ຂປລ
ຂປລ. ບົດຂຽນນີ້ ແມ່ນປະກອບສ່ວນເຂົ້າເປັນກິດຈະກຳໜຶ່ງ ຂອງສະໂມສອນນັກການທູດລາວ ເພື່ອສະເຫລີມສະຫລອງ ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025).
ຂປລ. ບົດຂຽນນີ້ ແມ່ນປະກອບສ່ວນເຂົ້າເປັນກິດຈະກຳໜຶ່ງ ຂອງສະໂມສອນນັກການທູດລາວ ເພື່ອສະເຫລີມສະຫລອງ ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025). ການສະເຫລີມສະຫລອງວັນສຳຄັນອັນເປັນປະຫວັດສາດໃດໜຶ່ງຂອງຊາດ ແມ່ນເພື່ອຫວນຄືນອະດີດ ໃຫ້ເຫັນໄດ້ພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດໃນໄລຍະຜ່ານມາ; ເພື່ອສ້າງຄວາມເອກອ້າງທະນົງໃຈໃນຜົນງານຜົນສຳເລັດຂອງຊາດ ທີ່ຍາດມາໄດ້ໃນປັດຈຸບັນນີ້ ແມ່ນການຕໍ່ຍອດຈາກອະດີດຜ່ານມາ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ.
12 ຕຸລາ 1945 ແມ່ນວັນປະກາດເອກະລາດຂອງລາວໃຫ້ໂລກຮູ້. ເມື່ອລາວເປັນລັດເອກະລາດ, ປະເທດລາວກໍມີສິດອຳນາດເຕັມໃນການດຳເນີນການພົວພັນການທູດໄດ້ຕາມປະເພນີສາກົນ ແລະ ກົດໝາຍສາກົນແບບລັດຕໍ່ລັດ.ກົມການເມືອງສູນກາງພັກ ໄດ້ອອກແຈ້ງການສະບັບເລກທີ 230/ຫສພ, ລົງວັນທີ 19 ມິຖຸນາ 2013 ວ່າດ້ວຍການກຳນົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ອັນນີ້ ກໍແມ່ນຄວາມເອກອ້າງພາກພູມໃຈ ຂອງນັກການທູດລາວທີ່ມີວັນການທູດລາວເປັນວັນຂອງຕົນເອງ. ສຳລັບ ສປປ ລາວ ເຮົາ, ກົມການເມືອງສູນກາງພັກ ແມ່ນສະຖາປະນິກຜູ້ອອກແບບວາງແນວທາງການຕ່າງປະເທດ. ສ່ວນລັດຖະບານເປັນຜູ້ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ໂດຍມີກະຊວງການຕ່າງປະເທດ ເປັນຕົ້ນຕໍດຳເນີນວຽກງານການທູດ. ສ່ວນຫລັກການໃນການປະຕິບັດແນວທາງການຕ່າງປະເທດຂອງລາວ ແມ່ນເຄື່ອນໄຫວຕາມຫລັກການສາກົນຄື: ເຄົາລົບເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ; ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ; ມີຄວາມສະເໝີ ພາບຕ່າງຝ່າຍ ຕ່າງມີຜົນປະໂຫຍດ; ບໍ່ຂົ່້ມຂູ່, ບໍ່ໃຊ້ຄວາມຮຸນແຮງຕໍ່ກັນ; ແກ້ໄຂຂໍ້ຂັດແຍ່ງລະຫວ່າງກັນໂດຍສັນຕິວິທີ. ບໍ່ວ່າປະເທດໃດກໍຕາມ, ວັດຖຸປະສົງຕັບບີ ຂອງການທູດ ແມ່ນນຳໃຊ້ວິທີທາງສັນຕິ ແລະ ປະຕິບັດຄວາມປອງດອງ, ຮັດແໜ້ນສາຍສຳພັນກັບປະເທດພັນທະມິດ, ເສີມຂະຫຍາຍສາຍພົວພັນມິດຕະພາບກັບປະເທດເພື່ອນມິດທີ່ເປັນກາງ.
ເປົ້າໝາຍຂອງການເຄື່ອນໄຫວການທູດລາວ ໂດຍສະເພາະຫລັງຈາກການສະຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນວັນທີ 2/12/1975 ແມ່ນເຄື່ອນໄຫວການທູດເພື່ອຕໍ່ສູ້ຮັກສາລະບອບໃໝ່; ເຄື່ອນໄຫວເພື່ອຍາດແຍ່ງຂົນຂວາຍຜົນປະໂຫຍດຈາກສາກົນມາພັດທະນາສ້າງເສດຖະກິດ-ສັງຄົມຂອງປະເທດຊາດ; ເຄື່ອນໄຫວການທູດ ເພື່ອໃຫ້ມີສັນຕິພາບໃນປະເທດ ເພາະສັນຕິພາບແມ່ນຍຸດທະສາດຂອງລາວ. ຕະຫລອດໄລຍະ 80 ປີ ທີ່ລາວເປັນເອກະລາດ, 80 ປີ ທີ່ລາວມີສິດອຳນາດຕາມປະເພນີສາກົນ ແລະ ກົດໝາຍສາກົນ ໃນການເຄື່ອນໄຫວການທູດ ໂດຍສະເພາະນັບຕັ້ງແຕ່ປີ 1975 ແມ່ນສາມາດເຄື່ອນໄຫວການທູດໄດ້ແບບເຕັມສ່ວນ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ອັນໄດ້ເຮັດໃຫ້ ສປປ ລາວ ຮັກສາໄດ້ ຊຶ່ງຄວາມໝັ້ນຄົງຂອງປະເທດ, ເສດຖະກິດມີການເຕີບໃຫຍ່ຂະຫຍາຍໂຕ ແລະ ການທູດຂອງລາວກໍມີທີ່ຕັ້ງໜັກແໜ້ນ ສະຫງ່າຜ່າເຜີຍໃນເວທີການເມືອງໂລກ.
ການເຕີບໃຫຍ່ຂະຫຍາຍຕົວດ້ານການທູດ ໄດ້ສະແດງອອກຢ່າງຈະແຈ້ງ ຊຶ່ງຈະເຫັນໄດ້ວ່າ ກ່ອນປີ 1976 ລາວມີສາຍພົວພັນການທູດກັບ 44 ປະເທດ ແລະ ມີສະຖານທູດລາວຢູ່ໃນຕ່າງປະເທດ 12 ແຫ່ງ. ແຕ່ວ່າມາຮອດປັດຈຸ ບັນນີ້ ປີ 2025 ຖ້າຄິດໄລ່ແຕ່ປີ 1976 ມານີ້ ສປປ ລາວ ໄດ້ເຄື່ອນໄຫວການທູດແບບເຕັມສ່ວນ, ລາວໄດ້ເພີ່ມທະວີສາຍພົວພັນການທູດເປັນ 151 ປະເທດ, ມີສຳນັກງານຕາງໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນັ້ນ ສະຖານທູດລາວ 27 ແຫ່ງ, ສະຖານທູດລາວທັງເປັນສໍານັກງານຜູ້ຕາງໜ້າຖາວອນ 1 ແຫ່ງ ຄື ຢູ່ເຊີແນວ, ສໍານັກງານຕາງໜ້າຖາວອນ 2 ແຫ່ງ ຄື ນິວຢອກ ແລະ ຈາກາຕາ, ມີສະຖານກົງສຸນໃຫຍ່ 10 ແຫ່ງ), ສ່ວນກົງສຸນກິຕິມະສັກຂອງລາວຢູ່ຕ່າງປະເທດ 24 ແຫ່ງ ແລະ ກົງສຸນກິຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ. ມາຮອດປີ 2025 ສປປ ລາວ ເປັນສະມາຊິກອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ ແລະ ເປັນພາຄີສົນທິສັນຍາສາກົນໃນຂະແໜງການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ອື່ນໆອີກຫລາຍກວ່າ 101 ອົງການ ແລະ ສົນທິສັນຍາ; ຍັງມີອີກຈຳນວນໜຶ່ງພວມຄົ້ນຄວ້າພິຈາລະນາການເຂົ້າຮ່ວມເປັນສະມາຊິກ, ໂດຍສະເພາະຫລ້າສຸດລາວເຮົາເຂົ້າຮ່ວມເປັນຄູ່ຮ່ວມເຈລະຈາຂອງອົງການຮ່ວມມືຊຽງໄຮ້ (SCO) ປີ 2025 ຊຶ່ງຖືວ່າບົດບາດການທູດລາວແມ່ນໄປຕາມທ່າອ່ຽງຂອງຍຸກສະໄໝ.
ນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດ ບໍ່ພຽງແຕ່ແນໃສ່ຜົນປະໂຫຍດຂອງປະເທດຊາດແຕ່ຢ່າງດຽວເທົ່ານັ້ນ, ແຕ່ວ່າຕ້ອງໄດ້ຄຳນຶງ ແລະ ດຳເນີນໃຫ້ສອດຄ່ອງກັບສະພາບການຄວາມເປັນຈິງຂອງພາກພື້ນ, ຂອງໂລກ ແລະ ຍຸກສະໄໝໃນແຕ່ລະໄລຍະດັ່ງນີ້:
ໄລຍະການທູດ ກ່ອນປີ 1975: ແມ່ນການເຄື່ອນໄຫວການທູດທີ່ຕິດຫ້ອຍກັບການເມືອງທີ່ບໍ່ມີເອກະລາດຢ່າງເຕັມສ່ວນ ເພາະວ່າລັດຖະບານ ຣາຊະອານາຈັກລາວເຄື່ອນໄຫວແບບຂຶ້ນຕໍ່ຜົນປະໂຫຍດຂອງພວກລ່າເມືອງຂຶ້ນ. ສ່ວນຝ່າຍກຳລັງຮັກຊາດ ແມ່ນດຳເນີນການຕໍ່ສູ້ເພື່ອເອກະລາດ ແລະ ການປົດປ່ອຍຊາດ ຊຶ່ງຍັງບໍ່ທັນສາມາດເຄື່ອນໄຫວໄດ້ຢ່າງເຕັມຮູບແບບຂອງຄຳວ່າການທູດຂອງລັດຕໍ່ລັດ. ແຕ່ວ່າການທູດຂອງຝ່າຍກຳລັງຮັກຊາດຂອງປະເທດລາວໄດ້ອີງໃສ່ໂຄງການໆເມືອງ 12 ຂໍ້ ຂອງລັດຖະບານລາວຕໍ່ຕ້ານປີ 1950 ໂດຍມີເຈົ້າສຸພານຸວົງ ເປັນນາຍົກລັດຖະມົນຕີ ແລະ ວ່າການລັດຖະມົນຕີກະຊວງການຕ່າງ ປະເທດ. ຂໍ້ທີ 12 ໄດ້ລະບຸຈະແຈ້ງເຖິງແນວທາງການຕ່າງປະເທດຂອງລາວຄື “ສາມັກຄີກັບປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ, ພົວພັນສະໜິດແໜ້ນກັບບັນດາປະເທດປະຊາທິປະໄຕ, ເຂົ້າຮ່ວມແນວໂຮມຕໍ່ສູ້ເພື່ອສັນຕິພາບໂລກ”. ນະໂຍບາຍສ້າງມິດຂອງສາມປະເທດອິນດູຈີນ ແລະ ຈາກຄວາມສາມັກຄີ ຂອງ 3 ຊາດ ອິນດູຈີນ ໄດ້ນຳໄປສູ່ໄຊຊະນະໃນບັ້ນລົບດຽນບຽນຟູທີ່ປູທາງໄປສູ່ໄຊຊະນະດ້ານການທູດຂອງລາວ ກໍຄື ການທູດຂອງ 3 ຊາດອິນດູຈີນໃນກອງປະຊຸມເຊີແນວ ປີ 1954 ທີ່ຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ແລະ ຮັບຮູ້ຖານະຖືຶກຕ້ອງຕາມກົດໝາຍຂອງກຳລັງຮັກຊາດຄືການຮັບຮູ້ 2 ແຂວງ (ຫົວພັນ ແລະ ຜົ້ງສາລີ) ເປັນແຂວງເຕົ້າໂຮມຂອງກຳລັງຮັກຊາດ. ອັນນີ້ໄດ້ຢັ້ງຢືນໃຫ້ເຫັນຜົນສຳເລັດຂອງການຕໍ່ສູ້ທາງການເມືອງ ແລະ ການທູດຄັ້ງຍິ່ງໃຫຍ່ທີ່ຖືກຈາລຶກໄວ້ໃນປະຫວັດສາດຂອງຂະບວນການຕໍ່ສູ້ການທູດ ຂອງກຳລັງຮັກຊາດ.
ຈາກໄຊຊະນະດ້ານການທູດໃນເວທີສາກົນຢູ່ເຊີແນວ ປີ 1954, ມັນໄດ້ຢືນຢັນສັດຈະທຳການຕໍ່ສູ້ອັນຖືກຕ້ອງເປັນທຳຂອງລາວອີກເທື່ອໜຶ່ງ ວ່າການປ້ອງກັນປະເທດດ້ວຍກຳລັງອາວຸດ ແລະ ການປ້ອງກັນປະເທດດ້ວຍກຳລັງການທູດແມ່ນຕິດພັນກັນຢ່າງສະໜິດແໜ້ນປຽບເໜືອນຫລຽນດຽວມີ 2 ໜ້າ ຄື ການທະຫານ ແລະ ການທູດ. ໄຊຊະນະດ້ານການທູດໃນເວທີສາກົນປີ 1954 ໄດ້ເປັນແປ້ນຢັນນຳໄປສູ່ກອງປະຊຸມເຊີແນວປີ 1962 ເພື່ອແກ້ໄຂການລະເມີດສັນຍາເຊີແນວປີ 1954 ຂອງຝ່າຍວຽງຈັນ. ກອງປະຊຸມເຊີແນວປີ 1962 ທີ່ແກ່ຍາວ 5 ເດືອນ ໂດຍມີການເຂົ້າຮ່ວມຂອງລາວ 3 ຝ່າຍ ຄື ທ່ານ ພູມີ ວົງວິຈິດ ເປັນຕົວແທນຂອງຝ່າຍແນວລາວຮັກຊາດ, ທ່ານ ກິນິມ ພົນເສນາ ເປັນຕົວແທນຂອງຝ່າຍກຳລັງເປັນກາງ ແລະ ຜຸຍ ຊະນະນິກອນ ເປັນຕົວແທນຂອງຝ່າຍຂວາວຽງຈັນ. ຜົນຂອງກອງປະຊຸມເຊີແນວ ປີ 1962 ໄດ້ນຳໄປສູ່ໄຊຊະນະດ້ານການທູດເປັນຂັ້ນໆ ຂອງກຳລັງຮັກຊາດ ກໍຄືຝ່າຍແນວລາວຮັກຊາດ ແນໃສ່ການເດີນຕາມເສັ້ນທາງສັນຕິພາບ ແລະ ເປັນກາງ ສ້າງລັດຖະບານປະສົມ ແລະ ມີກຳມະການກວດກາສາກົນຄໍ້າປະກັນ.
ຈາກຜົນຂອງກອງປະຊຸມເຊີແນວ ປີ 1954 ແລະ ປີ 1962 ໄດ້ເຮັດໃຫ້ລາວສ້າງຕັ້ງສາຍພົວພັນການທູດກັບປະເທດມະຫາອຳນາດຕາເວັນອອກ ເຊັ່ນ ໂຊວຽດ ແລະ ພັນທະມິດ ,ສປ ຈີນ ແລະ ຫວຽດນາມ, ປະເທດເປັນກາງ ແລະ ປະເທດສັງຄົມນິຍົມເອີຣົບຕາເວັນອອກ.
ຈາກຜົນຂອງກອງປະຊຸມເຊີແນວ ປີ 1962 ເຖິງແມ່ນວ່າການຕໍ່ສູ້ ເພື່ອປົດປ່ອຍຊາດຂອງກຳລັງຮັກຊາດ ຈະມີຄວາມຫຍຸ້ງຍາກ ແຕ່ວ່າໄຊຊະນະໃນສະໝາມລົບ ແລະ ໄຊຊະນະໃນດ້ານການທູດແມ່ນຍິ່ງໄດ້ຮັບການສະໜັບສະໜູນຈາກເພື່ອນມິດ ແລະ ຂະບວນການສາກົນທີ່ກ້າວໜ້າ ອັນໄດ້ເຮັດໃຫ້ສົງຄາມຮຸກຮານຂອງອາເມລິກາຕ້ອງປະລາໄຊລົງໃນຊຸມທ້າຍປີ 60 ແລະ ຕົ້ນຊຸມປີ 70 ອັນນຳໄປສູ່ສັນຍາສະຫງົບເສິກ ປາຣີ 1973, ສັນຍາວຽງຈັນ 1973 ສ້າງຕັ້ງລັດຖະບານປະສົມອີກຄັ້ງ ພ້ອມຄະນະມົນຕີປະສົມການເມືອງ... ໄລຍະນີ້ການຕໍ່ສູ້ຂອງກຳລັງຮັກຊາດດ້ານອາວຸດ ໄດ້ຫັນມາເປັນການຕໍ່ສູ້ດ້ານການເມືອງ, ການທູດ ໂດຍຍົກສູງຄັນທຸງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຄວາມຖືກຕ້ອງປອງດອງ ແລະ ເອກະພາບແຫ່ງຊາດ ຍິ່ງໄດ້ຮັບຄຳຊົມເຊີຍ ແລະ ການສະໜັບສະໜູນກວ້າງຂວາງອອກກວ່າເກົ່າຈາກຂະບວນການກ້າວໜ້າໃນໂລກ. ໃນໄລຍະນີ້ ການທູດຍິ່ງໄດ້ຮັບການສະໜັບສະໜູນເປັນໃຈ ໄດ້ມີການຂະຫຍາຍສາຍພົວພັນການທູດກັບປະເທດສັງຄົມນິຍົມຕື່ມອີກ ເຊັ່ນ: ເຢຍລະມັນ ປະຊາທິປະໄຕ, ກູບາ ແລະ ສປປ ເກົາຫລີ.
