ສະຫະພາບ ອາຟຣິກາ ຮຽກຮ້ອງ ຢຸດຕິການດັບສູນ ເຊື້ອສາດ ຊາວປາແລັດສະຕິນ

17/02/2026 08:25
ຂປລ ທ່ານ ມາຫມູດ ອາລິ ຍູຊູຟ, ປະທານ ຄະນະກຳມະການ ສະຫະພາບ ອາຟິຣິກາ (AUC) ໄດ້ຮຽກຮ້ອງ ໃຫ້ຢຸດຕິ ການດັບສູນເຊື້ອຊາດ ຊາວປາແລັດສະຕິນ ແລະ ກ່າວປະນາມ ບັນດາການປະທະກັນ ຢູ່ ອາຟຣິກາ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ທ່ານ  ມາຫມູດ ອາລິ ຍູຊູຟ, ປະທານ ຄະນະກຳມະການ ສະຫະພາບ ອາຟິຣິກາ (AUC) ໄດ້ຮຽກຮ້ອງ ໃຫ້ຢຸດຕິ ການດັບສູນເຊື້ອຊາດ ຊາວປາແລັດສະຕິນ ແລະ ກ່າວປະນາມ ບັນດາການປະທະກັນ ຢູ່ ອາຟຣິກາ.

ໃນພິທີໄຂ ກອງປະຊຸມ ສຸດຍອດສະຫະພາບ ອາຟຣິກາ ຄັ້ງທີ 39 ທີ່ຈັດຂຶ້ນໃນວັນທີ 14 ກຸມພາ ຢູ່ ເອທີໂອປີ, ທ່ານ ມາຫມູດ ອາລິ ຍູຊູຟ ຢຶນຢັນວ່າ: ກົດໝາຍ ສາກົນ ແລະ ກົດໝາຍ ວ່າດ້ວຍ ມະນຸດສະທຳ ສາກົນ ແມ່ນພື້ນຖານຂອງ ປະຊາຄົມ ສາກົນ, ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ ອິດສະຣາແອນ ຍົກເລີກຄຳສັ່ງ ອາຍັດ ເຄື່ອງຊ່ວຍເຫລືອມະນຸດສະທຳ ສົ່ງເຂົ້າເຂດດິນແດນ ຂອງ ປາແລັດສະຕິນ ທີ່ ພວມຖືກຢຶດໄວ້. ສະນັ້ນ ການປະທະກັນ ຢູ່ ເຂດກາຊາ ເຮັດໃຫ້ ຫລາຍກວ່າ 72.000 ຄົນ ເສຍຊີວິດ, ເກືອບ 172.000 ຄົນ ໄດ້ຮັບບາດເຈັບ ແລະ ພວມສືບຕໍ່ ເກີດຂຶ້ນພາຍຫລັງ 4 ເດືອນ ທີ່ ບັນລຸໄດ້ ຂໍ້ຕົກລົງຢຸດຍິງ./

KPL

ຂ່າວອື່ນໆ

ads
ads

Top