ຂປລ
ໃນສານທີ່ສົ່ງໄປ ອວຍພອນ ກອງປະຊຸມສຸດຍອດ ສະຫະພາບ ອາຟຣິກາ ຄັ້ງທີ 39 ທີ່ ຈັດຂຶ້ນຢູ່ ແອດດີສອາບາບາ (Addis Ababa) ຂອງ ເອທີໂອປີ, ໃນວັນທີ 14 ກຸມພາຜ່ານມາ, ທ່ານ ສິຈິ້ນຜິ້ງ, ເລຂາທິການໃຫຍ່, ປະທານ ປະເທດ ຈີນ ໄດ້ຖະແຫລງວ່າ ເລີ່ມແຕ່ ວັນທີ 01 ພຶດສະພາ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ໃນສານທີ່ສົ່ງໄປ ອວຍພອນ ກອງປະຊຸມສຸດຍອດ ສະຫະພາບ ອາຟຣິກາ ຄັ້ງທີ 39 ທີ່ ຈັດຂຶ້ນຢູ່ ແອດດີສອາບາບາ (Addis Ababa) ຂອງ ເອທີໂອປີ, ໃນວັນທີ 14 ກຸມພາຜ່ານມາ, ທ່ານ ສິຈິ້ນຜິ້ງ, ເລຂາທິການໃຫຍ່, ປະທານ ປະເທດ ຈີນ ໄດ້ຖະແຫລງວ່າ ເລີ່ມແຕ່ ວັນທີ 01 ພຶດສະພາ, ຈີນ ຈະປະຕິບັດ ນະໂຍບາຍ ຍົກເວັ້ນພາສີ ສຳລັບ 53 ປະເທດ ອາຟຣິກາ ທີ່ມີ ການພົວພັນ ການທູດກັບ ປະເທດນີ້.
ໃນຂະນະດຽວກັນນັ້ນ, ຈີນ ຈະສືບຕໍ່ ຊຸກຍູ້ ການລົງນາມ ສັນຍາ ຄູ່ຮ່ວມມື ເສດຖະກິດຮ່ວມ ແລະ ເປີດກວ້າງ ຄວາມສາມາດ ເຂົ້າເຖິງ ຕະຫລາດ ໃຫ້ແກ່ ບັນດາ ຜະລິດຕະພັນ ນຳເຂົ້າ ຂອງ ອາຟຣິກາ ທີ່ສົ່ງໄປ ຈີນ ໂດຍຜ່ານການຍົກລະດັບ “ເສັ້ນທາງສີຂຽວ” ເພີ່ມຂຶ້ນຕື່ມອີກ. ນອກຈາກນີ້ ທ່ານ ສີຈິ້ນຜິ້ງ ໄດ້ເນັ້ນໜັກວ່າ ຕໍ່ໜ້າສະພາບການ ສາກົນ ທີ່ ສັບສົນ ແລະ ຂາດສະຖຽນລະພາບ, ຈີນ ໄດ້ຢືດໝັ້ນ ໃຫ້ຄຳໝັ້ນສັນຍາ ການຮັກສາ ສັນຕິພາບໂລກ, ຊຸກຍູ້ການພັດທະນາລວມ ແລະ ການສ້າງປະຊາຄົມ ແບ່ງປັນອະນາຄົດ./
KPL