ຍອດຜູ້ເສຍຊີວິດ ຈາກຫໍປະຊຸມຖະຫລົ່ມ ໃນ ອິນໂດເນເຊຍ ເພີ່ມຂຶ້ນ ຢ່າງໜ້ອຍ 37 ຄົນ

08/10/2025 10:30
ຂປລ ກ່ຽວກັບ ຄວາມຄືບໜ້າ ຂອງ ເຫດໂສກຊະຕາກຳ ຫໍປະຊຸມ ໂຮງຮຽນ ໃນ ອິນໂດເນເຊຍ ທີ່ມີ ຄວາມສູງ 4 ຊັ້ນ ຂອງ ໂຮງຮຽນ ປະຈຳ ອັລ ໂຄຊີນີ ຕັ້ງຢູ່ເມືອງ ຊີໂດອາຣໂຈ ຢູ່ແຂວງ ຊວາຕາເວັນອອກ

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 5 ຕຸລາວ່າ: ກ່ຽວກັບ ຄວາມຄືບໜ້າ ຂອງ ເຫດໂສກຊະຕາກຳ ຫໍປະຊຸມ ໂຮງຮຽນ ໃນ ອິນໂດເນເຊຍ ທີ່ມີ ຄວາມສູງ 4 ຊັ້ນ ຂອງ ໂຮງຮຽນ ປະຈຳ ອັລ ໂຄຊີນີ ຕັ້ງຢູ່ເມືອງ ຊີໂດອາຣໂຈ  ຢູ່ແຂວງ ຊວາຕາເວັນອອກ ໄດ້ພັງຖະຫລົ່ມລົງມາ ໃນລະຫວ່າງ ພວມກໍ່ສ້າງ ເຮັດໃຫ້ມີ ຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 37 ຄົນ ແລະ ມີຜູ້ລອດຊີວິດ ຢ່າງໜ້ອຍ 104 ຄົນ, ຊຶ່ງສ່ວນໃຫຍ່ ໄດ້ຮັບບາດເຈັບ, ສ່ວນຈຳນວນ ຜູ້ສູນຫາຍ ຢ່າງໜ້ອຍ 26 ຄົນ . ປັດຈຸບັນ, ເຈົ້າໜ້າທີ່ ກ່ຽວຂ້ອງ ພວມເລັ່ງລຳລຽງ ເຄື່ອງຈັກ ຂະໜາດໃຫຍ່ ເຂົ້າໄປສູ່ພື້ນທີ່ຫລາຍຂຶ້ນ ເພື່ອເພີ່ມປະສິດທິພາບ ໃນການ ຄົ້ນຫາ ຜູ້ສູນຫາຍ./

KPL

ຂ່າວອື່ນໆ

ads
ads

Top