ຂປລ
ໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14, ພື້ນຖານ ໂຄງລ່າງ ຢູ່ຊົນນະບົດຂອງ ສປ ຈີນ ໄດ້ຮັບການ ຍົກລະດັບ ຢ່າງໝັ້ນທ່ຽງ.ໃນໄລຍະດັ່ງກ່າວ, ນ້ຳປະປາ, ຖະໜົນຫົນທາງ, ໄຟຟ້າ, ແກັສທຳມະຊາດ ແລະ ການສື່ສານ ໄດ້ເລັ່ງລັດເຂົ້າສູ່ ແຕ່ລະຄອບຄົວ ໃນຊົນນະບົດ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ແຫລ່ງຂ່າວ ຈາກກະຊວງ ກະສິກຳ ແລະ ຊົນນະບົດຈີນ ໃຫ້ຮູ້ວ່າ: ໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14, ພື້ນຖານ ໂຄງລ່າງ ຢູ່ຊົນນະບົດຂອງ ສປ ຈີນ ໄດ້ຮັບການ ຍົກລະດັບ ຢ່າງໝັ້ນທ່ຽງ.ໃນໄລຍະດັ່ງກ່າວ, ນ້ຳປະປາ, ຖະໜົນຫົນທາງ, ໄຟຟ້າ, ແກັສທຳມະຊາດ ແລະ ການສື່ສານ ໄດ້ເລັ່ງລັດເຂົ້າສູ່ ແຕ່ລະຄອບຄົວ ໃນຊົນນະບົດ, ພື້ນຖານໂຄງລ່າງແບບໃໝ່ ໄດ້ເລັ່ງລັດການກໍ່ສ້າງ. ນັບມາຮອດ ທ້າຍປີ 2024,ໄລຍະຄວາມຍາວ ຂອງທາງຫລວງ ຢູ່ຊົນນະບົດຈີນ ມີເຖິງ 4.640.000 ກິໂລແມັດ, ບັນລຸ ເປົ້າໝາຍ ທີ່ເຮັດໃຫ້ 3 ໝື່ນຕາແສງ ແລະ 500.000 ກວ່າບ້ານ ບໍລິຫານ ມີທາງປູຢາງ ຫລື ທາງຊີມັງ. ອັດຕາ ການນຳໃຊ້ ນ້ຳປະປາ ໃນຊົນນະບົດ ບັນລຸເຖິງ 94%.ອັດຕາ ຄວາມໝັ້ນທ່ຽງ ຂອງການສະໜອງໄຟຟ້າ ຂອງເຄືອຂ່າຍໄຟຟ້າ ຢູ່ຊົນນະບົດຈີນ ມີເຖິງ 99,9%; ບ້ານບໍລິຫານມີ 90% ຂຶ້ນໄປໄດ້ເຊື່ອມຕໍ່ ສັນຍານ 5G./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL