ຂປລ
ຂປລ.ໃນມື້ຂຶ້ນ 15 ຄໍ່າເດືອນ11 ປີ 2568 ຂອງທຸກໆປີເປັນມື້ອອກພັນສາປະວໍລະນາ ຊຶ່ງຈະມີຫລາກຫລາຍກິດຈະກໍາທາງພຸດທະສາສະໜາ ໜຶ່ງໃນນັ້ນກໍແມ່ນການໄຫລເຮືອໄຟທີ່ໄດ້ສືບທອດກັນມາແຕ່ດຶກດຳບັນ ເມື່ອຮອດບຸນອອກພັນສາປະວໍລະນາແຕ່ລະປີ ຊຶ່ງປີນີ້ແມ່ນກົງກັບວັນອັງຄານທີ 7 ຕຸລາ 2025

ຂປລ.ໃນມື້ຂຶ້ນ15 ຄໍ່າເດືອນ11ປີ 2568 ຂອງທຸກໆປີເປັນມື້ອອກພັນສາປະວໍລະນາ ຊຶ່ງຈະມີຫລາກຫລາຍກິດຈະກໍາທາງພຸດທະສາສະໜາ ໜຶ່ງໃນນັ້ນກໍແມ່ນການໄຫລເຮືອໄຟທີ່ໄດ້ສືບທອດກັນມາແຕ່ດຶກດຳບັນເມື່ອຮອດບຸນອອກພັນສາປະວໍລະນາແຕ່ລະປີ ຊຶ່ງປີນີ້ແມ່ນກົງກັບວັນອັງຄານທີ 7ຕຸລາ 2025, ຄົນລາວບັນດາເຜົ່າຕ່າງກໍພາກັນໄຫລເຮືອ ບໍ່ວ່າຈະເປັນເຮືອໄຟໂຄກ ແລະ ເຮືອໄຟນ້ຳ ເພື່ອບູຊາ ໂດຍເຊື່ອວ່າມີສິ່ງສັກສິດ ຢູ່ໃຕ້ນໍ້ານັ້ນກໍຄືພະຍານາກ ແລະ ອີກຄວາມເຊື່ອໜຶ່ງການໄຫລເຮືອໄຟ ແມ່ນການບູຊາແມ່ນໍ້າ ກໍຄືທາດທັງ 4 ມີ: ດິນ, ນ້ໍາ, ລົມ, ໄຟ ໂດຍສະເພາະແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດ ເປັນຕົ້ນແມ່ນມະນຸດ ແລະ ຊີວະນາໆພັນ.

ຕາມຕໍານານເລົ່າຂານກັນວ່າ: ແຕ່ກ່ອນ ມີພະຍາກາເຜືອກຄູ່ຜົວເມຍ ເຮັດຮັງຢູ່ເທິງຕົ້ນເດື່ອແຄມນ້ຳ ແລະ ມີໄຂ່ ກຳລັງຈະຝັກ 5 ໜ່ວຍ, ມີມື້ໜຶ່ງ, ລົມພາຍຸພັດແຮງເຮັດໃຫ້ຕົ້ນເດື່ອຖືກພັດຫັກລົງນ້ຳ. ກາເຜືອກທັງສອງໄດ້ເສຍຊີວິດ ແລະ ໄຂ່ທັງ 5 ໜ່ວຍກໍໄດ້ໄຫລໄປຕາມນ້ຳ. ໜ່ວຍທີ 1 ໄດ້ໄຫລໄປຕົກຢູ່ທ່າຂອງພະຍາ ກຸກຸສັນໂທ (ພະຍາໄກ່), ພະຍາໄກ່ ກໍ່ເອົາໄປຟັກ; ໜ່ວຍທີ 2 ໄຫລໄປຕົກຢູ່ທ່ານ້ຳຂອງພະຍາໂກນະຄະມະໂນ (ພະຍານາກ) ພະຍານາກ; ໜ່ວຍທີ 3 ໄຫລໄປຕົກຢູ່ທ່າຂອງພະຍາ ກັດສະໂປ (ພະຍາເຕົ່າ); ໜ່ວຍທີ 4 ໄຫລໄປຕົກຢູ່ທ່າຂອງພະຍາ ໂຄຕະໂມ (ພະຍາງົວ); ໜ່ວຍທີ 5 ໄດ້ໄຫລໄປຕົກຢູ່ທ່າຂອງພະຍາ ອະລິຍະເມດໄຕໂຍ (ພະຍາລາສະສີ) ພະຍາລາສະສີ. ເມື່ອໄຂ່ທັງ 5 ໜ່ວຍ ໄດ້ເບາະອອກມາເປັນຄົນທັງໝົດ ເມື່ອໃຫຍ່ກ້າໜ້າບານຂຶ້ນມາ ກໍ່ຄິດຈະອອກໄປບວດເປັນພະລືສີທຳມະໂພທິສັດ. ພາຍຫລັງອອກບວດແລ້ວ ທຸກຄົນກໍ່ມີໃຈສັດທາ ຢາກເຫັນໜ້າບິດາມານດາ ຜູ້ບັງເກີດເກົ້າຂອງຕົນ, ໂດຍທັງ 5 ອົງ ບໍ່ຮູ້ວ່າມີພໍ່ແມ່ດຽວກັນ. ມາມື້ໜຶ່ງ ລືສີທັງ 5 ອົງ ໄດ້ມາພົບກັນ ຈຶ່ງໄດ້ມີການໂອ້ລົມສົນທະນາ ຖາມຂ່າວຄາວເລື່ອງລາວຂອງກັນ ແລະ ກັນ.ໃນເວລານັ້ນ, ປະກົດວ່າຄວາມຕັ້ງໃຈຂອງແຕ່ລະອົງແມ່ນຢາກເຫັນໜ້າບິດາມານດາ ຄືກັນ ອັນເປັນເລື່ອງບັງເອີນແທ້ ຊຶ່ງຄວາມປາຖະໜານີ້ໄດ້ເຖິງບິດາມານດາ ທີ່ຢູ່ ສະຫວັນຊັ້ນຟ້າດາວະດິງ, ດ້ວຍເຫດນັ້ນ, ສອງພະອົງຈຶ່ງໄດ້ສະເດັດລົງມາພົບລູກຊາຍ ທັງ 5 ອົງ, ພະຍາກາເຜືອກ ໄດ້ເລົ່າເລື່ອງລາວເຫດການຕ່າງໆ ທັງໝົດໃຫ້ຟັງ ແລະ ຈາກນັ້ນ ກໍກັບຄືນສູ່ສະຫວັນ, ແຕ່ກ່ອນຈະກັບລູກຊາຍທັງ 5 ໄດ້ຂໍໃຫ້ພະຍາກາເຜືອກທັງສອງຢຽບຫີນສີລາ ໃຫ້ເປັນຮອຍຕີນໄວ້ ເພື່ອເປັນທີ່ເຄົາລົບບູຊາ ເມື່ອຍາມຄິດຮອດຄິດເຖິງ. ພະຍາກາເຜືອກໄດ້ສັ່ງລູກໄວ້ວ່າ, ເພື່ອເປັນການລະນຶກເຖິງບຸນຄຸນຂອງບັນພະບູລຸດ ເມື່ອເຖິງເດືອນ 11 ເພັງ ຂອງທຸກໆປີ, ໃຫ້ພວກລູກຝັ້ນຝ້າຍເຮັດເປັນຮູບຕີນກາເອົາວາງໃສ່ຖ້ວຍ ຫລື ຈານແບນ ແລ້ວເອົານ້ຳມັນຖອກໃສ່ໄຕ້ບູຊາ ແລ້ວຂຶ້ນໄປຟັງທຳມະເທສະໜານຳພໍ່ກັບແມ່ ຢູ່ເທິງສະຫວັນເດີລູກ!. ມື້ແຮມ 1 ຄ່ຳເດືອນ 11 ທັງ 5 ອົງ ໄດ້ກັບຄືນລົງສູ່ໂລກມະນຸດ ເພື່ອເຜີຍແຜ່ສິນລະທຳຄຳສອນ ຈຶ່ງໄດ້ເອົາໄມ້ມາເຮັດເປັນຮູບເຮືອ, ເອົາຝ້າຍເຮັດເປັນຕີນກາໃສ່ຖ້ວຍນ້ຳມັນ ຢາຍເປັນຫວ່າງສະເໝີກັນໄຕ້ບູຊາ ຫລື ເອົາໃບຕອງມາເຮັດເປັນຮູບດອກບົວ (ກະໂທງ) ແລະ ໄຫລໄປຕາມແມ່ນ້ຳ ເພື່ອນ້ອມລະນຶກເຖິງຄຸນບິດາມານດີ ບູຊາພະເຈົ້າທັງ 