ສະຖານທູດຫວຽດນາມ ປະຈຳລາວ ສະຫລອງບຸນປີໃໝ່ປະຈຳຊາດ

11/02/2026 06:09
Email Print 31451
ຂປລ ສະຖານທູດຫວຽດນາມ ປະຈຳລາວ ຈັດພິທີສະເຫລີມສະ ຫລອງບຸນປະເພນີປີໃໝ່ປະຈຳຊາດຫວຽດນາມ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 9 ກຸມພາ 2026.

     ຂປລ.  ໂດຍມີສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ທູຕານຸທູດ, ຊາວຫວຽດນາມທີ່ອາໄສຢູ່ລາວພ້ອມແຂກຖືກເຊີນເຂົ້າຮ່ວມ.

     ໂອກາດນ້ີ, ສະຫາຍ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ  ສສ ຫວຽດນາມ ປະຈຳສປປ ລາວ ໄດ້ກ່າວວ່າ: ການຈັດງານສະຫລອງບຸນປີໃໝ່ຫວຽດນາມໃນຄັ້ງນີ້,  ຈັດຂຶ້ນພາຍໃຕ້ຄໍາຂວັນ “ຊົມເຊີຍພັກ, ຊົມເຊີຍປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ຂໍ່ານັບຮັບຕ້ອນປີໃໝ່ ປີ ມະເມຍ 2026” ພ້ອມທັງບັນດາຜົນງານທີ່ພົ້ນເດັ່ນທີ່ ສສ ຫວຽດນາມ ຍາດມາໄດ້ໃນໄລຍະປີ 2025 ຜ່ານມາເປັນຕົ້ນພື້ນຖານເສດຖະກິດມີການຫັນປ່ຽນຢ່າງແຂງແຮງ ຈີ ດີພີ ບັນລຸໄດ້ກວ່າ 8%, ນອນໃນກຸ່ມບັນດາປະເທດທີ່ມີການເຕີບໂຕດ້ານເສດຖະກິດສູງແຖວໜ້າຂອງໂລກ ດ້ວຍລວມຍອດຈີດີພີບັນລຸກວ່າ 514 ຕື້ໂດລາສະຫະລັດ, ຈີດີພີສະເລ່ຍຕໍ່ຫົວຄົນບັນລຸກວ່າ 5.000 ໂດລາສະຫະລັດ ແລະ ຫວຽດນາມ ເຂົ້າເປັນສະມາຊິກກຸ່ມປະເທດທ່ີມີລາຍຮັບປານກາງສູງ. ພ້ອມນີ້, ທ່ານເອກອັກຄະລັດຖະທູດຍັງໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ຫວຽດນາມ ຊຶ່ງຍາມໃດກໍໄດ້ມີຄວາມໄວ້ເນື້ອເຊື່ອໃຈຕ່ໍກັນ ແລະ ກັນ ໃນລະດັບສູງສຸດ, ຄຽງບ່າຄຽງໄຫລ່ກັນໃນທຸກບາດກ້າວເດີນຂອງແຕ່ລະປະເທດ, ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນທຸກຂົງເຂດ, ໃນທຸກເວທີພາກພື້ນກໍຄືສາກົນ ເພື່ອພ້ອມກັນພັດທະນາ. ພ້ອມທັງຢືນຢັນວ່າ: ປະຊາຊົນຫວຽດນາມຈະເປັນເພື່ອນມິດ, ເປັນສະຫາຍອ້າຍນ້ອງ ທີ່ຮັກແພງແບບເລືອດເນື້ອເຊື້ອດຽວຕະຫລອດໄປກັບປະຊາຊົນລາວ, ພ້ອມກັນມານະພະຍາຍາມ ເພື່ອພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ພ້ອມທັງອວຍພອນໃຫ້ທັງສອງປະເທດຫວຽດນາມ ແລະ ລາວ ໃນປີມະເມຍ 2026 ຈ່ົງສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມກັນ ກ້າວເດີນໄປຕາມຈຸດໝາຍສັງຄົມນິຍົມ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

     ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ອວຍພອນໄຊອັນປະເສີດມາຍັງບັນດາສະຫາຍການນຳພັກ, ລັດຕະຫລອດຮອດປະຊາຊົນຊາວຫວຽດນາມ ທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ສສ ຫວຽດນາມ ທັງໝົດຈົ່ງມີຄວາມຜາສຸກ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນທຸກປະການ. ພ້ອມທັງຕີລາຄາສູງທ່ີເຫັນວ່າຕະຫລອດໄລຍະ 1 ປີຜ່ານມາປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍທາງດ້ານປະຫວັດສາດ ໂດຍສະເພາະໃນພາລະກິດແຫ່ງການສ້າງສາພັດທະນາປະເທດຊາດຂອງຕົນຕາມແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ. ພ້ອມທັງຕີລາຄາສູງຕ່ໍການພົວພັນຮ່ວມມືລະຫວ່າງສອງປະເທດ ທ່ີສືບຕ່ໍມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ພັດທະນາໃນທຸກຂົງເຂດ ໂດຍສະເພາະໃນປີ 2025 ຜ່ານມາ ແລະ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນລາວຈະຄຽງບ່າຄຽງໄຫລ່ກັບພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມເພ່ືອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນດ້ວຍຄຸນນະພາບອັນໃໝ່ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ ແລະ ຫວຽດນາມ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ. ປຽບດັ່ງຄຳເວົ້າອະມະຕະຂອງປະທານ ໄກສອນ ພົມວິຫານ ທີ່ກ່າວວ່າ: “ພູຜາອາດຈະເຊາະເຈ່ືອນ, ແມ່ນ້ຳລຳເຊ ອາດຈະເຫືອດແຫ້ງ, ແຕ່ສາຍໃຈລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ຂ່າວ: ທະນູທອງ, ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສະຫລອງວັນຊາດຫວຽດນາມ ຄົບຮອບ 81 ປີປີສາມັກຄີມິດຕະພາບລາວ-ຫວຽດນາມ2022

      ສະຫລອງວັນຊາດຫວຽດນາມ ຄົບຮອບ 81 ປີ

      9/1/2026 7:57:40 AM

      ສະຖານທູດຫວຽດນາມປະຈຳລາວ ຈັດພິທີສະເຫລີມ ສະຫລອງວັນຊາດຫວຽດນາມຄົບຮອບ 81 ປີ (2/9/1945-/9/2026) ໃນວັນທີ 28 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າອົງການຈັດຕ້ັງ ສາກົນຢູ່ລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

    • ລາວ-ຫວຽດ ຮັດແໜ້ນການພົວພັນຮ່ວມມືດ້ານວຽກງານກວດກາປີສາມັກຄີມິດຕະພາບລາວ-ຫວຽດນາມ2022

      ລາວ-ຫວຽດ ຮັດແໜ້ນການພົວພັນຮ່ວມມືດ້ານວຽກງານກວດກາ

      8/27/2026 9:33:21 AM

      ພິທີພົບປະສອງຝ່າຍ ລະຫວ່າງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ກວັກ ດວ່ານ ກຳມະການສູນກາງພັກ, ປະທານຄະນະກວດກາລັດຖະບານ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2026 ທີ່ນະຄອນຫລວງ ຮ່າໂນ້ຍ.

    • ທູດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຮ່ວມຄະນະຜູ້ແທນທູດອາຊຽນປະຈຳຫວຽດນາມປີສາມັກຄີມິດຕະພາບລາວ-ຫວຽດນາມ2022

      ທູດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຮ່ວມຄະນະຜູ້ແທນທູດອາຊຽນປະຈຳຫວຽດນາມ

      8/6/2026 11:13:02 AM

      ໃນວັນທີ 4 ສິງຫາ 2026, ທີ່ນະຄອນຫລວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ຮ່ວມກັບຄະນະທູດອາຊຽນ ປະຈຳ ສສ ຫວຽດນາມ ໃນໂອກາດວັນສ້າງຕັ້ງສະມາຄົມ ປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) ຄົບຮອບ 50 ປີ ແລະ ວັນທີ່ ສສ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 31 ປີ.

    • ສອງສະພາທິດສະດີ ລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມືປີສາມັກຄີມິດຕະພາບລາວ-ຫວຽດນາມ2022

      ສອງສະພາທິດສະດີ ລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

      8/6/2026 10:59:46 AM

      ໃນວັນທີ 4 ສິງຫາ 2026, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າພົບປະຂອງສະຫາຍ ດວນ ມິງຮວນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈ່ີມິງ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍປີສາມັກຄີມິດຕະພາບລາວ-ຫວຽດນາມ2022

      ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

      1/27/2026 2:29:35 PM

      ໂດຍຕອບສະໜອງຕາມ ຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນ ທີ 26-27 ມັງກອນ 2026.

ads
ads

Top