
ຂປລ. ເມື່ອນຶກພາບເບິ່ງວ່າ ມະຫາອໍານາດເບີໜຶ່ງຂອງໂລກ ບໍ່ຕ່າງຫຍັງກັບ ຍັກໃຫຍ່ ໃນຕໍານານ ນິທານຂອງ ປູ່ສອນຫລານທີ່ບອກເລົ່າ ເຖິງຄວາມຍິ່ງໃຫຍ່, ມີກໍາລັງວັງຊາວິເສດ ເໜືອມະນຸດ ແລະ ຂາແຂງແກ່ນ ເໝືອນດັ່ງ “ເຫລັກໄຫລ” ເມື່ອເວລາຜ່ານໄປຂາຂອງຍັກ ໄດ້ເລີ່ມກາຍເປັນ “ດິນດາກ” ພຸພັງເປື່ອຍງ່າຍ ນັ້ນບໍ່ແມ່ນ ເພາະອາຍຸສັງ ຂານ ເຖົ້າແກ່ສະລາ ແຕ່ຫາກແມ່ນອໍານາດ, ຄວາມໜ້າເຊື່ອຖື ແລະ ພາວະການເປັນຜູ້ນໍາໂລກ ໄດ້ເສື່ອມຖອຍລົງ ເລື້ອຍໆ ພາຍຫລັງນະໂຍບາຍ ທີ່ຜູ້ຄົນທັງໂລກ ໄດ້ຍິນຄຸ້ນຫູເອີ້ນວ່າ “ປະເທດກັບມາຍິ່ງໃຫຍ່ອີກຄັ້ງ” ກາຍເປັນ ລະເບີດເວລາທີ່ເປັນກັບດັກສ້າງຂຶ້ນ ດ້ວຍນໍາມືຕົນເອງ ຄື: ສົງຄາມການຄ້າ, ສົງຄາມຫ້າມສົ່ງອອກຊິບ, ຂ່າວລືກ່ຽວກັບ ການຍຶດເຂດ ທົ່ງນໍ້າກ້ອນ ກຣີນແລນ ແລະ ການແຊກແຊງຊາດອື່ນໆ ທົ່ວໂລກ.
ໃນລະດູໜາວ, ຍ່າງເຂົ້າຕົ້ນເດືອນກຸມພາປີ 2026 ທີ່ນະຫລວງປັກກິ່ງໄດ້ເກີດ ປະກົດການຫິມະຕົກ ຈາກທ້ອງຟ້າຄ້າຍຄືດອກຝ້າຍ ສີຂາວຕ້ອງໃສ່ແສງແດດ ໃນຕອນເຊົ້າເຫລື້ອມຍິບໆ ບໍ່ຕ່າງຫຍັງກັບອັນຍະມານີ ທີ່ມີຄ່າ ປິວກະຈາຍໄປທົ່ວ ແຜ່ນດິນຈີນ ທ່າມ ກາງປວງຊົນຈີນ ທັງຊາດນັບຕື້ກວ່າຊີວິດ ພວມເບີກບານມ່ວນຊື່ນ ກັບການກະ ກຽມ ສະຫລອງບຸນປີໃໝ່ຈີນ (ບຸນກຸດຈີນ) ທີ່ຈະມາເຖິງອີກບໍ່ພໍເທົ່າວັນ ຂ້າງໜ້າ, ຕິດພັນກັບຜົນສໍາເລັດ ອັນຍິ່ງໃຫຍ່ ຂອງ ການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ແລະ ສືບຕໍ່ປູພື້ນຖານໜັກແໜ້ນ ໃຫ້ແກ່ການ ຜັນຂະຫຍາຍ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 ຂອງຈີນ, ສາມາດລຶບລ້າງ ຄວາມທຸກຍາກຂອງ ປະຊາຊົນຈີນ ໄດ້ເຖິງ 800 ລ້ານກວ່າຄົນ, ເສດຖະກິດ ຂະຫຍາຍຕົວ ສະເລ່ຍບໍ່ຫລຸດ 5%, ປະຊາຊົນຈີນ 95% ມີເຮືອນຢູ່ ເປັນຂອງຕົນເອງ ເຊິ່ງນີ້ໄດ້ສະທ້ອນ ໃຫ້ເຫັນມູນເຊື້ອອັນດີງາມ, ພິລະອາດຫານ, ນໍ້າໃຈຮັກຊາດ ຂອງຊາວ ຈີນ ທີ່ເຕັມໄປດ້ວຍ ຄວາມດຸໝັ່ນຂະຫຍັນພຽນ, ຄວາມອົດທົນ, ຄວາມມຸ່ງໝັ້ນບໍ່ລົດລະ ແລະ ຄວາມຫວັງທີ່ ບໍ່ເຄີຍດັບມອດ ຈາກທີ່ເຄີຍເປັນປະເທດ ທີ່ພວກຟາດຊິດລ່າເມືອງຂຶ້ນ ຮຸກຮານກົດຂີ່ຂູດຮີດ ຢ່າງໜັກໜ່ວງທີ່ສຸດ ແລະ ທຸກຍາກທີ່ສຸດໃນອະດີດ, ມາຮອດປັດຈຸບັນ ລາຍຮັບສະເລ່ຍຕໍ່ຫົວຄົນ ທົ່ວປະເທດຈີນມີເຖິງ 43.377 ຢວນ, ເພີ່ມ ຂຶ້ນ 5% ເມື່ອທຽບໃສ່ປີ 2024, ຈາກການເພິ່ງພາເຕັກໂນໂລຊີ ຂອງຕາເວັນຕົກ ທີ່ຖືກບີບຮັດຂົ່ມເຫັງ ນັບບໍ່ຖ້ວນ ກາຍເປັນສູນກາງ ອຸດສາຫະກໍາທັນສະໄໝ ແລະ ເປັນປະເທດ ທີ່ມີຂະໜາດເສດຖະກິດໃຫຍ່ ອັນດັບຕົ້ນໆຂອງໂລກ, ນັ້ນເຮັດໃຫ້ຈີນ ບຸກບຶນ ຜ່ານຜ່າອຸປະສັກໜັກໜ່ວງ ມາໄດ້ແນວໃດ?.
