ຂປລ
ລັດຖະບານຊຸດໃໝ່ ຂອງ ບັງກລາເທດ ຈະເຂົ້າພິທີສາບານຕົວ ຮັບດຳລົງ ຕຳແໜ່ງ ຢູ່ ນະຄອນຫລວງ ດາກາ ປະເທດ ບັງກລາເທດ, ພາຍຫລັງ 5 ວັນ ທີ່ ພັກແຫ່ງຊາດ ບັງກລາເທດ (BNP) ຍາດໄດ້ໄຊຊະນະ ຢ່າງຂາດຂັ້ນ ໃນການ ເລືອກຕັ້ງ ສະພາ ແຫ່ງຊາດ ທົ່ວປະເທດ ຊຸດທີ 13.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 17 ກຸມພາ, ລັດຖະບານຊຸດໃໝ່ ຂອງ ບັງກລາເທດ ຈະເຂົ້າພິທີສາບານຕົວ ຮັບດຳລົງ ຕຳແໜ່ງ ຢູ່ ນະຄອນຫລວງ ດາກາ ປະເທດ ບັງກລາເທດ, ພາຍຫລັງ 5 ວັນ ທີ່ ພັກແຫ່ງຊາດ ບັງກລາເທດ (BNP) ຍາດໄດ້ໄຊຊະນະ ຢ່າງຂາດຂັ້ນ ໃນການ ເລືອກຕັ້ງ ສະພາ ແຫ່ງຊາດ ທົ່ວປະເທດ ຊຸດທີ 13. ອົງການ ນິຕິບັນຍັດໃໝ່ ຢູ່ ປະເທດ ອາຊີໃຕ້ ຈະແມ່ນ ທ່ານ Tarique Rahman, ປະທານພັກ BNP ນຳໜ້າ.
ພາຍຫລັງພິທີສາບານຕົວ ຂອງ ລັດຖະບານ, ບັນດາ ສະມາຊິກໃໝ່ ທີ່ ສະພາແຫ່ງຊາດ ບັງກລາເທດ ເລືອກຕັ້ງກໍຈະເຂົ້າ ພິທີສາບານຕົວ ຮັບດຳລົງຕຳແໜ່ງ. ຄາດວ່າ, ພິທີສາບານຕົວ ຮັບດຳລົງຕຳແໜ່ງ ຈະມີການເຂົ້າຮ່ວມຂອງການນຳຂັ້ນສູງ ຂອງທຸກປະເທດ ໃນພາກພື້ນ ອາຊີໃຕ້. ກ່ອນໜ້ານັ້ນ, ໃນການ ເລືອກຕັ້ງ ທົ່ວປະເທດ ແລະ ການລົງປະຊາມະຕິ ທີ່ ຈັດຂຶ້ນ ໃນວັນທີ 12 ກຸມພາ, ພັກ BNP ຍາດໄດ້ 209/297 ທີ່ນັ່ງ ໃນສະພາ ແຫ່ງຊາດ ບັງກລາເທດ ຊຸດ ໃໝ່, ກວມເອົາ ຫລາຍກວ່າ 2/3 ຈຳນວນທີ່ນັ່ງທັງໝົດ./
KPL