ນູແວນເຊລັງ ເພີ່ມໂຄຕາ ປ່ອຍຈະຫລວດ ຂຶ້ນສູ່ອາວະກາດ ຈາກ 100 ເປັນ 1.000 ຄັ້ງ

17/02/2026 08:25
ຂປລ ລັດຖະບານ ນູແວນເຊລັງ ປະກາດເພີ່ມຈໍານວນ ການປ່ອຍຈະຫລວດ ຂຶ້ນໄປສູ່ ອາວະກາດ ຈາກ 100 ຄັ້ງ ເປັນ 1.000 ຄັ້ງ ເພື່ອສົ່ງເສີມ ການເຕີບໂຕ ຂອງ ພາກສ່ວນອາວະກາດ ແລະ ການບິນຂັ້ນສູງ.

ຂປລ. ສຳນັກຂ່າວຊິນຮວາ ລາຍງານວ່າ: ລັດຖະບານ ນູແວນເຊລັງ ປະກາດເພີ່ມຈໍານວນ ການປ່ອຍຈະຫລວດ ຂຶ້ນໄປສູ່ ອາວະກາດ ຈາກ 100 ຄັ້ງ ເປັນ 1.000 ຄັ້ງ ເພື່ອສົ່ງເສີມ ການເຕີບໂຕ ຂອງ ພາກສ່ວນອາວະກາດ ແລະ ການບິນຂັ້ນສູງ.

ໂດຍ ທ່ານ ເພນນີ ຊີມມອນສ ລັດຖະມົນຕີ ກະຊວງ ສິ່ງແວດລ້ອມ ເປີດເຜີຍວ່າ: ຕົວເລກ ທີ່ ປ່ຽນແປງນີ້ ມີຂຶ້ນ ຫລັງຈາກ ໄດ້ທົບທວນ ກົດລະບຽບ ກ່ຽວກັບ ເສດຊາກ ຈາກ ການປ່ອຍ ຈະຫລວດ ໃນເຂດ ເສດຖະກິດ ຈຳເພາະ (EEZ) ແລະ ໄຫລ່ທະວີບ ຂອງ ນູແວນເຊລັງ ຊຶ່ງ ການປະເມີນພົບວ່າ ການຂະຫຍາຍ ເພດານ ປ່ອຍຈະຫລວດ ສູງເຖິງ 1.000 ຄັ້ງນັ້ນ ກໍ່ຄວາມສ່ຽງ ຕໍ່ສິ່ງແວດລ້ອມ ໃນລະດັບຕໍ່າ.

ການຄາດການ ດັ່ງກ່າວ ໄດ້ສະແເດງໃຫ້ເຫັນວ່າ ຈຳນວນ ການປ່ອຍ ຈະຫລວດ ຍັງບໍ່ທັນກ້າວຂຶ້ນສູ່ ລະດັບສູງສຸດ ທີ່ ກຳນົດໃໝ່ ຢ່າງໜ້ອຍ ຈົນເຖິງ ປີ 2050 ຊຶ່ງຈະຊ່ວຍສ້າງ ຄວາມແນ່ນອນ ຕໍ່ການວາງແຜນ ໄລຍະຍາວ ແລະ ການລົງທຶນ ຂອງ ພາກອຸດສາຫະກຳ, ພ້ອມທັງ ເນັ້ນໜັກວ່າ ຖ້າຫາກ ບໍ່ເພີ່ມເພດານ ດັ່ງກ່າວ ການປ່ອຍຈະຫລວດ ເພີ່ມເຕີມ ຈະຕ້ອງຜ່ານ ຂະບວນການ ຂໍອະນຸຍາດ ທາງທະເລ ທີ່ຕ້ອງພົບກັບ ຄວາມຫຍຸ້ງຍາກ ແລະ ໃຊ້ເວລາດົນນານ./

KPL

ຂ່າວອື່ນໆ

ads
ads

Top