ຂປລ
ອົງການການຄ້າໂລກ ໄດ້ຈັດກອງປະຊຸມ ສະພາມົນຕີ ຄັ້ງທີ 4 ປະຈຳປີ 2025 ຢູ່ນະຄອນເຊີແນວ ປະເທດ ສະວິດ. ຈາກນັ້ນ ທ່ານ ນາງ ຫລີຢົງເຈ ຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການການຄ້າໂລກ ກ່າວວ່າ: ປັດຈຸບັນ ຄວາມປັ່ນປ່ວນວຸ່ນວາຍ ດ້ານເສດຖະກິດ ການຄ້າຂອງໂລກ ຍັງຮຸນແຮງຂຶ້ນເລື້ອຍໆ.

ວິທະຍຸ-ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້, ອົງການການຄ້າໂລກ ໄດ້ຈັດກອງປະຊຸມ ສະພາມົນຕີ ຄັ້ງທີ 4 ປະຈຳປີ 2025 ຢູ່ນະຄອນເຊີແນວ ປະເທດ ສະວິດ. ຈາກນັ້ນ ທ່ານ ນາງ ຫລີຢົງເຈ ຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການການຄ້າໂລກ ກ່າວວ່າ: ປັດຈຸບັນ ຄວາມປັ່ນປ່ວນວຸ່ນວາຍ ດ້ານເສດຖະກິດ ການຄ້າຂອງໂລກ ຍັງຮຸນແຮງຂຶ້ນເລື້ອຍໆ. ນະໂຍບາຍ ດ້ານການຄ້າ ຂອງ ສ.ອາເມລິກາ ສົ່ງຜົນກະທົບ ຕໍ່ຕ່ອງໂສ້ການສະໜອງ ແລະ ຕະຫລາດທົ່ວໂລກ, ໄດ້ກາຍເປັນແຫລ່ງ ທີ່ມາຕົ້ນຕໍ ຂອງຄວາມບໍ່ແນ່ນອນ ທົ່ວໂລກ; ສ.ອາເມລິກາ ໄດ້ບັງຄັບໃຫ້ສະມາຊິກ ອົງການ ການຄ້າໂລກ ຈຳນວນໜຶ່ງ ຍອມບັນລຸ ສັນຍາສອງຝ່າຍ ກັບຕົນ ໂດຍໃຊ້ມາດຕະການພາສີ ແຕ່ຝ່າຍດຽວ. ນີ້ໄດ້ກະທົບເຖິງ ສິດຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ຂອງຝ່າຍທີ 3 ແລະ ພວມທຳລາຍ ລະບົບການຄ້າ ຫລາຍຝ່າຍ ເປັນກ້າວໆ. ສປ ຈີນ ສະແດງຄວາມເປັນຫ່ວງ ຢ່າງແຮງຕໍ່ເລື່ອງນີ້.ດັ່ງນັ້ນ ເພື່ອຮັບມືກັບ ສະພາບຄວາມວຸ່ນວາຍ ດ້ານການຄ້າ ທີ່ນັບມື້ຮຸນແຮງ ຂຶ້ນເລື້ອຍໆ, ສປ ຈີນ ສະເໜີ ຂໍ້ສະເໜີ 3 ຂໍ້ ຄື: ໜຶ່ງ, ເພີ່ມທະວີຄວາມໂປ່ງໃສ ແລະ ການຕິດຕາມກວດກາ; ສອງ, ຮ່ວມກັນກ່າວຢ້ຳຄືນ ການຍຶດໝັ້ນ ແລະ ການໃຫ້ສັນຍາ ຕໍ່ລະບົບການຄ້າຫລາຍຝ່າຍ ທີ່ຖືລະບຽບການເປັນພື້ນຖານ; ສາມ, ໃຊ້ການກະທຳຕົວຈິງ ເພື່ອຊຸກຍູ້ ໃຫ້ອົງການການຄ້າໂລກ ໄດ້ຮັບຜົນງານທີ່ແທ້ຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL