ຂປລ
ຫາຍຊາຍ ທະເລຍາວຢຽດ, ອາກາດເຂດຮ້ອນ ລົມມໍລະສຸມ, ແຜງລັງສີ ແລະ ຄວາມໄວແຮງລົມສູງ ແມ່ນຄວາມສາ ມາດ ບົ່ມຊ້ອນ, ຄວາມສະດວກ ໃຫ້ແກ່ ສສ ຫວຽດນາມ ໃນການພັດທະນາ ພະລັງງານທົດແທນຄື: ໄຟຟ້າແສງຕາ ເວັນ, ໄຟຟ້າແຮງລົມ, ພະລັງງານຊີວະມວນ. ດ້ານອື່ນ, ຍ້ອນຕັ້ງຢູ່ໃກ້ກັບສູນຜະລິດ ພະລັງງານທົດແທນ ແລະ ຕ່ອງ ໂສ້ ການສະໜອງ ວັດຖຸອຸປະກອນ ໃຫຍ່ຄື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຫາຍຊາຍ ທະເລຍາວຢຽດ, ອາກາດເຂດຮ້ອນ ລົມມໍລະສຸມ, ແຜງລັງສີ ແລະ ຄວາມໄວແຮງລົມສູງ ແມ່ນຄວາມສາມາດ ບົ່ມຊ້ອນ, ຄວາມສະດວກ ໃຫ້ແກ່ ສສ ຫວຽດນາມ ໃນການພັດທະນາ ພະລັງງານທົດແທນຄື: ໄຟຟ້າແສງຕາເວັນ, ໄຟຟ້າແຮງລົມ, ພະລັງງານຊີວະມວນ. ດ້ານອື່ນ, ຍ້ອນຕັ້ງຢູ່ໃກ້ກັບສູນຜະລິດ ພະລັງງານທົດແທນ ແລະ ຕ່ອງໂສ້ ການສະໜອງ ວັດຖຸອຸປະກອນ ໃຫຍ່ຄື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ. ດັ່ງນັ້ນ ສສ ຫວຽດນາມ ມີໂອກາດ ກາຍເປັນຕາໂສ້ ສຳຄັນ ໃນຕ່ອງໂສ້ ການສະໜອງ ພະລັງງານ ທົດແທນ ທົ່ວໂລກ. ທ່າອ່ຽງ ຫັນປ່ຽນ ການນຳໃຊ້ ພະລັງງານຟອກຊິວ ມາເປັນການນຳໃຊ້ ພະລັງງານສະອາດ, ພະລັງງານທົດແທນ ພວມດຳເນີນຢ່າງແຮງໃນທົ່ວໂລກ. ບັນດາພື້ນຖານ ເສດຖະກິດໃນໂລກ ພວມ ມານະ ພະຍາຍາມ ກຳນົດຄືນໃໝ່ ຍຸດທະສາດ ພັດທະນາ ໂດຍອີງຕາມບັນດາ ມາດຖານສີຂຽວ, ສະອາດ, ຍືນຍົງ, ປົກປັກຮັກສາ ສິ່ງແວດລ້ອມ. ສສ ຫວຽດນາມ ພວມຢູ່ໃນວິວັດການ ຫັນປ່ຽນ ພະລັງງານ ຢ່າງແຮງ. ເຖິງວ່າ ຍັງບໍ່ທັນເປັນເຈົ້າເຕັກໂນໂລຊີຫລັກ ຂອງຂະແໜງພະລັງງານທົດແທນ, ແຕ່ ສສ ຫວຽດນາມ ກໍ່ບັນລຸໄດ້ ບາດກ້າວທຳອິດ ໃນການເຂົ້າຮ່ວມ ຕ່ອງໂສ້ການຕິດຕັ້ງ ປະກອບ ເຄື່ອງ ອາໄຫລ່ ທີ່ໃຊ້ໃຫ້ແກ່ ພະລັງງານທົດແທນຄື: ແຜ່ນແບັດເຕີຣີ ແສງຕາເວັນ, ຫໍກັງຫັນລົມໃບພັດ. ດັ່ງນັ້ນ ເພື່ອກາຍເປັນສູນກາງໃນຕ່ອງໂສ້ ການສະໜອງ ພະລັງງານ ທົດແທນທົ່ວໂລກ. ສສ ຫວຽດນາມ ຕ້ອງກຳນົດທິດທາງ ປະຕິບັດຍຸດທະສາດ ຍາວນານຄືນ ເພື່ອຫລຸດຜ່ອນ ການປ່ອຍກາກບອນ ໃນໄລຍະຍາວ, ກາກບອນ ເປັນກາງໃນປີ 2050ໃຫ້ເໝາະ ສົມກັບທ່າອ່ຽງລວມຂອງໂລກ. ໃນສະເພາະໜ້າ, ສສ ຫວຽດາມ ຄວນສ້າງຍຸດທະສາດ ພັດທະນາ ພະລັງງານແບບຍືນຍົງ, ລວມມີ ການຫັນແຫລ່ງສະໜອງ ເປັນຫລາຍຮູບ ຫລາຍແບບ ແລະ ລົງທຶນ ຢ່າງແຮງ ເຂົ້າພະລັງງານ ທົດແທນ. ລັດຖະບານ ມີນະໂຍບາຍ ສົ່ງເສີມການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາ ຜະລິດຕະພັນ “Make in Vietnam” ໃຫ້ແກ່ ຂະແໜງພະລັງງານ ທົດແທນ. ພ້ອມກັນນັ້ນ ກໍ່ເພີ່ມທະວີ ການຮ່ວມມື ສາກົນ ໃນຂົງເຂດພະລັງງານ, ເປັນຕົ້ນ ແມ່ນພະລັງງານ ທົດແທນ, ແບ່ງປັນບົດຮຽນ ປະສົບການ ແລະ ເຕັກໂນໂລຊີ ກັບບັນດາປະເທດທີ່ກ້າວໜ້າ. ທ່ານ ເຈິ່ນວັນຢາງ, ຫົວໜ້າຄະນະພະລັງງານໄຟຟ້າ, ກຸ່ມບໍລິສັດ ອຸດສາຫະກຳ ຖ່ານຫີນ-ບໍ່ແຮ່ ຫວຽດນາມ ໃຫ້ຮູ້ວ່າ: ການພັດທະນາ ບັນດາແຫລ່ງໄຟຟ້າ ທີ່ມີຢູ່ແລ້ວ ແລະ ທົດແທນ ຢ່າງຄົບຊຸດ, ຂຸດຄົ້ນ ຄວາມສາມາດ ບົ່ມຊ້ອນໄຟຟ້າ ແຮງລົມ ຢູ່ນອກຝັ່ງ, ໄຟຟ້າແສງຕາເວັນ, ເຂື່ອນໄຟຟ້າ ຂະໜາດນ້ອຍ, ຊີວະມວນ, ໄຟຟ້າຂີ້ເຫຍື້ອ ຢ່າງມີປະສິດທິຜົນ. ຮັບປະກັນຄວາມໝັ້ນຄົງ ດ້ານພະລັງງານ ແມ່ນໜ້າທີ່ ຍຸດທະສາດ ຍາວນານ ແລະ ຮອບດ້ານ ຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການດ້ານພະລັງງານ ໃຫ້ແກ່ ການພັດທະນາ ເສດຖະກິດ, ສັງຄົມ, ຮັບປະກັນ ຄວາມສາມາດກຽມເພື່ອ ແລະ ເປັນເຈົ້າ ການແຫລ່ງສະໜອງ.ໄປຄຽງຄູ່ກັນນັ້ນ, ວິສາຫະກິດ ຫວຽດນາມ ຕ້ອງການໄດ້ຮັບ ການໜູນຊ່ວຍ ກ່ຽວກັບ ເຕັກໂນໂລຊີ, ການເງິນ ແລະ ການຮ່ວມມືສາກົນ ເພື່ອເຂົ້າຮ່ວມ ລະບົບມູນຄ່າ ຢ່າງເລິກເຊິ່ງກວ່າ. ໃນນັ້ນ, ນະໂຍບາຍການເງິນໄດ້ຮັບ ຖືວ່າແມ່ນເຄື່ອງມື ຍຸດທະສາດເພື່ອໃຫ້ ສສ ຫວຽດນາມ ຊຸກຍູ້ວິວັດການຫັນປ່ຽນພະລັງງານ. ຈາກນັ້ນ ທ່ານ ຮສ.ປອ ໂງຈີລອງ ອະດີດຫົວໜ້າ ສະຖາບັນຄົ້ນຄວ້າ ຕະຫລາດ ລາຄາ (ກະຊວງການເງິນ ຫວຽດນາມ) ໃຫ້ຮູ້ວ່າ: ສສ ຫວຽດນາມ ຈຳເປັນຕ້ອງສ້າງກອງທຶນ ຫັນປ່ຽນພະລັງງານແຫ່ງຊາດ. ເຫດຜົນແມ່ນ, ກອງທຶນນີ້ ອາດສາມາດ ໜູນຊ່ວຍ ວິສາຫະກິດລົງທຶນ ເຂົ້າຂົງເຂດພະລັງງານສະອາດ, ສ້າງເງື່ອນໄຂສະໜອງທຶນ ໃຫ້ແກ່ການເຄື່ອນໄຫວ ຂອງວິສາຫະກິດພະລັງງານ. ທີສອງແມ່ນ ສ້າງກົນໄກສິນເຊື່ອສີຂຽວ ໃຫ້ແກ່ບັນດາ ທະນາຄານການຄ້າ ຍ້ອນວ່າ ປັດຈຸບັນ ຍັງບໍ່ທັນມີກົນໄກ ສິນເຊື່ອສີຂຽວ ຢ່າງຈະແຈ້ງ. ຖ້າມີກົນໄກສິນເຊື່ອສີຂຽວ ຢ່າງມີປະສິດທິຜົນ ຈະສ້າງເງື່ອນໄຂ, ຍົກສູງຄວາມສາມາດແກ້ງແຍ້ງ ໃຫ້ບັນດາ ວິສາຫະກິດ. ການບຳລຸງກໍ່ສ້າງ ຖັນແຖວ ນັກວິສະວະກອນ, ນັກຊ່ຽວຊານດ້ານເຕັກນິກ ທີ່ມີຄຸນນະພາບສູງໃຫ້ແກ່ ຂະແໜງພະລັງງານ ພວມແມ່ນຄວາມຮຽກຮ້ອງ ຕ້ອງການຢ່າງຮີບດ່ວນ. ຂະນະທີ່ ທ່ານ ປອ ຫງວຽນມິງດາດ, ຫົວໜ້າພະແນກ ຄຸ້ມຄອງເຕັກໂນໂລຢີ ແລະ ພະລັງງານ, ມະຫາ ວິທະຍາໄລ ໄຟຟ້າ ໃຫ້ຮູ້ວ່າ: ຊັບພະຍາກອນມະນຸດ ສວມບົດບາດສຳຄັນ ໃນຈ່ອງໂສ້ການສະໜອງ ພະລັງງານ. ຄາດວ່າ ໃນໄລຍະຈະມາເຖິງຢູ່ ຫວຽດນາມ ຈະຕ້ອງການຊັບພະກອນມະນຸດ ໃນຂົງເຂດນີ້ ນັບໝື່ນຄົນ, ນັບແຕ່ກຳມະກອນ, ນັກເຕັກນິກ ຈົນຮອດ ນັກວິສະວະກອນ ອອກແບບ, ນັກວິສະວະກອນ ເຄື່ອນໄຫວໝູນໃຊ້, ນັກວິສະວະກອນ ບຳລຸງຮັກສາ. ດັ່ງນັ້ນ, ຕ້ອງນຳບັນດາໂຄງການບຳລຸງກໍ່ສ້າງ ຂອງບັນດາ ມະຫາວິທະຍາໄລ, ສະຖາບັນ ກັບບັນດາວຽກງານລະອຽດ ໃນບັນດາ ວິສາຫະກິດ ຂະແໜງ ພະລັງງານ.ໃນສະພາບ ການຫັນປ່ຽນ ພະລັງງານ ພວມດຳເນີນ ຢ່າງແຮງ ໃນທົ່ວໂລກ, ການຍົກສູງ ຄວາມສາມາດແກ້ງແຍ້ງ ແລະ ຖານະບົດບາດ ຂອງວິສາຫະກິດ ຫວຽດນາມ ໃນຕ່ອງໂສ້ການສະໜອງພະລັງານທົດແທນ ແມ່ນໂອກາດນຳ ສສ ຫວຽດນາມ ບຸກທະລຸ, ເຊື່ອມໂຍງເຂົ້າກັບໂລກ ຢ່າງເລິກເຊິ່ງກວ້າງຂວາງ. ເມື່ອວິສາຫະກິດ ຫວຽດນາມ ມີຄວາມສາມາດຢ່າງພຽງພໍ ເພື່ອເຂົ້າຮ່ວມ ນັບແຕ່ຂັ້ນ ຕອນອອກແບບ, ປະດິດແຕ່ງ, ເຄື່ອນໄຫວ ຈົນຮອດ ການສົ່ງອອກ ມາດຕະການ ພະລັງງານນັ້ນ, ຈຶ່ງອາດສາມາດ ຢັ້ງຢືນບົດບາດຂອງ ສສ ຫວຽດນາມ ຄືຕາໂສ້ສຳຄັນ ທີ່ຂາດບໍ່ໄດ້ ໃນຕ່ອງໂສ້ ການສະໜອງ ພະລັງງານທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL