ປະຊາຊົນບ້ານນາຫາດ ຄາດຫວັງຊີວິດການເປັນຢູ່ມີປ່ຽນແນ່ນອນ ຫລັງໂຄງການໄຟຟ້າພະລັງງານລົມເຈື່ອງເຊີນໃຫ້ການຊ່ວຍເຫລືອ

08/10/2025 15:23
Email Print 115
ຂປລ ຂປລ. ປະຊາຊົນບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ມີຄວາມພາກພູມໃຈ ແລະ ຄາດຫວັງວ່າ ຊີວິດການເປັນຢູ່ຈະມີການປ່ຽນແປງ ແລະ ສາມາດຫລຸດພົ້ນອອກຈາກ ຄວາມທຸກຍາກແນ່ນອນ ຫລັງມີໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ໄດ້ຍື້ມືເຂົ້າມາຊ່ວຍເຫລືອ ທາງດ້ານເຕັກນິກການປູກ-ການລ້ຽງ.

ຂປລ. ປະຊາຊົນບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ມີຄວາມພາກພູມໃຈ ແລະ ຄາດຫວັງວ່າ ຊີວິດການເປັນຢູ່ຈະມີການປ່ຽນແປງ ແລະ ສາມາດຫລຸດພົ້ນອອກຈາກ ຄວາມທຸກຍາກແນ່ນອນ ຫລັງມີໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ໄດ້ຍື້ມືເຂົ້າມາຊ່ວຍເຫລືອ ທາງດ້ານເຕັກນິກການປູກ-ການລ້ຽງ. ຂະນະທີ່ຄາດວ່າຜົນຜະລິດປີນີ້, ຈະເພີ່ມຂຶ້ນຫລາຍກວ່າໃນແຕ່ລະປີ ຜ່ານມາທີ່ປູກແບບປະຖົມປະຖານ.

          ຕາມການໃຫ້ຮູ້ຂອງ ທ່ານ ຄານ ພຸດສະດີ ປະຊາຊົນບ້ານນາຫາດ ເມືອງຄຳເກີດ ຕໍ່ທີມຂ່າວໜັງສືພິມປະເທດລາວວ່າ: ຫລາຍປີຜ່ານມາການຜະລິດເຂົ້າ, ມັນຕົ້ນຂອງຄອບຄົວຕົນ ແມ່ນໄດ້ຜົນຜະລິດກໍບໍ່ໄດ້ຫລາຍ ໂດຍສະເພາະ ອັນພົ້ນເດັ່ນແມ່ນມັນຕົ້ນ ຊຶ່ງປີຜ່ານມາປູກໃນເນື້ອທີ່ປະມານ 0,6 ເຮັກຕາ ໂດຍປູກ ແບບທຳມະຊາດໄດ້ຜົນຜະລິດ 3 ໂຕນ (ມັນຕົ້ນແຫ້ງ). ຂະນະທີ່ມາໃນປີນີ້, ຫລັງມີໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ໄດ້ເຂົ້າມາຊ່ວຍເຫລືອຫລາຍດ້ານໃນການປູກມັນຕົ້ນ. ໃນນັ້ນ, ດ້ານເຕັກນິກ ກໍມີວິຊາການລົງມາຊ່ວຍທຸກຂັ້ນຕອນ ນັບແຕ່ມື້ປູກ ແລະ ຊ່ວຍເຫລືອຝຸ່ນ, ປຸ໋ຍ ແມ່ນວິຊາການຂອງໂຄງການ ໄດ້ມາແນະນຳ ທັງນຳພາປະຕິບັດຕົວຈິງ ແລະ ກໍໄດ້ລົງມາຕິດຕາມມື້ລະສອງ-ສາມຄົນ. ຜ່ານການລົງມາແນະນຳ, ນຳພາເຮັດຕົວຈິງ ກໍສັງເກດເຫັນວ່າມັນຕົ້ນ ກໍຂຽວງາມກວ່າປີຜ່ານມາທີ່ປູກແບບທຳມະຊາດ. ແນວໃດກໍດີ, ຄາດວ່າ ຜົນຜະລິດຈະໄດ້ເພີ່ມຂຶ້ນຈາກ 3 ໂຕນ (ມັນແຫ້ງ) ມາເປັນ 5-6 ໂຕນ (ມັນແຫ້ງ) ໃນເນື້ອທີ່ ຫລື ພື້ນທີ່ດຽວກັນທີ່ເຮັດໃນປີຜ່ານມາ.

          ຫລັງພວກເຮົາລົມກັນ ແລະ ຮູ້ທີ່ໄປທີ່ມາໃນການຊ່ວຍເຫລືອ ຈາກໂຄງການໄຟຟ້າພະລັງງານລົມເຈື່ອງເຊີນແລ້ວ, ຄານ ພຸດສະດີ ເຈົ້າຂອງສວນມັນຕົ້ນ ກໍພາທີມງານໂຄງການ, ທີມງານຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳເກີດ ແລະ ທີມນັກຂ່າວພວກເຮົາໄປເບິ່ງສວນມັນຕົ້ນຂອງເພິ່ນ. ເມື່ອພວກເຮົາໄປຮອດສວນ ກໍເຫັນຕົ້ນມັນ ແຕ່ລະຕົ້ນ ງອກງາມຂຽວງາມອຸ່ນທຸ່ນ, ຫົວມັນກໍໃຫຍ່ດັ່ງທີ່ເວົ້າມາຂັ້ນເທິງນັ້ນແທ້. ຂະນະທີ່ ຜູ້ຂຽນເອງ ກໍມີຄວາມພາກພູມໃຈໄປພ້ອມໆກັບເຈົ້າຂອງສວນມັນຕົ້ນ ສວນນີ້.

          ຄວາມພາກພູມໃຈດັ່ງກ່າວ, ຜູ້ຂຽນກໍຖາມເຖິງລາຍຮັບທີ່ຈະໄດ້ຮັບເຂົ້າຄອບຄົວລາວ ອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້ ໂດຍສະເພາະ ຫລັງເກັບກູ້ຂາຍອອກໝົດຈະສ້າງລາຍຮັບເທົ່າໃດ ? ຮອຍຍິ້ມທີ່ຍິ້ມໜ້ອຍ ຍິ້ມໃຫຍ່ທີ່ສະແດງເຖິງຄວາມພາກພູມ ແລະ ລາວຕອບວ່າ: ສຳລັບລາຍຮັບຈາກການຂາຍມັນຕົ້ນປີຜ່ານມາ ຍ້ອນລາຄາຕ່ຳ ຈຶ່ງໄດ້ສ້າງລາຍຮັບ ບໍ່ພໍເທົ່າໃດລ້ານກີບ. ສຳລັບປີນີ້, ຖ້າລາຄາສູງຄືປີກ່ອນໆນັ້ນ, ກໍຕັ້ງຄວາມຫວັງຢູ່ທີ່ 20 ລ້ານກີບ ໃນເນື້ອທີ່ 0,6 ເຮັກຕາ ທີ່ທາງໂຄງການໄດ້ໃຫ້ການຊ່ວຍເຫລືອນີ້.

ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ແມ່ນອີກໂຄງການໜຶ່ງ ທີ່ໄດ້ໃຫ້ການຊ່ວຍເຫລືອ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ໂດຍສະເພາະຍົກສູງສະມັດຕະພາບການຜະລິດ ແລະ ຄຸນນະພາບ, ເພີ່ມລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດໂຄງການໄຟຟ້າພະລັງງານລົມເຈື່ອງເຊີນ.  

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ຄວາມເປັນມາຂອງການໄຫລເຮືອໄຟບົດ-ສາລະຄະດີ

      ຄວາມເປັນມາຂອງການໄຫລເຮືອໄຟ

      10/7/2025 2:40:24 PM

      ຂປລ.ໃນມື້ຂຶ້ນ 15 ຄໍ່າເດືອນ11 ປີ 2568 ຂອງທຸກໆປີເປັນມື້ອອກພັນສາປະວໍລະນາ ຊຶ່ງຈະມີຫລາກຫລາຍກິດຈະກໍາທາງພຸດທະສາສະໜາ ໜຶ່ງໃນນັ້ນກໍແມ່ນການໄຫລເຮືອໄຟທີ່ໄດ້ສືບທອດກັນມາແຕ່ດຶກດຳບັນ ເມື່ອຮອດບຸນອອກພັນສາປະວໍລະນາແຕ່ລະປີ ຊຶ່ງປີນີ້ແມ່ນກົງກັບວັນອັງຄານທີ 7 ຕຸລາ 2025

    • 80 ປີ ທີ່ທູດພູມໃຈບົດ-ສາລະຄະດີ

      80 ປີ ທີ່ທູດພູມໃຈ

      10/7/2025 2:31:15 PM

      ຂປລ. ບົດຂຽນນີ້ ແມ່ນປະກອບສ່ວນເຂົ້າເປັນກິດຈະກຳໜຶ່ງ ຂອງສະໂມສອນນັກການທູດລາວ ເພື່ອສະເຫລີມສະຫລອງ ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025).

    • ລ້ຽງງົວຂາຍ ສ້າງລາຍຮັບເຂົ້າຄອບຄົວ 900 ລ້ານກີບຕໍ່ປີບົດ-ສາລະຄະດີ

      ລ້ຽງງົວຂາຍ ສ້າງລາຍຮັບເຂົ້າຄອບຄົວ 900 ລ້ານກີບຕໍ່ປີ

      10/7/2025 11:59:46 AM

      ຂປລ. ການດຸໝັ່ນຂະຫຍັນພຽນທຳມາຫາກິນ, ອົດທົນ ລ້ວນແລ້ວແຕ່ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວນັບມື້ດີຂຶ້ນ ແລະ ຮັ່ງມີຜາສຸກໄດ້.

    • ບຸນອອກພັນສາບົດ-ສາລະຄະດີ

      ບຸນອອກພັນສາ

      10/6/2025 1:43:06 PM

      ຂປລ. ຄຳວ່າ “ອອກພັນສາ” ນັ້ນໄດ້ແກ່ການອະນຸຍາດໃຫ້ພະພິກຂຸສົງ ອອກຈາກເຂດຈໍາກັດ, ຫລັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອື່ນໄດ້ເອີ້ນ ອີກຢ່າງໜຶ່ງວ່າ ການອອກຈາກລະດູຝົນ ອັນເນື່ອງມາຈາກວັນເຂົ້າພັນສາ ຕາມທີ່ພະທໍາວິໄນບັນຍັດໄວ້

    • ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນໄລຍະໃໝ່ບົດ-ສາລະຄະດີ

      ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນໄລຍະໃໝ່

      10/2/2025 1:50:57 PM

      ຂປລ. ໃນຊຸມປີຜ່ານມາ, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະທາງດ້ານພູມສາດການເມືອງ ກໍຄືການພົວພັນຮ່ວມມື ແລະ ການຂັດແຍ່ງ ລະຫວ່າງປະເທດ ມະຫາອໍານາດ, ບັນຫາສົງຄາມກາງເມືອງ, ບັນຫາຄວາມຂັດແຍ່ງທາງດ້ານດິນແດນ, ເຊື້ອຊາດ, ສາສະໜາ, ບັນຫາກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງທາງໄຊເບີ, ການຍາດແຍ່ງຊັບພະຍາກອນທໍາມະຊາດ

ads
ads

Top