ຂປລ
ກອງປະຊຸມ ລົດອັດສະລິຍະ ແບບເຊື່ອມຕໍ່ ຫລື ICV ຂອງໂລກ 2025 ທີ່ກະຊວງ ອຸດສາຫະກຳ ແລະ ຂໍ້ມູນຂ່າວສານ,ກະຊວງ ຄົມມະນາຄົມຂົນ ສົ່ງ ແລະ ອົງການປົກຄອງ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ເປັນເຈົ້າພາບຮ່ວມ ຈະຈັດຂຶ້ນ ລະຫວ່າງວັນທີ 16-18 ຕຸລານີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມ ລົດອັດສະລິຍະ ແບບເຊື່ອມຕໍ່ ຫລື ICV ຂອງໂລກ 2025 ທີ່ກະຊວງ ອຸດສາຫະກຳ ແລະ ຂໍ້ມູນຂ່າວສານ,ກະຊວງ ຄົມມະນາຄົມຂົນ ສົ່ງ ແລະ ອົງການປົກຄອງ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ເປັນເຈົ້າພາບຮ່ວມ ຈະຈັດຂຶ້ນ ລະຫວ່າງວັນທີ 16-18 ຕຸລານີ້.ກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ “ເຕົ້າໂຮມສະຕິ ປັນຍາ ເຊື່ອມຕໍ່ ຢ່າງບໍ່ມີຂອບເຂດຈຳກັດ”, ຈະສົ່ງສຽງຕໍ່ທົ່ວໂລກໃນ 3 ດ້ານຄື: ອຸດສາຫະກຳ, ເຕັກໂນໂລຊີ ແລະ ການຮ່ວມມື. ກອງປະຊຸມ ຈະສຸມໃສ່ ນະວັດຕະກຳປະຍຸກ ຂອງອຸດສາຫະ ກຳລົດຍົນ ລວມທັງ ວິທະຍາ ສາດ ເຕັກໂນໂລຊີລ້ຳຫນ້າ ເຊັ່ນ: ປັນຍາປະດິດ, ໂທລະຄົມ ຂໍ້ມູນຂ່າວສານ, ການນຳໃຊ້ຂໍ້ມູນ ແລະ ແຜ່ນຊິບ ເປັນຕົ້ນ ເພື່ອແບ່ງປັນ ການບຸກທະລຸ ດ້ານເຕັກໂນໂລຊີ ຫລ້າສຸດ ແລະ ທ່າອ່ຽງ ດ້ານອຸດ ສາຫະກຳ ໃນຂົງເຂດ ລົດອັດສະລິຍະ ແບບເຊື່ອມຕໍ່ ຂອງ ສປ ຈີນ ກັບເຈົ້າໜ້າທີ່ ຮັບຜິດຊອບ ທີ່ກ່ຽວຂ້ອງ ຂອງອົງການລັດຖະ ບານ ແລະ ຜູ້ຊ່ຽວຊານ ປະເທດຕ່າງໆ ທົ່ວໂລກ.ກອງປະຊຸມ ລົດອັດ ສະລິຍະ ແບບເຊື່ອມ ຕໍ່ຂອງໂລກ ໃນຖານະເປັນກອງປະຊຸມ ວິຊາສະເພາະ ດ້ານລົດອັດສະລິຍະ ແບບເຊື່ອມຕໍ່ ລະດັບຊາດ ກອງປະຊຸມ ທຳອິດຂອງ ສປ ຈີນ ທີ່ໄດ້ຮັບການອະນຸມັດຈາກລັດຖະ ບານ, ນັບແຕ່ປີ 2018 ເປັນຕົ້ນມາ ໄດ້ຈັດຂຶ້ນ ຢ່າງສຳເລັດຜົນ 7 ຄັ້ງແລ້ວ, ໄດ້ກາຍເປັນເວທີສຳຄັນ ຂອງອຸດສາຫະກຳ ລົດຍົນທົ່ວໂລກ ທີ່ນຳພາການປະດິດສ້າງໃໝ່ ດ້ານເຕັກໂນໂລຊີ, ຊຸກຍູ້ການແລກ ປ່ຽນ ລະຫວ່າງຊາດ, ເຕົ້າໂຮມໝາກຜົນ ແລະ ຄວາມເຫັນ ທີ່ເປັນເອກະພາບກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL