ຄວາມເປັນມາຂອງວັນການທູດລາວ

02/10/2025 10:41
Email Print 167
ຂປລ ຂປລ. ເນື່ອງໃນໂອກາດວັນການທູດລາວ ວັນທີ 12 ຕຸລາ 1945 ແມ່ນເປັນວັນດຽວກັບ ວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດລາວ; ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ



(ເນື່ອງໃນໂອກາດ ຄົບຮອບ 80 ປີວັນການທູດລາວ 12 ຕຸລາ 1945 -12 ຕຸລາ 2025)
ຮຽບຮຽງໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

     ຂປລ. ເນື່ອງໃນໂອກາດວັນການທູດລາວ ວັນທີ 12 ຕຸລາ 1945 ແມ່ນເປັນວັນດຽວກັບ ວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດລາວ; ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ ເຊິ່ງເປັນການໄຂສັງກາດໃໝ່ ທີ່ໄດ້ເຮັດໃຫ້ສາກົນ ຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກ ຮັບຮູ້ຈາກສາກົນ ມາເປັນເວລາຫລາຍຮ້ອຍປີ, ເນື່ອງຈາກໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ຄວາມສາມັກຄີ ຕໍ່ສູ້ສັດຕູໂຕດຽວກັນ ຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດ ການພົວພັນສາກົນຂອງໂລກ. ເຫດການວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງ ຄວາມສະຫລາດສ່ອງໃສ ໃນການນໍາພາການຕໍ່ສູ້ ຂອງການນໍາລາວ ເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ ຮັກຄວາມເປັນເອກະລາດ ຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ອອກຈາກແອກປົກຄອງ ຂອງພວກຮຸກຮານຕ່າງຊາດ ເຊິ່ງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນແກນນໍາລາວ ຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.

         ພາຍຫລັງປະກາດເອກະລາດໂຮມລາວ ໃນວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫລະ ໄດ້ປະກາດນະໂຍບາຍ 12 ຂໍ້ ເຊິ່ງໃນນັ້ນ ຂໍ້ທີ 10 ແມ່ນເວົ້າເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍ ການຕ່າງປະເທດ ອັນທໍາອິດຂອງລັດຖະບານ ລາວອິດສະຫລະ ຄື: “ຜູກມິດກັບທຸກປະເທດ ທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບແຕ່ນັ້ນມາ, ວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ມີບົດບາດສໍາຄັນ ທີ່ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະນັ້ນ, ໃນປີ 2013, ລັດຖະບານ ຈຶ່ງໄດ້ຕົກລົງເຫັນດີກໍານົດເອົາ ວັນທີ 12 ຕຸລາ ເປັນວັນການທູດລາວ ຢ່າງເປັນທາງການ.

     ນັບຕັ້ງແຕ່ອະດີດເຖິງປັດຈຸບັນ, ນະໂຍບາຍການຕ່າງປະເທດຂອງລາວເຮົາ ແມ່ນຖືກກໍານົດອອກຢ່າງຖືກຕ້ອງ ແລະ ສອດຄ່ອງໃນແຕ່ລະຍຸກແຕ່ລະສະໄໝ ເພື່ອຮັບໃຊ້ການເຄື່ອນໄຫວ ການທູດແບບພາວະວິໄສ ກໍຄື ຖືກກັບສະພາບ ພາຍໃນປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາ ຜົນປະໂຫຍດສູງສູດມາໃຫ້ປະເທດຊາດ. ໃນໄລຍະຕໍ່ສູ້ກູ້ຊາດ, ວຽກງານການທູດ ແມ່ນຕິດພັນກັບປະຊາຊົນ ຫລື ເອີ້ນວ່າ ການທູດປະຊາຊົນ ເຊິ່ງການນໍາຮຸ່ນກ່ອນໄດ້ນໍາໃຊ້ ເພື່ອຂົນຂວາຍ ແລະ ປຸກລະດົມນໍ້າໃຈຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ບົນພື້ນຖານການຕິດພັນ ກັບປະຊາຊົນຢ່າງແທ້ຈິງ ຈົນເຮັດໃຫ້ສາມາດເຕົ້າໂຮມປະຊາຊົນ ເພື່ອລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາມາດ ສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງເປັນທາງການ ແລະ ເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ສປປ ລາວ ມາເຖິງປັດຈຸບັນ. ການປະຕິບັດນະໂຍບາຍການຕ່າງປະເທດ ໄດ້ແບ່ງອອກເປັນ ແຕ່ລະໄລຍະສໍາຄັນ ຄື:

ໄລຍະປີ 1945-1955:ພາຍຫລັງໄດ້ມີການປະກາດເອກະລາດໂຮມລາວ ຄັ້ງທໍາອິດ, ລັດຖະບານລາວອິດສະຫລະ ໄດ້ສືບຕໍ່ນໍາໃຊ້ຮູບການຕໍ່ສູ້ ທາງດ້ານການເມືອງເປັນເຄື່ອງມືອັນສໍາຄັນ ແລະ ແຫລມຄົມ ເພື່ອເຮັດໜ້າທີ່ຍູ້ໜູນ ໃຫ້ການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ໄດ້ຮັບໄຊຊະນະເປັນກ້າວໆມາ, ການທູດໃນການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນຝຣັ່ງອີກຄັ້ງໃໝ່ ໄດ້ດໍາເນີນໄປຢ່າງດຸເດືອດ, ຝ່າຍແນວລາວອິດສະຫລະ ໄດ້ຮ່ວມສໍາພັນຢ່າງແໜ້ນແຟ້ນ ກັບປະຊາຊົນຫວຽດນາມ ແລະ ກໍາປູເຈຍ ສ້າງຕັ້ງ “ແນວພັນທະພາບ ລາວ-ຫວຽດນາມ-ກໍາປູເຈຍ” ໃນປີ 1951 ເພື່ອຮ່ວມກັນປຶກສາຫາລືຮອບດ້ານ ໃນການປະຕິວັດຊາດ ແລະ ເປັນສ່ວນໜຶ່ງຂອງຂະບວນສັນຕິພາບໂລກ ບົນຫລັກການ “ສະໝັກໃຈ, ສະເໝີພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເຄົາລົບອະທິປະໄຕຂອງກັນ”. ສິ່ງນີ້ຖືເປັນການດໍາເນີນນະໂຍບາຍ ການທູດຂອງລາວຢ່າງຖືກຕ້ອງ ໂດຍສົມທົບກັບປະເທດ ອ້າຍນ້ອງອິນດູຈີນ ໃນການຕໍ່ສູ້ຕ້ານຈັກກະພັດໂຕດຽວກັນ ພ້ອມທັງໄດ້ເຄື່ອນໄຫວ ໂຄສະນາຂົນຂວາຍຍາດແຍ່ງເອົາ ຄວາມເຫັນໃຈ ຈາກຊາວໂລກ ເພື່ອກົດດັນ ແລະ ຕໍ່ຕ້ານອິດທິກໍາລັງຈັກກະພັດລ່າເມືອງຂຶ້ນ ຜູ້ຮຸກຮານບວກກັບການຮ່ວມສໍາພັນ ສູ້ຮົບຂອງ 3 ຊາດໃນອິນດູຈີນ ຈົນເຮັດໃຫ້ຝຣັ່ງຍອມເຊັນສັນຍາເຊີແນວ ໃນປີ 1954 ໂດຍໄດ້ຮັບຮູ້ຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ຫວຽດນາມ ແລະ ກໍາປູເຈຍ, ພ້ອມທັງໄດ້ນໍາໄປສູ່ການສ້າງຕັ້ງ ພັກປະຊາຊົນລາວ ໃນປີ 1955.

ໄລຍະປີ 1955-1975: ສະຖານະການທາງການເມືອງຢູ່ລາວ ໄດ້ຜັນປ່ຽນໄປໃນເງື່ອນໄຂໃໝ່ ສະພາບການຫົວລ້ຽວຫົວຕໍ່ນີ້ ຈາກການຕໍ່ສູ້ດ້ວຍກໍາລັງອາວຸດ ໄປສູ່ການເຈລະຈາທາງການເມືອງ ແລະ ການທູດ. ໃນໄລຍະນີ້  ລັດຖະບານລາວ ອິດສະຫລະ ຫລື ແນວລາວອິດສະຫລະ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນລາວຕໍ່ຕ້ານທົ່ວປະເທດ ໃນວັນທີ 13 ສິງຫາ 1950 ແລະ ໄດ້ປະກາດໂຄງການການເມືອງ 12 ຂໍ້ ເຊິ່ງໃນນັ້ນ ໄດ້ກໍານົດແນວທາງການຕ່າງປະເທດ ອັນທໍາອິດຂອງ ລັດຖະບານລາວອິດສະຫລະ ຄື: “ຜູກມິດກັບທຸກປະເທດ ທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ຈຸດປະສົງ ແມ່ນເພື່ອຍາດແຍ່ງ ການສະໜັບສະໜູນຊ່ວຍເຫລືອ ທາງດ້ານວັດຖຸ ແລະ ຈິດໃຈ ຈາກບັນດາປະເທດສັງຄົມນິຍົມ ແລະ ຂະບວນການກ້າວໜ້າໃນໂລກ ເພື່ອສົ່ງເສີມຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າ ທາງສັງຄົມ ຈົນກ້າວໄປສູ່ການລຸກຮືຂຶ້ນ ຢຶດອໍານາດແບບ “ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ” ດ້ວຍ 3 ບາດຄ້ອນຍຸດທະສາດ ໂຄ່ນລຸ້ມລະບອບລາຊາທິປະໄຕ ແລ້ວສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປີດສັງກາດ
ໃໝ່ແຫ່ງຄວາມເປັນເອກະລາດແຫ່ງຊາດ ເປັນເຈົ້າຕົນເອງຂອງປະຊາຊົນບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ.

