ກອງທຶນສຳຮອງສາກົນ ສປຈີນ ເພີ່ມຂຶ້ນ ມູນຄ່າ 3,209 ພັນຕື້ໂດລາ

11/02/2025 20:55
Email Print 269
ຂປລ ສຳນັກ ບໍລິຫານ ເງິນຕາ ຕ່າງປະເທດ ແຫ່ງລັດຂອງສປຈີນ ລາຍງານວ່າ: ມູນຄ່າທຶນສໍາຮອງ ລະຫວ່າງ ປະເທດ ຂອງ ສປຈີນ ລວມມີ 3,209 ພັນຕື້ໂດລາ ສະຫະລັດ ໂດຍຄິດໄລ່ເຖິງ ເດືອນມັງກອນ ທີ່ຜ່ານມາ, ເພີ່ມຂຶ້ນ 6.700 ລ້ານໂດລາ ສະຫະລັດ ຫລື 0,21% ເມື່ອທຽບກັບ ໄລຍະທ້າຍເດືອນ ທັນວາ ປີ 2024.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກ ບໍລິຫານ ເງິນຕາ ຕ່າງປະເທດ ແຫ່ງລັດຂອງສປຈີນ ລາຍງານວ່າ: ມູນຄ່າທຶນສໍາຮອງ ລະຫວ່າງ ປະເທດ ຂອງ ສປຈີນ ລວມມີ 3,209 ພັນຕື້ໂດລາ ສະຫະລັດ ໂດຍຄິດໄລ່ເຖິງ ເດືອນມັງກອນ ທີ່ຜ່ານມາ, ເພີ່ມຂຶ້ນ 6.700 ລ້ານໂດລາ ສະຫະລັດ ຫລື 0,21% ເມື່ອທຽບກັບ ໄລຍະທ້າຍເດືອນ ທັນວາ ປີ 2024. ສ່ວນດັດສະນີ ໂດລາ ສະຫະລັດ ລາຄາຫລຸດລົງ ໃນຂະນະທີ່ ລາຄາ ສິນຄ້າ ທາງການເງິນ ທົ່ວໂລກ ເພີ່ມຂຶ້ນ ເມື່ອເດືອນມັງກອນ ທີ່ຜ່ານມາ, ເນື່ອງຈາກ ຂໍ້ມູນ ເສດຖະກິດ ມະຫາພາກ ຈາກ ກຸ່ມປະເທດ ເສດຖະກິດ ຂະໜາດໃຫຍ່ ລວມເຖິງ ນະໂຍບາຍ ທາງການເງິນ ແລະ ຄວາມຄາດຫວັງ ຂອງ ກຸ່ມທະນາຄານກາງ ທີ່ສຳຄັນ.

ໂດຍທຶນສຳຮອງ ລະຫວ່າງ ປະເທດ ຂອງ ສປຈີນ ເພີ່ມຂຶ້ນ ໃນເດືອນມັງກອນ ທີ່ຜ່ານມາ ຍ້ອນໄດ້ຮັບຜົນກະທົບ ຈາກ ຫລາຍປັດໄຈ ເຊັ່ນ: ການປ່ຽນແປງ ສະກຸນເງິນ ແລະ ລາຄາຊັບສິນ.  ທັງນີ້ ເງື່ອນໄຂ ພື້ນຖານ ແລະ ທ່າອຽງ ໄລຍະຍາວ ທີ່ ຊຸກຍູ້ ການຈະເລີນ ເຕີບໂຕ ດ້ານເສດຖະກິດ ຂອງ ສປຈີນ ຍັງສືບຕໍ່ເຂັ້ມແຂງຂື້ນ , ປັດໄຈດັ່ງກ່າວນີ້ ຍັງສະໜັບ ສະໜູນ ສະຖຽນ ລະພາບ ຂອງ ທຶນສຳຮອງ ລະຫວ່າງປະເທດ ສປຈີນ ຕໍ່ໄປ. /

 

KPL

ຂ່າວອື່ນໆ

ads
ads

Top