ຂປລ
ໃນວັນທີ 14 ກຸມພາ 2026 ທີ່ວັດບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ໜ່ວຍເລືອກຕັ້ງທີ 4 ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ.
ຂປລ. ໂດຍມີຜູ້ມີສິດເລືອກຕັ້ງ 3 ບ້ານ ແລະ 2 ອົງການ ຄື: ບ້ານນາໄຫ, ນາໄຮ່, ສາລາຄຳໃຕ້, ພະນັກງານສານ ແລະ ໄອຍະການເຂດ 4 ເຂົ້າຮ່ວມຮັບຟັງ.
ການລົງສະເໜີຕົວຫາສຽງ ຂອງໜ່ວຍ 4 ຄ້ັງນ້ີ ນໍາໂດຍທ່ານ ໄຊນະຄອນ ອິນທະວົງ (ເບີ 04) ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ນະຄະເສນ ສີຫາລາດ (ເບີ 10) ກຳມະການພັກນະຄອນຫລວງວຽງຈັນ, ຄະນະປະຈໍາສະພາ, ຫົວໜ້າຫ້ອງວ່າການສະພາປະຊາຊົນນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີສົມພັນ (ເບີ 14) ກຳມະການພັກນະຄອນຫລວງວຽງຈັນ, ຫົວໜ້າພະແນກວັດ ທະນະທຳ ແລະ ການທ່ອງທ່ຽວນະຄອນຫລວງວຽງຈັນ, ທ່ານ ນາງ ບົວລະພັນ ທິລະສັກ (ເບີ 22)ຮອງປະທານກວດກາພັກ,ຮອງປະທານອົງການກວດກາລັດນະຄອນຫລວງວຽງຈັນ ແລະ ທ່ານ ປະສາດໄຊ ພິລາພັນເດຊ (ເບີ 24) ຜູ້ອຳນວຍການບໍລິສັດລາວໂຕໂຍຕ້າ ບໍລິການຈຳກັດ.
ຫລັງຈາກນ້ັນ, ແຕ່ລະທ່ານໄດ້ຜັດປ່ຽນກັນສະເໜີຕົວເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕ້ັງ ເພ່ືອເປັນບ່ອນອີງໃນການຄົ້ນຄວ້າ, ສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນປະຕິບັດສິດ ອຳນາດຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນວ. ພ້ອມກັນນີ້, ຍັງເປັນການສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະ ແລະ ແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ ເພ່ືອໃຫ້ຜູ້ມີສິດເລືອກຕ້ັງຕັດສິນໃຈເລືອກເອົາຜູ້ເໝາະສົມເປັນຕົວແທນຂອງຕົນຢູ່ໃນສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ພ້ອມກັນນີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໜ່ວຍເລືອກຕັ້ງທີ 1 ໄດ້ລົງຫາສຽງຢູ່ວັດສິມມະໂນເໜືອ, ໜ່ວຍທີ 2 ຢູ່ວັດ ບ້ານສະຫວ່າງ, ໜ່ວຍທີ 3 ວັດ ບ້ານໜອງໄຮ ແລະ ໜ່ວຍທີ 5 ວັດທ່າພະ. ສຳລັບໃນວັນທີ 15 ກຸມພາ 2026 ຄະນະຜູ້ຮັບສະໝັກເລືອກຕັ້ງ ສສຊ ຍັງສືບຕໍ່ລົງຫາສຽງຢູ່ເມືອງຫາດຊາຍຟອງ. ໃນນັ້ນ, ໜ່ວຍທີ 1 ຢູ່ວັດດອນດູ່, ໜ່ວຍທີ 2 ວັດຫາດດອກແກ້ວ, ໜ່ວຍທີ 3 ວັດຫົວຫ້າ, ໜ່ວຍທີ 4 ວັດບ້ານໂຄກຊາຍ ແລະ ໜ່ວຍທີ 5 ວັດບ້ານຊຽງຄວນ.
KPL