ເວເນຊູເອລາ ຈັດສົ່ງນໍ້າມັນດີບໃຫ້ ອິດສະຣາແອນ ເປັນຄັ້ງທຳອິດໃນຮອບຫລາຍປີ

12/02/2026 20:44
ຂປລ ເວເນຊູເອລາ ໄດ້ຈັດສົ່ງ ນໍ້າມັນດີບ ໄປຍັງ ອິດສະຣາແອນ ເປັນຄັ້ງທຳອິດ ໃນຮອບຫລາຍປີ ຫລັງຈາກ ການສົ່ງອອກ ນໍ້າມັນ ຂອງ ປະເທດ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເວເນຊູເອລາ ໄດ້ຈັດສົ່ງ ນໍ້າມັນດີບ ໄປຍັງ ອິດສະຣາແອນ ເປັນຄັ້ງທຳອິດ ໃນຮອບຫລາຍປີ ຫລັງຈາກ ການສົ່ງອອກ ນໍ້າມັນ ຂອງປະເທດ ກັບມາ ດຳເນີນການ ໄດ້ອີກຄັ້ງ ພາຍຫລັງປະທານາ ທິບໍດີ ນິໂກ ລັສ ມາດູໂຣ  ຜູ້ນໍຳເວເນຊູເອລາ ຖືກ ສ.ອາເມລິກາ ຄວບຄຸມຕົວ. ໂດຍນໍ້າມັນດີບ ຖ້ຽວດັ່ງກ່າວ ໄດ້ຖືກສົ່ງໄປຍັງ ບາຊານ ກຣຸບ (Bazan Group) ຊຶ່ງເປັນ ຜູ້ກັ່ນນໍ້າມັນ ລາຍໃຫຍ່ທີ່ສຸດ ຂອງ ອິດສະຣາແອນ , ໃນຂະນະທີ່ ຂໍ້ມູນດັ່ງກ່າວ ຍັງບໍ່ເປີດເຜີຍ ຕໍ່ ສາທາລະນະ. /

 

 

KPL

ຂ່າວອື່ນໆ

ads
ads

Top