7130

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 06.10.2025 ປີທີ 24 ສະບັບທີ 6.284 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 4 lkmk]tot]a f xt-kmy xtw8 xt-k-q o]k; \A opn oK  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 g,n v'9a omt[6 ]u dP,rh v,Iv[fh ko 9a f[5 ovvdra olk c]t -j ;'gIn vmj k;a f9a o 2025 3I'IPo ,l ,y f8trk[ ]k;{s;Pfok, dP,9a fs]kpdy f9tdelts]v';a o76 csj '-kf lkov;prvo;a oxtdkf gvdt]kf w-xia f 7q [Iv[ 65 xu ຂປລ. ວັນທີ 1 ຕຸລາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງ ສານອວຍພອນເຖິງທ່ານ ນີໂກສ໌ ຄິຣສໂຕດຸລີເດສ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ໄຊປຣັດ ຄົບຮອບ 65 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນ ໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ໄຊປຣັດ ທຸກຖ້ວນໜ້າເນື່ອງ ໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ໄຊປຣັດ ຄົບຮອບ 65 ປີ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າດ້ວຍຄວາມພະຍາຍາມ ຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໄຊປຣັດ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນ ປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.  ອ່ານຕໍ່ໜ້າ 4 ຂປລ. ອີງຕາມການແຈ້ງການ ຂອງກົມອຸຕຸນິຍົມ ແລະ ອຸທົກກະ ສາດໄດ້ແຈ້ງເຕືອນໄພໃຫ້ຊາບ ວ່າພາຍຸໝູນເຂດຮ້ອນແມດໂມ (Matmo) ຫົວທີ 21 ປະຈຳປີ 2025 ກຳລັງມາ, ພາຍຸດັ່ງກ່າວ ຄາດວ່າຈະຂຶ້ນແຄມຝັ່ງ ສສ ຫວຽດ ນາມ ລະຫວ່າງວັນທີ 5-6 ຕຸລາ 2025 ແລະ ຈະອ່ອນກຳລັງກາຍ ເປັນຄວາມກົດດັນອາກາດຕ່ຳທີ່ມີ ຂປລ. ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ, ຂປລ. ພະແນກສຶກສາ ທິການ ແລະ ກິລາແຂວງ (ສກຂ) ວຽງຈັນ ໄດ້ມີ ສ່ວນຮ່ວມໃນການນຳ ເອົາຜະລິດຕະພັນທີ່ທັນ ສະໄໝດ້ານການສຶກສາ ແລະ ກິລາ (ລະບົບຄຸ້ມ ຄອງໂຮງຮຽນແບບທັນ ສະໄໝ ແລະ ລະບົບຄຸ້ມ ຄອງຫ້ອງການແບບທັນ ສະໄໝ)ກໍຄືການຫັນເປັນ ດີຈິຕອນຂອງການສຶກ ສາ ແລະ ກິລາ ທົ່ວ ຂປລ. ອົງການປົກຄອງເມືອງ ຈັນທະບູລີ ກະກຽມຄວາມພ້ອມ ຮອບດ້ານຈັດບຸນອອກພັນສາປະວໍ ລະນາ ແລະ ຊ່ວງເຮືອປະເພນີທີ່ທ່າ ວັດຈັນປະຈໍາປີ2025ໃນລະຫວ່າງ ວັນທີ 4-8 ຕຸລາ 2025 ເປັນຕົ້ນ ພິທີ ທາງສາສະໜາ, ສະຖານທີ່ຈັດງານ ວາງສະແດງສິນຄ້າ, ຂອບເຂດຈຸດ ຂາຍອາຫານ, ການຈັດສັນບ່ອນ ຈອດລົດ, ກຳລັງປ້ອງກັນຄວາມ ສະຫງົບ ແລະ ກິດຈະກຳປິ່ນອ້ອມ ຂປລ. ຍັງອີກບໍ່ພໍເທົ່າໃດມື້ ກໍ ຈະຮອດວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 31 ປີ, ຊຶ່ງກໍເປັນອີກວັນ ໜຶ່ງທີ່ມີຄວາມໝາຍສຳຄັນທາງ ດ້ານປະຫວັດສາດຂອງຊາດລາວ ເຮົາ ແລະ ເພື່ອສະແດງຄວາມຮູ້ ບຸນຄຸນ, ຄຸນງາມຄວາມດີຂອງ ຄູອາຈານທີ່ໄດ້ອຸທິດໃນການສິດ ສອນລູກຫລານຂອງປະຊາຊົນໃຫ້ ເປັນຄົນຂອງຊາດຂອງສັງຄົມນັ້ນ, ປີນີ້ ໂຮງຮຽນ ມສ ມິດຕະພາບ 'kola [xtfk;a fmtotme]k; 9a f0B o16j ll s;Pfok, ທ່ານ ນາງ ສີປະໄພ ເຮືອງສີ ທ່ານ ແສງສາທິດ ພິມເມືອງ lts]v';a olh k'8A 'ltrkdko7h k -k;9u o8j k'fh k; xt9e]k; 7q [Iv[ 10 xu ld0 ;P'9a o oeltg|u dkosa ogxa ofu 9y 8vo 0v'dkolb dlkc0;'.o'ko;k'ltcf'zt]y f8tra o]k; 2025 xtmkoxtgmf Ia [lko8k8A '9kdm6 f8j k'xtgmf c]t ,v[lko8k8A '.sh m6 f]k;wxxt9e8j k'xtgmf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ]a f4t,q o8u dt-;' lld 8h voIa [ oa ddy ]kdt8mu ,-kf]k; = h ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ ( ຜູ້ທີ5 ນັບຈາກຊ້າຍຫາຂວາ ) ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ( ຜູ້ທີ 12 ນັບຈາກຊ້າຍຫາຂວາ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີີ ( ຜູ້ທີ 2 ນັບຈາກຂວາຫາຊ້າຍ ) ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ( ຜູ້ທີ 9 ນັບຈາກຂວາຫາຊ້າຍ ) w22h k]k; c9h 'gruj , dko]t[kpoE16j g0nj vooE', 1  ອ່ານຕໍ່ໜ້າ 4 nj ກິລາ ແລະ ທ່ອງທ່ຽວ ສສ ຫວຽດ ນາມ ຈັດງານສັບປະດາວັດທະ  ອ່ານຕໍ່ໜ້າ 4 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງທ່ານ ເຄັນທ໌ ວາຊ່ອງ ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ມອບສານຕາຕັ້ງໃຫ້ ທ່ານ ສີສະຫວາດ ອິນພະຈັນ ໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 06/10/2025 xtgmf]k; ປະທານປະເທດ... ສກຂ ວຽງຈັນ... ຂປລ. ໃນວັນທີ 3 ຕຸລາ 2025, ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຍື່ນສານຕາຕັ້ງຂອງບັນດາ ເອກອັກຄະລັດຖະທູດຕ່າງປະເທດ 6 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ປະຈໍາ ສປປ ລາວ ປະກອບມີ: ທ່ານ ເຄັນທ໌ ວາຊ່ອງ (Kent Vachon) ເອກອັກຄະ ລັດຖະທູດ ແຫ່ງ ການາດາ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ; ທ່ານ ຮານສ໌-ອູຣິກ ຊູດເບກ (HansUlrich Sudbeck) ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ນະຄອນ ຫລວງວຽງຈັນ; ທ່ານ ນາງ ເບ່ ເນ່ດິກ ເດ່ຊັອງ (Benedicte DESCHAMPS) ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ, ມີສຳ ນັກງານຕັ້ງຢູ່ນະຄອນຫລວງວຽງ ຈັນ; ທ່ານ ໂຈອາວ ເຟຣຕັດ ເດ ກາມາ-ຣາ (Joao Frei tas de Camara) ເອກອັກຄະລັດ ຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະ ຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ມິແຊວ ແພຣິສ (Michel PARYS) ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ແບນຊິກ ປະຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ບາງກອກ ປະເທດໄທ; ທ່ານ ອາເຊັດດິນ ເບັກກາ (Azeddine BECHKA) ເອກອັກຄະລັດຖະ ທູດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນ ອານເຊຣີ ປະຈຳ ສປປ ລາວ, ມີສໍານັກງານຕັ້ງຢູ່ຮ່າ ໂນ້ຍ, ສສ ຫວຽດນາມ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍບັນດາເອກອັກຄະ ລັດຖະທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຂວງວຽງຈັນ ໂດຍການສ້າງ ຂຶ້ນຈາກບຸກຄະລາກອນໃນຂະ ແໜງການສຶກສາພາຍໃນແຂວງ ແລະ ໄດ້ນຳສະເໜີໃນງານວາງ ສະແດງຜະລິດຕະພັນລາວ ປະຈຳປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ. ງານວາງສະແດງຜະລິດຕະພັນ ລາວ ປະຈຳປີ 2025 (Made In Lao 2025) ພາຍໃຕ້ຫົວ ຂໍ້: ຟື້ນຟູເສດຖະກິດສົ່ງເສີມຜະ ລິດຕະພັນລາວກ້າວສູ່ສາກົນ ໄດ້ ເປີດຂຶ້ນຢ່າງເປັນທາງການໃນ ວັນທີ 3 ຕຸລາ ຜ່ານມາ ທີ່ສູນວາງ ສະແດງສິນຄ້າລາວ-ໄອເຕັກ ນະ ຄອນຫລວງວຽງຈັນ ໂດຍການ ເປັນກຽດເຂົ້າຮ່ວມເປີດງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ທ່ານ ມະໄລທອງ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງ ນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່າດ້ວຍປະສົບການທາງດ້ານການ ທູດ, ບົດຮຽນ ແລະ ຄວາມຮູ້ຄວາມ ສາມາດທີ່ອຸດົມສົມບູນຂອງບັນດາ ທ່ານທູດຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບ ມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງບັນດາ ການນຳຂັ້ນສູງຈົນເຖິງການໄປ ມາຫາສູ່ລະຫວ່າງປະຊາຊົນດ້ວຍ ກັນເພື່ອເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ, ການ ທ່ອງທ່ຽວ ແລະ ຂະແໜງການ ອື່ນໆທີ່ມີທ່າແຮງນຳກັນ, ຊຸກຍູ້ ການຈັດຕັ້ງປະຕິບັດບັນດາບົດບັນ ທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ ຮ່ວມກັນລົງນາມໃຫ້ປາກົດຜົນເປັນ ຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາ ທ່ານທູດໄປຢ້ຽມຢາມບັນດາແຂວງ ຕ່າງໆຂອງ ສປປ ລາວ ເພື່ອເບິ່ງ ການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍ ບັນດານັກທຸລະກິດ-ນັກລົງທຶນທີ່ມີ ຄວາມສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນຂະນະດຽວກັນ, ບັນດາເອກ ອັກຄະລັດຖະທູດຕ່າງປະເທດ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄຳເວົ້າ ອັນຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງສະແດງຄວາມ ໝາຍໝັ້ນຈະສືບຕໍ່ຊຸກຍູ້ສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີລະຫວ່າງ ສປປ ລາວ ແລະ ປະເທດຕົນໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳ ເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນຂອງທັງສອງປະເທດ. ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ ແກ່ບັນດາເອກອັກຄະລັດຖະທູດ ຂອງ ສປປ ລາວ ເພື່ອໄປຮັບໜ້າທີ່ ປະຈຳຢູ່ຕ່າງປະເທດ ຈໍານວນ 3 ທ່ານ ປະກອບມີ: ທ່ານ ສີສະຫວາດ ອິນພະຈັນ ໄປຮັບໜ້າທີ່ເປັນເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ; ທ່ານ ນາງ ໄກມະນີ ອໍລະບູນ ໄປຮັບ ໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະ ນະລັດ ເກົາຫລີ; ທ່ານ ກະເສມສັກ ສາຍສຸລິຍາ ໄປຮັບໜ້າທີ່ເປັນເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພັນ ເຢຍລະມັນ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນ ຊີ້ນຳຕໍ່ເອກອັກຄະລັດຖະທູດ ທັງ 3 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການ ທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບ ສ່ວນສຸມທຸກເຫື່ອແຮງ ແລະ ຄວາມ ຮູ້ຄວາມສາມາດຂອງຕົນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດ ເພື່ອນມິດໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ, ຍາດແຍ່ງເອົາການຮ່ວມ ມື ແລະ ການສະໜັບສະໜູນຊ່ວຍ ເຫລືອດ້ານຕ່າງໆຈາກສາກົນ, ເອົາ ໃຈໃສ່ໂຄສະນາຂົນຂວາຍບັນດາ ນັກລົງທຶນ, ນັກທຸລະກິດ ແລະ ນັກ ທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນເພື່ອນຳເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໃຫ້ ແກ່ປະຊາຊົນລາວ ແລະ ໃຫ້ສາມາດ ນຳພາປະເທດຊາດຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ຕາມເປົ້າໝາຍທີ່ວາງໄວ້. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ; ພາບ: ເກດສະໜາ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານຕາ ຕັ້ງຂອງທ່ານ ນາງ ເບ່ເນ່ດິກ ເດ່ຊັອງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ຮານສ໌-ອູຣິກ ຊູດເບກ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ອາເຊັດດິນ ເບັກກາ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ມອບສານຕາຕັ້ງໃຫ້ ທ່ານ ນາງ ໄກມະນີ ອໍລະບູນ ໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ເກົາຫລີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ມອບສານຕາຕັ້ງໃຫ້ ທ່ານ ກະເສມສັກ ສາຍສຸລິຍາ ໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພັນ ເຢຍລະມັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ໂຈອາວ ເຟຣຕັດ ເດ ກາມາ-ຣາ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານຕາ ຕັ້ງຂອງທ່ານ ມິແຊວ ແພຣິສ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ແບນຊິກ ປະຈໍາ ສປປ ລາວ ກົມມະສິດ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ, ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງ ວຽງຈັນ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ , ທ່ານ ຄຳ ຂັນທະວີວອນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ວຽງຈັນ, ມີປະທານສະພາການ ຄ້າ ແລະ ອຸດສາຫະກຳແຂວງວຽງ ຈັນ, ພາກທຸລະກິດ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ການຈັດງານຄັ້ງນີ້, ຈັດຂຶ້ນເປັນ ຄັ້ງທີ 11 ໂດຍມີຈຸດປະສົງເພື່ອ ເປັນການສ້າງກິດຈະກໍາໜຶ່ງຂອງ ພາກທຸລະກິດ, ເພື່ອປະກອບສ່ວນ ໃນການສ້າງເວທີ, ເພື່ອເປັນການ ໂຄສະນາສົ່ງເສີມຜະລິດຕະພັນທີ່ ຜະລິດໃນລາວ, ເພື່ອເອື້ອອຳນວຍ ສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະສ້າງ ຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີ ມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບ ມື້ນັບຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງ ເປັນການສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນ ລາວ ແລະ ເພື່ອເປັນການຫລຸດ ຜ່ອນການນໍາເຂົ້າສິນຄ້າຈາກຕ່າງ ປະເທດ ຄືດັ່ງຄໍາຂວັນຂອງງານ ຄື: “ຝື້ນຟູເສດຖະກິດສົ່ງເສີມຜະ ລິດຕະພັນລາວກ້າວສູ່ສາກົນ” ເປົ້າໝາຍໂດຍລວມກໍເພື່ອໃຫ້ພາກ ທຸລະກິດສາມາດເປັນກຳລັງແຮງ ໜຶ່ງປະກອບສ່ວນສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນ ໄປເລື້ອຍໆ. ໃນປີນີ້, ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ ເປັນຄູ່ຮ່ວມຫລັກຂອງງານ ແລະ ຮັບຜິດຊອບຕົບແຕ່ງງານທີ່ເປັນ ເອກະລັກສະເພາະຂອງແຂວງວຽງ ຈັນ ຫລື ເອີ້ນວ່າ: ສະເໜ່ເມືອງລາວ ເພື່ອນໍາສະເໜີຮີດຄອງປະເພນີທາງ ດ້ານວັດທະນະທໍາທາງທຳມະຊາດ ແລະ ວັດວາອາຮາມ, ຜະລິດຕະພັນ ສິນຄ້າເປັນຕົ້ນອາຫານທີ່ເປັນເອກະ ລັກ, ການນຸ່ງຖືທີ່ງົດງາມ ແລະ ການ ບໍລິການທີ່ເປັນທ່າແຮງທີ່ສະແດງ ໃຫ້ເຫັນເຖິງຜົນງານທີ່ໂດດເດັ່ນ ພາຍໃນແຂວງວຽງຈັນ. ສະເພາະ ແຂວງວຽງຈັນ ມີຫົວໜ່ວຍທຸລະກິດ ແລະ ຜະລິດຕະພັນທີ່ເຂົ້າວາງສະ ແດງທັງໝົດ 22 ພາກສ່ວນ. ໃນ ນີ້, ມີພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ນຳເອົາ ຜະລິດຕະພັນທີ່ທັນສະໄໝດ້ານການ ສຶກສາ ແລະ ກິລາ (ລະບົບຄຸ້ມຄອງ ໂຮງຮຽນແບບທັນສະໄໝ ແລະ ລະບົບຄຸ້ມຄອງຫ້ອງການແບບທັນ ສະໄໝ) ກໍຄື ການຫັນເປັນດີຈິຕອນ ຂອງການສຶກສາ ແລະ ກິລາທົ່ວ ແຂວງວຽງຈັນ ໂດຍການສ້າງຂຶ້ນ ຈາກບຸກຄະລາກອນໃນຂະແໜງ ການສຶກສາພາຍໃນແຂວງ ຊຶ່ງເປັນ ລະບົບທີ່ຊ່ວຍຈັດການຂໍ້ມູນຕ່າງໆ ໃນສະຖານບັນການສຶກສາ ເປັນຕົ້ນ ການຈັດການຂໍ້ມູນສ່ວນຕົວຂອງ ນັກຮຽນ, ປະຫວັດການຮຽນ, ຜົນ ການສອບເສັງ, ການຈັດການຂໍ້ມູນ ຄູອາຈານ, ຕາຕະລາງສອນ, ຜົນ ງານ, ການຈັດຕາຕະລາງຮຽນ, ເວ ລາຮຽນ, ຫ້ອງຮຽນ, ວິຊາຮຽນ, ລະບົບສື່ສານລະຫວ່າງໂຮງຮຽນຜູ້ປົກຄອງ ໂດຍຈະຫລຸດພາລະ ການເຮັດວຽກຂອງຜູ້ຮັບຜິດຊອບ, ເພີ່ມປະສິດທິພາບໃນການປະຕິບັດ ວຽກງານ, ສາມາດເຂົ້າເຖິງຂໍ້ມູນ ໄດ້ງ່າຍ ແລະ ຮອບດ້ານ. ສ່ວນ ລະບົບຄຸ້ມຄອງຫ້ອງການທີ່ທັນສະ ໄໝເປັນລະບົບທີ່ຊ່ວຍຈັດການວຽກ ໃນຫ້ອງການໃຫ້ມີປະສິດທິພາບ, ການຈັດການຂໍ້ມູນຂອງພະນັກງານ, ເວລາເຮັດວຽກ, ລາຍງານ, ການ ວາງແຜນ, ການຕິດຕາມຜົນງານ, ການປະຊຸມ ແລະ ອື່ນໆ ຊຶ່ງຈະເພີ່ມ ຄວາມໄວໃນການເຮັດວຽກ, ຫລຸດ ຄວາມຜິດພາດໃນການເຮັດວຽກ. ນອກຈາກນີ້, ງານດັ່ງກ່າວຍັງ ໄດ້ເຊື້ອເຊີນປະເທດທີ່ມີຊາຍແດນ ຕິດກັບ ສປປ ລາວ 3 ປະເທດຄື: ໄທ, ຫວຽດນາມ ແລະ ສປ ຈີນ ເຂົ້າຮ່ວມ ວາງສະແດງລວມທັງໝົດມີ 15 ຫ້ອງວາງສະແດງ ແລະ ຜູ້ປະກອບ ການໃນທົ່ວປະເທດເຂົ້າຮ່ວມຈໍາ ໜ່າຍ ແລະ ວາງສະແດງສິນຄ້າ ລວມທັງໝົດ 160 ບໍລິສັດຈາກ 17 ແຂວງ ແລະ ນະຄອນຫລວງ ວຽງຈັນ ມີທັງໝົດ 204 ຫ້ອງ ວາງສະແດງ. ຜະລິດຕະພັນທີ່ນໍາ ມາວາງສະແດງໃນຄັ້ງນີ້ ມາຈາກ ຫລາຍຂະແໜງການ ເຊັ່ນ: ຂະແໜງ ຜະລິດຕະພັນສິນຄ້າທີ່ຈົດກາໝາຍ Made in Laos; ຫັດຖະກຳແຜ່ນ ແພ, ຜ້າຝ້າຍ, ຜ້າໄໝ; ຫັດຖະກຳ ເຄື່ອງເງິນ; ເຟີນີເຈີ ແລະ ເຄື່ອງ ຕົບແຕ່ງພາຍໃນ; ກະສິກໍາ (ເຂົ້າ, ຊາ, ກາເຟ); ອາຫານ ແລະ ເຄື່ອງ ດື່ມ; ອຸດສາຫະກໍາໜັກ- ເບົາ; ບໍລິການໂຮງແຮມ, ບໍລິສັດທ່ອງ ທ່ຽວ; ຜະລິດຕະພັນໜຶ່ງເມືອງໜຶ່ງ ຜະລິດພັນ (ODOP) ສິນຄ້າ ຈາກຄອບຄົວຕົວແບບ; ສິນຄ້າຂອງ ປະເທດຊາຍແດນໄທ, ຫວຽດນາມ, ສປ ຈີນ. ລວມມູນຄ່າສິນຄ້າທີ່ນໍາ ມາວາງສະແດງຫລາຍກວ່າ 16 ຕື້ກີບ. ພາຍໃນງານວາງສະແດງ ຍັງມີການສະແດງສິລະປະ ແລະ ມີ ກິດຈະກຳສໍາມະນາໃນຫົວຂໍ້ຕ່າງໆ ເພື່ອໃຫ້ຄວາມຮູ້ ແລະ ແລກປ່ຽນ ຄໍາຄິດຄໍາເຫັນຮ່ວມກັນ ເຊັ່ນ: ການ ສໍາມະນາໃຫ້ຄວາມຮູ້ກ່ຽວກັບ ການ MSMEs Laos ກ້າວສູ່ ຕະຫລາດຍຸກດີຈິຕອນ, ສໍາມະນາ ໃນຫົວຂໍ້: ສ້າງໂອກາດໃຫ້ທຸລະ ກິດລາວເຂົ້າສູ່ຕະຫລາດຈີນ, ມີ ກິດຈະກຳໂຄສະນາສິນຄ້າຢູ່ເວທີ ກາງທຸກໆວັນໃນໄລຍະຈັດງານ ເປັນເວລາ 8 ວັນ ເລີ່ມແຕ່ວັນທີ 1-8 ຕຸລາ 2025.