ເດືອນກຸມພານີ້ ເຖິງແມ່ນວ່າອາກາດ ສືບຕໍ່ໜາວ ແລະ ກົງກັບໄລຍະສະຫລອງປີໃໝ່ ທົ່ວປະເທດຈີນ ແຕ່ອີກ ຟາກໜຶ່ງ ຂອງໂລກເຮົາພົບວ່າ ຄວາມຂັດແຍ່ງ ຍັງສືບຕໍ່ລຸກເປັນແປວໄຟ ຮ້ອນແຮງຢູ່ ບໍ່ວ່າຈະເປັນເລື່ອງ ບັນຫາການເມືອງ ສັບສົນ,ການຄຸກຄາມ ອະທິປະໄຕຂອງບາງຊາດ, ການປະກາດຍຶດເອົາ ທົ່ງນໍ້າກ້ອນກຣີນແລນ ແລະ ການນາບ ຄູ່ໂດຍໃຊ້ກໍາລັງທະຫານທີ່ມີທ່າອ່ຽງ ເພີ່ມຂຶ້ນເລື້ອຍໆ ຢ່າງໜ້າວິຕົກກັງວົນໃຈ ໃນຫລາຍຂົງເຂດ ເບິ່ງຄືວ່າ ໂລກນີ້ ຂາດການປົກຄອງ, ບໍ່ມີອະທິປະໄຕ ເປັນຂອງຕົນເອງ, ບໍ່ມີການເຄົາລົບ ກົດໝາຍສາກົນ ແລະ ອໍານາດຢູ່ເໜືອ ຄວາມຖືກຕ້ອງຍຸຕິທໍາ. ຕໍ່ກັບເລື່ອງທີ່ເກີດຂຶ້ນນັ້ນ ເຮັດໃຫ້ສື່ມວນຊົນສາກົນບໍ່ເວັ້ນ ແຕ່ບີບີຊີ, ລອຍເຕີ, ບຣູມເບີກ, ນີວຢອກທາມສ, ວໍສະຕີດເຈີນໍຈາກຂວ້າໂລກ ຕາເວັນຕົກຕ່າງກໍລາຍງານ ແລະ ພາດຫົວຂໍ້ເຜັດໆຮ້ອນໆວ່າ: ຊ່ວງນີ້ມີເຮືອບິນ ຈໍານວນຫລາຍ ລໍາມຸ່ງໜ້າສູ່ນະຄອນຫລວງ ປັກກິ່ງຈີນ ມັນເປັນບັນຍາກາດ ທີ່ໜ້າຕື່ນເຕັ້ນ ແລະ ປິຕິຍິນດີ ເປັນພິເສດ ກັບບັນດາຜູ້ນໍາຈາກຊາດ ຕາເວັນຕົກ: ອັງກິດ, ການາດາ, ເອີຣົບ ແລະ ຊາດອື່ນໆ ໄດ້ລຽນແຖວ ເຂົ້າພົບຜູ້ນໍາ ລະດັບສູງ ຂອງຈີນຈົນເຮັດໃຫ້ “ຫົວຂັ້ນໄດເຮືອນ ຂອງຈີນບໍ່ແຫ້ງ” ເຊິ່ງສັນຍານ ດັ່ງກ່າວເປັນເລື່ອງຜິດ ປົກກະຕິບໍ່ເຄີຍມີມາກ່ອນ ໃນປະຫວັດສາດອາດສື່ເຖິງໂອກາດໃໝ່ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ, ເພື່ອນໃໝ່ ຈິງໃຈຕໍ່ກັນ, ການເຄົາລົບ ຄວາມເປັນເອກະລາດຂອງກັນແລະ ກັນ ແລະ ຄວາມໄວ້ເນື້ອເຊື່ອໃຈ ຂອງຕ່າງປະເທດ ທີ່ມີຕໍ່ຈີນກໍເພີ່ມຂຶ້ນເລື້ອຍໆ ພາຍຫລັງມະຫາອໍານາດ ຍັກໃຫຍ່ຕາເວັນຕົກເບີໜຶ່ງ ຂອງ ໂລກ ໄດ້ໃຊ້ນີ້ວມືຊີ້ ໃຫ້ຫລາຍປະເທດ ເຮັດຕາມໃຈຕົນເອງ ແລະ ຜິດທັນທີ ຖ້າຊາດອື່ນຄິດຕ່າງບໍ່ເຮັດຕາມ ອັນໄດ້ສ້າງແຮງຮຸກຖູ ເຮັດໃຫ້ອໍານາດຄວາມເຊື່ອໝັ້ນ ແລະ ບາລະມີຂອງຍັກໃຫຍ່ໃນຂົ້ວໂລກ ຕາເວັນຕົກທີ່ເຄີຍເປັນຮົ່ມໂຟຮົ່ມໄຊ ໃຫ້ເອີຣົບ ລວມທັງບາງຊາດໃນໂລກ ຄ່ອຍໆເສື່ອມຖອຍລົງຕາມລໍາດັບ.