ໄລຍະປີ 1975-1985: ພາຍຫລັັງປະເທດຊາດໄດ້ຮັບການປົດປ່ອຍ, ພັກ ແລະ ລັດຖະບານເຮົາ ໄດ້ສືບຕໍ່ນໍາພາປະຊາຊົນຮໍາບາດແຜສົງຄາມ, ສ້າງບັນດາປະຖົມປັດໄຈພື້ນຖານໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍໄດ້ກໍານົດແນວທາງການຕ່າງປະເທດ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມກຸ່ມ”ແນໃສ່ປົກປັກຮັກສາແລະ  ສ້າງສາປະເທດຊາດ, ຍາດເອົາການສະໜັບສະໜູນ ແລະຊ່ວຍເຫລືອຈາກປະເທດເພື່ອນມິດທີ່​ຮັກຫອມ​ສັນຕິພາບເພື່ອສ້າງປະຖົມປັດໄຈໃຫ້ແກ່ການສ້າງສາແລະພັດທະນາປະເທດຊາດຕາມເສັ້ນທາງ​​ສັງຄົມນິຍົມ. ມາຮອດປີ 1982 ສະພາບການຂອງໂລກມີການຜັນແປ, ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຈຶ່ງໄດ້ກໍານົດແນວທາງ ການຕ່າງປະເທດໃໝ່ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ສັງຄົມນິຍົມ” ເພື່ອເພີ່ມທະວີການຮ່ວມມື ກັບປະເທດວົງຄະນາຍາດສັງຄົມນິຍົມ, ບັນດາປະເທດບໍ່ຮ່ວມກຸ່ມ, ປະເທດເພື່ອນມິດອື່ນໆ ລວມທັງບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ເພື່ອຍາດແຍ່ງ ເອົາການສະໜັບສະໜູນ ຈາກບັນດາຂະບວນການປະຕິວັດ ແລະ ປະຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທໍາໃນໂລກ ເພື່ອເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມຢູ່ໃນໂລກ.


ໄລຍະປີ 1986-2015: ສະພາບການຂອງໂລກ ໄດ້ມີການຜັນແປຢ່າງສັບສົນ ແລະ ໄວວາ ສົ່ງຜົນໃຫ້ຂະບວນການເຄື່ອນໄຫວການທູດຂອງ ສປປ ລາວ ຕ້ອງຍິ່ງເພີ່ມທະວີການເປີດກວ້າງການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ພ້ອມທັງເປັນເຈົ້າການ ແລະ ລິເລີ່ມການປະຕິບັດແນວທາງ ການປ່ຽນແປງໃໝ່ ຫລື ຈິນຕະນາການໃໝ່ຂອງພັກເຮົາ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986 ຈຶ່ງໄດ້ກໍານົດແນວທາງການຕ່າງປະເທດຢ່າງຈະແຈ້ງ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”, ໂດຍຖືສໍາຄັນ ແລະ ເພີ່ມທະວີບໍ່ຢຸດຢັ້ງ ໃນການຮັດ
ແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືຮອບດ້ານ ກັບປະເທດເພື່ອນມິດຍຸດທະສາດ ພ້ອມທັງສືບຕໍ່ເປີດກວ້າງ ແລະ ຂະຫຍາຍການພົວພັນ ກັບທຸກໆປະເທດໃນໂລກ ບົນພື້ນຖານ 5 ຫລັກການຢູ່ຮ່ວມກັນ ໂດຍສັນຕິ ແລະ ແນໃສ່ສ້າງສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍໃຫ້ແກ່ການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຄຽງຄູ່ກັບການເປີດກວ້າງ ການພົວພັນສອງຝ່າຍກັບນາໆປະເທດແລ້ວ, ສປປ ລາວ ຍັງໄດ້ເຄື່ອນໄຫວຢ່າງຫ້າວຫັນ ໃນວຽກງານການທູດຫລາຍຝ່າຍ. ອັນພົ້ນເດັ່ນແມ່ນ ການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ໃນວັນທີ 23 ກໍລະກົດ 1997 ເຊິ່ງໄດ້ກາຍເປັນຂີດໝາຍໃໝ່ ໃນການພົວພັນຮ່ວມມືດ້ວຍຄຸນນະພາບໃໝ່ ແລະ ການເຂົ້າໄປມີບົດບາດ ໃນອົງການຈັດຕັ້ງພາກພື້ນ ພ້ອມທັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ຂະບວນການສ້າງປະຊາຄົມອາຊຽນ. ນອກຈາກນັ້ນ, ສປປ ລາວ ຍັງໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ໃນວັນທີ 2 ກຸມພາ 2013.