xtgmf]k; 3 06/10/2025 0j k; c]t gsfdko ໂດຍ ເຂົ້າຈານນໍ້າ dkom6 f;a fmtotme xtdv[lj ;opq dl6 '[q f[kf c]t rk[rq fmuj fu 0v' lxx ]k; .og;mu lkdq o (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ 12 ຕຸລາ 1 45 ļ 12 ຕຸລາ 2025) ຮຽບຮຽງໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ ຢ່າຕົ່ງ 3I'IPo ,l ,y f8trk[ ]k;{s;Pfok, dP,9a fs]kpdy f9tdelts]v';a o76 csj '-kf ລາວ-ຫວຽດນາມ ກໍໄດ້ຈັດຫລາຍ ກິດຈະກຳ ເພື່ອສະຫລອງວັນດັ່ງ ກ່າວໂດຍສະເພາະແມ່ນກິດຈະກຳ ແຂ່ງຂັນສິລະປະ, ການແຂ່ງຂັນກິ ລາລະຫວ່າງຊັ້ນມຕົ້ນ-ມປາຍເພື່ອ ສ້າງຄວາມສາມັກຄີລະຫວ່າງນ້ອງ ນັກຮຽນທັງເປັນການຄັດເລືອກເອົາ ນັກຮຽນ ເຂົ້າຮ່ວມໃນການສະເຫລີມ ສະຫລອງວັນຄູແຫ່ງຊາດໃນປີນີ້. ແນວໃດກໍດີ, ເນື່ອງໃນໂອກາດ ວັນຄູແຫ່ງຊາດທີ່ຈະມາເຖິງນີ້, ທ່ານ ນາງ ສີປະໄພ ເຮືອງສີ ຮອງ ຜູ້ອຳນວຍການໂຮງຮຽນ ມສ ມິດ ຕະພາບລາວ-ຫວຽດນາມ ໄດ້ໃຫ້ ສຳພາດຕໍ່ທີມນັກຂ່າວສຳນັກຂ່າວ ສານປະເທດລາວວ່າ: ວັນຄູແຫ່ງ ຊາດທີ 7 ຕຸລາ ແມ່ນອີກວັນໜຶ່ງທີ່ ມີຄວາມໝາຍຄວາມສຳຄັນທີ່ສຸດ ຂອງຊາດລາວເຮົາ, ທີ່ນຶກເຖິງຄຸນ ງາມຄວາມດີຂອງຄູ-ອາຈານທີ່ໄດ້ ອຸທິດສິດສອນ, ຖ່າຍຖອດຄວາມຮູ້ ໃຫ້ແກ່ລູກຫລານຂອງປະຊາຊົນໃຫ້ ເປັນຄົນດີຂອງສັງຄົມ ຂອງຊາດ. ວັນດັ່ງກ່າວກຳເນີດຂຶ້ນ ຍ້ອນນາຍ ຄູຄໍາໄດ້ຮັບລັດຊະການ ເປັນຄູສອນ ເລີ່ມແຕ່ວັນທີ 7 ຕຸລາ 1 07 ຊຶ່ງ ຕະຫລອດຊີວິດການເປັນຄູຂອງ ນາຍຄູຄໍາ ນອກຈາກເຮັດໜ້າທີ່ ການສິດສອນແລ້ວ ຍັງໄດ້ເຂົ້າຮ່ວມ ຂະບວນການປຸກລະດົມນໍາພາປະ ຊາຊົນລາວບັນດາເຜົ່າມີນໍ້າໃນຮັັັກ ຊາດ, ຄຽດແຄ້ນສັດຕູ, ຕ້ານການ ຮຸກຮານຂອງພວກຈັກກະພັດລ່າ ເມືອງຂຶ້ນແບບເກົ່າ, ຜ່ານໄລຍະ ເວລາອັນຍືດເຍື້ອຍາວນານ, ລະອິດ ລະອ້ຽວ, ນໍາພາປະຊາຊົນລຸກຮືຂຶ້ນ ຕໍ່ສູ້, ຈົນສຸດທ້າຍຕົນເອງຖືກຈັບກຸມ ຄຸມຂັງ ແຕ່ສາມາດໂຕນອອກຈາກ ຄຸກ ແລະ ເສຍຊີວິດໃນເວລາຕໍ່ມາ. ເພື່ອລະນຶກເຖິງຜົນງານຄຸນ ງາມຄວາມດີ ຂອງນາຍຄູຄໍາ ທີ່ໄດ້ ອຸທິດຕົນເພື່ອຊາດ, ເພື່ອການສຶກສາ ໃນເມື່ອກ່ອນ ແລະ ສັນລະເສີນຜົນ ງານຂອງນາຍຄູຄໍາ, ໃນປີ 1 4 ພັກ-ລັດຖະບານ ຈຶ່ງຕົກລົງກໍານົດ ເອົາວັນທີ 7 ຕຸລາ ເປັນວັນຄູແຫ່ງ ຊາດ ຊຶ່ງໃນທຸກໆປີໄດ້ຈັດພິທີໂຮມ ຊຸມນຸມ, ປາຖະກະຖາ, ຈັດກິດຈະ ກຳສິລະປະ, ແຂ່ງຂັນກິລາຕ່າງໆ ເພື່ອສະເຫລີມສະຫລອງວັນດັ່ງ ກ່າວ ໃນຂອບເຂດທົ່ວປະເທດຢ່າງ ຟົດຟື້ນ. ສຳລັບໂຮງຮຽນ ມສ ມິດ ຕະພາບ ລາວ-ຫວຽດນາມ ກໍໄດ້ ມີການແຈ້ງໃຫ້ນັກຮຽນ ຫລື ສ້າງ ກິດຈະກຳອ່ານປະຫວັດຄວາມເປັນ ຂອງນາຍຄູຄຳ ເພື່ອໃຫ້ນັກຮຽນຮູ້ ປະຫວັດຂອງຄູຄຳ ແລະ ແຫລ່ງກຳ ເນີດຂອງການສະເຫລີມສະຫລອງ ວັນຄູແຫ່ງຊາດໃນແຕ່ລະປີ. ທ່ານ ນາງ ສີປະໄພ ເຮືອງສີ. ໂລກ. ປັດຈຸບັນບໍລິສັດ ສາມາດ ຜະລິດເກືອໄດ້ປະມານ 2.6003.000 ໂຕນຕໍ່ປີ, ສ້າງລາຍຮັບ ແລະ ມອບພັນທະໃຫ້ແກ່ລັດໃນ ແຕ່ລະປີ. ບໍລິສັດ ເກືອເວີນຄໍາ ໄດ້ ປະສົບຜົນສໍາເລັດດ້ວຍປັດໄຈ ຫລັກ 2 ປະການຄື: ມີວັດທະນະ ທໍາອົງກອນທີ່ສອດຄ່ອງ ແລະ ເຂັ້ມແຂງ, ເປັນອົງກອນທີ່ຮຽນຮູ້ ແລະ ພັດທະນາຢ່າງຕໍ່ເນື່ອງ (5S, Kaizen, PDCA ...) ການດໍາ ເນີນທຸລະກິດຂອງບໍລິສັດ ມາຮອດ ມື້ນີ້ ຍ້ອນມີແນວທາງນະໂຍບາຍທີ່ ຖືກຕ້ອງ ແລະ ສອດຄ່ອງຂອງພັກລັດ ໂດຍສະເພາະຂະແໜງສົ່ງເສີມ ການຜະລິດພາຍໃນ ແລະ ສົ່ງອອກ, ໄດ້ຮັບການສະໜັບສະໜູນ, ຊຸກຍູ້ ສົ່ງເສີມການຈັດຕັ້ງສັງຄົມທຸກ ພາກສ່ວນ ພິເສດແມ່ນໄດ້ຮັບການ ນໍາພາ-ຊີ້ນໍາຈາກອົງຄະນະພັກ, ອົງການປົກຄອງນະຄອນຫລວງ ວຽງຈັນ ສະໄໝທີ VII ດ້ວຍດີຕະ ຫລອດມາ. ທ່ານນາງບຸນທະວີຈຸນລະມະນີ ກ່າວຕື່ມວ່າ: ເພື່ອເປັນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫລວງວຽງຈັນ, ບໍລິສັດ ເກືອເວີນຄໍາ ຈະໄດ້ສືບຕໍ່ສົ່ງເສີມ ການຜະລິດພາຍໃນໃຫ້ເປັນສິນຄ້າ, ໃຫ້ປະຊາຊົນລາວໄດ້ບໍລິໂພກເກືອ ທີ່ມີຄຸນນະພາບ, ມີຄວາມປອດ ໄພ, ມີຄຸນຄ່າທາງດ້ານໂພຊະນາ ການ, ເປັນທີ່ຍອມຮັບຂອງສັງຄົມ ແລະ ສາມາດກ້າວເຂົ້າໄປໃນຕະ ຫລາດໂລກ, ສ້າງຊື່ສຽງໃຫ້ແກ່ ປະເທດຊາດ. ຂປລ. ເກືອເວີນຄໍາ ພາຍໃຕ້ ເຄື່ອງໝາຍການຄ້າ “ກາກວຽນ” ໄດ້ມີການປັບປຸງຄຸນນະພາບ ທັງໄດ້ ສ້າງລະບົບເຮືອນຮົ່ມທີ່ໃຊ້ຄວາມ ຮ້ອນ ດ້ວຍພະລັງງານແສງຕາເວັນ ເພື່ອຕາກເກືອ ແລະ ອົບເມັດເກືອ ຕິດພັນກັບການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ອັນເຮັດໃຫ້ເກືອໄດ້ ຄຸນນະພາບ ແລະ ໄດ້ມາດຕະຖານ ສາກົນ ຊຶ່ງໄດ້ຮັບການຢັ້ງຢືນ (MP, ISO 001:2015. ຕາມການປະກອບຄຳເຫັນ ຂອງ ທ່ານ ນາງ ບຸນທະວີ ຈຸນລະ ມະນີ ອໍານວຍການບໍລິສັດ ເກືອ ເວີນຄໍາ ຈຳກັດຜູ້ດຽວ ໃນກອງ ປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ເມື່ອມໍ່ໆນີ້ ໃນຫົວຂໍ້ “ຕົວແບບໃນ ການຜະລິດເກືອຄຸນນະພາບ ໄດ້ ມາດຕະຖານສາກົນ ເພື່ອການ ສົ່ງອອກ” ວ່າ: ບໍລິສັດ ເກືອເວີນ ຄໍາ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນ ປີ 1 6 ມີໂຮງງານຕັ້ງຢູ່ບ້ານ ສາມສະອາດ ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ມີພະນັກ ງານ-ກຳມະກອນກວ່າ 100 ຄົນ, ໃນເບື້ອງຕົ້ນການຜະລິດເກືອແມ່ນ ໄດ້ນໍາໃຊ້ນໍ້າເຄັມຈາກຊັ້ນໃຕ້ດິນ ໂດຍການເຈາະສ້າງບາດານໃນ ຄວາມເລິກປະມານ 150 ແມັດ, ນໍ້າເຄັມຖືກດູດຂຶ້ນມາ ເພື່ອຕົ້ມ ແລະ ຕາກແດດ, ການຕົ້ມເກືອ ແມ່ນໃຊ້ວິທີແບບປະຖົມປະຖານ ດັ້ງເດີມ, ໂດຍນໍາໃຊ້ຖ່ານຫີນເປັນ gdn vg;u o7e wfh ,kf8t4kolkdq o lqj 'vvd9e|j kps]kpxtgmf ຕໍ່ຈາກໜ້າ 1 ເຊື້ອເພີງ ຊຶ່ງມີຜະລິດຕະພັນ 3 ປະເພດຄື: ເກືອຕົ້ມ, ເກືອຕາກ ແດດ ແລະ ເກືອສະໝຸນໄພ, ພາຍໃຕ້ ເຄື່ອງໝາຍການຄ້າ “ກາກວຽນ”, ຫລັງຈາກນັ້ນ ກໍໄດ້ມີການປັບປຸງ ຄຸນນະພາບຢ່າງຕໍ່ເນື່ອງມາ ເປັນ ຕົ້ນໄດ້ສ້າງລະບົບເຮືອນຮົ່ມທີ່ໃຊ້ ຄວາມຮ້ອນ ດ້ວຍພະລັງງານແສງ ຕາເວັນ ເພື່ອຕາກເກືອ ແລະ ອົບ ເມັດເກືອໃຫ້ແຫ້ງໄວຂຶ້ນ, ນໍາໃຊ້ ເຕັກໂນໂລຊີທີ່ທັນສະໄໝ ແຕ່ຍັງ ຄົງຮັກສາການຜະລິດແບບດັ້ງເດີມ ໃຫ້ໄດ້ຄຸນນະພາບ ແລະ ມາດຕະ ຖານສາກົນ ຊຶ່ງໄດ້ຮັບການຢັ້ງຢືນ (MP, ISO 001:2015 ແລະ ສົ່ງອອກໄປຈຳໜ່າຍຢູ່ຫລາຍປະ ເທດໂດຍສະເພາະແມ່ນ ຍີ່ປຸ່ນ, ໃຕ້ ຫວັນ, ສ ເກົາຫລີ, ຫວຽດນາມ ແລະ ໄທ. ໃນທ້າຍປີນີ້ ຈະໄດ້ຮັບ ການຢັ້ງຢືນມາດຕະຖານອາຫານ ຮາລາລ (Halal) ໃນໂຄງການ ສ້າງຄວາມເຂັ້ມແຂງດ້ານຜະລິດ ຕະພາບ ຊຶ່ງຈະສ້າງມາດຕະຖານ ໃໝ່ໃຫ້ແກ່ເກືອລາວ ເພື່ອກ້າວເຂົ້າ ສູ່ຕະຫລາດໂລກ ເຂົ້າເຖິງພົນລະ ເມືອງຊາວມຸສະລິມ ທີ່ກວມເອົາ ປະມານ 1 3 ຂອງພົນລະເມືອງ ຂປລ. ສປປ ລາວ ໄດ້ໃຫ້ຄວາມ ສຳຄັນດ້ານການທູດວັດທະນະທຳ (Cultural DiQlomacZ) ໂດຍຮັບຮູ້ ວ່າແມ່ນການນຳໃຊ້ຊັບພະຍາກອນ ທາງດ້ານວັດທະນະທຳ ເຊັ່ນ: ພາສາ, ສິລະປະ, ດົນຕີ, ວັນນະຄະດີ, ຮີດຄອງ ປະເພນີອັນດີງາມ, ຄວາມເຊື່ອ, ແນວ ຄວາມຄິດ, ຄ່ານິຍົມ, ການແຕ່ງກາຍ ລວມທັງອາຫານການກິນການຢູ່ ດໍາ ລົງຊີວິດທີ່ເປັນເອກະລັກ ຂອງລັດໃດ ໜຶ່ງ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນທີ່ດີເຊິ່ງກັນ ແລະ ກັນ ລະຫວ່າງ ລັດກັບລັດ, ປະຊາຄົມ ກັບປະຊາຄົມ ກໍຄື ລະຫວ່າງ ອົງການ ຈັດຕັ້ງດ້ວຍກັນ ຊຶ່ງເປັນການສ້າງພື້ນ ຖານອັນສຳຄັນໃຫ້ການຮ່ວມມືໃນຂົງ ເຂດອື່ນໆ ເຊັ່ນ: ການເມືອງ, ເສດຖະ ກິດ, ການຄ້າ, ການລົງທຶນ, ການພັດ ທະນາຊັບພະຍາກອນມະນຸດ, ການໄປ ມາຫາສູ່ກັນ ລະຫວ່າງ ປະຊາຊົນກັບ ປະຊາຊົນ, ວິທະຍາສາດ, ເຕັກໂນໂລ ຊີ ແລະ ອື່ນໆ. ນອກຈາກນັ້ນ, ການທູດ ວັດທະນະທໍາ ຍັງແມ່ນເຄື່ອງມືທີ່ມີ ພະລັງອໍານາດແບບນີ້ມນວນ (SoGt PoXer) ຂອງຊາດໃດໜຶ່ງທີ່ສາ ມາດນຳໃຊ້ເຂົ້າໃນການສົ່ງເສີມຜົນ ປະໂຫຍດແຫ່ງຊາດຂອງຕົນໃນເວທີ ສາກົນ ກໍຄື ເພື່ອເປັນການຍົກສູງບົດ ບາດ, ອິດທິພົນ ແລະ ພາບພົດທີ່ດີຂອງ ປະເທດຕົນໃນເວທີສາກົນ ຜ່ານການ ສະແດງ ແລະ ນຳສະເໜີວັດທະນະທຳ ຂອງປະເທດຕົນໃຫ້ສາກົນຮັບຮູ້. ສໍາລັບສປປລາວ,ການເຄື່ອນໄຫວ ການທູດວັດທະນະທໍາ ແມ່ນອົງປະ ກອບໜຶ່ງທີ່ສຳຄັນຂອງການເຄື່ອນໄຫວ ການທູດໂດຍລວມ ຂອງ ສປປ ລາວ. ນັບແຕ່ອະດີດຈົນເຖິງປັດຈຸບັນ, ການ ເຄື່ອນໄຫວທາງການທູດ ກໍຄື ການພົວ ພັນການຕ່າງປະເທດຂອງລາວ ບໍ່ພຽງ ແຕ່ຕິດພັນກັບວຽກງານທາງດ້ານ ການເມືອງ ແລະ ຄວາມໝັ້ນຄົງເທົ່າ ນັ້ນ (ໂດຍເອີ້ນວ່າການທູດການ ເມືອງ), ແຕ່ຍັງໄດ້ຕິດພັນກັບວຽກ ງານເສດຖະກິດ (ການທູດເສດຖະ ກິດ) ແລະ ວັດທະນະທໍາ (ການທູດ ວັດທະນະທຳ ຫລື ການທູດປະຊາຊົນ) ຊຶ່ງທັງສາມອົງປະກອບແມ່ນມີການ ເຊື່ອມໂຍງ ແລະ ເກາະກ່າຍກັນຢ່າງ ກົມກຽວສະໜິດແໜ້ນ ເພື່ອບັນລຸ ເປົ້າໝາຍລວມອັນສູງສຸດຂອງນະໂຍ ບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ສປປ ລາວ. ສປປ ລາວ ໄດ້ມີການເຄື່ອນໄຫວ ການທູດວັດທະນະທຳ ຢ່າງຕັ້ງໜ້າ, ກວ້າງຂວາງ ແລະ ເລິກເຊິ່ງ ໂດຍຍຶດ ໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງ ພັກ ກໍຄື ນະໂຍບາຍການຕ່າງປະເທດ ຂອງພັກໃນແຕ່ລະໄລຍະ ຊຶ່ງໄດ້ຕິດ ພັນ ແລະ ເກາະກ່າຍຢ່າງກົມກຽວກັບ ການເຄື່ອນໄຫວການທູດທາງການ ເມືອງ-ຄວາມໝັ້ນຄົງ ແລະ ການທູດ ເສດຖະກິດ ເຊັ່ນ: ການເຄື່ອນໄຫວຢ້ຽມ ຢາມ ຫລື ເຂົ້າຮ່ວມກອງປະຊຸມສາກົນ ຢູ່ຕ່າງປະເທດ ຂອງບັນດາການນໍາ ຂັ້ນສູງຂອງພັກ-ລັດ ກໍຄື ການຕ້ອນ ຮັບການນໍາຂັ້ນສູງຕ່າງປະເທດທີ່ເດີນ ທາງມາຢ້ຽມຢາມ ຫລື ເຂົ້າຮ່ວມກອງ ປະຊຸມພາກພື້ນ ແລະ ສາກົນ ຢູ່ ສປປ ລາວ. ໂດຍລວມແລ້ວ ພາຍໃຕ້ການ ເຄື່ອນໄຫວທາງການທູດຢ່າງມີພິກ ໄຫວ, ຫ້າວຫັນ, ສ້າງສັນ, ມີຫລັກການ ແລະ ຕໍ່ເນື່ອງ, ການເຄື່ອນໄຫວທາງ ການທູດຂອງລາວແມ່ນໄດ້ຮັບຜົນສໍາ ເລັດຢ່າງຈົບງາມ ແລະ ເປັນຮູບປະທຳ ຫລາຍດ້ານ ຊຶ່ງວຽກງານການທູດວັດ ທະນະທໍາກໍນອນຢູ່ໃນບັນດາຜົນສໍາ ເລັດເຫລົ່ານັ້ນ ເປັນຕົ້ນແມ່ນ ສປປ ລາວ ໄດ້ມີການລົງນາມເອກະສານການ ຮ່ວມມືໃນຂົງເຂດວັດທະນະທຳ ກັບ ບັນດາປະເທດເພື່ອນມິດຍຸດທະສາດ, ປະເທດບ້ານໃກ້ເຮືອນຄຽງ ແລະ ເພື່ອນ ມິດອື່ນໆ ນັບມື້ນັບຫລາຍຂຶ້ນ. ສິ່ງສຳຄັນ, ຜົນສຳເລັດໃນການ ເຄື່ອນໄຫວທາງການທູດວັດທະນະທຳ ຂອງລາວ ບໍ່ພຽງແຕ່ໄດ້ເຫັນໃນບັນດາ ເອກະສານເທົ່ານັ້ນ, ແຕ່ຍັງໄດ້ສະແດງ ໃຫ້ເຫັນເປັນຮູບປະທຳ ໂດຍການຈັດ ຕັ້ງຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກ ລົງ ແລະ ບົດບັນທຶກຕ່າງໆທີ່ຕິດພັນກັບ ການຮ່ວມມືໃນຂົງເຂດວັດທະນະທຳ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ທັງໃນລະດັບອະນຸພາກພື້ນ, ພາກ ພື້ນໄປຈົນເຖິງລະດັບໂລກ ໃຫ້ເປັນໂຄງ ການ ແລະ ກິດຈະກຳຕ່າງໆ. ໃນນັ້ນ, ກໍແມ່ນການແລກປ່ຽນສິລະປະການສະ ແດງ, ການວາງສະແດງຮູບພາບວັດ ທະນະທໍາ, ງານສັບປະດາວັດທະນະ ທໍາ, ສັບປະດາຮູບເງົາ, ກອງປະຊຸມ ເວທີສໍາມະນາສົ່ງເສີມວຽກງານວິຊາ ການ ແລະ ງານບຸນລາວຢູ່ບັນດາປະ ເທດຕ່າງໆ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ. ນອກ ນັ້ນ, ໃນພາກພື້ນເອີຣົບ ກໍໄດ້ມີການ ຈັດຕັ້ງສັບປະດາວັດທະນະທຳ ລະ ຫວ່າງ ສປປ ລາວ ກັບ ສ ຣັດເຊຍ ແລະ ສ ເບລາຣຸດຊີ, ຮ່ວມມືກັບ ສ ຝຣັ່ງ ໃນການສະໜັບສະໜູນວຽກງານຄຸ້ມ ຄອງບູລະນະສະຖານທີ່ມໍລະດົກໂລກ ຫລວງພະບາງ ແລະ ວັດພູຈຳປາສັກ. ໃນຂະນະດຽວກັນ, ການເຄື່ອນໄຫວ ການທູດວັດທະນະທໍາຢູ່ພາຍໃນ ສປປ ລາວ ເຮົາ ໂດຍຜ່ານບັນດາເວທີ, ກອງ ປະຊຸມ ແລະ ການສໍາມະນາສາກົນ ຕ່າງໆ ຫລື ບັນດາເທສະການວັນບຸນ ສໍາຄັນຕ່າງໆ, ແນໃສ່ສ້າງຄວາມຮັບຮູ້ ກ່ຽວກັບວັດທະນະທໍາອັນດີງາມຂອງ ລາວເຮົາໃຫ້ແກ່ບັນດານັກການທູດ, ຊ່ຽວຊານ, ອາສາສະໝັກ ແລະ ຊາວ ຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ວຽກງານ ແລະ ດໍາລົງຊີວິດຢູ່ລາວ, ເປັນຕົ້ນແມ່ນກິດຈະກໍາສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງສປປລາວແລະບັນ ດາປະເທດເພື່ອນມິດ, ງານບຸນປີໃໝ່ ລາວ, ງານລ້ຽງນໍ້າຊາຂອງສະຫະພັນ ແມ່ຍິງກະຊວງການຕ່າງປະເທດລາວ ແລະ ບັນດານັກການທູດເພດຍິງ ຕ່າງປະເທດປະຈໍາລາວ, ເທສະການ ອາຫານລາວ ແລະ ຕ່າງປະເທດ, ເທສະ ການວັດທະນະທໍາ ແລະ ອື່ນໆ. ອີກດ້ານໜຶ່ງ, ສປປ ລາວ ໄດ້ສືບ ຕໍ່ເຄື່ອນໄຫວຢ່າງຫ້າວຫັນຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການ ສຶກສາ, ວິທະຍາສາດ ແລະ ວັດທະນະ ທໍາ (U/ESCO) ເພື່ອສ້າງເງື່ອນໄຂ ໃຫ້ບັນດາແຫລ່ງມໍລະດົກທາງວັດທະ ນະທໍາ, ປະຫວັດສາດ ແລະ ທໍາມະ ຊາດຂອງ ສປປ ລາວ ຖືກຮັບຮອງເຂົ້າ ເປັນມໍລະດົກໂລກ. ມາຮອດປັດຈຸບັນ, ຜ່ານການເຄື່ອນໄຫວພາຍໃຕ້ສົນທິ ສັນຍາປົກປັກຮັກສາມໍລະດົກໂລກ ທາງດ້ານວັດທະນະທຳ ແລະ ທຳມະ ຊາດ ຂອງ ອົງການອຸຍແນັສໂກ (ຫລື ສົນທິສັນຍາມໍລະດົກໂລກ 1 72), ໄດ້ຮັບຮອງເອົາແຫລ່ງມໍລະດົກແຫ່ງ ຊາດທາງດ້ານວັດທະນະທໍາ ຈໍານວນ 3 ແຫ່ງ ຄື: ເມືອງຫລວງພະບາງ (1 5), ວັດພູ ແລະ ເຂດພູມີທັດວັດ ທະນະທຳເມືອງບູຮານເສດຖາປຸຣະ (2001) ແລະ ທົ່ງໄຫຫີນ ຊຽງຂວາງ (201 ) ແລະ ການເຄື່ອນໄຫວພາຍ ໃຕ້ສົນທິສັນຍາປົກປັກຮັກສາມໍລະດົກ ນາມມະທໍາ ຂອງອົງການອຸຍແນັສໂກ (ຫລືສົນທິສັນຍາ2003) ໄດ້ຮັບຮອງ ເອົາມໍລະດົກທາງດ້ານວັດທະນະທໍາ ນາມມະທໍາແຫ່ງຊາດ ເຂົ້າໃນບັນຊີຕົວ ແທນມໍລະດົກນາມມະທຳຂອງມວນມະ ນຸດໂລກ ຈໍານວນ 3 ລາຍການ ຄື: ສຽງ ແຄນເຊື້ອຊາດລາວ (2017), ຫັດຖະ ກຳພື້ນເມືອງ ພູມປັນຍາການຕໍ່ລາຍນາກ ຂອງຊຸມຊົນເຊື້ອຊາດລາວ (2023) ແລະຟ້ອນລໍາວົງລາວ(2024). ພ້ອມ ດຽວກັນນັ້ນ, ການທູດວັດທະນະທໍາ ກໍຍັງສືບຕໍ່ປະກອບສ່ວນຊຸກຍູ້ຢ່າງຕັ້ງ ໜ້າໃນການຍົກສູງລະດັບຄວາມເຂົ້າ ໃຈກ່ຽວກັບ ສປປ ລາວ ໃນວຽກງານ ການເມືອງ ແລະ ປະຊາຊົນບັນດາປະ ເທດໃນໂລກ. ນອກຈາກນັ້ນ, ສປປ ລາວ ຍັງສືບຕໍ່ຊຸກຍູ້ບັນດາແຫລ່ງທໍາ ມະຊາດ ແລະ ວັດທະນະທໍາ ຢູ່ໃນ ສປປ ລາວ ໃຫ້ເຂົ້າເປັນມໍລະດົກໂລກຕື່ມ ອີກໃນອະນາຄົດ ເຊັ່ນ: ອຸທິຍານແຫ່ງ ຊາດຫີນໜາມໜໍ່ ຢູ່ ເມືອງບົວລະພາ, ແຂວງຄໍາມ່ວນ (ກໍາລັງຢູ່ໃນຂະບວນ ການພິຈາລະນາ ຂອງສູນມໍລະດົກ ໂລກ) ເຂົ້າເປັນມໍລະດົກໂລກແລ້ວ ໃນ ກອງປະຊຸມຄະນະກຳມະການມໍລະດົກ ໂລກ ຄັ້ງທີ 47 ປີ ເດືອນກໍລະກົດ 2025 ທີ່ນະຄອນຫລວງປາຣີ ປະເທດ ຝຣັ່ງ ແລະ ແຫລ່ງມໍລະດົກທາງດ້ານ ວັດທະນະທຳແຫ່ງອື່ນ ຊ່ຶງປັດຈຸບັນ ແມ່ນໄດ້ຖືກບັນຈຸແລ້ວ ໃນບັນຊີສຳ ຮອງມໍລະດົກໂລກ ຂອງອົງການອຸຍ ແນັສໂກ ເຊັ່ນ: ພະທາດຫລວງວຽງຈັນ (ນະຄອນຫລວງວຽງຈັນ 1 2), ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ (ຄໍາມ່ວນ 2025) ແລະ ມີແຜນການ ສືບຕໍ່ຄົ້ນຄວ້າສະເໜີເອົາພະທາດອີງ ຮັງ (ສະຫວັນນະເຂດ), ເສົາຫີນຕັ້ງ (ຫົວພັນ) ເຂົ້າໃນບັນຊີສຳຮອງມໍລະ ດົກໂລກໃນອະນາຄົດ ແລະ ອື່ນໆ. ນອກຈາກນັ້ນ, ສປປ ລາວ ໄດ້ ເຄື່ອນໄຫວວຽກງານການທູດວັດທະ ນະທໍາ ໃນເວທີພາກພື້ນ ໂດຍການສົ່ງ ເສີມການຮ່ວມມືໃນຂົງເຂດວັດທະ ນະທຳ ພາຍໃຕ້ປະຊາຄົມສັງຄົມວັດທະນະທຳອາຊຽນ (ASEA/ Socio-Cultural CommunitZ - ASCC) ໂດຍໄດ້ເຂົ້າຮ່ວມກິດຈະກຳ ທາງດ້ານວັດທະນະທຳທີ່ຫລາກ ຫລາຍ ເປັນຕົ້ນແມ່ນ ກິດຈະກຳການ ແລກປ່ຽນວັດທະນະທຳ ລະຫວ່າງ ປະ ເທດສະມາຊິກອາຊຽນ ເຊັ່ນ: ງານບຸນ ວັດທະນະທຳ, ການສະແດງສິລະປະ ແລະ ໂຄງການແລກປ່ຽນຊາວໜຸ່ມ ເພື່ອ ປະກອບສ່ວນເຂົ້າໃນຂະບວນການ ສ້າງປະຊາຄົມອາຊຽນທີ່ຖືປະຊາຊົນ ເປັນກົກ ແລະ ມີຄວາມຮັບຜິດຊອບຕໍ່ ສັງຄົມ ກໍຄື ເພື່ອຮັດແໜ້ນຄວາມສາ ມັກຄີ ແລະ ເປັນປຶກແຜ່ນ ລະຫວ່າງ ປະ ຊາຊົນກັບປະຊາຊົນໃນປະເທດສະມາ ຊິກອາຊຽນດ້ວຍກັນ, ໂດຍການສ້າງ ເອກະລັກຮ່ວມກັນ ແລະ ການປົກປ້ອງ ແລະ ສົ່ງເສີມຄຸນຄ່າມໍລະດົກທາງວັດ ທະນະທຳຂອງພາກພື້ນໄວ້ໃຫ້ຍືນຍົງ. ວຽກງານທີ່ພົ້ນເດັ່ນໃນເວທີພາກ ພື້ນ ກໍແມ່ນ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມພາກ ພື້ນ ແລະ ສາກົນຕ່າງໆ ເວົ້າລວມ, ເວົ້າສະເພາະຂະແໜງການວັດທະນະ ທໍາ ເປັນຕົ້ນແມ່ນ ການເປັນປະທານ ກອງປະຊຸມສະພາປະຊາຄົມວັດທະນະ ທໍາ-ສັງຄົມ ອາຊຽນ ຄັ້ງທີ 15 ແລະ 16 ໃນປີ 2016, ແລະ ຄັ້ງທີ 31 ແລະ 32 ໃນປີ 2024; ກອງປະຊຸມ ເວທີທ່ອງທ່ຽວອາຊຽນ, ກອງປະຊຸມ ສໍາມະນາແຜ່ນແພພື້ນເມືອງອາຊຽນ ຄັ້ງທີ ແລະ ກອງປະຊຸມອື່ນໆ ດ້ວຍ ຜົນສຳເລັດຢ່າງຈົບງາມ. ບັນດາຜົນສໍາເລັດຂອງການເຄື່ອນ ໄຫວການທູດວັດທະນະທໍາ ໃນຕະ ຫລອດໄລຍະຜ່ານມາ ໄດ້ປະກອບສ່ວນ ອັນສໍາຄັນເຂົ້າໃນພາລະກິດປົກປັກຮັກ ສາແລະສ້າງສາພັດທະນາປະເທດຊາດ ຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ປະກອບສ່ວນອັນສຳຄັນເຂົ້າ ໃນການຈັດຕັ້ງປະຕິບັດນະໂຍບາຍ ການຕ່າງປະເທດຂອງພັກ ແລະ ລັດຖະ ບານລາວ ຢ່າງໄດ້ຮັບໝາກຜົນ ແລະ ການສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ໃຫ້ ແກ່ວົງຄະນາຍາດສາກົນ ຕໍ່ກັບປະເທດ ລາວ ກໍຄື ການສ້າງພາບພົດທີ່ດີ ແລະ ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ. ພ້ອມນີ້, ທັງຊ່ວຍໃຫ້ສປປ ລາວ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີກັບບັນດາປະເທດ ເພື່ອນມິດສາກົນໃນທົ່ວທຸກມຸມໂລກ ເພື່ອຍາດແຍ່ງທຶນຮອນ, ເຕັກນິກ-ເຕັກ ໂນໂລຊີ ແລະ ຄວາມຮູ້ດ້ານການຄຸ້ມ ຄອງ ເພື່ອປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລ ຍະໃຫ້ປະກົດຜົນເປັນຈິງ ກໍຄື ເພື່ອປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

RkJQdWJsaXNoZXIy MTc3MTYxMQ==