ບັນດານັກວິເຄາະໃຫ້ທັດສະນະວ່າ: ຖ້າຢາກຮູ້ຈີນຢ່າງເລິກເຊິ່ງ ນັ້ນບໍ່ຄວນເບິ່ງໃນແງ່ມຸມ ໂຄສະນາຊວນເຊື່ອ ຂອງບາງຊາດ ຕາເວັນຕົກດ້ານດຽວ ທີ່ເສກສັນປັ້ນແຕ່ງ ນໍ້າໃຫ້ເປັນຕ່ອນ ເພື່ອເອົາຄວາມດີ ໃສ່ຕົນເອງແລ້ວ ຖິ້ມຄວາມຂີ້ຮ້າຍ ໃສ່ຊາດອື່ນມັນເປັນ ສິ່ງທີ່ບໍ່ຍຸຕິທໍາ ແຕ່ຄວນເບິ່ງປະຫວັດສາດຈີນຮອບດ້ານ ຄື: ຈີນບໍ່ແມ່ນຟາດຊິດ ລ່າເມືອງຂຶ້ນ, ບໍ່ແມ່ນໂຈນປຸ້ນສະດົມ ແລະ ບໍ່ແມ່ນຜູ້ຮຸກຮານຊາດອື່ນໆ ແຕ່ເນື້ອແທ້ຂອງຈີນ ແມ່ນຮັກສັນຕິພາບ, ຄວາມສະຫງົບ, ຄວາມສາມັກຄີ, ການພັດທະນາ, ຢູ່ຮ່ວມກັນຢ່າງສັນຕິ, ແບ່ງປັນການພັດທະນາ-ຜົນປະໂຫຍດ ຮ່ວມ ກັນ ແລະ ພ້ອມກັນຈະເລີນຮຸ່ງເຮືອງ.
ນະໂຍບາຍ “ປະເທດກັບມາຍິ່ງໃຫຍ່ອີກຄັ້ງ” ຂອງມະຫາອໍານາດ ເບີໜຶ່ງຂອງໂລກ ໄດ້ກາຍເປັນ ປັດໃຈສໍາຄັນ ຫັນເຂັມທິດຊ່ວຍ ເຮັດໃຫ້ຈີນ ພັດທະນາໄວກວ່າຕົນເອງ ໃນຫລາຍດ້ານ ແລະ ຍັງສ້າງຄວາມແຕກແຍກ ພາຍໃນ ຄອບຄົວ ນາໂຕອີກ. ດັ່ງທີ່ຮູ້ນໍາກັນ, ນັບແຕ່ໄດ້ດໍາເດີນ ນະໂຍບາຍດັ່ງກ່າວ ໄດ້ເຮັດໃຫ້ ບັນດາຊ່ຽວຊານ ແລະ ນັກວິເຄາະທົ່ວໂລກ ສະແດງຄວາມເຫັນຕ່າງໆ ນາໆວ່າຈີນເຖິງເວລາ ຈະຂຶ້ນເປັນປະເທດ ທີ່ມີຂະໜາດ ເສດຖະກິດໃຫຍ່ ອັນດັບທີໜຶ່ງຂອງໂລກ ແທນປະເທດຍັກໃຫຍ່ ຕາເວັນຕົກໄດ້ແລ້ວບໍ່? ແລະ ປັດໃຈໃດແນ່ ຈະເຮັດໃຫ້ຈີນພັດທະນາ ວ່ອງໄວຈົນເປັນທີ່ຍອມຮັບ ໄປທົ່ວໂລກ? ໂດຍມີຄໍາເຫັນ ແລະ ຄໍາຕອບໃນແງ່ມຸມ ແລກປ່ຽນເປັນເລື່ອງ ທີ່ໜ້າຄົ້ນຫາ 5 ຂໍ້ດັ່ງນີ້: 1. ດ້ານເສດຖະກິດ: ຈີນຈະຂຶ້ນເປັນຊາດ ທີ່ມີຂະໜາດ ເສດຖະກິດໃຫຍ່ ອັນດັບທີໜຶ່ງຂອງໂລກ ແທນຍັກໃຫຍ່ ຕາເວັນຕົກຢ່າງແນ່ນອນ; 