ຂປລ
ສສ ຫວຽດນາມ ມຸ່ງໄປເຖິງ ເປົ້າໝາຍ 100 ປີ ສູນນະວັດຕະກຳ ໃນທົ່ວປະເທດ, ໃນນັ້ນ ແຕ່ລະທ້ອງຖິ່ນ, ແຕ່ລະກະ ຊວງ, ຂະແໜງການ ມີຢ່າງໜ້ອຍ ສຸດ 1 ສູນນະວັດຕະກຳ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ມຸ່ງໄປເຖິງ ເປົ້າໝາຍ 100 ປີ ສູນນະວັດຕະກຳ ໃນທົ່ວປະເທດ, ໃນນັ້ນ ແຕ່ລະທ້ອງຖິ່ນ, ແຕ່ລະກະຊວງ, ຂະແໜງການ ມີຢ່າງໜ້ອຍ ສຸດ 1 ສູນນະວັດຕະກຳ. ນີ້ແມ່ນຂໍ້ມູນຕົ້ນຕໍ່ ທີ່ໄດ້ຍົກອອກມາ ໃນເວທີປາໄສນະໂຍບາຍ ນະວັດຕະກຳ ລະດັບຊາດ ໂດຍກົມນະວັດຕະກຳ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລະ ສູນນະວັດ ຕະກຳແຫ່ງຊາດ (ກະຊວງການເງິນ) ສົມທົບກັນຈັດຂຶ້ນ ໃນວັນທີ 1 ຕຸລາ, ຢູ່ ນະຄນຫລວງ ຮ່າໂນ້ຍ. ຕາມແຜນຮ່າງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ບັນດາສູນ ນະວັດຕະກຳ ນີ້ ຈະເປັນຂົວຕໍ່ ແລະ ແບ່ງປັນຜົນປະໂຫຍດ ຈາການຄົ້ນຄວ້າ, ສ້າງຄວາມສະໜິດຕິດພັນ ຢ່າງແໜ້ນແຟ້ນ ແລະ ຍືນຍົນໃນລະບົບ ຊີວະພາບ ນະວັດຕະກຳ ແຫ່ງຊາດ. ທ່ານ ຫງວຽນມາຍເຢືອງ, ຫົວໜ້າ ກົມນະວັດຕະກຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຊີ້ແຈ້ງວ່າ:“ຈິດໃຈ ນະວັດຕະກຳ, ຈິດໃຈ ເລີ່ມຕົ້ນ ທຸລະກິດ ຕ້ອງໄດ້ຮັບການຫລໍ່ຫລອມ, ບຳລຸງສ້າງ ແລະ ຕ້ອງໄດ້ສົ່ງເສີມ ຈາກປະ ຊາຊົນ ແຕ່ລະຄົນ ແລະ ແຕ່ລະຄົນ ຈະແມ່ນຜູ້ນະວັດຕະກຳໜຶ່ງ. ມີຈິດໃຈນັ້ນ, ດັ່ງນັ້ນ ຈຶ່ງມີຫລາຍວິສາຫະກິດ ພັດທະນາຢ່າງແຮງ, ມີຫລາຍວິສາຫະກິດນຳພາ ດ້ານເຕັກໂນໂລຊີ ເພື່ອຮັບໃຊ້ໃຫ້ແກ່ ການພັດ ທະນາ ເສດຖະກິດ-ສັງຄົມ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL