ຂປລ
ຂປລ. ການດຸໝັ່ນຂະຫຍັນພຽນທຳມາຫາກິນ, ອົດທົນ ລ້ວນແລ້ວແຕ່ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວນັບມື້ດີຂຶ້ນ ແລະ ຮັ່ງມີຜາສຸກໄດ້.

ຂປລ. ການດຸໝັ່ນຂະຫຍັນພຽນທຳມາຫາກິນ, ອົດທົນ ລ້ວນແລ້ວແຕ່ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວນັບມື້ດີຂຶ້ນ ແລະ ຮັ່ງມີຜາສຸກໄດ້. ເໝືອນດັ່ງຄອບຄົວຂອງ ທ່ານ ຊາຍ ມາລາພອນ ຫລື ຊາຍນ້ອຍ ຢູ່ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫລວງພະບາງ ທີ່ຢືດຖືອາຊີບການ ຊື້-ຂາຍ ງົວ-ຄວາຍ ແລະ ລ້ຽງງົວເປັນອາຊີບຫລັກ ຊຶ່ງຕົນເອງໄດ້ປະກອບອາຊີບນີ້ເລີ່ມແຕ່ປີ 1995 ເປັນຕົ້ນມາ ຈົນມີຟາມງົວເປັນຂອງຕົນເອງ ແລະ ສາມາດສ້າງລາຍຮັບ ເຂົ້າຄອບ ຄົວໄດ້ຫລາຍກວ່າ 900 ລ້ານກີບຕໍ່ປີ.
ທ່ານ ຊາຍນ້ອຍ ໃຫ້ຮູ້ວ່າ: ໃນຟາມງົວ ມີເນື້ອທີ່ທັງໝົດ 190 ກວ່າເຮັກຕາ, ໃນນັ້ນ ໄດ້ບຸກເບີກເປັນສວນປູກຫຍ້າເພື່ອລ້ຽງງົວ 30 ກວ່າເຮັກຕາ, ມີແຮງງານທັງໝົດ 5 ຄົນ. ມາຮອດທ້າຍປີ 2024 ໄດ້ປຶກສາຫາລືນຳອົງການປົກຄອງເມືອງ ແລະ ທະນາຄານສົ່ງກະສິກຳ ເພື່ອຂໍກູ້ຢືມເງິນ ຈຳນວນ 1 ຕື້ກີບ, ພາຍຫລັງໄດ້ຮັບເງິນ ກໍນຳມາບຸກເບີກຟາມງົວ ໂດຍຊື້ແມ່ພັນຈຳນວນ 80 ໂຕ, ພໍ່ພັນ 10 ໂຕ, ຂະຫຍາຍສວນຫຍ້າ, ຊື້ເຫລັກໜາມອ້ອມຮົ້ວຟາມ ແລະ ແປງທາງຂອບເຂດຟາມງົວ ໃຫ້ມີຄວາມສະດວກສະບາຍ, ປັດຈຸບັນໃນຟາມຂອງລາວມີງົວທັງໝົດ 158 ໂຕ. ສ່ວນຕະຫລາດຈໍາໜ່າຍແມ່ນຂາຍພາຍໃນແຂວງ, ຕ່າງແຂວງ ແລະ ປະເທດຈີນ ຈຳນວນໜຶ່ງ, ນອກຈາກຂາຍເປັນໂຕແລ້ວ ໄດ້ນຳເຂົ້າເຕົາຂ້າສັດທີ່ເປັນຂອງຕົນເອງເພື່ອຂ້າສັດ-ຂາຍຊີ້ນ ພາຍຕະຫລາດເມືອງນໍ້າບາກນຳອີກ. ເຖິງແນວໃດກໍດີ, ໃນປີ 2025 ນີ້ ໄດ້ຂາຍງົວອອກ 72 ໂຕ, ສາມາດສ້າງລາຍຮັບຈາກການຂາຍງົວ, ຂ້າສັດ-ຂາຍຊີ້ນ ແລະ ອື່ນໆ ສະເລ່ຍທັງໝົດໄດ້ 900 ລ້ານກວ່າກີບ, ຖ້າທຽບໃສ່ເມື່ອກ່ອນ ຖືວ່າຊີວິດການເປັນຢູ່ດີຂຶ້ນຫລາຍ, ສາມາດສົ່ງລູກຮຽນຈົບວິຊາຊີບ, ມີວຽກເຮັດງານທຳທີ່ດີ, ມີເຮືອນຖາວອນຢູ່, ມີເງິນແຮ, ມີລົດໃຫຍ່ຂີ່, ເຮັດໃຫ້ການໄປມາສະດວກສະບາຍຫລາຍຂຶ້ນ.

ສຳລັບແຜນການຕໍ່ໜ້າ ຈະສືບຕໍ່ຂະຫຍາຍສວນຫຍ້າລ້ຽງງົວ, ຂະຫຍາຍພໍ່ພັນແມ່ພັນງົວ ແລະ ຊື້ງົວເຂົ້າຟາມເພີ່ມຕື່ມອີກ, ຖ້າທ່ານໃດຕ້ອງການບົດຮຽນໃນການລ້ຽງງົວ ຫລື ສົນໃຈຊື້ງົວ ສາມາດເຂົ້າມາພົວພັນນຳ ຟາມ ຊາຍມາລາພອນ ຂອງເພິ່ນໄດ້ ທີ່ບ້ານນໍ້າມອງ ເມືອງນໍ້າບາກ ແຂວງຫລວງພະບາງ.
ໂດຍ: ດາວອນ ມະນີວັນ
ພາບ: ທະນູສີນ ອິດທິພົນ
KPL