2. ການໄລ່ນັກສຶກສາ ກັບປະເທດ ເຂົາເຈົ້າຢ່າງໜ້າ ສົງສານ, ບີບບັງຄັບໃຫ້ພັນທະມິດ ຂວໍ້າບາດບໍ່ໃຫ້ຊື້ຂາຍກັບຈີນ ແລະ ຊາດອື່ນໆ, ຫ້າມຂາຍຊິບໃຫ້ຈີນ, ອັນນີ້ເຮັດໃຫ້ຍັກໃຫຍ່ ຕາເວັນຕົກຄິດຜິດ ແລະ ສາມາດເຮັດໃຫ້ຈີນ ກ້າວກະໂດດ; 3. ປັດຈຸບັນນີ້ ເອໄອຂອງຈີນ ກ້າວໜ້າແລ້ວ ແລະ ໃຜໆກໍຍອມຮັບວ່າ ລາຄາຖືກກວ່າ, ເປັນລະບົບໂອເຟີນຊອດ ແລະ ເຊື່ອວ່າໃນອະນາຄົດ ຈີນຈະກ້າວບໍ່ຢຸດແນ່ນອນ, ຈີນມີພື້ນຖານນັກວິໃຈ ແລະ ການສະໜັບສະໜູນ ຈາກພາກລັດ, ກຸ່ມຊ່ຽວຊານ ຕ່າງປະເທດທີ່ມາເຮັດວຽກ ໃຫ້ປະເທດຍັກໃຫຍ່ຕາເວັນຕົກນີ້ ຍັງຖືກບັງຄັບໃຫ້ເສຍຄ່າ ທໍານຽມຜູ້ລະ 1 ແສນໂດລາ, ຄົນຕ່າງປະເທດ ທີ່ມາເຮັດວຽກໃຫ້ປະເທດຕົນເອງ ຍັງຖືກເກັບພາສີ 1% ເຊິ່ງເຮັດທຸກຢ່າງ ເພື່ອມາອວດປະຊາຊົນ ວ່າໄດ້ດໍາເນີນນະໂຍບາຍ ຂອງຕົນທີ່ ໃຫ້ຄໍາໝັ້ນສັນຍາວ່າ: ປະເທດຕ້ອງກັບມາຍິ່ງໃຫຍ່ ອີກຄັ້ງ, ນີ້ເຮັດໃຫ້ບົດບາດ ຄວາມໜ້າເຊື່ອຖື ເສື່ອມຖອຍ; 4.ເສດຖະກິດ ຍັກໃຫຍ່ຕາເວັນຕົກ ກໍເພິ່ງອາໄສ ຈີນບໍ່ໜ້ອຍ, ຕະຫລາດທີ່ກວມເອົາ ປະຊາກອນ 2-3 ຕື້ກວ່າຄົນ ແນວໃດກໍຕ້ອງ ເພິ່ງພາເຊິ່ງກັນ ແລະ ກັນ; 5.ຖ້າມີສົງຄາມ ບໍ່ວ່າຈະເປັນຮູບແບບໃດ ຂອງສອງມະຫາອໍານາດ ລະຫວ່າງຍັກໃຫຍ່ຕາເວັນຕົກ ແລະ ຈີນ ຈະກໍ່ໃຫ້ເກີດຄວາມເຈັບປວດ ແລະ ປະລາໄຊ ທັງສອງຝ່າຍ.
ໃນມໍ່ມານີ້, ແຫລ່ງຂ່າວລອຍເຕີ ໄດ້ລາຍງານວ່າ: ການເດີນທາງຢ້ຽມຢາມ ປັກກິ່ງຢ່າງເປັນທາງການ ຂອງນາຍົກລັດຖະມົນຕີ ແຫ່ງສະຫະລາຊະອານາຈັກອັງກິດ, ທ່ານ ເຄຍ ສະຕາເມີ (Keir Starmer) ໄດ້ສົ່ງສັນ ຍານວ່າຕົນເອງ ບໍ່ໄດ້ຢູ່ໂດດດ່ຽວ, ບໍ່ໄດ້ກົ້ມຫົວໃຫ້ໃຜ ແລະ ຍັງມີເພື່ອນມິດທີ່ດີ, ພ້ອມຈະຈັບມື ຮ່ວມກັນ ແລກປ່ຽນ ການພັດທະນາ, ສະແຫວງຫາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນອະນາຄົດ.