ໄລຍະ 2015-ປັດຈຸບັນ: ສະພາບການຂອງໂລກໄດ້ມີການຜັນແປຢ່າງໄວວາ, ສະຫລັບສັບຊ້ອນ, ມີຄວາມເລິກແລບກວ່າເກົ່າ ແລະ ຄາດຄະເນໄດ້ຍາກ, ສປປ ລາວ ເປັນປະເທດນ້ອຍ ແຕ່ກໍໄດ້ມີການເຄື່ອນໄຫວການທູດຢ່າງຕັ້ງໜ້າ, ມີພິບໄຫວ ແລະ ມີຍຸດທະສາດ ໂດຍສືບຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືແບບສະເໝີຕົ້ນສະເໝີປາຍ” ຕາມທິດນໍາ ເພີ່ມມິດຫລຸດຜ່ອນສັດຕູ ໂດຍນໍາໃຊ້ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ເປີດກວ້າງການຮ່ວມມືແບບຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ, ຫລາຍຮູບແບບ ແລະ ຫລາຍສີສັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເຊິ່ງສາມາດຍາດໄດ້ຜົນສໍາເລັດ ໃນການເຄື່ອນໄຫວ ທາງການທູດຢ່າງເປັນ ຮູບປະທໍາຫລາຍດ້ານ. ອັນພົ້ນເດັ່ນແມ່ນ ສປປ ລາວ ສາມາດຮັກສາບັນຍາກາດການພົວພັນ ອັນດີກັບປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດໃກ້ຄຽງ, ບັນດາປະເທດໃຫຍ່ ແລະ ປະເທດຄູ່ຮ່ວມພັດທະນາອື່ນໆ ໃນລະດັບປົກກະຕິ ແບບຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ, ສາມາດຂົນຂວາຍ ແລະ ຍາດແຍ່ງການສະໜັບສະໜູນ, ການຮ່ວມມື ແລະ ການຊ່ວຍເຫລືອຈາກສາກົນ ເຊິ່ງກາຍເປັນກໍາລັງແຮງສະໜັບສະໜູນ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ທັງເປັນການ ປະກອບສ່ວນ ເຂົ້າໃນການສ້າງສະພາບແວດລ້ອມ ພາຍນອກທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ.

          ມາຮອດປັດຈຸບັນ ສປປ ລາວ ໄດ້ມີການພົວພັນການທູດກັບ 151 ປະເທດໃນໂລກ; ມີສາຍພົວພັນກັບ 145 ພັກການເມືອງ ຈາກ 82 ປະເທດ, ຮ່ວມມືກັບ 3 ອົງການຈັດຕັ້ງສາກົນ ແລະ ພາກພື້ນຂອງພັກການເມືອງໃນໂລກ, ມີ 20 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ; ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ, ໃນນັ້ນ ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ ແລະ ມີສໍານັກງານຜູ້ຕາງໜ້າຂອງຕ່າງປະເທດ ປະຈໍາຢູ່ ສປປ ລາວ ຈໍານວນ 33 ແຫ່ງ, ໃນນັ້ນ ມີສະຖານ ເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ ແລະ ກົງສຸນໃຫຍ່ ຈໍານວນ 6 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ, ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ ຈໍານວນ 18 ແຫ່ງ; ມີດ່ານສາກົນ ຈໍານວນ 34 ແຫ່ງ ແລະ ມີການພົວພັນດ້ານ ການຄ້າກັບຫລາຍກວ່າ 60 ປະເທດໃນໂລກ.


KPL

ຂ່າວອື່ນໆ

ads
ads

Top