ຂປລ
ຕາມຂໍ້ມູນ ຈາກກົມຄວາມຖີ່ ວິທະຍຸໂທລະພາບ ເອເລັກໂຕນິກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ອອກ ໃບອະນຸຍາດ ນຳໃຊ້ ຄວາມຖີ່ ແລະ ອຸປະກອນສັນຍານ ວິທະຍຸ ໂທລະພາບ ເອກເລັກໂຕນິກ ໃຫ້ແກ່ ບໍລິສັດ Starlink Services ຫວຽດນາມ ຈຳກັດ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ຕາມຂໍ້ມູນ ຈາກກົມຄວາມຖີ່ ວິທະຍຸໂທລະພາບ ເອເລັກໂຕນິກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ອອກ ໃບອະນຸຍາດ ນຳໃຊ້ ຄວາມຖີ່ ແລະ ອຸປະກອນສັນຍານ ວິທະຍຸ ໂທລະພາບ ເອກເລັກໂຕນິກ ໃຫ້ແກ່ ບໍລິສັດ Starlink Services ຫວຽດນາມ ຈຳກັດ.
ຂໍ້ມູນຈາກກົມຄວາມຖີ່ ວິທະຍຸໂທລະພາບ ເອເລັກໂຕນິກ ທີ່ ປະກາດ ໃນວັນທີ 14 ກຸມພາ ວ່າ, ໃນໄລຍະທຳອິດ, ສະຕຣາລິງ ( Starlink Services) ຫວຽດນາມ ໄດ້ຜັນ ຂະຫຍາຍ ອຸປະກອນ ຫລາຍທີ່ສຸດ ແມ່ນ 600.000 ເຄື່ອງ ຢູ່ຫວຽດນາມ ໂດຍການເຄົາລົບ ຂໍ້ກຳນົດ ດ້ານກົດໝາຍ ຢ່າງຄົບຖ້ວນ.
ຢູ່ຫວຽດນາມ, ສະເປຊເອັກຊ (SpaceX) ໄດ້ທົດລອງລົງທຶນ, ດຳເນີນ ທຸລະກິດ ການບໍລິການໂທລະຄົມມະນາຄົມ ໂດຍມີພື້ນຖານ ໂຄງລ່າງ ອິນເຕີແນັດ, ຮູບແບບ ໂທລະ ຄົມມະນາຄົມ ດາວທຽມ ວົງໂຄຈອນ ໄລຍະຕ່ຳ ບົນຫລັກການ ຮັບປະກັນ ການປ້ອງກັນຊາດ, ຄວາມໝັ້ນຄົງ. ການທົດລອງ ດຳເນີນການ ບໍລິການ ໂທລະຄົມມະນາຄົມ ໄດ້ປະຕິບັດ ໃນໄລຍະ 5 ປີ ແລະ ຈະສິ້ນສຸດ ກ່ອນວັນທີ 01 ມັງກອນ 2031./
KPL