ການຢ້ຽມຢາມ ຂອງນາຍົກລັດຖະມົນຕີອັງກິດ ຄັ້ງນີ້ຖືວ່າເປັນໂສມໜ້າໃໝ່ ໃນຮອບ 8 ປີ, ເຊິ່ງບໍ່ພຽງ ຈະຍົກລະດັບ ສາຍພົວພັນ ຮ່ວມມືໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ, ແຕ່ຍັງສ້າງຜົນປະໂຫຍດ ຮ່ວມກັນຢ່າງຫລວງຫລາຍ, ໂດຍທັງສອງຝ່າຍ ອັງກິດ-ຈີນ ໄດ້ຕົກລົງທີ່ຈະພັດທະນາ ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ແລະ ຍາວນານຢ່າງຕໍ່ ເນື່ອງ; ຈີນໄດ້ຕັດສິນໃຈ ຫລຸດອັດຕາພາສີນຳເຂົ້າ ສຳລັບເຫລົ້າວິສກີຈາກ 10% ລົງເຫລືອ 5%; ນອກ ຈາກນີ້, ຍັງໄດ້ຕົກລົງທີ່ຈະສ້າງຕັ້ງ ຄູ່ຮ່ວມລະດັບສູງ ເພື່ອຈັດການ ກັບການປ່ຽນແປງ ດິນຟ້າອາກາດ, ຟື້ນຟູການເຈລະຈາ ດ້ານຄວາມປອດໄພ, ແລະ ລົງນາມເອກະສານການຮ່ວມມື ລະຫວ່າງລັດຖະບານ 12 ສະບັບເຊັ່ນ: ເສດຖະກິດ, ການຄ້າ, ກະສິກຳ, ອາຫານ, ວັດທະນະທຳ, ການຄຸ້ມຄອງຕະຫລາດ ແລະ ການຮ່ວມມື ດ້ານການບັງຄັບ ໃຊ້ກົດໝາຍ. ທັງສອງຝ່າຍຍັງ ໄດ້ບັນລຸຂໍ້ຕົກລົງ ການຮ່ວມມືດ້ານການເງິນ, ການບໍລິການສຸຂະພາບ, ສື່ມວນຊົນ, ແລະ ການສຶກສາ.
ທ່ານ ເຄຍ ສະຕາເມີ ຍັງສະແດງຄວາມເຫັນ ຕອບກັບຄໍາເຕືອນ ຂອງ ບາງຜູ້ນໍາຍັກໃຫຍ່ ຊາດຕາເວັນຕົກ ທີ່ອ້າງມຸມລົບ ວ່າການຢ້ຽມຢາມຈີນເປັນສິ່ງ “ອັນຕະລາຍ” ແລະ ປະຕິເສດທຸກ ຄໍາເຫັນຂອງບາງຜູ້ນໍາ ຕາເວັນຕົກ ທີ່ເຕັມໄປດ້ວຍອະຄະຕິ ເຊິ່ງການຢ້ຽມຢາມຈີນ ຂອງຄະນະຜູ້ແທນລະດັບສູງ ອັງກິດຄັ້ງນີ້ແມ່ນການ ຮ່ວມມື ທີ່ຖືກຕ້ອງ, ຍຸຕິທໍາ, ທຸກປະເທດ ມີອະທິປະໄຕ, ຄວາມເປັນເອກະລາດ ແລະ ມີເສັ້ນທາງເດີນຂອງຕົນເອງ ຢູ່ແລ້ວ. ສະນັ້ນສິ່ງທີ່ມີ ໃຜບາງຄົນຄິດວ່າ “ອັງກິດຈະເອົາ ຫົວມຸດດິນຊາຍ ໂດຍບໍ່ຍອມເບິ່ງຄວາມເປັນຈິງ ນັ້ນເປັນເລື່ອງ ທີ່ບໍ່ສະຫລາດ”, ຢາກໃຫ້ເປີດຕາເບິ່ງກວ້າງຂຶ້ນ ກວ່າເກົ່າຄືຈີນ ເປັນປະເທດເສດຖະກິດໃຫຍ່ ອັນດັບຕົ້ນໆຂອງໂລກ, ເປີດປະຕູຍິນດີ ຕ້ອນຮັບຢ່າງຈິງໃຈ ແລະ ຮັບຟັງເຫດຜົນ ຢ່າງກົງໄປກົງມາ, ນັ້ນລ້ວນ ແຕ່ສ້າງໂອກາດໃໝ່ ພາຍໃຕ້ເງື່ອນໄຂ ຕ່າງຝ່າຍ ຕ່າງມີຜົນປະໂຫຍດຮ່ວມກັນ ໃນຍຸກໂລກາພິວັດ. ຜົນການຢ້ຽມຢາມຈີນເປັນເວລາ 4 ວັນນີ້ຖືວ່າປະສົບຜົນສໍາເລັດ ຫລວງຫລາຍນອກຈາກ ໄດ້ຍົກເລີກ ມາດຕະການຂວໍ້າບາດ ແລ້ວຍັງສາມາດ ຫລຸດຜ່ອນ ພາສີ ແລະ ບັນລຸຂໍ້ຕົກລົງ ການລົງທຶນມູນຄ່າເຖິງ 15.000 ລ້ານໂດລາ.