ສະພາບແວດລ້ອມຂອງໂລກໃນຊຸມປີ 70 ແລະ ການຊັ່ງຊາກຳລັງຫລັງສົງຄາມອິນດູຈີນ ໄດ້ເອື້ອອຳນວຍໂອ ກາດໃຫ້ກຳລັງຮັກຊາດ ໄດ້ຮັບໄຊຊະນະຂາດຂັ້ນຢ່າງໃຫຍ່ຫລວງອີກຄັ້ງໜຶ່ງ. ໃນວັນທີ 23 ສິງຫາ 1975 ປະຊາຊົນລາວຢຶດອຳນາດການປົກຄອງທົ່ວປະເທດ ແລະ ກ້າວໄປສູ່ການປະກາດສ້າງຕັ້ງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ການຢຶດອຳນາດມາມືປະຊາຊົນແມ່ນບັ້ນຮົບສຸດທ້າຍດັ່ງຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ “ແມ່ນກາລະໂອກາດພັນປີມີເທື່ອໜຶ່ງ, ຢຶດອຳນາດມາມືແບບບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ສອງມື”. ດ້ານການທູດກໍແມ່ນໄຊຊະນະຍິ່ງໃຫຍ່ເປັນປະຫວັດສາດຂອງລາວ ແລະ ຂອງໂລກ ເພາະວ່າ ເວລາສະຖາປະນາປະເທດ ສປປ ລາວ ກໍຄື ການປະກາດປ່ຽນປີ້ນຈາກລະບອບລາຊາທິປະໄຕ ມາເປັນລະບອບ ສາທາລະນະລັດ-ລະບອບໃໝ່ ກໍບໍ່ມີປະເທດໃດປະກາດຖອນສະຖານທູດອອກຈາກວຽງຈັນ ແລະ ບໍ່ມີປະເທດໃດຕັດສາຍສຳພັນການທູດກັບລະບອບໃໝ່ ສາທາລະນະລັດຂອງລາວເຮົາ!.. ໃນແງ່ກົດໝາຍສາກົນ, ການທີ່ບັນດາທູດຕ່າງປະເທດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳຢູ່ລາວ ຢູ່ນະຄອນຫລວງວຽງຈັນມາເຂົ້າຮ່ວມງານລ້ຽງສະເຫລີມສະຫລອງວັນປະກາດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢູ່ທີ່ຫລັກ 6 ກໍໄດ້ຢັ້ງຢືນການສະໜັບສະໜູນທາງດ້ານພຶດຕິໄນຕໍ່ລັດຖະບານລາວ; ຫລັງຈາກນັ້ນບັນດາປະເທດເຫລົ່ານີ້ ກໍໄດ້ຢືນຢັນທາງດ້ານນິຕິໄນໂດຍການສົ່ງສານມາຊົມເຊີຍສະໜັບສະໜູນລັດຖະບານ ສປປ ລາວ ຊຶ່ງມີເຈົ້າສຸພານຸວົງ ເປັນປະທານປະເທດ ແລະ ປະທານສະພາປະຊາຊົນສູງສຸດເປັນຄົນທຳອິດ ແລະ ມີທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ ຄົນທຳອິດຂອງ ສປປ ລາວ.
ໃນໄລຍະດຽວກັນນີ້, ອົງການສະຫະປະຊາຊາດ ກໍຮັບຮູ້ຖານະບົດບາດຖືກຕ້ອງຕາມກົດໝາຍສາກົນ ຂອງ ສປປ ລາວ ໂດຍຮັບເອົາ ສປປ ລາວ ເຂົ້າເປັນສະມາຊິກປ່ຽນແທນບ່ອນນັ່ງຂອງຣາຊະອານາຈັກລາວ, ເຮັດໃຫ້ທຸງສາມສີມີວົງເດືອນສີຂາວຢູ່ໃຈກາງໄດ້ຖືກຍົກຂຶ້ນສູ່ຍອດເສົາທຸງຮຽງກັບທຸງຊາດປະເທດອື່ນໆຢູ່ໃນໂລກ ອັນເຮັດໃຫ້ໂລກຮັບຮູ້ຖານະກຽດສັກສີຂອງ ສປປ ລາວ ທີ່ສູງເດັ່ນຂຶ້ນໃນເວທີໂລກ. ມາຮອດບັ້ນນີ້ ພວກເຮົາຈະເຫັນວ່າ ການນຳ ຂອງລາວເຮົາ ເວລາໃດກໍຕີລາຄາໄດ້ຖືກຕ້ອງ ສະພາບການຂອງສາກົນ ແລະ ພາກພື້ນ, ການຊັ່ງຊາກຳລັງລະຫວ່າງມະຫາອຳນາດໃນໂລກ ແລະ ພາກພື້ນ ແລະ ອີງໃສ່ຈຸດພິເສດ ແລະ ກຳລັງແຮງຂອງປະເທດຕົນແຕ່ລະໄລຍະຈະມີການປະສານສົມທົບການສູ້ຮົບດ້ານການທະຫານ, ການເມືອງ, ການທູດ ແລະ ກົດໝາຍໂດຍນຳໃຊ້ໝົດທຸກເຕັກນິກຂອງການເຈລະຈາການທູດ ແນໃສ່ດຶງເອົາຜົນປະໂຫຍດມາໃຫ້ປະເທດຊາດໃຫ້ໄດ້ຫລາຍທີ່ສຸດ ບໍ່ວ່າຈະເປັນສະໄໝການເປັນລັດຖະມົນຕີການຕ່າງປະເທດຂອງສະເດັດເຈົ້າສຸພານຸວົງ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ ຈົນມາຮອດການນຳຮຸ່ນໃໝ່ ພາຍໃຕ້ແນວຄິດຊີ້ນຳເດັດຂາດດ້ານຍຸດທະຍາດ ແລະ ຄ່ອງແຄ້ວນິ້ມນວນທາງດ້ານການທູດຂອງປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.
ໄລຍະການທູດ ແຕ່ປີ 1975-1991: ການທູດຂອງລາວ ນັບຕັ້ງແຕ່ປີ 1975 ເປັນຕົ້ນໄປ ແມ່ນການເຄື່ອນໄຫວການທູດ ລະຫວ່າງ ລັດຕໍ່ລັດແບບເຕັມຮູບແບບດ້ານການເມືອງ, ເປັນລັດເອກະລາດ, ມີອຳນາດອະທິປະໄຕຢ່າງເຕັມສ່ວນໃນນາມລັດລະບອບໃໝ່ ສປປ ລາວ.
ການທູດລາວໃນໄລຍະແຕ່ປີ 1975 ເຖິງປີ 1991 ແມ່ນເຄື່ອນໄຫວຢ່າງເປັນເອກະລາດທ່າມກາງໂລກທີ່ມີສອງຂົ້ວອຳນາດ ຄື ລະບົບທຶນນິຍົມ ແລະ ລະບົບສັງຄົມນິຍົມ ໂດຍມີສະຫະລັດອາເມລິກາ ແລະ ສະຫະພາບໂຊວຽດ ເປັນສອງມະຫາອຳນາດໂລກທີ່ສູ້ຢັນກັນ; ແມ່ນໄລຍະສືບຕໍ່ຂອງສົງຄາມເຢັນ, ມະຫາອຳນາດບໍ່ເປີດສະໝາມຮົບຕໍ່ກັນ ແຕ່ສອງຂົ້ວອຳນາດບໍ່ເປັນມິດກັນ. ໄລຍະໂລກສອງຂົ້ວນີ້, ບັນດາປະເທດນ້ອຍທີ່ຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າທາງດ້ານສັງຄົມ ແມ່ນມີສະຫະພາບໂຊວຽດ ແລະ ລະບົບສັງຄົມນິຍົມໂລກເປັນບ່ອນອີງ.
ນັບແຕ່ປີ 1975 ສປປ ລາວ ໄດ້ພະຍາຍາມຫັນທິດການຕໍ່ສູ້ຈາກສະໝາມລົບທາງດ້ານອາວຸດໄປຕໍ່ສູ້ທາງດ້ານການເມືອງ, ການທູດຮັກສາສັນຕິພາບ, ພະຍາຍາມປັບປຸງສາຍພົວພັນກັບປະເທດເພື່ອນມິດ ແລະ ປະເທດບ້ານໃກ້ເຮືອນຄຽງທີ່ຍັງມີບັນຫາຊາຍແດນຄ້າງຄາ. ແຕ່ເຖິງປານນັ້ນ ກໍຍັງຫລີກເວັ້ນບໍ່ໄດ້ຊຶ່ງການປະທະກັນຢ່າງດຸເດືອດນອງເລືອດ ໃນວັນທີ 6 ມິຖຸນາ 1984 ເມື່ອໄທໄດ້ບຽດຢຶດເອົາ 3 ໝູ່ບ້ານຂອງລາວ ຄື: ບ້ານໃໝ່, ບ້ານກາງ ແລະ ບ້ານສະຫວ່າງ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ຕໍ່ມາໃນວັນທີ 15 ທັນວາ 1987 ໄທ ກໍມາບຽດຢຶດເອົາດິນລາວອີກຢູ່ເຂດຕາແສງນາບໍ່ນ້ອຍ ເມືອງ ບໍ່ແຕນ ແຂວງໄຊຍະບູລີ.
