ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນໄລຍະໃໝ່

02/10/2025 13:50
Email Print 158
ຂປລ ຂປລ. ໃນຊຸມປີຜ່ານມາ, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະທາງດ້ານພູມສາດການເມືອງ ກໍຄືການພົວພັນຮ່ວມມື ແລະ ການຂັດແຍ່ງ ລະຫວ່າງປະເທດ ມະຫາອໍານາດ, ບັນຫາສົງຄາມກາງເມືອງ, ບັນຫາຄວາມຂັດແຍ່ງທາງດ້ານດິນແດນ, ເຊື້ອຊາດ, ສາສະໜາ, ບັນຫາກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງທາງໄຊເບີ, ການຍາດແຍ່ງຊັບພະຍາກອນທໍາມະຊາດ

(ເນື່ອງໃນໂອກາດ ຄົບຮອບ 80 ປີວັນການທູດລາວ 12 ຕຸລາ 1945 - 12 ຕຸລາ 2025)

ຂປລ. ໃນຊຸມປີຜ່ານມາ, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະທາງດ້ານພູມສາດການເມືອງ ກໍຄືການພົວພັນຮ່ວມມື ແລະ ການຂັດແຍ່ງ ລະຫວ່າງປະເທດ ມະຫາອໍານາດ, ບັນຫາສົງຄາມກາງເມືອງ, ບັນຫາຄວາມຂັດແຍ່ງທາງດ້ານດິນແດນ, ເຊື້ອຊາດ, ສາສະໜາ, ບັນຫາກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງທາງໄຊເບີ, ການຍາດແຍ່ງຊັບພະຍາກອນທໍາມະຊາດ ລວມທັງການປ່ຽນແປງດິນຟ້າອາກາດ ທີ່ກໍ່ໃຫ້ເກີດໄພທໍາມະຊາດ ແລະ ການລະບາດຂອງພະຍາດຮ້າຍແຮງ. ຕໍ່ກັບສະພາບການດັ່ງກ່າວ, ສປປ ລາວ ໂດຍຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”ແລະ ປະຕິບັດຕາມຄໍາຂວັນ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດ ໃຫ້ປະກົດຜົນ ເປັນຮູບປະທໍາ; ສືບຕໍ່ຂະຫຍາຍການພົວພັນຮ່ວມມືແບບຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບ ແລະ ຫລາຍລະດັບ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເພີ່ມທະວີຄວາມ ເປັນເຈົ້າການໃນການຈັດຕັ້ງບັນດາຂໍ້ຕົກລົງຮ່ວມມືອັນເປັນພື້ນຖານ ກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ມີປະສິດທິຜົນ; ພວກເຮົາສາມາດສືບຕໍ່ ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ການທູດຂອງຕົນ ໂດຍສາມາດຮັກສາສັນຕິພາບ, ຮັບປະກັນເອກະລາດ ແລະ ຄວາມໝັ້ນຄົງແຫ່ງຊາດ, ຍາດແຍ່ງຜົນປະໂຫຍດດ້ານເສດຖະກິດ, ເສີມຂະຫຍາຍສາຍພົວພັນແບບສະໜິດແໜ້ນ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາຍພົວພັນທີ່ດີກັບບັນດາປະເທດໃຫຍ່, ຊຸກຍູ້ການເຊື່ອມໂຍງ-ເຊື່ອມຈອດພາຍໃນປະເທດ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ເຊີດຊູຖານະບົດບາດຂອງລາວ ໃຫ້ສູງເດັ່ນຂຶ້ນໃນເວທີສາກົນ.

