ຂປລ
ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ ທີ່ມີຊື່ສຽງຮຽງນານຂອງປະເທດຈີນ ໂດຍສະເພາະແມ່ນໄດ້ ໄປທ່ຽມຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ” ທີ່ມີຄວາມອຸດົມສົມບູນໄປດ້ວຍທາງດ້ານຊັບພະຍາກອນ ທຳມະຊາດທີ່ເປັນຢາພື້ນເມືອງຫລາກຫລາຍຊະນິດ.

ໝູ່ບ້ານໄປ໋ເສົາຊານ ເປັນໝູ່ບ້ານຢາພື້ນເມືອງ ຕັ້ງຢູ່ທາງພາກຕາເວັນຕົກຂອງທະເລສາບ ຕຽນສືຫ່າງຈາກນະຄອນຄຸນໝິງ, ສປ ຈີນ ປະມານ 33 ກິໂລແມັດ. ໝູ່ບ້ານໄປ໋ເສົາຊານ ເປັນຊຸມຊົນທີ່ຫງຽບສະຫງົບ ແລະ ເຕັມໄປດ້ວຍປະຫວັດສາດ ທາງດ້ານການປີ່ນປົວ ແລະ ພືດພັນຢາພື້ນເມືອງຫລາຍຮ້ອຍຊະນິດ. ພ້ອມນັ້ນ, ໝູ່ບ້ານແຫ່ງນີ້ ຍັງເປັນຕົວແທນ ຂອງພູມປັນຍາສະໝຸນໄພຈີນບູຮານ ທີ່ຍັງມີຊີວິດຢູ່ໂດຍທຳມະຊາດ ວັດທະນະທຳ ແລະ ປະຫວັດສາດ ຮ່ວມກັນຢ່າງລົງຕົວ. ແຕ່ກ່ອນໝູ່ບ້ານນີ້ ມີຊື່ວ່າ ໝູ່ບ້ານຊ່າວໝ່າ ຕັ້ງຢູ່ເນີນພູຊີຊານ ອ້ອມຮອບໄປດ້ວຍປ່າດົງ ຊຶ່ງເປັນປ່າແຫ່ງຢາພື້ນເມືອງຈີນຫລາກຫລາຍຊະນິດ ສໍາລັບປະຊາຊົນທີ່ຢູ່ແຖວນີ້ ບໍ່ພຽງແຕ່ເປັນທາງຍ່າງຕາມທຳມະຊາດເທົ່ານັ້ນ ແຕ່ຍັງເປັນຮ້ານຂາຍຢາພື້ນເມືອງ ດັ່ງຄໍາເວົ້າທີ່ວ່າ ທຸກກ້າວເທິງໜ້າດິນຄືຢາ.

ໝູ່ບ້ານຢາພື້ນເມືອງນີ້ ໄດ້ເລີ່ມຕົ້ນກໍ່ຕັ້ງຂຶ້ນໃນປີ ຄສ 1923 ໂດຍ ທ່ານ ສູ່ ຮວນຈາງ ຜູ້ທີ່ມີຄວາມຮູ້ດ້ານຢາພື້ນເມືອງ ໄດ້ມີໂອກາດມາຢ້ຽມຢາມ ໝູ່ບ້ານແຫ່ງນີ້ ຊຶ່ງມີຊື່ສຽງ ກ່ຽວກັບຄວາມອຸດົມສົມບູນ ຂອງຢາພື້ນເມືອງນາໆຊະນິດ ເຮັດໃຫ້ເພິ່ນເກີດມີແນວຄວາມຄິດ ທີ່ຈະສ້າງໝູ່ບ້ານແຫ່ງນີ້ ໃຫ້ເປັນບ່ອນປິ່ນປົວ ແລະ ຕົ້ນກຳເນີດຂອງຢາພື້ນເມືອງຈີນ. ທ່ານ ສູ່ ຮວນຈາງ ໄດ້ມາອາໃສຢູ່ໝູ່ບ້ານແຫ່ງນີ້ ແລະ ໄດ້ຄ່ອຍໆ ເກັບພືດພັນນາໆຊະນິດ ທີ່ເກີດຂຶ້ນໃນໄລຍະລະດູແລ້ງ ແລະ ລະດູໜາວ ມາພັດທະນາ ແລະ ປັບປຸງເປັນສູດຢາ ແບບບູຮານ ທີ່ເອີ້ນວ່າ: ຢາຮ້ອຍສົມບັດ ຜ່ານການຄົ້ນຄວ້າ ແລະ ທົດລອງຢາ ໃນແຕ່ລະມື້ ແຕ່ລະວັນ ຈົນໄດ້ຢ່າດີທີ່ມີຄຸນນະພາບ ແລະ ເປັນຢາສຳຄັນທີ່ໃຊ້ໃນການແພດຈີນບູຮານ. ໃນໄລຍະທີ່ມີ ສົງຄາມ ທ່ານ ສູ່ ຮວນຈາງ ໄດ້ບໍລິຈາກຢາຈໍານວນ 30.000 ແກ້ວ ເພື່ອຊ່ວຍຮັກສາທະຫານທີ່ຖືກບາດເຈັບໃນການສູ້ຮົບ ຈົນໄດ້ຮັບການຍອມຮັບ ທັງພາຍໃນ ແລະ ຕ່າງປະເທດ. ຕົກມາໃນປີ ຄສ 1955 ເມຍຂອງ ທ່ານ ສູ່ ຮວນຈາງ ໄດ້ບໍລິຈາກສູດຢາພິເສດ ໃຫ້ກັບທາງລັດຖະບານ ແລະ ຕໍ່ມາກໍ່ໄດ້ຮັບຊື່ຢ່າງເປັນທາງການວ່າ: ຢຸນນານ ໄປ໋ ເຫຍົາ ແລະ ກາຍເປັນສົມບັດຂອງຊາດໃນດ້ານການແພດ ຈີນ ເປັນສັນຍະລັກແຫ່ງການປິ່ນປົວ ແລະ ຄວາມພູມໃຈຂອງຊາດ.

ໝູ່ບ້ານແຫ່ງນີ້ ບໍ່ພຽງແຕ່ເປັນບ່ອນທີ່ມີຢາພື້ນເມືອງຫລາຍເທົ່ານັ້ນ ແຕ່ຍັງເປັນບ່ອນໃຫ້ຄວາມຮູ້ ແລະ ຄວາມເມດຕາ ທີ່ໄດ້ຖ່າຍທອດຄວາມຮູ້ ດ້ານສະໝຸນໄພໃຫ້ກັບປະຊາຊົນເຂດນັ້ນ ໃນການປີ່ນປົວບໍ່ເສຍຄ່າ (ຟຣີ) ແລະ ສ້າງສາຍສຳພັນອັນເລິກເຊິ່ງ ກັບປະຊາຊົນໃນທ້ອງຖິ່ນນັ້ນ. ເພື່ອເປັນການໃຫ້ກຽດທ່ານ ສູ່ ຮວນຈາງ ຜູ້ທີ່ເປັນຄົນກໍ່ຕັ້ງ ປະຊາຊົນ ໃນເຂດນັ້ນເລີຍ ປ່ຽນໝູ່ບ້ານໃສ່ຊື່ວ່າ ໝູ່ບ້ານໄປ໋ເສົາຊານ. ປັດຈຸບັນໝູ່ບ້ານແຫ່ງນີ້ ໄດ້ເປັນຕົ້ນແບບຂອງການຟື້ນຟູຊົນນະບົດ ໂດຍຍຶດໝັ້ນຫລັກການພັດທະນາ ແບບຍືນຍົງທີ່ມີຮາກຖານ ຈາກວັດ ທະນະທຳທ້ອງຖິ່ນ ປະຫວັດສາດ ແລະ ແນວຄິດສັງຄົມນິຍົມສະໄໝໃໝ່, ສົ່ງເສີມຄວາມສາມັກຄີ ເປັນຄວາມພູມໃຈຂອງຊຸມຊົນ ແລະ ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ເປັນບ່ອນ ທ່ອງທ່ຽວ ທາງວັດທະນະທຳແຫ່ງໜຶ່ງ ຂອງນະຄອນຄຸນໝິງ. ໃນໂອກາດດຽວກັນນີ້ ທາງຄະນະສື່ມວນຊົນລາວ ກໍ່ໄດ້ມີໂອກາດໄປທ່ຽວຊົມ ສະຖານທີ່ດັ່ງກ່າວ ຄືກັນກັບຍ້ອນໄປສູ່ອະດີດ ຜ່ານດົງ ສະໝຸນໄພ ປະຫວັດສາດການແພດແຜນຈີນ ແລະ ເຫັນໄດ້ເຖິງຄວາມສາມັກຄີ ຂອງປະຊາຊົນທີ່ຢູ່ເຂດນີ້.
ໂດຍ: ສຸກທະວີ
KPL