ອີກບັ້ນໜຶ່ງທີ່ ສປປ ລາວ ໄດ້ສົມທົບການຕໍ່ສູ້ດ້ານອາວຸດ ແລະ ດ້ານການທູດ ໂດຍດຳເນີນການເຜີຍແບຄວາມເປັນຈິງ ຂອງການຮຸກຮານ ແລະ ຂົນຂວາຍຍາດແຍ່ງເອົາການສະໜັບສະໜູນຈາກປະເທດເພື່ອນມິດທີ່ຢູ່ໃກ້ ແລະ ຢູ່ໄກ ແລະ ເພື່ອນມິດໃນສາກົນ ນຳເລື້ອງຂຶ້ນຮອດສະຫະປະຊາຊາດ ກໍລະນີສົງຄາມ 3 ໝູ່ບ້ານ ປີ 1984 ຢ່າງທັນການ ໂດຍມີ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສຸບັນ ສຣິດທິລາດ ແລະ ທ່ານ ຫົວໜ້າກົມ ບຸນເກີດ ສັງສົມສັກ ໃນເວລານັ້ນ ເດີນທາງດ່ວນໄປຮອດນິວຢອກ ເຂົ້າແຈ້ງເຫດການຕໍ່ສະພາມົນຕີຄວາມໝັ້ນຄົງ ສປຊ (UNSC).
ໃນກໍລະນີສົງຄາມບໍ່ແຕນ ແຂວງ ໄຊຍະບູລີ ປີ 1987 ກໍເຊັ່ນກັນ, ບັ້ນລົບຍິ່ງດຸເດືອດຮຸນແຮງນອງເລືອດລະຫວ່າງ ລາວ-ໄທ. ແມ່ນອີກບັ້ນໜຶ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ສັ່ງໃຫ້ ທ່ານຮອງລັດຖະມົນຕີການຕ່າງ ປະເທດ ທອງລຸນ ສີສຸລິດ ແລະ ທ່ານ ຫົວໜ້າກົມ ບຸນເກີດ ສັງສົມສັກ ກຽມເຄື່ອງນຸ່ງໃສ່ຫີບໄວ້ ຖ້າວ່າໄທຢຶດໄດ້ຈອມພູ, ທັງສອງທ່ານນີ້ຕ້ອງເດີນທາງດ່ວນໄປນິວຢອກ ໄປປະທ້ວງຢູ່ສະຫະປະຊາຊາດໃນທັນທີ. ແຕ່ວ່າເປັນຈັ່ງບຸນຂອງປະຊາຊົນລາວ, ຝ່າຍເປັນທຳຕ້ອງຊະນະອະທຳ, ອ້າຍນ້ອງກອງທັບປະຊາຊົນລາວຜູ້ພິລາດອາດຫານກໍສູ້ແບບບໍ່ຖອຍ, ສູ້ຢ່າງເດັດດ່ຽວໜຽວແໜ້ນທໍລະຫົດອົດທົນ. ເມື່ອທາງຝ່າຍໄທເອົາເຮືອບິນມາເວີ່ນຍິງຖະຫລົ່ມໃສ່, ຝ່າຍອ້າຍນ້ອງກອງທັບເຮົາກໍຍິງຕອບໂຕ້, ທັງຍິງສະກັດກັ້ນບໍ່ໃຫ້ທະຫານພາກພື້ນດິນໄຕ່ມາຮອດສັນພູ, ອ້າຍນ້ອງເຮົາຍິງຈົນເມື່ອຍແຂນຈົນລ້າ ຈົນເຖິງຂັ້ນໄດ້ເອົາລູກລະເບີດປ່ອນໃສ່ບັ້ງໄມ້ໄຜ່ແລ້ວກິ້ງລົງພູ ເພື່ອດັບສູນສັດຕູຜູ້ຫວັງຈະຢຶດຈອມພູໃຫ້ໄດ້. ແຕ່ສຸດທ້າຍຝ່າຍໄທປະລາໄຊຕົກຢູ່ໃນທ່າຮັບທັງໃນສະໜາມຮົບ ແລະ ດ້ານການທູດ ເຮັດໃຫ້ໄທຕ້ອງຍອມຫັນໜ້າມາພົບປະເຈລະ ຈາແກ້ໄຂບັນຫາຢ່າງສັນຕິວິທີ. ການເຈລະຈາການທູດລະດັບສູງ ລະຫວ່າງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຜູ້ບັນຊາການກອງທັບລາວ (ຕໍ່ມາທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ເປັນນາຍົກລັດຖະມົນຕີ ຄົນທີ 3 ຂອງ ລາວ ແຕ່ປີ 1998 ຮອດ ປີ 2001) ແລະ ພົນເອກ ຊະວາລິດ ຢົງໃຈຢຸດ ຜູ້ບັນຊາການກອງທັບໄທ ໄດ້ສິ້ນສຸດລົງດ້ວຍການເຊັນສັນຍາຢຸດຍິງ ແລະ ຖອນກຳລັງອອກຈາກດິນລາວ. ສິ່ງທີ່ໜ້າຈົດຈຳຈາກການເຈລະຈາຄັ້ງນີ້ ແມ່ນວ່າກ່ອນຈະເດີນທາງກັບຄືນວຽງຈັນ, ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຝາກວະລີເດັດອັນເປັນປະຫວັດສາດປະໄວ້ໃຫ້ລູກຫລານເປັນມູນມໍລະດົກ ລາວ-ໄທ ວ່າ “ເຮົາຊິບໍ່ຕີກັນອີກ!...” ແລະ ມາຮອດປັດຈຸບັນກໍ 37 ປີ ແລ້ວ ສັງເກດເຫັນວ່າ ລາວກັບໄທ (ເຖິງຈະເປີດສົງຄາມສື່ຂ່າວສານຈາກໄທມາໃສ່ລາວ) ຍັງບໍ່ທັນໄດ້ລົງສະໜາມຕີກັນເທື່ອ ແລະ ຍິ່ງໄປກວ່ານັ້ນ ກໍເຫັນວ່າການພົວພັນຖານບ້ານໃກ້ເຮືອນຄຽງຂອງສອງປະເທດກໍຍັງຮັກສາການພົວພັນກັນດີຢູ່, ມີການສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ແລະ ຈະສ້າງຂົວທາງລົດໄຟເຊື່ອມຕໍ່ໃສ່ລົດໄຟລາວ-ຈີນໃນໝໍ່ໆນີ້.
ໃນຊຸມປີ 1980 ມີຫລາຍເຫດການໃນໂລກທີ່ຊີ້ບອກວ່າ ສົງຄາມເຢັນທີ່ຄອບງຳໂລກມາເກືອບເຄິ່ງສະຕະວັດໃກ້ຈະສິ້ນສຸດລົງ ເພາະສະພາບການໂລກເລີ່ມໂຍະຍານ ລະຫວ່າງ ມະຫາອຳນາດ, ຫລີກເວັ້ນການຜະເຊີນໜ້າຂອງສອງກຸ່ມກຳລັງສູ້ຮົບ ລະຫວ່າງ ສະຫະລັດອາເມລິກາ ແລະ ສະຫະພາບໂຊວຽດ, ຮັບຮູ້ເຂດອິດທິພົນຂອງກັນ ແລະ ກັນ, ເກີດແນວຄິດຈິນຕະນາການໃໝ່ຢູ່ໂຊວຽດ, ສ່ວນບັນດາປະເທດນ້ອຍກໍວິ້ງເຕັ້ນເພື່ອຊອກຫາຊ່ອງທາງອອກໃນການພົວພັນຮ່ວມມືກັບໂລກພາຍນອກ.
ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ IV ປີ 1986 ໄດ້ວາງແນວທາງການປ່ຽນແປງໃໝ່ ແລະ ລັດຖະບານລາວ ກໍໄດ້ນຳເອົາ ຈິນຕະນາການໃໝ່ເຂົ້າມາໜູນໃຊ້ໃນວຽກງານການຕ່າງປະເທດ ໂດຍຖືເອົາການເປີດກວ້າງການພົວພັນເສດຖະກິດກັບຕ່າງປະເທດເປັນໜ້າທີ່ໃຈກາງໃນການເຄື່ອນໄຫວການທູດ. ມີການປັບປຸງໂຄງສ້າງການ ຈັດຕັ້ງສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການດຶງດູດການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດເພື່ອມາພັດທະນາເສດຖະກິດຂອງລາວ. ໃນປີ 1989 ນີ້ເອງທີ່ ທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເດີນທາງໄປຢ້ຽມຢາມປະເທດທຶນນິຍົມປະເທດທຳອິດ ຄື ປະເທດ ຝຣັ່ງ. ນະໂຍບາຍການປ່ຽນແປງໃໝ່ ແລະ ການເປີດກວ້າງການພົວພັນກັບຕ່າງປະເທດຍັງແມ່ນນະໂຍບາຍທີ່ສ້າງຜົນກະທົບໃນທາງບວກທີ່ສຸດ ໃຫ້ແກ່ການສ້າງສາພັດທະນາເສດຖະກິດຂອງຊາດ.
