ປະເທດ ຣັດເຊຍ

08/10/2025 10:28
Email Print 5563
ຂປລ ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

ປະ​ເທດ ຣັດ​ເຊຍ (Russia) ມີ​ຊື່​ຢ່າງ​ເປັນ​ທາງ​ການ​ວ່າ: ສະຫະພັນ ຣັດ​ເຊຍ (Russian Federation), ມີ​ນະຄອນຫລວງ ​ຊື່ວ່າ: ມົດ​ສະ​ກູ(Moscow)ຣັດ​ເຊຍ ​ເປັນ​ປະ​ເທດ​ໃນຢູ​ເຣ​ເຊຍ​ເໜືອ ​ແລະ ​​ໃຫຍ່​ທີ່​ສຸດ​ໃນ​ໂລກ ດ້ວຍ​ເນື້ອ​ທີ່ 17.098.242 ກິ​ໂລ​ຕາ​ແມັດ ກວມ​ເອົາ ​ປະຊາກອນ 144.596.443 ຄົນ(​ໃນ​ປີ 2024). ມີ​ຊາຍ​ແດນ​ຕິດ​ກັບ ອາ​ແຊກ​ໄບຊານ, ​ເບ​ລາຣຸດຊີ, ສປ ຈີນ,  ແລະ ອື່ນໆ, ພ້ອມກັນນັ້ນ ​ຍັງ​ມີ​ເນື້ອ​ທີ່​ ຕິດ​ກັບ ມະຫາ​ສະໝຸດ ​ອາກຕິກ ​ແລະ ມະຫາ​ສະໝຸດ ​ປາຊີ​ຟິກ​ເໜືອ. ປະຊາຊົນ ​ສ່ວນ​ໃຫຍ່ ນັບຖື​ສາສະໜາ ອໍຣ​ເທີ​ດອກ ​ຣັດ​ເຊຍ; ​ໃຊ້​ພາສາຣັດ​ເຊຍ ເປັນ​ພາ ສາ​ທາງ​ການ; ຫົວໜ່ວຍ​ ສະກຸນ​ເງິນ ຣູ​ເບີ​ນ ຣັດ​ເຊຍ. ສ່ວນວັນ​ໄດ້​ຮັບ​ເອກະລາດ​ ວັນທີ 24 ສິງຫາ.

ຣັດ​ເຊຍ ມີ​ເສດຖະກິດຂະໜາດ​ໃຫຍ່​ສຸດ, ​ມີຊັບພະຍາກອນທຳມະຊາດອຸດົມສົມບູນ, ໃນ​ນັ້ນມີ​ບໍ່​ແຮ່ຂະໜາດ​ໃຫຍ່ ​ໃນ​ການ​ຜະລິດ​ຖ່ານ​ຫີນ, ນ້ຳມັນ, ​ອາຍແກັສ, ຜະລິດ​ຕະພັນ​ເຄມີ ​ແລະ ​ໂລຫະ​ອື່ນໆ. ລວມຍອດ​ ຜະລິດ​ຕະພັນ​ພາຍ​ໃນປະ​ເທດ (GDP) ບັນລຸ 1.997.000 ລ້ານ​ໂດ​ລາ ສະຫະລັດ(​ໃນ​ປີ 2023); ອັດຕາ​ການຈະ​ເລີ​ນ​​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ 3,6% ຕໍ່​ປີ(ໃນປີ 2023); ລາຍໄດ້ສະເລ່ຍຕໍ່ຫົວຄົນ 13.324 ໂດລາສະຫະລັດຕໍ່ປີ.

ມູນຄ່າການສົ່ງອອກ: 403.000 ລ້ານໂດລາສະຫະລັດ(ໃນປີ 2023), ໂດຍ ສິນຄ້າ ທີ່ສົ່ງອອກ ເປັນຕົ້ນ ນໍ້າມັນດີບ, ປີ​ໂຕ​ລຽມກັ່ນ, ​ແກັສທຳ​ມະ​ຊາດ, ​ໄມ້ ​ແລະ ຜະລິດຕະພັນ​ ຈາກ​ໄມ້, ຖ່ານຫີນ ແລະ ເຫລັກ. ໂດຍມູນຄ່າການ ນໍາເຂົ້າ:​ 214.000 ລ້ານໂດລາສະຫະລັດຕໍ່ປີ ; ສິນຄ້າທີ່ນຳເຂົ້າເຊັ່ນ: ລົດໃຫຍ່ ແລະ ຊິ້ນສ່ວນຍານພາຫະນະ, ເຮືອບິນ, ຄອມພີວເຕີ, ​ເຄື່ອງກົນ​ຈັກ ​ແລະ ​ອື່ນໆ. ສ່ວນ​ປະ​ເທດ ​ຄູ່ການ​ຄ້າ​ ທີ່​ສຳຄັນ​ຄື: ສປຈີນ, ​ອິນເດຍ,ກາຊັກສະຖານ, ບຣາຊິນ, ຕວັກກີ, ເຢຍລະມັນ ແລະ ສ.ເກົາຫລີ ຕາມລຳດັບ. ສໍາລັບ ​ສະຖານ​ທີ່ ​ທ່ອງ​ທ່ຽວ​ ສວຍ​ງາມ​ເຊັ່ນ: ຈັດ​ຕຸຣັດ​ແດງ; ມະຫາ​ວິຫານ ​ເຊ​ນ​ເບ​ຊິລ ​ເປັນ​ສັນຍາ ​ລັກ​ມີ​ຈຸດ​ເດັ່ນ ​ດ້ານ​ສະຖາປັດຕະຍະກຳ; ພະລາສະ​ວັງ​ ເຄຣມລິນ; ວິຫານ ​ອັສສຳ​ຊຳ; ພິພິ​ທະພັນ ​ອາຣ​ເມີຣີ​ແຊມ​ເບີ ​ແລະ ແຫ່ງອື່ນໆ.

ປະເທດ ສະຫະພັນ ຣັດເຊຍ ແລະ ປະເທດ ສປປ ລາວ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ທູດ​ຮ່ວມ​ກັນເມື່ອ​ວັນ​ທີ 07.10.1960-07.10.2025 (ຄົບຮອບ 65 ປີ) ​ເປັນ​ຕົ້ນ​ມາ ບົນພື້ນຖານ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ຄວາມ​ນັບຖື ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງກັນ ​ແລະ ກັນ, ມີ​ສາຍ​ພົວພັນ​ແຫ່ງ​ມິດຕະພາບ ​ແລະ ການ​ຊ່ວຍ​ເຫລືອ, ພ້ອມ​ທັງ​ມີ​ການ​ເສີມ​ສ້າງ ຂະຫຍາຍ​ ການ​ພົວພັນ​ຮ່ວມ​ມືຫລາຍ​ດ້ານ, ​ເພື່ອ​ຊຸກຍູ້​ຢ່າງ​ແຮງກ້າ​ ໃຫ້​ແກ່​ຂະ​ບວນການ ພົວພັນ​ຮ່ວມ​ມື   ລະຫວ່າງສອງປະເທດໃຫ້ເຕີບໃຫຍ່ ຂະຫຍາຍຕົວ ຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ./.

​ໂດຍ.ດາ​ວັນ

 

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top