5 ອົງ ທີ່ສະເດັດລົງມາສູ່ໂລກມະນຸດເພື່ອເຜີຍແຜ່ ສິນລະທຳຄຳສັ່ງສອນ. ສຳລັບລູກພະຍາກາເຜືອກທັງ 5 ແມ່ນໄດ້ເອົາຊື່ແມ່ລ້ຽງຂອງຕົນເປັນຊື່ ນັບແຕ່ນັ້ນເປັນຕົ້ນມາ ພວກເຮົາຈຶ່ງພາກັນເອີ້ນວ່າ: ພະເຈົ້າທັງ 5 ພະອົງຄື: ກຸກຸສັນໂທ, ໂກນະຄະມະໂນ, ກັດສະໂປ, ໂຄຕະໂມ ແລະ ອະລິຍະເມດໄຕໂຍ.

ເຖິງແນວໃດກໍດີ,ການໄຫລເຮືອໄຟບໍ່ວ່າຈະເປັນເຮືອໄຟໂຄກ, ເຮືອໄຟນ້ຳ ແມ່ນການນຳເອົາກ້ານກ້ວຍ ຫລື ໄມ້ໄຜ່ຍາວມາເຮັດໃນຮູບຮ່າງຄ້າຍຄືກັບເຮືອແລ້ວປະດັບປະດາດ້ວຍດອກໄມ້ຢ່າງສວຍງາມ, ໄຕ້ທູບທຽນໃສ່ ເພື່ອໃຫ້ມີແສງສະຫວ່າງ. ສ່ວນການເຮັດເຮືອໄຟນ້ຳປົກກະຕິແມ່ນສ້າງຂຶ້ນໃນຕອນບ່າຍຂອງມື້ເພັງບາງບ້ານກໍເຮັດແບບງ່າຍດາຍ ຈາກທ່ອນກ້ວຍເປັນຕົ້ນຕໍເສີມດ້ວຍແຜ່ນໄມ້ນ້ອຍໆເປັນຮູບຍາວຄ້າຍຮູບເຮືອ ຊຶ່ງເພິ່ນເອົາມັດຢອງໃສ່ແພທ່ອນກ້ວຍ ຈາກນັ້ນເພິ່ນເອົາຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງຂອງແຜ່ນໄມ້ແລ້ວຈຶ່ງໃຕ້ທຽນໃສ່ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ຊາວບ້ານກໍພ້ອມກັນອະທິຖານຕ່າງໆນາໆເຊ່ັນວ່າ: ຂໍໃຫ້ຊີວິດມີຄວາມສຸກ, ປາສະຈາກໂລກໄພໄຂ້ເຈັບ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນການນີ້ວ່າ “ການໄຫລເຮືອໄຟ” ອີກບາງບ້ານກໍເຮັດດ້ວຍໄມ້ໄຜ່ມັດ ເຂົ້າກັນເປັນຮູບຊົງເຮືອໃຫຍ່ ມີການກະກຽມຫລາຍວັນ. ພ້ອມນັ້ນ, ຢູ່ຕາມຕົວເມືອງ ໂດຍສະເພາະຊາວໜຸ່ມໄດ້ນຳເຮືອໄຟນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍ ປະດັບປະດາ ດ້ວຍທູບທຽນ ແລະ ດອກໄມ້ ໃນຮູບແບບ ປະຍຸກໃໝ່ເອີ້ນວ່າ “ກະທົງ” ໄປລອຍນໍ້າຫລັງຈາກທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນວັດແລ້ວພ້ອມທັງອະທິຖານຕ່າງໆນານາ.
ຮຽບຮຽງໂດຍ: ແສງສະຫວັນຮູບປະກອບ
KPL