ຊີຣີ ປະກາດໝາກຜົນຂອງການເລືອກຕັ້ງ ສະພາແຫ່ງຊາດ

08/10/2025 11:09
Email Print 204
ຂປລ ອົງການ ເລືອກຕັ້ງ ຊີຣີ ໄດ້ປະກາດ ໝາກຜົນ ຂອງການເລືອກຕັ້ງ ສະພາແຫ່ງຊາດ ຄັ້ງທຳອິດ ນັບແຕ່ ເມື່ອລະບອບ ຂອງ ທ່ານ Bashar Al-Assad ປະທານາທິບໍດີ ຊີຣີ ຖືກລົ້ມລະລາຍ ໃນທ້າຍປີ 2024.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອົງການ ເລືອກຕັ້ງ ຊີຣີ ໄດ້ປະກາດ ໝາກຜົນ ຂອງການເລືອກຕັ້ງ ສະພາແຫ່ງຊາດ ຄັ້ງທຳອິດ ນັບແຕ່ ເມື່ອລະບອບຂອງ ທ່ານ Bashar Al-Assad ປະທານາທິບໍດີ ຊີຣີ  ຖືກລົ້ມລະລາຍ ໃນທ້າຍປີ 2024. ການເລືອກຕັ້ງຄັ້ງນີ້ ມີຜູ້ສະໝັກເລືອກຕັ້ງ 119 ທ່ານ ໄດ້ຮັບການເລືອກຕັ້ງ ໃນການເລືອກຕັ້ງ ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ ໂດຍມີ 21 ບ່ອນນັ່ງ ຍັງຫວ່າງ ຢູ່ເຂດໂດຍຊາວ Kurd ຄວບຄຸມ ຢູ່ທາງທິດຕາເວັນອອກ ສ່ຽງເໜືອ ຊີຣີ, ກໍຄືແຂວງ Suwayda ຢູ່ທາງທິດໃຕ້ ທີ່ມີຊາວ Druze ກວມເອົາ ສ່ວນໃຫຍ່, ເນື່ອງຈາກ ບໍ່ໄດ້ດຳເນີນ ການເລືອກຕັ້ງ ຢູ່ເຂດເຫລົ່ານັ້ນ ຍ້ອນເຫດຜົນ ຄວາມໝັ້ນຄົງ ແລະ ການເມືອງ.  ຕາມລັດຖະທຳມະນູນ ສະບັບ ຊົ່ວຄາວ ທີ່ໄດ້ປະກາດ ໃນເດືອນ ມີນາ 2025 ແລ້ວ, ສະພາແຫ່ງຊາດ ຊີຣີ ມີສະມາຊິກ 210 ທ່ານ, ໃນນັ້ນ ມີ 70 ທ່ານ ໂດຍທ່ານ Ahmed Al-Sharaa ປະທານາທິບໍດີຊົ່ວຄາວ ສະເໜີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top