ໄລຍະການທູດ ແຕ່ປີ 1992-ປັດຈຸບັນ: ນັບແຕ່ປີ 1992 ເປັນຕົ້ນມາ ແມ່ນໄລຍະທີ່ສະພາບການສາກົນມີການປ່ຽນແປງຢ່າງເລິກເຊິ່ງ, ສະຫະພາບໂຊວຽດລົ້ມລະລາຍ ແລະ ລະບົບສັງຄົມນິຍົມໂລກກໍພັງທະລາຍລົງພ້ອມໆກັນກັບການສີ້ນສຸດລົງຂອງສົງຄາມເຢັນ ລະຫວ່າງຕາເວັນອອກ ແລະ ຕາເວັນຕົກ ແລະ ເກີດຄວາມບໍ່ແນ່ນອນກັບໂລກຂົ້ວດຽວຈົນຮອດຊຸມປີ 2000.
ໄລຍະທ້າຍສັດຕະວັດທີ XX ຕໍ່ໃສ່ຕົ້ນສັດຕະວັດທີ XXI ແມ່ນໄລຍະການປະຕິວັດ 4.0 ທີ່ເກີດມີການພັດທະນາເຕັກໂນໂລຊີ ນະວັດຕະກຳໃໝ່ໃນການສື່ສານ ອັນໄດ້ເຮັດໃຫ້ໂລກເຮົາຫັນເປັນໂລກາພິວັດດ້ານການສື່ສານ ຊຶ່ງສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ປະເທດຕ່າງໆ. ແມ່ນໄລຍະການທູດເຊື່ອມໂຍງ, ແມ່ນໄລຍະທີ່ມີການຕໍ່ສູ້ຊວງຊິງແກ່ງແຍ່ງ. ນະໂຍຍາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດຂອງລາວ ໄດ້ເພີ່ມທະວີຄວາມເປັນເຈົ້າຕົນເອງສູງກວ່າເກົ່າ ແລະ ເປັນທີ່ເພິ່ງຂອງຕົນເອງສູງກວ່າເກົ່າ. ໂດຍສືບຕໍ່ແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ໄດ້ເຮັດໃຫ້ລາວເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ, ອຸປະສັກ ແລະ ນຳໄຊຊະນະມາໃຫ້ປະເທດຊາດໃນການແກ້ໄຂເຫດຮ້າຍກັບປະເທດໃກ້ຄຽງ. ໃນປີ 2000 ພວກປຸ້ນຈຳນວນ 30 ຄົນ ອາວຸດຄົບມືໄດ້ເຂົ້າມາກໍ່ກວນປຸ້ນຢູ່ດ່ານວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ຊຶ່ງຈົບລົງດ້ວຍການເຈລະຈາສົ່ງຜູ້ຮ້າຍຂ້າມແດນໃຫ້ແກ່ລາວ ປີ 2004. ອັນນີ້ກໍຖືວ່າແມ່ນໄລຍະການພົວພັນການເມືອງຂອງສອງປະເທດຢູ່ໃນສະພາບດີທີ່ສຸດ ຈຶ່ງມີການສົ່ງຜູ້ຮ້າຍເປັນຈຳນວນ 16 ຄົນໃຫ້ແກ່ກັນ ແລະ ກັນ ຄື ສະໄໝ ທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ທັກສີນ ຊິນນະວັດ ເປັນນາຍົກລັດຖະມົນຕີ. ໃນໄລຍະນີ້ສອງປະເທດຍັງມີການຮ່ວມມືກັນດ້ານພະລັງງານ ຄືການສ້າງເຂື່ອນໄຟຟ້ານຳກັນຈໍານວນຫຼາຍໂຄງການ.
ເວົ້າເຖິງການສ້າງເຂື່ອນໄຟຟ້ານໍ້າຕົກ ຢູ່ ສປປ ລາວ, ຂ້າພະເຈົ້າຍັງຈື່ຈົດຈຳເຫດການດຳເນີນການທູດແບບສູງສຸດ ມີປະສິດທິພາບທັນການທັນເວລາຂອງຜູ້ນຳເຮົາກ່ຽວກັບໂຄງການໄຟຟ້ານໍ້າເທີນ 2. ໂຄງການໄຟຟ້ານໍ້າເທີນ 2 ແມ່ນໂຄງການໄຟຟ້ານໍ້າຕົກທີ່ໃຫຍ່ທີ່ສຸດໂຄງການທຳອິດທີ່ລັດຖະບານລົງທຶນກັບຂາຫຸ້ນຕ່າງປະເທດ ໂດຍການຮ່ວມມືກັບຜູ້ລົງທຶນປະເທດຝຣັ່ງ ຄື ບໍລິສັດໄຟຟ້າ ຝຣັ່ງ (EDF= Electricité de France) ແລະ ຜູ້ລົງທຶນໄທ. ການເຈລະຈາດຳເນີນໄປຈົນໃກ້ຈະປະສົບຜົນສຳເລັດ, ມີແລງໜຶ່ງໄດ້ຮັບຂ່າວຈາກສະຖານທູດລາວ ຢູ່ ຝຣັ່ງ ແຈ້ງມາວ່າ EDF ຖອນຕົວຈາກຂາຫຸ້ນໃນໂຄງການນໍ້າເທີນ 2 (ເວລານັ້ນຢູ່ຝຣັ່ງ ຍັງເປັນໂມງເຮັດງານ ແຕ່ວ່າຢູ່ລາວເຮົາເປັນໂມງເລີກການແລ້ວ). ຂ້າພະເຈົ້າໄດ້ຮັບໂທລະສັບດ່ວນຈາກ ທ່ານຮອງນາຍົກ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ສົມສະຫວາດ ເລັ່ງສະຫວັດ ເພາະວ່າ ຂ້າພະເຈົ້າກໍແມ່ນຜູ້ໜຶ່ງຮັບຜິດຊອບໃນການເຈລະຈາໂຄງການຕາງໜ້າໃຫ້ກະຊວງການຕ່າງປະເທດ. ທ່ານ ສົມສະຫວາດ ຖາມວ່າ ສຸທຳ (ສາມີຂອງຂ້າພະເຈົ້າ) ຢູ່ໃສ, ໂທຫາກະບໍ່ໄດ້, ຂ້າພະເຈົ້າໄດ້ຕອບເພິ່ນວ່າ ສຸທຳ ຍັງຕີ ເທນນິສ ຢູ່ເດີ່ນກິລາ. ທ່ານ ສົມສະຫວາດ ກໍ່ສັ່ງໃຫ້ ສຸທຳ ໄປປະສານກັບຄະນະຮັບຜິດຊອບໂຄງການນໍ້າເທີນ 2 ດ່ວນ ເພື່ອຮ່າງຈົດໝາຍຈາກ ທ່ານ ຄຳໄຕ ສີພັນດອນ ປະທານປະເທດ ເພື່ອສົ່ງດ່ວນທີ່ສຸດພາຍໃນ 24 ຊົ່ວໂມງ ໃຫ້ຈົດໝາຍໄປເຖິງມື ທ່ານ Jacques Chirac ປະທານາທິບໍດີຝຣັ່ງ. ຂ້າພະເຈົ້າຍັງຈື່ໄດ້ວ່າໃນຄືນນັ້ນເມື່ອຮ່າງຈົດໝາຍແລ້ວໆ, ຜ່ານຂັ້ນເທິງແລ້ວ ສ່ວນສະບັບແປເປັນພາສາຝຣັ່ງ ຂ້າພະເຈົ້າໄດ້ຂໍໃຫ້ເພື່ອນຜູ້ມີບໍລິສັດແປພາສາ ຄື ນາງ ດາຣຸນີ ປະຖັມມະວົງ ຜູ້ທີ່ເຄີຍແປພາສາໃຫ້ການນຳ ຢູ່ກະຊວງການຕ່າງປະເທດໃນເມື່ອກ່ອນ ຊ່ວຍກວດກາພາສາຝຣັ່ງ ເປັນຄັ້ງສຸດທ້າຍກ່ອນຈະນຳສົ່ງ ຊຶ່ງໃນເວລາດຽວກັນນັ້ນ ທ່ານ ສຸທຳ ກໍໄດ້ໂທລະສັບຫາທູດ ຝຣັ່ງ ທ່ານ Poitiers ວ່າ ຢ່າຟ້າວເຂົ້ານອນເທື່ອ ແລະ ຂໍໃຫ້ເປີດປະຕູບ້ານພັກໄວ້ກ່ອນ ເພາະກະຊວງການຕ່າງປະເທດຈະໄປຍື່ນຈົດໝາຍດ່ວນຈາກ ທ່ານປະທານປະເທດ ຄຳໄຕ ສີພັນດອນ ເຖິງທ່ານ ປະທານາທິບໍດີ Jacques Chirac. ຫລັງຈາກທ່ຽງຄືນຂອງວັນນັ້ນ, ຄະນະພວກເຮົາອັນມີ ທ່ານ ສຸທຳ ສາກົນນິຍົມ ຫົວໜ້າກົມເອີຣົບ-ອາເມລິກາ, ທ່ານ ລອຍ ຈັນສະຫວັດ ຕາງໜ້າໂຄງການ ແລະ ຜູ້ລົງທຶນ ແລະ ຂ້າພະເຈົ້າເອງ ມະໄລວຽງ ສາກົນນິຍົມ ເປັນຄະນະ 3 ຄົນ ໄປນຳກັນ ເພື່ອຍື່ນຈົດໝາຍນັ້ນ ໃຫ້ທ່ານ ທູດ Poitiers ໃນເວລາ 01:00 am. ຂ້າພະເຈົ້າ ກໍຄິດອອກວ່າ “ເອະ... ໃນຊີວິດນັກການທູດ ເຫດການແບບນີ້ກໍຫາກມີ!”
ໃນທີ່ສຸດ, ຍ້ອນການທູດລະດັບສູງສຸດຂອງຜູ້ນຳດຳເນີນໄປຢ່າງທັນການ ທັນເວລາ ທັນສະພາບ, ໃນເວລາຕໍ່ມາໄດ້ເຮັດໃຫ້ບໍລິສັດໄຟຟ້າຝຣັ່ງ EDF ຢຸດຕິການຖອນຫຸ້ນຝຣັ່ງ ແລະ ກັບຄືນເຂົ້າມາຮ່ວມຫຸ້ນ ແລະ ຮ່ວມມືກັນຈົນສຳເລັດໂຄງການ ແລະ ໄດ້ເປີດຂາຍໄຟຟ້າໃຫ້ແກ່ໄທຈົນມາເຖິງປັດຈຸບັນນີ້.
ການນຳຂອງລາວເຮົາເວລາໃດກໍດຳເນີນນະໂຍບາຍການຕ່າງປະເທດ ແລະ ເຄື່ີອນໄຫວການທູດ ໂດຍຖືສຳ ຄັນສັນຕິພາບ ໂດຍສະເພາະສັນຕິພາບ ແລະ ຄວາມສະຫງົບສຸກກັບປະເທດອ້ອມຂ້າງບ້ານໃກ້ເຮືອນຄຽງ ໂດຍສະເພາະກັບໄທ ແລະ ກຳປູເຈຍ ທີ່ຍັງມີບັນຫາຊາຍແດນຄ້າງຄາ ທີ່ຫລໍ່ແຫລມຈະເກີດການປະທະກັນດ້ວຍອາວຸດ ຫາກຝ່າຍໃດຝ່າຍໜຶ່ງມີຂໍ້ອ້າງເພື່ອສ້າງເຫດການບໍ່ດີຂຶ້ນ.
ຈາກຄວາມສຳເລັດໃນການແກ້ໄຂບັນຫາປະທະກັນດ້ວຍອາວຸດ 2 ຄັ້ງ ຢູ່ຊາຍແດນກັບໄທ, ທັງສອງຝ່າຍຈຶ່ງນຳໄປສູ່ການປັບປຸງການພົວພັນຂອງສອງປະເທດ. ການພົບປະຂອງ ທ່ານນາຍົກລັດຖະມົນຕີ ໄກສອນ ພົມວິຫານ ແລະ ທ່ານນາຍົກລັດຖະມົນຕີ ຊາດຊາຍ ຊຸນນະວັນ ທີ່ວຽງຈັນ (24-25/11/1988) ແມ່ນບາດລ້ຽວສຳຄັນທີ່ນຳໄປສູ່ການຕົກລົງກັນ ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທຳອິດ ວຽງຈັນ-ໜອງຄາຍ, ສ້າງຕັ້ງກົນໄກກຳມາທິການຮ່ວມມື ລາວ-ໄທ, ສ້າງຕັ້ງຄະນະກຳມາທິການເຂດແດນ ລາວ-ໄທ. ການຕົກລົງກັນດ້ວຍເຈດຕະນາລົມການເມືອງອັນດີ ໄດ້ນຳໄປສູ່ກອງປະຊຸມປະຖົມມະລຶກຂອງຄະນະກຳມາທິການຊາຍແດນຮ່ວມມື ລາວ-ໄທ ໃນວັນທີ 8 ກັນຍາ 1996 ທີ່ ສົງຂລາ, ຣາຊະອານາຈັກໄທ ລະຫວ່າງ ທ່ານ ສົມສະຫວາດ ເລັ່ງສະຫວັດ ລັດຖະມົນຕີກະຊວງການຕ່າງປະເທດລາວໃນເວລານັ້ນ ແລະ ທ່ານ ອຳນວຍ ວິຣະວັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດໄທ. ສ່ວນການລົງມືສຳຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ໄທ ທາງບົກໄດ້ເລີ້ມຕົ້ນແຕ່ປີ 1997 ເປັນຕົ້ນມາ ຊຶ່ງມາເຖິງປັດຈຸບັນນີ້ສອງຝ່າຍສາມາດສຳຫລວດຮ່ວມກັນໄດ້ 676 ກິໂລແມດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ (ຊາຍແດນທາງ ບົກ 735 ກມ, ຊາຍແດນທາງນໍ້າ 1100 ກມ). ການທູດລາວໃນການແກ້ໄຂບັນຫາຊາຍແດນໃນຊຸມປີ 90 ແມ່ນໄດ້ຮັບການຮ່ວມມືເປັນອັນດີກັບປະເທດບ້ານໃກ້ເຮືອນຄຽງໄທ ແລະ ກຳປູເຈຍ ອັນໄດ້ສ້າງສຳເລັດເອກະສານພື້ນຖານດ້ານຫລັກການໃຫ້ແກ່ການສຳຫລວດ ແລະ ການປັກຫລັກໝາຍຊາຍແດນກັບໄທ ແລະ ກຳປູເຈຍ.
ສະເພາະກັບກຳປູເຈຍ ການພົບປະຄັ້ງປະຖົມມະລືກ ແລະ ການລົງນາມບົດບັນທຶກໃນປີ 1995 ແມ່ນມີຂຶ້ນລະຫວ່າງ ທ່ານ ພົງສະຫວັດ ບຸບຜາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມາທິການຊາຍແດນຝ່າຍລາວ ແລະ ທ່ານ ອຸກກິມອອນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ການຮ່ວມມື, ຫົວໜ້າຄະນະກຳມາທິການຊາຍແດນຝ່າຍກຳປູເຈຍ. ສ່ວນການດຳເນີນການສຳຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນແມ່ນເລີ່ມແຕ່ປີ 2000. ມາຮອດປັດຈຸບັນສາມາດສຳຫລວດສຳເລັດ 465 ກິໂລແມດ (ຊາຍແດນຮ່ວມກັນຍາວ 535 ກິໂລແມດ) ເທົ່າກັບ 86% ຂອງເສັ້ນຊາຍແດນທັງໝົດ.
ອີກເທື່ອໜຶ່ງ, ຂ້າພະເຈົ້າຢາກຍົກໃຫ້ເຫັນວ່າການທູດຍຸກໃໝ່ຄືການທູດລະດັບສູງສຸດຂອງການນຳແມ່ນມີຄວາມສັກສິດແທ້ ສາມາດສະກັດກັ້ນໄດ້ສົງຄາມ. ປີ 2018 ກຳປູເຈຍ ຍົກກຳລັງມາປະສິດຊາຍແດນແບບບໍ່ມີປີ່ມີຂູ່ຍ ຊຶ່ງຕາມຄວາມເປັນຈິງການເຈລະຈາຊາຍແດນ ກໍຍັງຄ້າງຄາກັນຢູ່ຫລາຍຈຸດ ຊຶ່ງຖືວ່າຢູ່ໃນຂະບວນການທີ່ແກ້ໄຂທີ່ຄວນດຳເນີນໄປ. ຈາກສະພາບການອັນຫລໍ່ແຫລມນີ້ ດ້ວຍປະຕິພານວ່ອງໄວແຫລມຄົມ ແລະ ດ້ວຍໄຫວພິບທັນການທາງການທູດ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນເວລານັ້ນ ໄດ້ຍົກໂທລະສັບເຖິງ ທ່ານ ນາຍົກລັດຖະມົນຕີ ຮຸນເຊນ ໃນທັນທີ ພ້ອມທັງເຊີນ ທ່ານ ຮຸນເຊນ ມາຢ້ຽມຢາມພົບປະກັນຢູ່ວຽງຈັນຢ່າງທັນການ ອັນນຳໄປສູ່ການຢຸດຕິສະພາບການຫລໍ່ແຫລມທີ່ຈະເກີດການປະທະກັນ. ຊໍ້າບໍ່ແລ້ວ ທ່ານນາຍົກ ທອງລຸນ ສີສຸລິດ ຍັງເດີນທາງໄປຢ້ຽມຢາມພົບປະເຈລະຈາກັບ ທ່ານ ນາຍົກ ຮຸນເຊນ ອີກ ທີ່ ພະນົມເປັນ ເພື່ອຊອກຊ່ອງທາງແກ້ໄຂດ້ວຍດີ ດ້ວຍສັນຕິວິທີ ຫລີກເວັ້ນແທ້ໆການຈະເກີດສົງຄາມໃນອະນາຄົດ. ແຕ່ວ່າການພົບປະເຈລະຈາກັນ ກໍຍັງບໍ່ເປັນທີ່ພໍໃຈຂອງແຕ່ລະຝ່າຍ. ສະນັ້ນ, ກ່ອນຈະເດີນທາງກັບຄືນວຽງຈັນ ທ່ານ ນາຍົກ ທອງລຸນ ຍັງເອົາຄວາມນີ້ງ, ຄວາມສຸຂຸມ, ຄວາມອົດທົນ ຕາມມາດນັກການທູດເຂົ້າສູ້ ໂດຍເວົ້າວ່າ ທ່ານ ນາຍົກ ຮຸນເຊນ ເຮົາກໍ່ແມ່ນໝູ່ສະຫາຍ, ເປັນອ້າຍເປັນນ້ອງກັນ, ພວກເຮົາພົບກັນ 3 ເທື່ອແລ້ວ ເຮົາຂໍໃຫ້ສະຫາຍຖອນທະຫານອອກຈາກດິນແດນ ທີ່ຍັງຄ້າງຄາກັນຢູ່. ທາງ ນາຍົກ ຮຸນເຊນ ພັດຕອບວ່າ ສະຫາຍນາຍົກເອີຍ ຂ້າພະເຈົ້າຖອນບໍ່ໄດ້, ຖ້າຖອນກໍເປັນການທໍລະຍົດຕໍ່ປະຊາຊົນກຳປູເຈຍ. ພໍໄດ້ຍິນຄຳຕອບດັ່ງກ່າວ, ທ່ານ ນາຍົກ ທອງລຸນ ກໍເລີຍຕອບກັບໄປໃນທັນທີດ້ວຍວະລີເດັດອັນເປັນປະຫວັດສາດວ່າ “ຖ້າສະຫາຍຖອນບໍ່ໄດ້ ປະຊາຊົນລາວກໍໃຫ້ສະຫາຍບໍ່ໄດ້!”. ພໍເຈິກັບວະລີເດັດແບບທັນທີທັນຄວນນີ້ ກໍໄດ້ເຮັດໃຫ້ທ່ານ ນາຍົກ ຮຸນເຊນ ຢຸດຈຶກ, ມິດໄປຄືກັນ. ສະນັ້ນ, ທ່ານ ນາຍົກ ຮຸນເຊນ ກໍເລີຍຕັ້ງຄໍາຖາມໃໝ່ຂຶ້ນມາວ່າ ເຮົາຈະເຮັດແນວໃດ? ທ່ານ ນາຍົກ ທອງລຸນ ກໍຕອບແບບນັກການທູດອີກວ່າ ເຮົາຈະແກ້ໄຂກັນຢ່າງສັນຕິວິທີ. ອັນນີ້ກະແມ່ນຄຳຕອບສະຫລາດທີ່ “ເຮັດໃຫ້ວິກິດກາຍເປັນໂອກາດ, ເຮັດໃຫ້ຂໍ້ພິພາດກາຍເປັນສັນຕິພາບ”. ທ່ານ ນາຍົກ ຮຸນເຊນ ເວົ້າວ່າ ຄັນຊັ້ນກໍໄປຫາສານໂລກ. ທ່ານ ນາຍົກ ທອງລຸນ ກໍຕອບກັບບາດວ່າ “ໄປ ຂ້າພະເຈົ້າແຕ່ງຕັ້ງທ່ານລັດຖະມົນຕີ ບຸນເກີດ ສັງສົມສັກ ໄປກຽມໃຫ້ແລ້ວພາຍໃນ 6 ອາທິດ ແລ້ວໄປສານໂລກ”. ເມື່ອເຈິກັບຄຳຂາດເດັດດ່ຽວເອົາແທ້ທຳຈິງຂອງ ທ່ານ ນາຍົກ ທອງລຸນ ແບບນີ້, ທ່ານ ນາຍົກ ຮຸນເຊນ ກຳເລີຍ ຈຶ້ງໄປອີກ ເລີຍເວົ້າອອກວ່າ “ໂອ້... ຢ່າຟ້າວເທື່ອ...” ເປັນຄຳເວົ້າສຸດທ້າຍທີ່ຄ້າງຄາໄວ້ໃນບັນຫາຊາຍແດນ ລາວ-ກຳປູເຈຍ ຄໍາວ່າ “ໂອ້... ຢ່າຟ້າວເທື່ອ.”
ການທູດລາວຫລັງສົງຄາມເຢັນ ແລະ ຈາກໂລກຂົ້ວດຽວຂ້າມຜ່ານໄປສູ່ໂລກຫລາຍຂົ້ວ ແມ່ນໄດ້ມີຄວາມພະຍາຍາມເຄື່ອນໄຫວ ເພື່ອຈັດຕັ້ງແນວທາງການຕ່າງປະເທດຂອງພັກຂອງລັດຢ່າງຕັ້ງໜ້າ ປະກອບສ່ວນຢ່າງສົມກຽດ ສົມສັກສີ ເຂົ້າໃນການສ້າງພາບພົດອັນດີງາມ ແລະ ຍົກສູງບົດບາດອິດທິພົນຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ, ດຶງດູດເອົາເພື່ອນມິດມາເປັນໃຈຮ່ວມມືຊ່ວຍເຫລືອ ແລະ ລົງທຶນສ້າງເສດຖະກິດຂອງຊາດຢູ່ລາວ. ປະເທດລາວໄດ້ຮັບຄວາມນັບຖື ແລະ ຄວາມເຊື່ອຖືຫລາຍຂຶ້ນ.
ຫລາຍເຫດການເຄື່ອນໄຫວລະດັບສາກົນໄດ້ຢັ້ງຢືນ ເຖິງຄວາມສຳເລັດເປັນທີ່ຍ້ອງຍໍສໍລະເສີນຈາກຕ່າງປະ ເທດ ສະແດງອອກຢູ່ບ່ອນວ່າ ບໍ່ວ່າຈະເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນຄັ້ງທຳອິດ ປີ 2004 (ພາຍຫລັງເຂົ້າເປັນສະມາຊິກອາຊຽນປີ 1997), ກອງປະຊຸມຝຣັ່ງໂກໂຟນີ ປີ 2007, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ປີ 2016 ຫລື ກອງປະຊຸມສຸດຍອດອາຊຽນປີ 2024.
ການຈັດກອງປະຊຸມສຸດຍອດອາຊຽນປີ 2004 ເຖິງຈະເປັນຄັ້ງທຳອິດ ແຕ່ ສປປ ລາວ ກໍສາມາດຈັດໄດ້ແບບຍິ່ງໃຫຍ່ສົມກຽດບໍ່ເປັນສອງລອງປະເທດໃດໃນອາຊຽນ. ການຈັດກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ປີ 2016, ເຈົ້າພາບ ສປປ ລາວ ກໍມີຄວາມສາມາດສູງດ້ານການທູດ ສາມາດອອກຖະແຫລງການຂອງປະທານກອງປະຊຸມໄດ້ ດ້ວຍການນຳໃຊ້ເທັກນິກການເຈລະຈາ ແລະ ການຂົນຂວາຍຄວາມເປັນໃຈຂອງປະເທດມະຫາອຳນາດ, ຜູ້ເຂົ້າຮ່ວມໂດຍການນຳໃຊ້ສູດເຈລະຈາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່າໆກັນ ກັບຄຳວ່າ: “ທຸກໆຄົນບໍ່ມ່ວນໃຈເທົ່າກັນ” (Everybody is equally unhappy”). ນີ້ກໍແມ່ນບັ້ນໜຶ່ງທີ່ການທູດລາວໄດ້ຮັບສຽງຕົບມືຊົມເຊີຍຈາກສາກົນ.
ອີກຄັ້ງໜຶ່ງທີ່ ສປປ ລາວ ໄດ້ຮັບຄຳຍ້ອງຍໍຊົມເຊີຍສະໜັບສະໜູນດ້ານການທູດຈາກບັນດາປະເທດທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນປີ 2024 ແມ່ນວ່າ ສປປ ລາວ ເຮົາສາມາດນຳເອົາມຽນມ່າກັບເຂົ້າມາຮ່ວມກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້. ການແຕ່ງຕັ້ງຜູ້ຕາງໜ້າພິເສດຂອງປະທານອາຊຽນ 2024 (Special Envoy of Lao ASEAN Chair 2024 on Myanmar) ຢ່າງຖືກຄົນຄືທ່ານ ອາລຸນແກ້ວ ກິດຕິຄຸນ ຜູ້ມີບົດຮຽນ ແລະ ປະສົບການທີ່ຫລາກຫລາຍໃນການເຈລະຈາການທູດ, ການໄກ່ເກ່ຍເພື່ອແກ້ໄຂບັນຫາຕ່າງໆໃນເວທີອົງການສະຫະປະຊາຊາດ, ເວທີ່ຂະບວນການບໍ່ຮ່ວມກຸ່ມ, ເວທີອາຊຽນ ແລະ ເວທີອື່ນໆ. ໃນການປະຕິບັດໜ້າທີ່ຂອງຕົນຕະຫລອດໜຶ່ງປີ, ດ້ວຍການປຶກສາຫາລືຢ່າງໃກ້ຊິດກັບ ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ (ເວລານັ້ນ) ສະເຫລີມໄຊ ກົມມະສິດ ແລະ ທີມງານທີ່ກ່ຽວຂ້ອງ; ທ່ານ ອາລຸນແກ້ວ ໄດ້ເຄື່ອນໄຫວຢ່າງເຕັມກຳລັງ, ຫ້າວຫັນ ແລະ ຕັ້ງໜ້າດ້ວຍຄວາມອົດທົນໃສ່ໃຈໄປພົບປະກັບທຸກໆຝ່າຍທີ່ກ່ຽວຂ້ອງໃນມຽນມາ ເພື່ອລະດົມໃຫ້ພວກເພິ່ນຫັນໜ້າເຂົ້າມາພົບປະເຈລະຈາເພື່ອແກ້ໄຂບັນຫາຢ່າງສັນຕິ, ສອດຄ່ອງກັບຂໍ້ຕົກລົງ 5 ຂໍ້ ຂອງບັນດາຜູ້ນຳອາຊຽນ (ASEAN Leaders 5 point Consensus) ພ້ອມສ້າງເງື່ອນໄຂອັນຈໍາເປັນໃຫ້ສາມາດເຂົ້າໄປຊ່ວຍເຫລືອດ້ານມະນຸດສະທໍາ ແກ່ພວກເພິ່ນ ທຸກໆຝ່າຍແບບບໍ່ມີການຈຳແນກ. ພ້ອມນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ຍັງໄດ້ໄປພົບກັບເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດໃກ້ຄຽງ, ບັນດາປະເທດຄູ່ເຈລະຈາຂອງອາຊຽນ, ກອງເລຂາອົງການ ສປຊ, ຜູ້ຕາງໜ້າອົງການກາແດງສາກົນ ແລະ ອື່ນໆ... ອັນໄດ້ເຮັດໃຫ້ State Administration Council ທີ່ກໍາອໍານາດໃນມຽນມ່າ ແຕ່ປີ 2021 ໄດ້ຕັດສິນໃຈຕົກລົງສົ່ງຄະນະຜູ້ແທນມາຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແລະ ກອງປະຊຸມສຸດຍອດອາຊຽນຢູ່ວຽງຈັນ. ຍ້ອນຄວາມອົດທົນພະຍາຍາມເຄື່ອນໄຫວການທູດແບບເຕັມສູດຕຳລາຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ເຮັດໃຫ້ທ່ານ ກໍຄື ສປປ ລາວ ໄດ້ຮັບການຕົບມືຍ້ອງຍໍຊົມເຊີຍ ຈາກທຸກໆຝ່າຍທີ່ກ່ຽວຂ້ອງກັບມຽນມາ. ໃນນາມຜູ້ຕາງໜ້າພິເສດຂອງປະທານອາຊຽນ 2024, ທ່ານ ອາລຸນແກ້ວ ກິດຕິຄຸນ ຍັງໄດ້ຖືກເຊື້ອເຊີນໂດຍສະພາມົນຕີຄວາມໝັ້ນຄົງ ສປຊ ຢູ່ນິວຢອກ ເພື່ອໄປລາຍງານກ່ຽວກັບການເຄື່ອນໄຫວຢ່າງລະອຽດ ແລະ ຄົບຖ້ວນ. ທັງໝົດຂອງການເຄື່ອນໄຫວແມ່ນໄດ້ຮັບການຍ້ອງຍໍໍຊົມເຊີຍຈາກບັນດາສະມາຊິກຖາວອນ ແລະ ບໍ່ຖາວອນ ຂອງ ສະພາມົນຕີຄວາມໝັ້ນຄົງຂອງອົງການ ສປຊ.
ສປປ ລາວ ເຮົາເຄີຍຕັ້ງເປົ້າໝາຍມາແຕ່ດົນນານແລ້ວວ່າຢາກມີທາງອອກສູ່ທະເລທີ່ເປັນເອກະລາດຂອງຕົນເອງ (ຊຶ່ງກ່ຽວກັບເລື່ອງນີ້ ທ່ານ ອາລຸນແກ້ວ ກິດຕິຄຸນ ເວລາເປັນທູດ 14 ປີ ຢູ່ ສປຊ, ທ່ານໄດ້ເປັນປະທານກຸ່ມປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ຄື Group of Landlocked developing Countries ແຕ່ປີ 1999 ຮອດປີ 2007). ໃນທີ່ສຸດຄວາມຫວັງຂອງປະທານ ໄກສອນ ພົມວິຫານ ຜູ້ທີ່ມີຄວາມປາດຖະໜາແຮງກ້າຢາກໃຫ້ປະເທດລາວມີລົດໄຟເຊັ່ນດຽວກັບຄວາມຢາກຂອງປະຊາຊົນລາວ ກໍມາປະສົບຄວາມສຳເລັດຍິ່ງໃຫຍ່ແບບມະຫັດສະຈັນໃນປີ 2021 ເມື່ອມີການເປີດນໍາໃຊ້ລົດໄຟໄວ ລາວ-ຈີນ ອັນເປັນໜຶ່ງໂຄງການທີ່ນອນໃນຍຸດທະສາດຂໍ້ລິເລີ່ມໜຶ່ງແລວໜຶ່ງ ເສັ້ນທາງ ຂອງ ສປ ຈີນ ໃນອະນຸພາກພື້ນອັນໄດ້ເຮັດໃຫ້ໃບໜ້າດ້ານເສດຖະກິດ ຂອງ ລາວ ປ່ຽນແປງໄປຈາກປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ (landlocked) ກາຍເປັນປະເທດເຊື່ອມໂຍງ (landlink) .ແລ້ວໃຜຈະຄິດວ່າ ປະເທດລາວທີ່ບໍ່ມີທະເລແຕ່ລາວກໍມີທ່າເຮືອນໍ້າເລິກຢູ່ທະເລເປັນຂອງຕົນເອງຢູ່ວຸງອາງ, ຫວຽດນາມ. ໃນອະນາຄົດອັນໃກ້ໆ ປີ 2028 ກໍຍັງຈະມີລົດໄຟ ລາວ-ຫວຽດນາມອີກ.
ຄວາມສຳເລັດສູງຂອງການທູດລາວຕະຫລອດ 80 ປີ ແມ່ນເກີດມາຈາກການຊີ້ນຳອັນຖືກຕ້ອງຄ່ອງແຄ້ວຂອງກົມການເມືອງສູນກາງພັກ, ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຢ່າງມີປະສິດທິພາບ ແລະ ປະສິດທິຜົນຂອງລັດຖະບານໃນການເພີ້ມມິດ, ຫລຸດຜ່ອນສັດຕູ, ແລະ ການເຄື່ອນໄຫວການທູດຢ່າງມີຫົວຄິດປະດິດສ້າງ ແລະ ໄຫວພິບແຫລມຄົມວ່ອງໄວທັນການຂອງກະຊວງການຕ່າງປະເທດ.
ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ເຫັນຄວາມເຂັ້ມແຂງທາງດ້ານເອກະພາບຂອງການນຳກະຊວງການຕ່າງປະເທດ, ຄວາມເຂັ້ມແຂງດ້ານກົງຈັກການຈັດຕັ້ງຂອງກະຊວງການຕ່າງປະເທດ ແລະ ຄວາມເຂັ້ມແຂງດ້ານຄວາມຮູ້ຄວາມສາມາດ ຄວາມຊ່ຽວຊານຂອງຊັບພະຍາກອນມະນຸດ ການທູດລາວທີ່ນຳມາ ຊຶ່ງຄວາມສຳເລັດເປັນຮູບປະທຳຈາກນ້ອຍໄປຫາໃຫຍ່, ຈາກໄຊຊະນະນີ້ໄປຫາໄຊຊະນະໜ້າສູງຂ້ຶນໄປຢ່າງບໍ່ມີວັນຢຸດຢັ້ງ.
ມານະໂອກາດນີ້ ຂໍສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ຄຳຂວັນໃໝ່ທາງການທູດ (ທີ່ຕໍ່ຍອດຈາກຄຳຂວັນ “ການທູດປ້ອງກັນເຫດ ແລະ ການທູດບຸກທະລຸ” ປີ 2006) ຄື “ບຸກທະລຸການທູດ, ບຸກທະລຸເສດຖະກິດ, ຫັນເປັນທັນສະໄໝ, ວ່ອງໄວທາງດ້ານເສນາທິການ” ທີ່ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະພັກ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ປະກາດອອກໃນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຈົ່ງປະສົບຜົນສຳເລັດສູງສົ່ງນຳພາການທູດເສດຖະກິດຂອງລາວກ້າວສູ່ໄຊຊະນະໃໝ່.
ໂດຍ: ທູດ ມະໄລວຽງ ສາກົນນິຍົມ ຮອງປະທານສະໂມສອນນັກການທູດລາວ
KPL