ທ່ານ ແຈັກ ຊິມ (Jack Sim Juek Wah) ນັກວິເຄາະ, ນັກທຸລະກິດຊາວສິງກະໂປ ໄດ້ວິເຄາະຜ່ານສື່ສັງຄົມອອນລາຍ ກ່ຽວກັບຄວາມຂັດແຍ່ງດ້ານ ສົງຄາມການຄ້າ, ສົງຄາມຫ້າມ ຂາຍຊິບລະຫວ່າງ ມະຫາອຳນາດຕາເວັນຕົກ ແລະ ຈີນທີ່ເຕັມໄປດ້ວຍ ອັດທະລົດທີ່ໜ້າສົນໃຈ ຕື່ນເຕັ້ນວ່າ: ຈີນ ເປັນປະເທດສັງຄົມນິຍົມ “ ກໍາລັງຊະນະ” ໃນຈີນ ແລະ ປະຊາທິປະໄຕ “ກໍາລັງຈະປະລາໄຊ” ໃນປະເທດເບີໜຶ່ງ ຂອງຕາເວັນຕົກ, ພວກເຮົາເຈົ້າ ຂ້ອຍຖືກສອນ ແລະ ລ້າງສະໝອງມາຕະຫລອດ ຈາກບາງຊາດໃນໂລກ ຕາເວັນຕົກວ່າຄອມມູນິດ (ສັງຄົງນິຍົມ) ຈະລົ້ມລະລາຍ ແລະ ປະຊາທິປະໄຕຈະຊະນະສະເໝີ, ແຕ່ຖ້າເບິ່ງພາບປັດຈຸບັນ ກັບກົງກັນຂ້າມຢ່າງໜ້າຄິດ. ເສດຖະກິດຂອງຈີນ ກຳລັງຂະຫຍາຍໂຕຢ່າງຕໍ່ເນື່ອງ, ນະວັດຕະກໍາ ທັນສະໄໝ ພວມໄດ້ຮັບການຂະຫຍາຍຕົວ ແບບກ້າວກະໂດດ ແລະ ສາມາດດຶງດູດຄົນ ເກັ່ງຈາກທົ່ວໂລກ ສ່ວນເບີໜຶ່ງຕາເວັນຕົກ ກຳລັງຕົກຫລຸມຄວາມຂັດແຍ່ງ, ການເມືອງເປັນອຳມະພາດ ແລະ ວິໄສທັດການຄິດຊໍ້າພັດເບິ່ງໄລຍະສັ້ນເຕັມໄປດ້ວຍອະຄະຕິດ.
ທ່ານ ແຈັກຊິມເນັ້ນໃຫ້ເຫັນບາງຈຸດສໍາຄັນທີ່ແຕກຕ່າງວ່າ: ພວກເຮົາຄວນເບິ່ງ ໃນມຸມກວ້າງຂຶ້ນ ແລະ ເປີດໃຈຢ່າງສົມເຫດສົມຜົນຄື: 1.ຈີນ: ຂັບເຄື່ອນວິໄສທັດ ແລະ ຄວາມມຸ່ງໝັ້ນ “ໃຊ້ງານໄດ້ຈິງ”, ສະນັ້ນລືມພາບຄວາມຊົງຈໍາເກົ່າໆດັ້ງເດີມໄປໄດ້ເລີຍ, ຈີນບໍ່ແມ່ນແບບນັ້ນ. ຈີນແມ່ນມີຍຸດທະສາດຊັດເຈນ, ວິໄສທັດຍາວໄກ, ວາງແຜນເປັນສິບໆປີ ແລະ ຮ້ອຍໆປີ ເຊິ່ງເຫັນໄດ້ຈາກການສ້າງນະວັດຕະກຳເອໄອ (AI), ຊິບຊິມິຄອນດັກເຕີ, ພະລັງງານສີຂຽວ (ລົມ,ຕາເວັນ), ລົດໄຟຟ້າ (EV) ແລະ ລັດກຳນົດເປົ້າໝາຍຕະຫຼາດແລ້ວລົງມືເຮັດທັນທີ, ເປັນແມ່ເຫລັກດຶງດູດຄົນເກັ່ງ, ນັກວິສະວະກອນ ແລະ ຜູ້ປະກອບການຈີນ ຈຳນວນຫຼາຍ ກັບຄືນປະເທດ ຈາກປະເທດ ຍັກໃຫຍ່ຕາເວັນຕົກ ແລະ ເອີຣົບ ເພາະໂອກາດ ຂະໜາດໃຫຍ່ ແລະ ມີຄວາມຮູ້ສຶກວ່າກຳລັງຮັບໃຊ້ “ພາລະກິດລະດັບຊາດ” ແລະ ອື່ນໆໄດ້ເຮັດໃຫ້ຈີນ ເຕີບໂຕຢ່າງໝັ້ນຄົງ ແລະ ສາມາດຈັດການຄວາມສ່ຽງ ຂະໜາດໃຫຍ່ ໄດ້ຢ່າງທັນການ. ຖ້າພວກເຮົາມາເບິ່ງ ແບບລັກສະນະປຽບທຽບກັນ ລະຫວ່າງ ຈີນ ແລະ ຍັກໃຫຍ່ຕາເວັນຕົກໃນປີ 2025 ເຫັນວ່າເສດຖະກິດ ຂອງຈີນເຕີບໂຕ 5%, ເສດຖະກິດ ຂອງຍັກໃຫຍ່ ຕາເວັນຕົກເຕີບໂຕພຽງ 2%, ລວມຍອດຜະລິດຕະພັນ ພາຍໃນປະເທດ (GDP) ໃນລະດັບການຈັບຈ່າຍຊື້-ຂາຍ (PPP) ຂອງ ຈີນ: 41 ລ້ານລ້ານໂດລາ (2025), ຄາດວ່າ ຈະເພີ່ມຂຶ້ນ 43 ລ້ານລ້ານ (2026) ຂະນະທີ່ ລວມຍອດຜະລິດ ຕະພັນພາຍໃນປະເທດ (GDP) ໃນລະດັບການຈັບຈ່າຍຊື້-ຂາຍ (PPP) ຂອງຍັກໃຫຍ່ຕາເວັນຕົກ ມີພຽງແຕ່ 30 ລ້ານລ້ານ (2025) ຄາດວ່າຈະເພີ່ມຂຶ້ນ 31 ລ້ານລ້ານ (2026) ສະນັ້ນໃນແງ່ກໍາລັງການຊື້ (PPP) ເສດຖະກິດຈີນໃຫຍ່ກວ່າຍັກໃຫຍ່ຕາເວັນຕົກປະມານ 35%. 2. ປະເທດຜູ້ ນໍາຕາເວັນຕົກ: ປະຊາທິປະໄຕ ທີ່ກໍາລັງສະດຸດຈາກທີ່ຜູ້ຄົນ ຮັບຮູ້ວ່າມະຫາອໍານາດ ເໝືອນດັ່ງ “ຍັກໃຫຍ່” ທີ່ເປັນຕົ້ນແບບທຶນນິຍົມ ເສລີປະຊາທິປະໄຕໃນ “ໃນເຈ້ຍ” ກຳລັງຜະເຊີນ ບັນຫາໂຄງສ້າງ ພາຍໃນປະເທດທີ່ໜັກຂຶ້ນ ໂດຍຍຶດຖືວິທີຄິດສັ້ນເປັນຫລັກ, ຮອບເລືອກຕັ້ງເຮັດໃຫ້ການວາງແຜນ ນະໂຍບາຍໄລຍະຍາວເກືອບ ເປັນໄປບໍ່ໄດ້, ການເມືອງຕົກ ຂຸມ ກຸ່ມຜົນປະໂຫຍດ ແລະ ຄວາມຂັດແຍ່ງທາງພັກການເມືອງ ຂອງຍັກໃຫຍ່ຕາເວັນຕົກ ເຮັດໃຫ້ ການປະຕິຮູບໃຫຍ່ເດີນໜ້າບໍ່ໄດ້ ທ່າມກາງຄວາມບໍ່ແນ່ນອນ ກໍາແພງພາສີລະຫວ່າງ ປະເທດສູງ, ຄວາມສ່ຽງທາງກົດໝາຍ ແລະ ຄວາມບໍ່ໝັ້ນຄົງທາງສັງຄົມ ສ່ອງແສງໃຫ້ຄວາມ ແຕກແຍກກວ້າງຂຶ້ນ. ແຕ່ “ການລົງມືເຮັດ” ກັບລົ້ມເຫລວ, ນະວັດຕະກໍາຖືກ ອັດຕັນຢູ່ໃນກຸ່ມ ບໍລິສັດຍັກໃຫຍ່ ພຽງບໍ່ພໍເທົ່າໃດແຫ່ງ, ຄວາມເຫລື່ອມລໍ້າຮຸນແຮງ ແລະ ຄວາມເຊື່ອໝັ້ນຂອງ ສາທາລະນະຄ່ອຍໆຖອຍລົງ. 3. ຜູ້ສ້າງ ແລະ ຜູ້ຂົ່ມເຫັງ: ສິ່ງທີ່ສຳຄັນກວ່າ ປ້າຍໂຄສະນາທາງອຸດົມການ ແມ່ນຄວາມສາມາດ, ຄວາມໝັ້ນຄົງ ແລະ ວິໄສທັດໄລຍະຍາວ ເຊິ່ງຈີນສະແດງໃຫ້ເຫັນ ວ່າການລວມສູນການເມືອງ, ເສລີພາບທາງ ຕະຫລາດ, ເປົ້າໝາຍລະດັບຊາດ, ນະວັດຕະກຳ ແລະ ການເຕີບໂຕໄດ້ເດີນ ທາງຢ່າງສະຫງ່າງາມ ກົງກັນຂ້າມປະຊາທິປະໄຕ ທີ່ຂາດວິໄນ ແລະ ຂາດການລົງມືເຮັດ ເຕັມໄປດ້ວຍ ຄວາມສ່ຽງທີ່ຈະທົດຖອຍ ແລະ ຢຸດສະງັກ ເຖິງແມ່ນວ່າ “ເສລີປະຊາທິປະໄຕ” ຢູ່ເທິງເຈ້ຍກໍຕາມ ແລະ ເມື່ອໃດທ່ານວາງທ່າ ສະແດງການປະພຶດ ເອົາປາກນາບຄູ່ ແລະ ເອົາມືຊີ້ຜະເດັດ ການແຕ່ລະມືນັ້ນ ທ່ານກໍຈະຄ່ອຍໆ ໄລ່ຕ້ອນຕົນເອງ ເຂົ້າມຸມທີ່ມືດມົນ ແລະ ຈີນກໍາລັງຊະນະນັ້ນເອງ.
ປະຊາຄົມໂລກຮູ້ດີ ແລະ ເຂົ້າໃຈຢ່າງຈະແຈ້ງວ່າ: ມວນມະນຸດທີ່ຢູ່ຮ່ວມໂລກ ດຽວກັນພາຍໃຕ້ເງື່ອນໄຂ ອີ່ມໜໍາສໍາລານ, ບ້ານເມືອງຈະເລີນຮຸ່ງເຮືອງສີວິໄລ, ການພັດທະນາກ້າວໜ້າ ວ່ອງໄວ, ສັນຕິພາບໝັ້ງຄົງ ແລະ ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ດີນັ້ນບໍ່ແມ່ນໄດ້ມາຈາກອໍານາດ ຜະເດັດການນາບຄູ່ຂົ່ມເຫັງ ຊາດອື່ນ, ບໍ່ແມ່ນການໃຊ້ ກໍາລັງທະຫານຢຶດ ເອົາປະເທດອື່ນ, ບໍ່ແມ່ນລອບຂ້າ ແລະ ສັງຫານ ເພື່ອນມະນຸດດ້ວຍກັນ ຕາມໃຈມັກເພື່ອສ້າງຮັ່ງຄູນ ມີໃຫ້ຊາດຕົນເອງ, ບໍ່ແມ່ນການກອບ ໂກຍເຫັນແກ່ສິດຜົນປະໂຫຍດ ສ່ວນຕົວຫລາຍກວ່າສ່ວນລວມ, ບໍ່ແມ່ນການໂຄສະນາຊວນເຊື່ອ ສ້າງກຸ່ມສ້າງກ້ອນອະຄະຕິ ໂຄ່ນລົ້ມໂຈມຕີເພື່ອດ້ອຍຄ່າຊາດອື່ນ ເພື່ອເຮັດໃຫ້ຊາດຕົນເອງ ເບິ່ງດີກວ່າ, ແຕ່ຕົວຈິງ ນັ້ນມັນຮຽກຮ້ອງ ໃຫ້ວົງຄະນະຍາດທັງໝົດ ໃນໂລກເພິ່ງພາອາໄສເຊິ່ງກັນແລະກັນ, ຮ່ວມມືກັນພັດທະນາ ເພື່ອສະແຫວງຫາໂອກາດ ໃໝ່ທີ່ດີກວ່າ, ບໍ່ຖິ້ມປະໃຜໄວ້ເບື້ອງຫລັງ ໂດຍສາມັກຄີກັນພ້ອມກັນ ເຮັດພ້ອມກັນສ້າງ, ຮັກສາໄວ້ຄວາມຍຸຕິທໍາ ແລະ ຫວງແຫນສັນຕິພາບ ໃຫ້ໝັ້ນຄົງຂະນົງແກ່ນ ຕະຫລອດໄປ.
ໂດຍ: ປອກເປືອກ