ໃນດ້ານການເຄື່ອນໄຫວການທູດສອງຝ່າຍ, ສປປ ລາວ ໄດ້ສືບຕໍ່ເພີ່ມທະວີການພົວພັນຢ່າງໃກ້ຊິດ ພ້ອມທັງໄດ້ຍົກລະດັບການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ ກໍຄື ບັນດາປະເທດເພື່ອນມິດອື່ນໆ ຂຶ້ນສູ່ລະດັບ
ໃໝ່ເປັນກ້າວໆມາ ເປັນຕົ້ນແມ່ນ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກັບ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດ; ສືບຕໍ່ການຮ່ວມມືແບບຄູ່ ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີແລະ ການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ; ສືບຕໍ່ຮັກສາ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ກັບປະເທດ ອ້າຍນ້ອງ ແລະ ສະຫະພັນຣັດເຊຍ;ປົກປັກຮັກສາ ແລະ ເພີ່ມທະວີການພົວພັນມິດຕະພາບ ອັນດີກັບບັນດາປະເທດເພື່ອນບ້ານໃກ້ຄຽງ ພ້ອມທັງສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ອັນກວ້າງຂວາງລະຫວ່າງກັນ; ພ້ອມທັງໄດ້ຍົກ ລະດັບສາຍພົວພັນກັບບັນດາປະເທດເພື່ອນມິດອື່ນໆ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ຄື: ຍີ່ປຸ່ນ, ສ ອາເມລິກາ, ຣາຊະອານາຈັກ ກໍາປູເຈຍ, ຮົງກາຣີ, ຣາຊະອານາຈັກໄທ, ບຣູໄນ ດາຣູຊາລາມ ແລະ ເຄືອຈັກກະພົບ ອົດສະຕຣາລີ. ທັງໝົດນີ້ ສະແດງໃຫ້ເຫັນວ່າ ການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃນທຸກຂົງເຂດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີໝາກຜົນທີ່ດີຕະຫລອດມາ, ເຮັດໃຫ້ ສປປ ລາວ ສາມາດຍາດແຍ່ງ ແລະ ຂົນຂວາຍ ການຮ່ວມມື, ການສະໜັບສະໜູນ, ການຊ່ວຍເຫລືອ, ການຄ້າ ແລະ ການລົງທຶນ ຈາກບັນດາປະເທດເຫລົ່ານັ້ນ ເພື່ອປະກອບສ່ວນອັນສໍາຄັນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ສໍາລັບການເຄື່ອນໄຫວການທູດຫລາຍຝ່າຍ,ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນເຈົ້າການຢູ່ໃນເວທີພາກພື້ນ ແລະ ສາກົນ ໃນການຮັກສາບົດບາດອັນພົ້ນເດັ່ນຂອງ ສປປ ລາວ ຊຶ່ງໄດ້ສືບຕໍ່ເປັນເຈົ້າການ ໃນການເຂົ້າຮ່ວມໃນຂະບວນການເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ເປັນຕົ້ນ ຂອບອົງການສະຫະປະຊາຊາດ (ສປຊ) ແລະ ອົງການເຄືອຂ່າຍ, ຂອບການຮ່ວມມືອາຊຽນ, ອົງການການຄ້າໂລກ (WTO), ອົງການຟຣັງໂກໂຟນີສາກົນ (OIF), ຂະບວນການບໍ່ຮ່ວມກຸ່ມ (NAM), ກຸ່ມ 77, ກຸ່ມປະເທດດ້ອຍພັດທະນາ (LDC), ກຸ່ມປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ (LLDC), ກຸ່ມປະເທດ ເກາະດອນນ້ອຍ (SIDS) ແລະ ກົນໄກການຮ່ວມມືຂອງອົງການຈັດຕັ້ງສາກົນອື່ນໆ. ພິເສດ ແລະ ເປັນຄັ້ງທໍາອິດໃນປະຫວັດສາດ ທີ່ ສປປ ລາວ ໄດ້ຮັບໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 76; ຖືກເລືອກໃຫ້ເປັນ ສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມຂອງ ສປຊ (ECOSOC) ສະໄໝ 2023-2025; ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ແລະ ສໍາເລັດການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງອາຊຽນ”; ແລະ ຫລ້າສຸດ ສປປ ລາວ ຍັງໄດ້ເຂົ້າຮ່ວມເປັນຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ (SCO) ອີກດ້ວຍ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າເຂົ້າໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, ການຮ່ວມມືໃນລະດັບພາກພື້ນ ແລະ ອະນຸພາກພື້ນ ເປັນຕົ້ນ ຂອບການຮ່ວມມື ໜຶ່ງແລວ-ໜຶ່ງເສັ້ນທາງ (BRI), ຂອບການຮ່ວມມືອາຊີ-ເອີຣົບ (ASEM), ຂອບການຮ່ວມມືແຫ່ງອາຊີ (ACD), ຂອບການຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC), ຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ (GMS), ຂອບຍຸດທະສາດການຮ່ວມມື ເສດຖະກິດແມ່ນໍ້າ ອີຣະວະດີ-ແມ່ນໍ້າ ເຈົ້າພະຍາ-ແມ່ນໍ້າຂອງ (ACMECS), ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)ແລະ ບັນດາຂອບການຮ່ວມມືແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ແມ່ນໍ້າຂອງ-ຍີ່ປຸ່ນ, ແມ່ນໍ້າຂອງ-ສ ເກົາຫລີ ແລະ ແມ່ນໍ້າຂອງ-ສ ອາເມລິກາ. ນອກຈາກນັ້ນ, ສປປ ລາວ ຍັງໄດ້ມີຄວາມຫ້າວຫັນ ໃນການປະຕິບັດພັນທະຂອງຕົນ ຕໍ່ສົນທິສັນຍາສາກົນຕ່າງໆ ທີ່ໄດ້ເຂົ້າຮ່ວມເປັນພາຄີ ລວມ 1.500 ກວ່າສະບັບ, ໃນຂອບຫລາຍຝ່າຍຫລາຍກວ່າ 900 ສະບັບ ແລະ ໄດ້ສໍາເລັດການສ້າງກົດໝາຍ ຂອງຂະແໜງການຕ່າງປະເທດ ຈໍານວນ 5 ສະບັບ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 7 ສະບັບ.

ທັງໝົດນີ້ສະແດງໃຫ້ເຫັນເຖິງ ໝາກຜົນອັນໃຫຍ່ຫລວງຂອງ ການເຄື່ອນໄຫວວຽກງານການທູດຂອງ ສປປ ລາວ ໃນໄລຍະໃໝ່ ບໍ່ວ່າຈະເປັນໃນຂອບສອງຝ່າຍ ຫລື ຫລາຍຝ່າຍ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການຍົກສູງບົດບາດຂອງ ສປປ ລາວ ເຮົາ ຢູ່ໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ ພ້ອມທັງໄດ້ເຮັດໃຫ້ຊື່ສຽງຂອງ ສປປ ລາວ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ ຈາກນາໆຊາດນັບມື້ນັບຫລາຍຂຶ້ນ.

ຊົມເຊີຍວັນການທູດລາວ ຄົບຮອບ 80 ປີ ຢ່າງສຸດໃຈ!

ຮຽບຮຽງໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top