ຂປລ
ກອງທຶນຄວາມຮັ່ງມີ ແຫ່ງຊາດ ດານັນຕາຣາ (Danantara) ປະກາດວ່າ: ອິນໂດເນເຊຍ ຈະເປີດໂຄງການ ປ່ຽນຂີ້ເຫຍື້ອ ເປັນພະລັງງານ (WTE) ໃນທ້າຍເດືອນຕຸລານີ້ ຊຶ່ງເປັນ ສ່ວນໜຶ່ງ ຂອງ ຄວາມພະຍາຍາມ ໃນການຄຸ້ມຄອງ ຂີ້ເຫຍື້ອ

ຂປລ. ອີງຕາມຂ່າວ ວຽງຈັນໂພສ ລາຍງານ ໃນວັນທີ 30 ກັນຍາ ຜ່ານມາວ່າ: ກອງທຶນຄວາມຮັ່ງມີ ແຫ່ງຊາດ ດານັນຕາຣາ (Danantara) ປະກາດວ່າ: ອິນໂດເນເຊຍ ຈະເປີດໂຄງການ ປ່ຽນຂີ້ເຫຍື້ອ ເປັນພະລັງງານ (WTE) ໃນທ້າຍເດືອນຕຸລານີ້ ຊຶ່ງເປັນ ສ່ວນໜຶ່ງ ຂອງ ຄວາມພະຍາຍາມ ໃນການຄຸ້ມຄອງ ຂີ້ເຫຍື້ອ ທີ່ເພີ່ມຂຶ້ນ ແລະ ສົ່ງເສີມ ພະລັງງານ ໝູນວຽນ.
ທ່ານ ໂຣຊານ ໂຣສລານີ ຫົວໜ້າ ອົງການລົງທຶນ ຂອງ ລັດດານັນຕາຣາ ກ່າວວ່າ: ໃນໄລຍະທໍາອິດ ຈະມີການ ສ້າງໂຮງງານ ປ່ຽນຂີ້ເຫຍື້ອ ເປັນພະລັງງານ 8 ແຫ່ງ ໃນເດືອນຕຸລານີ້. ໂດຍອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍ ສ້າງໂຮງງານ ປ່ຽນຂີ້ເຫຍື້ອເປັນພະ ລັງງານ ຈຳນວນ 33 ແຫ່ງ ໃນທົ່ວປະເທດ, ແຕ່ລະແຫ່ງ ມີຄວາມສາມາດ ໃນການຈັດການຂີ້ເຫຍື້ອ 1.000 ໂຕນຕໍ່ວັນ ແລະ ມີມູນຄ່າ ການລົງທຶນເຖິງ 3 ພັນຕື້ຣູປີ./
KPL