແດງອອກໃນການ ແລກປ່ຽນການຢ້ຽມຢາມຂອງ ການນຳຂັ້ນສູງ ກໍຄື ຄະນະຜູ້ແທນ ຂັ້ນຕ່າງໆຂອງທັງສອງປະເທດ. ນອກຈາກນີ້, ຍັງມີການພົບປະແລກ ປ່ຽນບົດຮຽນ-ປະສົບການໃນດ້ານ ຕ່າງໆຜ່ານການຈັດກອງປະຊຸມ ປຶກສາຫາລື ແລະ ສຳມະນາໃນຫົວ ຂໍ້ຕ່າງໆ. ສະເພາະໃນຂົງເຂດສື່ມວນ ຊົນ, ຜ່ານມາສອງປະເທດກໍໄດ້ ມີການລົງນາມໃນສັນຍາຮ່ວມມື ແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວແປງຊາລາຕິນາຂອງ ສ ກູບາ, ປັດຈຸບັນທັງສອງຝ່າຍກໍ ກຳລັງຄົ້ນຄວ້າຊອກຫາຊ່ອງທາງ ໃນການຂະຫຍາຍການຮ່ວມມື ໃນຂົງເຂດສື່ມວນຊົນໃຫ້ຫລາຍ ຂຶ້ນເປັນຕົ້ນ ການຊຸກຍູ້ໃຫ້ມີການ ລົງນາມການຮ່ວມມືລະຫວ່າງບັນ ດາອົງການສື່ມວນຊົນຂອງສອງ ປະເທດ, ການຈັດກິດຈະກຳພົບປະ ແລກປ່ຽນບົດຮຽນ, ແລກປ່ຽນຄະ ນະຜູ້ແທນສື່ມວນຊົນ, ແລກປ່ຽນ ຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ທີ່ວ່ອງໄວ, ທັນສະພາບການ ເພື່ອ ຊ່ວຍສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງ ປະເທດໃຫ້ຫລາຍຂຶ້ນ. ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະຜ່ານ ຂປລ. ໃນວັນທີ 16 ກຸມພາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ, ຜູ້ສະໝັກ ຮັບເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ເຂດເລືອກ ຕັ້ງທີ 15 ແຂວງຈໍາປາສັກ (ນ້ຳ ເບີ1), ພ້ອມດ້ວຍຄະນະຜູ້ສະໝັກ ຮັບເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຄະນະທີ 1 ຈໍານວນ 9 ທ່ານ, ຍິງ 2 ທ່ານ ສືບຕໍ່ເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ປະຊາຊົນຜູ້ມີ ສິດປ່ອນບັດເລືອກຕັ້ງຢູ່ຈຸດບ້ານດູ່ ເມືອງໂພນທອງ ແຂວງຈໍາປາສັກ ໂດຍການຕ້ອນຮັບຂອງທ່ານ ໄພສານ ອ່ອນໄຊວຽງ ຮອງເລຂາ ພັກເມືອງ, ປະທານຄະນະກໍາມະ ການປົກຄອງເມືອງ, ພ້ອມຄະນະ ນໍາຂອງເມືອງ, ມີອໍານາດການ ປົກຄອງບ້ານໜອງໄຮໂຄກ, ບ້ານ ໂຄກກຸງ, ບ້ານບົກ, ບ້ານດູ່ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງຂອງ ບ້ານດັ່ງກ່າວ ເຂົ້າຮ່ວມ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນພາລະ ບົດບາດ, ສິດໜ້າທີ່ ແລະ ຄວາມ ໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍການ ຈັດຕັ້ງປະຕິບັດລະບອບການເມືອງ ໄລຍະໃໝ່ຂອງພັກ ໃນການສືບຕໍ່ ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ປັບປຸງກົນໄກບໍລິຫານ ລັດໃຫ້ກາຍເປັນອໍານາດຂອງປະ ຊາຊົນ ໂດຍປະຊາຊົນ ແລະ ເພື່ອ ຜົນປະໂຫຍດສູງສຸດຂອງປະຊາຊົນ ຢ່າງແທ້ຈິງ, ເພື່ອກ້າວໄປສູ່ການ ປ່ຽນແປງ ແລະ ການພັດທະນາທີ່ ດີຂຶ້ນ, ເພື່ອສ້າງຕັ້ງລະບົບອຳນາດ ລັດທີ່ເຂັ້ມແຂງ ແລະ ໂປ່ງໃສທີ່ຮັບ ໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງ ສຸດກົກສຸດປາຍ ແລະ ທີ່ສຳຄັນການ ລົງພົບປະປະຊາຊົນຂອງຜູ້ສະໝັກ ສສຊ ຄະນະທີ 1 ໃນຄັ້ງນີ້ ກໍເພື່ອ ໃຫ້ປະຊາຊົນຜູ້ມີສິດປ່ອນບັດເລືອກ ຕັ້ງຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງ ເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນ ມື້ເລືອກຕັ້ງໃຫ້ຮັບປະກັນຜົນສຳເລັດ ໄດ້ຕາມຄາດໝາຍທີ່ກໍານົດໄວ້. ຈາກນັ້ນ, ຜູ້ສະໝັກ ສສຊ ກໍໄດ້ ສະເໜີຕົວ ແລະ ແຈ້ງຈຸດປະສົງໃນ ການລົງເຄື່ອນໄຫວ, ພ້ອມນໍາສະ ເໜີວິໄສທັດ ເພື່ອການພັດທະນາ ແຕ່ລະດ້ານໃຫ້ເກີດຜົນປະໂຫຍດ ແກ່ສັງຄົມ, ພ້ອມທັງຮຽກຮ້ອງ ໃຫ້ຜູ້ມີສິດເລືອກຕັ້ງຈົ່ງພ້ອມຈິດ ພ້ອມໃຈໄປໃຊ້ສິດປະຊາທິປະໄຕ ຂອງຕົນໃນການປ່ອນບັດເລືອກ ຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງ ຊາດ ເພື່ອຄັດເລືອກເອົາຕົວແທນ ທີ່ມີມາດຖານເງື່ອນໄຂ, ມີຄວາມ ຮູ້, ຄວາມສາມາດ ແລະ ວິໄສທັດ ກວ້າງໄກເຂົ້າໄປເຮັດໜ້າທີ່ໃນສະ ພາແຫ່ງຊາດ. ພ້ອມກັນນີ້, ຢູ່ທີ່ຈຸດພົບປະດຽວ ກັນຄະນະຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ເຂດເລືອກຕັ້ງ ເມືອງໂພນທອງ ກໍໄດ້ພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງເຊັ່ນ ດຽວກັນ. ຂ່າວ-ພາບ: ຈັນທະວີສັກ ຂປລ. ງານມະຫະກໍາບຸນຊ້າງຄັ້ງ ທີ19ປະຈໍາປີ2026 ໄດ້ຈັດຂຶ້ນຢ່າງ ຄຶກຄື້ນ ແລະ ເປັນທາງການໃນວັນທີ 14 ກຸມພາ 2026 ຢູ່ທີ່ເດີ່ນສະໜາມ ຫລວງແຂວງໄຊຍະບູລີ ໂດຍໃຫ້ ກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການ ເມືອງສູນກາງພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ປະ ທານສະພາທິດສະດີສູນກາງພັກ, ທ່ານ ເພັງນິລັນ ຄໍາພັນເພັງ ກຳມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງ, ປະທານສະພາ ປະຊາຊົນແຂວງ, ມີແຂກຖືກເຊີນ ພ້ອມດ້ວຍມວນຊົນຊາວແຂວງໄຊ ຍະບູລີ ເຂົ້າຮ່ວມຢ່າງຫລວງຫລາຍ. ໃນພິທີ, ທ່ານ ອາເມ ຊົງເຢ້ຍເລັ່ງ ຮອງປະທານຄະນະກໍາມະການ ປົກຄອງແຂວງ, ຮອງປະທານ ຈັດງານມະຫະກໍາບຸນຊ້າງ ຄັ້ງທີ 19 ແຂວງໄຊຍະບູລີ ໄດ້ລາຍງານ ການກະກຽມຄວາມພ້ອມໃນການ ຈັດງານມະຫະກໍາບຸນຊ້າງ ປະ ຈໍາປີ 2026 ຂອງແຂວງໄຊຍະ ບູລີ ຊຶ່ງການຈັດງານຄັ້ງນີ້ເປັນ ການສືບຕໍ່ອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງ ຊາດ, ທັງເປັນມິ່ງຂວັນຄູ່ບ້ານຄູ່ ເມືອງ; ດ້ານໜຶ່ງກໍເພື່ອສືບຕໍ່ຮັກສາ ວັດທະນະທຳ, ຮີດຄອງປະເພນີອັນ ດີງາມ ແລະ ວິຖີການດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ ຂອງແຂວງໄຊຍະບູລີ ທີ່ຕິດພັນກັບ ຊ້າງມາແຕ່ອະດີດຕະການໃຫ້ຢືນ ຍົງຄົງຕົວຄຽງຄູ່ກັບປະຊາຊົນລາວ ເຮົາຕະຫລອດໄປ. ທັງເປັນການ ສົ່ງເສີມກິດຈະກໍາອະນຸລັກຊ້າງ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ( ຜູ້ທີ 4 ນັບຈາກຊ້າຍຫາຂວາແຖວໜ້າ ) ກອງປະຊຸມໄດ້ຮັບຟັງການ ສະຫລຸບການເຄື່ອນໄຫວຕາມສິດ ແລະ ໜ້າທີ່, ແຜນວຽກຈຸດສຸມ ຂອງຕົນ ຊຶ່ງ 1 ປີຜ່ານມາບັນດາ ກຳມະການ ສນຊ ຢູ່ຕ່າງປະເທດ ໄດ້ ຕັ້ງໜ້າປະຕິບັດໜ້າທີ່ເປັນໃຈກາງ ເຕົ້າໂຮມຄວາມສາມັກຄີ ແລະ ປະ ກອບສ່ວນໃຫ້ຄໍາປຶກສາຫາລື ແລະ ທ່ານ ນາງ ສົມພຽນ ວົງໄຊ ຄຳເຫັນ, ຄຳສະເໜີ, ບັນຫາຕ່າງໆ ຂອງປະຊາຊົນທີ່ສະເໜີຕໍ່ສະພາເຂົ້າ ໄປຄົ້ນຄວ້າ ແລະ ພິຈາລະນາຢູ່ໃນ ຂະບວນການຕ່າງໆຂອງສະພາ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ ໂດຍສະເພາະ ແມ່ນຊີວິດການເປັນຢູ່, ບັນຫາປາກ ທ້ອງຂອງປະຊາຊົນທີ່ໄດ້ສະເໜີໃຫ້ ສະພາຈະນຳໄປສະເໜີຕໍ່ພາກສ່ວນ ກ່ຽວຂ້ອງ ກໍຄື ລັດຖະບານແກ້ໄຂ ເຈັບສາຫັດ ແລະ ການເສຍຊີວິດ ຈາກອຸບັດເຫດ ຫລຸດລົງ 50% ໃນ ປີ 2030. ຍຸດທະສາດແຫ່ງຊາດດ້ານ ຄວາມປອດໄພທາງຫລວງໄລຍະປີ 2021-2030 ເປັນຍຸດທະສາດບຸກ ໃຫ້ຊ້າງຈໍານວນ 50 ໂຕ ທີ່ມາ ຈາກທົ່ວແຂວງໄດ້ພົບກັນ ແລະ ມີ ໂອກາດໄດ້ສືບພັນ. ພ້ອມນີ້, ກໍເພື່ອ ເປັນເວທີການສະແດງທັກສະຄວາມ ສາມາດໃນການຄວບຄຸມຊ້າງ ຕໍ່ ສາທາລະນະຊົນ ແລະ ຍັງເປັນບ່ອນ ແລກປ່ຽນບົດຮຽນຂອງຄວານຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງ ຢູ່ຄູ່ກັບປວງຊົນລາວຊາວແຂວງໄຊ ຍະບູລີຕະຫລອດໄປ; ສ້າງໂອກາດ ໃຫ້ນັກທ່ອງທ່ຽວໄດ້ສຳຜັດ ແລະ ເຫັນການດຳລົງຊີວິດຂອງຊ້າງທີ່ ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນ. ສໍາລັບກິດຈະກໍາຫລັກຂອງການ ຈັດງານໃນປີນີ້ ແມ່ນຈະເນັ້ນໜັກ ກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະ ການສະແດງຂອງຊ້າງຄຳຮູ້, ການ ຈັດງານແມ່ນຈະຈັດໃຫ້ມີກິດຈະກໍາ ຫລາຍສີສັນເປັນຕົ້ນ ການຈັດວາງ ສະແດງສິນຄ້າຕະຫລາດນັດເລີ່ມ ມາແຕ່ວັນທີ 9 ກຸມພາ 2026, ມີ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າຜົນຜະລິດທາງດ້ານກະສິ ກໍາ, ຫັດຖະກຳ ແລະ ອຸດສາຫະກໍາ ປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນ ງານຂອງບັນດາ 11 ຕົວເມືອງ, ພະແນກການຂອງແຂວງໄຊຍະບູ ລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງ ປະເທດ ແລະ ຕົວແທນຂອງຊາວ ບ້ານເຂົ້າຮ່ວມ ຈຳນວນ 324 ຮ້ານ. ຫລັງຈາກເປີດພິທີເປັນທາງ ການແລ້ວ, ແຕ່ລະມື້ຈະມີການເປີດ ໃຫ້ແຂກໄດ້ມາຊົມການສະແດງ ຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫລາດນັດວາງສະແດງ ສິນຄ້າ ແລະ ຊົມການສະແດງສິ ລະປະວັນນະຄະດີຂອງອ້ອມຂ້າງ ແຂວງ ແລະ ເມືອງ, ເຂົ້າຊົມແຫລ່ງ ທ່ອງທ່ຽວສູນອະນຸລັກຊ້າງ ແລະ ຂະຫຍາຍພັນຊ້າງອາຊີ (ພູແຄນ) ແລະ ທ່ອງທ່ຽວພາຍໃນເທສະ ບານແຂວງຕາມສະຖານທີ່ທ່ອງ ທ່ຽວຕ່າງໆ. ຂ່າວ: ຄໍາໝັ້ນ ມາ, ພິເສດແມ່ນຜົນສໍາເລັດອັນ ສະຫງ່າງາມຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ທີ່ເປັນ ຂີດໝາຍເປີດສູ່ສັງກາດໃໝ່ແຫ່ງ ການພັດທະນາຢ່າງແຂງແຮງຂອງ ຫວຽດນາມ. ສິ່ງດັ່ງກ່າວ, ເປັນ ບົດຮຽນອັນລໍ້າຄ່າ ແລະ ເປັນການ ປຸກລະດົມກໍາລັງໃຈອັນໃຫຍ່ຫລວງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າໃນການພັດທະນາ ປະເທດຊາດຂອງຕົນກ້າວຂຶ້ນຢ່າງ ແຂງແຮງ. ຂ້າພະເຈົ້າເຊື່ອໝັ້ັ້ນວ່າພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໂດຍມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້ານັ້ນ, ປະຊາ ຊົນຫວຽດນາມອ້າຍນ້ອງຈະສາ ມາດບັນລຸບັນດາເປົ້າໝາຍທີ່ກອງ ປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ວາງອອກຢ່າງມີໄຊເພື່ອສ້າງປະ ເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ, ວັດທະນະຖາວອນ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງ ໜັກແໜ້ນ. ຂ້າພະເຈົ້າຍັງມີຄວາມຊົງຈໍາ ອັນດີ ແລະ ຕີລາຄາສູງຜົນການ ພົບປະສອງຝ່າຍຂອງພວກເຮົາໃນ ໂອກາດຢ້ຽມຢາມລັດຖະກິດເຊິ່ງ ກັນ ແລະ ກັນ, ລວມທັງຜົນການ ພົບປະຜູ້ນໍາສູງສຸດ 3 ພັກ ລາວຫວຽດນາມ-ກໍາປູເຈຍ ໃນຕົ້ນເດືອນ ກຸມພາ ຜ່ານມາ ແລະ ຍິນດີສືບຕໍ່ ຮ່ວມກັບສະຫາຍ ກໍຄື ການນໍາຂັ້ນ ສູງພັກ, ລັດຫວຽດນາມ ຊີ້ນໍາການ ຜັນຂະຫຍາຍຜົນການພົບປະດັ່ງ ກ່າວ ໃຫ້ມີຜົນສໍາເລັດເປັນຮູບປະ ທໍາເຮັດໃຫ້ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການ ເປັນຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ ນັບມື້ນັບກ້າວເຂົ້າສູ່ລວງເລິກ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດພວກເຮົານັບມື້ ນັບຫລາຍຂຶ້ນ. ໃນໂອກາດປີໃໝ່ອັນເປັນສິລິ ມຸງຄຸນນີ້, ຂ້າພະເຈົ້າຂໍອວຍພອນໄຊ ມາຍັງສະຫາຍ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດໃນ ພາລະກິດອັນມີກຽດສູງສົ່ງຂອງ ສະຫາຍ. ຂໍໃຫ້ປີໃໝ່ 2026 ນີ້ ເປັນ ປີແຫ່ງການເລີ່ມຕົ້ນສັງກາດໃໝ່ ທີ່ ນໍາເອົາຄວາມສົມບູນພູນສຸກ ແລະ ໄຊຊະນະອັນຍິ່ງໃຫຍ່ມາສູ່ປະຊາຊົນ ຫວຽດນາມ. ໃນໂອກາດດຽວກັນນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການ ສູນກາງພັກ, ເລຂາຄະນະພັກ ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກປະຊາຊົນປະຕິວັດລາວກໍ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ເລ ຮວາຍ ຈູງ ກໍາມະການ ກົມການເມືອງສູນກາງພັກ, ເລຂາ ຄະນະພັກ, ລັດຖະມົນຕີກະຊວງ ການຕ່າງປະເທດຫວຽດນາມ ເຊັ່ນ ດຽວກັນ. ເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນວຽກງານຄົນເຊື້ອຊາດລາວ ເພື່ອ ຮັບປະກັນແກ່ການຈັດຕັ້ງປະຕິບັດ ວຽກງານແນວໂຮມຢູ່ຕ່າງປະເທດ ໃຫ້ກວ້າງຂວາງ; ໄດ້ປະກອບສ່ວນ ປຸກລະດົມດ້ານວັດຖຸປັດໄຈຊ່ວຍ ພັດທະນາຂົງເຂດການສຶກສາຂອງ ສປປ ລາວ ເປັນຕົ້ນໄດ້ມອບທຶນ ຊ່ວຍເຫລືອກໍ່ສ້າງຫໍພັກຄູ ແລະ ນັກຮຽນຢູ່ໂຮງຮຽນມັດທະຍົມສົມ ບູນຂີ້ນາກ ເມືອງໂຂງ ແຂວງຈໍາປາ ສັກ, ອາຄານຮຽນໂຮງຮຽນປະຖົມ ສົມບູນທີ່ບ້ານນໍ້າແຫ້ງ ເມືອງສົບ ເບົາ ແຂວງຫົວພັນ, ໂຮງຮຽນປະ ຖົມສົມບູນທີ່ບ້ານຫ້ວຍໝໍ້ ເມືອງ ແອດ ແຂວງຫົວພັນ, ຕັ້ງກອງກະ ຖິນສາມັກຄີທອດຖວາຍທີ່ວັດປ່າພິ ລາວົງບຸດກັດສະກາຣາມ ບ້ານຈຳ ປາປັກແຮດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ; ສໍາເລັດ ການສ້າງ ແລະ ມອບ-ຮັບຂົວໃຫ້ ບ້ານນໍ້າແຫ້ງ ເມືອງສົບເບົາ ແຂວງ ຫົວພັນ; ໄດ້ນໍາພາພີ່ນ້ອງເຊື້ອຊາດ ລາວຮ່ວມສະເຫລີມສະຫລອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຈະສືບຕໍ່ຈັດຕັ້ງປະຕິ ບັດໄປຕາມແຜນການທີ່ຄົງຄ້າງ ແລະ ສືບຕໍ່ສ້າງແຜນການໃນຕໍ່ໜ້າ ຕື່ມອີກ. ພາບ: ສນຊ ທະລຸ ເພື່ອຮັບປະກັນໃຫ້ວຽກງານ ຄວາມປອດໄພທາງຫລວງບັນລຸ ຕາມເປົ້າໝາຍທີ່ວາງໄວ້ ໂດຍໄດ້ ຊຸກຍູ້ ແລະ ສົ່ງເສີມໃຫ້ມີການຈັດຕັ້ງ ປະຕິບັດວຽກງານຄວາມປອດໄພ ຕາມທາງຫລວງຢ່າງແຂງແຮງ ເພື່ອຮັບປະກັນໃຫ້ການຈະລາຈອນ, ນໍາໃຊ້ຍານພາຫະນະທາງບົກ, ທາງຫລວງໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະ ບຽບຮຽບຮ້ອຍໃນທົດສະວັດໜ້າ ຢູ່ ສປປ ລາວ. ສິ່ງທີ່ລັດຖະບານ ເປັນຫວ່ງເປັນໄຍ ແລະ ຄໍານຶງເປັນ ອັນດັບທໍາອິດດ້ານຄວາມປອດໄພ ທາງຫລວງແມ່ນການປ້ອງກັນຊີວິດ ແລະ ຊັບສິນຂອງປະຊາຊົນ, ຄຽງ ຄູ່ກັບການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ. ໃນຊຸມປີຜ່ານມາ, ການພັດທະ ນາເສດຖະກິດ-ສັງຄົມໄດ້ມີການ ເຕີບໂຕຢ່າງຕໍ່ເນື່ອງເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອ ລະກ້າວ, ການນໍາໃຊ້ຍານພາຫະນະ ທາງບົກ ແລະ ທາງຫລວງ ເພີ່ມຂຶ້ນ ແບບກ້າວກະໂດດແຕ່ໃນທາງກົງ ກັນຂ້າມການປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບຈະລາ ຈອນທາງບົກຍັງບໍ່ທັນເຂັ້ມງວດ ເທົ່າທີ່ຄວນຈຶ່ງສົ່ງຜົນກະທົບທາງ ລົບດ້ານຄວາມປອດໄພແກ່ຜູ້ນໍາ ໃຊ້ຍານພາຫະນະທາງບົກ ແລະ ທາງຫລວງທີ່ມີທ່າອ່ຽງເພີ່ມຂຶ້ນ. ລັດຖະບານໄດ້ມີຄວາມພະຍາຍາມ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການເກີດອຸບັດເຫດ ໂດຍ ໄດ້ລົງທຶນເຂົ້າໃສ່ວຽກງານຄວາມ ປອດໄພທາງຫລວງ ພ້ອມທັງຍາດ ແຍ່ງການຮ່ວມມື ແລະ ຊ່ວຍເຫລືອ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເຮັດແນວໃດໃຫ້ປະຊາຊົນມີ ຄວາມປອດໄພສູງຂຶ້ນເທື່ອລະກ້າວ, ເຖິງແມ່ນວ່າການເກີດອຸບັດເຫດ ແລະ ການບາດເຈັບຈາກການຈະ ລາຈອນຕາມທາງຫລວງແມ່ນ ບໍ່ສາມາດຫລີກເວັ້ນໄດ້ແຕ່ພວກ ເຮົາສາມາດປ້ອງກັນໄດ້. ດັ່ງນັ້ນ, ຮຽກຮ້ອງໃຫ້ທຸກອົງການຈັດຕັ້ງທັງ ພາຍໃນ ແລະ ຕ່າງປະເທດ, ລວມ ເຖິງປະຊາຊົນລາວບັນດາເຜົ່າຈົ່ງ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຍຸດທະສາດດັ່ງກ່າວ ໃຫ້ປະກົດຜົນ ເປັນຈິງ. ຂ່າວ: ທະນູທອງ ບັນຫາດັ່ງກ່າວ ໃຫ້ສົມກັບວ່າເຮົາ ຮັບໜ້າທີ່ເປັນຕົວແທນຂອງປະຊາ ຊົນທີ່ນັ່ງໃນສະພາແຫ່ງຊາດ. ທ່ານ ນາງ ສົມພຽນ ວົງໄຊ ຍັງກ່າວຕື່ມວ່າ: ໃນນາມທີ່ຕົນສັງ ກັດຢູ່ໃນກຳມະການຍຸຕິທຳ ແລະ ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບນັ້ນ, ຈະໄດ້ເອົາໃຈ ໃສ່ນຳເອົາກົດໝາຍ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດກົດໝາຍ, ການຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນຂົງເຂດຍຸຕິທຳ ກໍຄື ສອງຂົງເຂດ ກຳລັງ ປກຊ-ປກສ ເຮັດແນວໃດ ໃຫ້ກົດໝາຍມີຄວາມສັກສິດ, ມີ ຄວາມເຂັ້ມແຂງຢາກໃຫ້ທຸກພາກ ສ່ວນຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ ກົດໝາຍຢ່າງເຂັ້ມງວດ. ສຳລັບຜົນງານຜ່ານມາ ໂດຍ ສະເພາະແມ່ນໃນປີ 2016 ທ່ານ ນາງ ສົມພຽນ ວົງໄຊ ໄດ້ຮັບການ ເລືອກຕັ້ງເປັນສະມາຊິກສະພາ ນະຄອນຫລວງວຽງຈັນ ແລະ ໄດ້ ຮັບການເລືອກຕັ້ງເປັນສະມາຊິກສະ ພາແຫ່ງຊາດ ຊຸດທີ IX ໃນປີ 2021 ຮອດປັດຈຸບັນໂດຍໄດ້ເອົາໃຈໃສ່ ເຄື່ອນໄຫວ 3 ພາລະບົດບາດຂອງ ສະພາ ຄື: ພາລະບົດບາດນິຕິບັນຍັດ, ພາລະບົດບາດກ່ຽວກັບການຕົກລົງ ບັນຫາສຳຄັນພື້ນຖານຂອງປະເທດ ແລະ ພາລະບົດບາດຕິດຕາມກວດ ກາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ. ນີ້ແມ່ນ 3 ພາລະ ບົດບາດໃຫຍ່ທີ່ໄດ້ມີການປະກອບ ສ່ວນ ແລະ ອີກອັນໜຶ່ງແມ່ນໄດ້ ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ສະພາເປັນຕົ້ນການເກັບກຳຂໍ້ມູນ, ກະກຽມເນື້ອໃນ ເພື່ອນຳເອົາບັນຫາ ຕ່າງໆເຂົ້າໄປສູ່ກອງປະຊຸມແຕ່ລະ ຄັ້ງ. ນອກຈາກນີ້, ກໍໄດ້ເອົາໃຈໃສ່ ປະກອບສ່ວນນຳເອົາຄຳສະເໜີ ຂອງປະຊາຊົນສະເໜີຕໍ່ກອງປະຊຸມ ສະພາແຫ່ງຊາດ ຕິດພັນກັບການ ເອົາໃຈໃສ່ຊຸກຍູ້ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາຕ່າງໆທີ່ປະຊາຊົນ ສະເໜີມາ. ຂ່າວ: ຢ່າຕົ່ງ

17/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K [h kookws dP,rh v,xj vo[a fg]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ປະຊາຊົນລາວບັນດາເຜົ່າ ແມ່ນຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອໍານາດລັດມາ ໄດ້ 50 ປີແລ້ວແຕ່ກໍຍັງມີຫລາຍຄົນ ເຂົ້າໃຈແຕກຕ່າງກັນກ່ຽວກັບສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ. ຍ້ອນແນວນັ້ນ, ພວກເຮົາທຸກ ຄົນຈຶ່ງມີຄວາມຈໍາເປັນຕ້ອງຮຽນຮູ້ ກ່ຽວກັບການເສີມຂະຫຍາຍສິດເປັນ ເຈົ້າຂອງປະຊາຊົນລາວບັນດາເຜົ່າ ເປັນຕົ້ນ ໃນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີV ທີ່ຈະມີຂຶ້ນ ໃນມໍ່ໆນີ້. ສະນັ້ນ, ໜັງສືພິມປະເທດ ລາວ ຈຶ່ງຂໍແນະນຳສະເໜີຄຳຖາມຄຳຕອບ ກ່ຽວກັບເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ ດັ່ງນີ້: ຄໍາຖາມ ທີ 1: ສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ ແມ່ນ ແນວໃດ? ຕອບ: ສິດເປັນເຈົ້າ ແມ່ນສິດດໍາ ລົງຄົງຕົວ ແລະ ຂະຫຍາຍຕົວຂອງ ມະນຸດຢູ່ໃນຜືນແຜ່ນດິນໃດໜຶ່ງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ຂອງແຕ່ລະປະເທດ. ສໍາລັບສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ ໝາຍເຖິງສິດດໍາລົງຄົງຕົວ ແລະ ຂະຫຍາຍຕົວ ຂອງປະຊາຊົນ ລາວບັນດາເຜົ່າຢູ່ໃນຜືນແຜ່ນດິນ ອັນຄົບຖ້ວນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ຂອງ ສປປ ລາວ. ທຸກຄົນທີ່ເກີດມາໃນໂລກນີ້, ເຖິງ ຈະເປັນຄົນຊາດໃດ, ຄົນປະເທດໃດ glu ,0tspkply fgxa og9Q k0v'xt-k-q o]k;[a ofkgzq j k .odkog]n vd8A ' ll- -5 fmu X c]t ll0 -5 fmu V ກໍຕາມ ລ້ວນແຕ່ຍາກມີສິດເປັນເຈົ້າ, ສິດອິດສະລະພາບ, ສິດເສລີພາບ ແລະ ສິດສະເໝີພາບ, ບໍ່ມີຄົນຊາດ ໃດ ຫລື ປະເທດໃດມີສິດເໜືອກວ່າ ຄົນຊາດອື່ນ ຫລື ປະເທດອື່ນ. ປະຊາ ຊົນແຕ່ລະປະເທດລ້ວນແຕ່ມີສິດ ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຕໍ່ຊາຕາກໍາຂອງຕົນ. ຍ້ອນ ແນວນັ້ນ, ປະຊາຊົນໃນປະເທດ ຕ່າງໆ ກໍຄື ປະຊາຊົນລາວບັນດາ ເຜົ່າຈຶ່ງດໍາເນີນການຕໍ່ສູ້ຢ່າງຢີດ ເຍື້ອຍຍາວນານ, ພິລະອາດຫານ ເພື່ອຄວາມເປັນເອກະລາດຂອງ ຊາດ ແລະ ອິດສະລະພາບຂອງປະ ຊາຊົນ, ຍອມຕາຍດີກວ່າເສຍເອກະ ລາດ ແລະ ເສຍສິດເປັນເຈົ້າຂອງປະ ເທດຊາດ. ຄໍາຖາມທີ 2: ສິດເປັນເຈົ້າທີ່ ສໍາຄັນເປັນພື້ນຖານກວ່າໝູ່ຂອງ ປະຊາຊົນລາວບັນດາເຜົ່າ ທີ່ພັກລັດຂອງພວກເຮົາປົກປ້ອງ ແລະ ເສີມຂະຫຍາຍຕະຫລອດມາມີແນວ ໃດ ?. ຕອບ: ສິດເປັນເຈົ້າທີ່ສໍາຄັນເປັນ ພື້ນຖານກວ່າໝູ່ຂອງປະຊາຊົນລາວ ບັນດາເຜົ່າທີ່ພັກ-ລັດຂອງພວກ ເຮົາປົກປ້ອງ ແລະ ເສີມຂະຫຍາຍ ຕະຫລອດມາ ລວມມີ: ສິດເປັນເຈົ້າ ປະເທດຊາດ; ສິດເປັນເຈົ້າອໍານາດ ລັດ ຫລື ເວົ້າແນວອື່ນ ແມ່ນສິດ ເປັນເຈົ້າທາງດ້ານການເມືອງ-ການ ປົກຄອງ; ສິດເປັນເຈົ້າທາງດ້ານ ເສດຖະກິດ; ສິດ ເປັນເຈົ້າທາງດ້ານ ວັດທະນະທໍາ-ສັງຄົມ; ສິດເປັນເຈົ້າ ຕົນເອງໃນການດໍາລົງຊີວິດ ແລະ ການພັດທະນາຄອບຄົວ ຕາມທີ່ໄດ້ ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ. ຄໍາຖາມທີ 3: ສິດເປັນເຈົ້າປະ ເທດຊາດຂອງປະຊາຊົນລາວບັນດາ ເຜົ່າແມ່ນແນວໃດ? ຕອບ: ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າໝາຍ ເຖິງປະຊາຊົນລາວບັນດາເຜົ່າ ແມ່ນ ເຈົ້າຂອງປະເທດຊາດ, ເປັນກໍາລັງ ແຮງ ໃນການຕໍ່ສູ້ຍາດເອົາ ແລະ ປົກ ປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດ ສປປ ລາວ. ປະເທດຊາດຂອງພວກເຮົາ ເຄີຍໄດ້ຕົກເປັນຫົວເມືອງສ່ວຍ ແລະ ຫົວເມືອງຂຶ້ນຂອງຕ່າງຊາດ ມາເປັນເວລາເກືອບສອງຮ້ອຍປີ (ເປັນເມືອງສ່ວຍຂອງສະຫຍາມ 114 ປີ, ເປັນຫົວເມືອງຂຶ້ນຂອງ ຈັກກະພັດລ່າເມືອງຂຶ້ນແບບເກົ່າ 61 ປີ ແລະ ແບບໃໝ່ 20 ປີ ). ໃນ ເວລາທີ່ປະເທດຊາດຕົກເປັນເມືອງ ສ່ວຍ ແລະ ເມືອງຂຶ້ນນັ້ນ ປະເທດ ເຮົາໄດ້ເສຍຄວາມເປັນເອກະລາດ, ອໍານາດອະທິປະໄຕຂອງຊາດ, ປະ ເທດຊາດຖືກຕັດແບ່ງເປັນຫລາຍ ອານາຈັກ, ພາຍໃນຊາດບໍ່ມີຄວາມ ເປັນເອກະພາບ, ປະຊາຊົນຖືກແບ່ງ ແຍກເປັນຫລາຍພັກຫລາຍພວກ ແລະ ຊັບພະຍາກອນທໍາມະຊາດອັນ ລໍ້າຄ່າຂອງຊາດໄດ້ຖືກຂຸດຄົ້ນ ແລະ ປຸ້ນສະດົມໄປສ້າງຮັ່ງຄູນມີ ໃຫ້ແກ່ ຕ່າງຊາດ; ປະຊາຊົນລາວບັນດາ ເຜົ່າໄດ້ສູນເສຍສິດອິດລະພາບ ແລະ ຖືກກົດຂີ່ຂົ່ມເຫັງຢ່າງໜັກໜ່ວງ. ນັບຕັ້ງແຕ່ໄດ້ມີພັກປະຊາຊົນ ປະຕິວັດລາວນໍາພາ ແລະ ສ້າງຕັ້ງ ລະບອບໃໝ່ມານີ້, ປະເທດຊາດ ຂອງພວກເຮົາໄດ້ມີຄວາມເປັນເອ ກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ພາຍໃນຊາດ ມີຄວາມເປັນເອກະ ພາບ, ມີສັນຕິພາບ ແລະ ມີຄວາມ ສະຫງົບສຸກ, ປະຊາຊົນລາວບັນດາ ເຜົ່າມີອິດສະລະພາບ ແລະ ມີສິດ ສະເໝີພາບເທົ່າທຽມກັນ, ພ້ອມກັນ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕະຫລອດໄລຍະ 50 ປີທີ່ຜ່ານມາ. ຍ້ອນແນວນັ້ນ, ພັກ ແລະ ລັດຂອງພວກເຮົາຈຶ່ງເອົາໃຈ ໃສ່ປົກປ້ອງ ແລະ ເສີມຂະຫຍາຍສິດ ເປັນເຈົ້າປະເທດຊາດ ຂອງປະຊາ ຊົນລາວບັນດາເຜົ່າ ຄື: ໜຶ່ງ: ເດັດດ່ຽວປົກປັກຮັກສາ ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊາດ ໄວ້ໂດຍກໍານົດໃນມາດຕາ 1 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄື: “ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເປັນປະເທດ ເອກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມ ທັງເຂດນ່ານນໍ້າ ແລະ ນ່ານຟ້າ; ເປັນ ປະເທດເອກະພາບຂອງທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້”, ບໍ່ ອະນຸຍາດໃຫ້ສັດຕູຮຸກຮານບຽດ ຍຶດດິນແດນ, ແຊກແຊງອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງຊາດຢ່າງເດັດຂາດ; ປົກປ້ອງຄວາມເປັນເອກະພາບຂອງ ຊາດ, ສິດເປັນເຈົ້າ ແລະ ອິດສະລະ ພາບ ຂອງປະຊາຊົນລາວບັນດາ ເຜົ່າ; ຮັກສາໄວ້ເຊິ່ງສັນຕິພາບ ແລະ ຄວາມສະຫງົບ ເພື່ອໃຫ້ປະຊາຊົນ ລາວບັນດາເຜົ່າ ໄດ້ດໍາລົງຊີວິດ ແລະ ທໍາມາຫາກິນຢ່າງສະດວກ ປອດໄພ. ສອງ: ພັກ ແລະ ລັດ ໄດ້ເອົາໃຈ ໃສ່ສຶກສາອົບຮົມປະຊາຊົນລາວ ບັນດາເຜົ່າໃຫ້ຍົກສູງສະຕິເປັນ ເຈົ້າປະເທດຊາດ, ຄວາມສາມັກຄີ ປອງດອງພາຍໃນຊາດ ລະຫວ່າງ ເຜົ່າຕ່າງໆ ເພື່ອເປັນກໍາລັງແຮງໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ປົກປັກ ຮັກສາເອກະລາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນຂອງ ຊາດລາວໄວ້ຢ່າງໝັ້ນຄົງ, ຮັກ ສາຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ປະຊາຊົນ ລາວບັນດາເຜົ່າດໍາ ລົງຊີວິດ ແລະ ພັດທະນາຕົນເອງ. ຄໍາຖາມທີ 4: ສິດເປັນເຈົ້າອໍານາດ ລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ? ຕອບ: ກ່ອນອື່ນຢາກເຂົ້າໃຈ ສິດ ເປັນເຈົ້າອໍານາດລັດແມ່ນແນວໃດ ນັ້ນ, ພວກເຮົາຈົ່ງຮັບຮູ້ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບຄໍາສັບທີ່ວ່າ : ອໍານາດລັດແມ່ນແນວໃດ ເສຍກ່ອນ. ອໍານາດລັດ ທີ່ນີ້ໝາຍເຖິງສະພາ ແຫ່ງຊາດ, ສະພາປະຊາຊົນຂັ້ນ ແຂວງ,ປະທານປະເທດ,ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານ ປະຊາຊົນ, ອົງການໄອຍະການ ປະຊາຊົນ, ອົງການກວດກາແຫ່ງ ລັດ ແລະ ອົງການກວດສອບແຫ່ງ ລັດ ທັງໝົດເຫລົ່ານັ້ນ ເອີ້ນວ່າ: ອໍາ ນາດລັດ ຫລື ອົງການອໍານາດລັດ. ສິດເປັນເຈົ້າອໍານາດລັດຂອງ ປະຊາຊົນລາວບັນດາເຜົ່າ ໄດ້ກໍານົດ ໄວ້ຢູ່ມາດຕາ 2 ຂອງລັດຖະທໍາມະ ນູນ ແຫ່ງ ສປປ ລາວ ຄື: “ລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິ ປະໄຕປະຊາຊົນ. ອໍານາດທັງໝົດ ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາ ຊົນ ຊຶ່ງປະກອບດ້ວຍບັນດາຊັ້ນຄົນ ຢູ່ໃນສັງຄົມ ໂດຍແມ່ນກໍາມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາ ຊົນເປັນຫລັກແຫລ່ງ”. ໜຶ່ງ: ອໍານາດລັດເປັນຂອງ ປະຊາຊົນ ກໍຍ້ອນວ່າອໍານາດລັດ ຂອງພວກເຮົາແມ່ນໝາກຜົນອັນ ຍິ່ງໃຫຍ່ທີ່ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍ ຊາດອັນພິລະອາດຫານ ຕ້ານສັດຕູຜູ້ ຮຸກຮານ, ຍາດເອົາເອກະລາດ ແລະ ອິດສະລະພາບມາໃຫ້ປະເທດຊາດ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ ການນໍາພາ ຂອງພັກປະຊາຊົນປະຕິ ວັດລາວ. ສອງ: ອໍານາດລັດໂດຍປະຊາຊົນ ກໍຍ້ອນວ່າອໍານາດລັດຂອງພວກ ເຮົາ ແມ່ນປະຊາຊົນລາວບັນດາເຜົ່າ ເປັນຜູ້ສ້າງຕັ້ງໂດຍຜ່ານການປ່ອນ ບັດເລືອກຕັ້ງເອົາຕົວແທນຂອງຕົນ ຄື: ສະພາແຫ່ງຊາດ ແລະ ສະພາ ປະຊາຊົນທ້ອງຖິ່ນ (ຂັ້ນແຂວງ ແລ້ວຈຶ່ງສ້າງຕັ້ງບັນດາອົງການອໍາ ນາດລັດຂອງລະບອບປະຊາທິປະ ໄຕປະຊາຊົນ. ສາມ: ອໍານາດລັດ ເພື່ອຜົນ ປະໂຫຍດຂອງປະຊາຊົນກໍຍ້ອນວ່າ ບັນດາອົງການອໍານາດລັດຂອງ ພວກເຮົາຖືເອົາປະຊາຊົນເປັນກົກ, ເປັນກໍາລັງແຮງ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ອີກປະການໜຶ່ງ, ໃນຕະ ຫລອດ 50 ປີ ທີ່ຜ່ານມາ ບັນດາ ອົງການອໍານາດລັດຂອງພວກເຮົາ ລ້ວນແຕ່ເຄື່ອນໄຫວເພື່ອຮັບໃຊ້ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າທັງນັ້ນ ຕົວຢ່າງ: ສະພາແຫ່ງຊາດ ແລະ ລັດຖະບານ ກໍຄື ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ວາງແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 5 ປີ ມາແລ້ວ 9 ຄັ້ງ ແລະ ແຕ່ລະປີ; ພັດທະນາ ຊົນນະບົດ ແລະ ລົບລ້າງຄວາມ ທຸກຍາກ, ສ້າງບ້ານພັດທະນາ ແລະ ອື່ນໆ, ເຮັດໃຫ້ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນລາວບັນດາເຜົ່າເຖິງວ່າ ຍັງມີຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ກໍໄດ້ຮັບການປັບປຸງໃຫ້ນັບມື້ ນັບດີຂຶ້ນທຽບໃສ່ຫ້າສິບປີຫລັງ. ທັງໝົດເຫລົ່ານັ້ນ ສະແດງໃຫ້ເຫັນ ວ່າການເຄື່ອນໄຫວຂອງອໍານາດ ລັດຂອງພວກເຮົາລ້ວນແຕ່ແມ່ນເພື່ອ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ. ພໍ້ກັນໃໝ່ສະບັບໜ້າ ຂປລ. ປັດຈຸບັນ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ມີຄວາມພ້ອມເກືອບ 100% ໃນບັ້ນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາຂັ້ນ ນະຄອນຫລວງ (ສສຂ) ຊຸດທີ V ຊຶ່ງບ້ານນາໄຫ ມີຈຸດປ່ອນບັດ 2 ຈຸດ ຄື: ໂຮງຮຽນຂອງບ້ານ ແລະ ວັດປ່າ ບ້ານນາໄຫ. ໃນນັ້ນ, ມີຜູ້ມີສິດເລືອກ ຕັ້ງຫລາຍກວ່າ 3.300 ຄົນ ຈາກ ພົນລະເມືອງທັງໝົດພາຍໃນບ້ານ 5.600 ກວ່າຄົນ. ຕາມການສຳພາດຂອງທ່ານ ບຸນທັນ ພົມມະວັນ ນາຍບ້ານນາໄຫ ໃນໂອກາດທີ່ຜູ້ຮັບສະໝັກເລືອກຕັ້ງ ລົງຫາສຽງໃນວັນທີ 14 ກຸມ 2026 ນີ້ ທີ່ວັດປ່າບ້ານນາໄຫວ່າ: ການ ເລືອກຕັ້ງ ສສຊ ແລະ ສສຂ ຄັ້ງນີ້, ລ້ວນແຕ່ມີຄວາມສຳຄັນທີ່ທົ່ວພັກລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດຈະຕ້ອງ ໄດ້ພ້ອມກັນໄປໃຊ້ສິດເລືອກຕັ້ງເອົາ ຜູ້ແທນທີ່ຕົນມັກ ເພື່ອເປັນຕົວແທນ ໃຫ້ແກ່ປະຊາຊົນໄປນັ່ງໃນສະພາ ແຫ່ງຊາດ. ແນວໃດກໍດີ, ສຳລັບ ບ້ານນາໄຫ ມາຮອດປັດຈຸບັນນີ້ ກໍໄດ້ມີການກະກຽມຄວາມພ້ອມ ເກືອບ 100% ແລ້ວ ທັງໄດ້ເອົາໃຈ ໃສ່ປຸກລະດົມປະຊາຊົນໃຫ້ຕື່ນຕົວ ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາຜູ້ ແທນທີ່ຕົນໝັກໃນວັນທີ 22 ກຸມພາ ທີ່ຈະມາຮອດນີ້ ໃຫ້ມີບັນຍາກາດ ຟົດຟື້ນ ແລະ ບັນລຸຕາມຈຳນວນຄົນ ພາຍໃນບ້ານ. ນາຍບ້ານນາໄຫ ກ່າວຕື່ມວ່າ: ພາຍຫລັງທີ່ຜູ້ຮັບສະໝັກເລືອກຕັ້ງ ໄດ້ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ນະຄອນຫລວງວຽງຈັນແລ້ວ, ຂໍໃຫ້ ທຸກທ່ານເອົາໃຈໃສ່ປະຕິບັດໜ້າທີ່ ອັນມີກຽດຂອງປະຊາຊົນແທ້ໆ, ຄຳນຶງເຖິງຜົນປະໂຫຍດຂອງປະ ເທດຊາດ ເພາະວ່າ ສສຊ ເປັນຜູ້ກວດ ກາການເຮັດວຽກຂອງລັດຖະບານ. ສະນັ້ນ, ອັນໃດບໍ່ຖືກຕ້ອງກໍຕ້ອງ ກວດສອບຢ່າງລະອຽດ ເພື່ອບໍ່ໃຫ້ ສົ່ງຜົນເສຍຫາຍຕໍ່ປະເທດຊາດ. ຂະນະດຽວກັນ, ກໍຂໍຝາກເຖິງສະມາ ຊິກສະພາແຫ່ງຊາດທຸກທ່ານທີ່ຈະ ໄດ້ຮັບການເລືອກຕັ້ງໃນມໍ່ໆນີ້, ຢາກ ໃຫ້ໃນອີກ 5 ປີຕໍ່ໜ້ານີ້, ຂໍໃຫ້ລົງໃກ້ ຊິດຕິດແທດປະຊາຊົນຕິດພັນກັບ ການເອົາກົດໝາຍທີ່ປະກາດນຳໃຊ້ ໃນ ສປປ ລາວ ຈຳນວນ 100 ກວ່າ ສະບັບ ລົງເຜີຍແຜ່ໃຫ້ປະຊາຊົນໄປ ພ້ອມກັບການຮັບເອົາການສະເໜີ ຂອງປະຊາຊົນ, ຊ່ວຍປະຊາຊົນໃນ ການພັດທະນາດ້ານຊີວິດການເປັນ ຢູ່, ຊ່ວຍພັດທະນາພື້ນໂຄງລ່າງໃຫ້ ແກ່ປະຊາຊົນ ເພື່ອການອຳນວຍ ຄວາມສະດວກສະບາຍໃນການ ພັດທະນາກໍຄືແກ້ຄວາມທຸກຍາກໃຫ້ ນັບມື້ຫລຸດລົງເທື່ອລະກ້າວ. ໂດຍ: ຢ່າຕົ່ງ

RkJQdWJsaXNoZXIy MTc3MTYxMQ==