ສຳມະນາລະດັບສູງສຳລັບຜູ້ວ່າການທະນາຄານກາງ ຄັ້ງທີ 62

17/11/2026 16:20
Email Print 182
ຂປລ ທະນາຄານແຫ່ງ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລະດັບສູງ ຜູ້ວ່າການທະນາຄານກາງ SEACEN ຄັ້ງທີ 62 ທີ່ນະຄອນຫຼວງວຽງຈັນ

ທະນາຄານແຫ່ງ ສປປ ລາວ (ທຫລ) ເປັນເຈົ້າພາບ ແລະ ປະທານຈັດສຳມະນາລະດັບສູງສຳລັບຜູ້ວ່າການທະນາຄານກາງ SEACEN ຄັ້ງທີ 62 (The 62nd SEACEN Governors’ Conference) ແລະ ກອງປະຊຸມສະພາບໍລິຫານຜູ້ວ່າການທະນາຄານກາງ SEACEN BOG ຄັ້ງທີ 46 (The 46th SEACEN Board of Governors’ Meeting) ໃນວັນທີ 12-13 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ, ມີບັນດາຜູ້ວ່າການ, ຮອງຜູ້ວ່າການທະນາຄານກາງຂອງປະເທດທີ່ເປັນສະມາຊິກຂອງສູນ SEACEN, ຊ່ຽວຊານຈາກສະຖາບັນຕ່າງໆ, ບັນດາກົມທຽບເທົ່າກົມພາຍໃນ ທຫລ ແລະ ທະນາຄານທຸລະກິດຂອງ ສປປ ລາວ ເຂົ້າຮ່ວມ.

ຊຸດສຳມະນາລະດັບສູງດັ່ງກ່າວ ຈັດຂຶ້ນພາຍໃຕ້ຫົວຂໍ້: “ບັນດາທະນາຄານກາງຂອງອາຊີ ໃນທ່າມກາງການປັບໂຄງສ້າງຄືນໃໝ່ຂອງລະບົບເສດຖະກິດ-ການເງິນໂລກ: ການນຳທາງທ່າມກາງກະແສການເງິນທີ່ແຕກແຍກ ແລະ ຄວາມບໍ່ສົມດຸນຂອງເສດຖະກິດໂລກ” ໃນຮູບແບບເວທີເສວະນາ (Panel Discussion) ເພື່ອປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນ ໂດຍເນັ້ນໃສ່ການປ່ຽນແປງທາງດ້ານການຄ້າ, ການລົງທຶນ, ກະແສທຶນ ແລະ ສະພາບການເມືອງຂອງໂລກ ທີ່ສົ່ງຜົນຕໍ່ສະຖຽນລະພາບການເງິນ ແລະ ການເຕີບໂຕຂອງພາກພື້ນອາຊີໃນປັດຈຸບັນ ທີ່ມີການຜັນແປຢ່າງໄວວາ. ໃນກອງປະຊຸມໄດ້ມີການແລກປ່ຽນຂໍ້ຄິດເຫັນໃນຫຼາຍບັນຫາສຳຄັນຕິດພັນກັບການຮ່ວມມືໃນການເສີມຂະຫຍາຍການເຊື່ອມໂຍງທາງດ້ານການເງິນໃນລະດັບພາກພື້ນ ໂດຍສະເພາະແມ່ນການເສີມຂະຫຍາຍການເຊື່ອມໂຍງທາງດ້ານການເງິນຜ່ານຂອບວຽກທາງດ້ານນິຕິກຳໃນການຄຸ້ມຄອງ, ການພັດທະນາການເຊື່ອມໂຍງລະບົບການຊຳລະເງິນເພື່ອສົ່ງເສີມທາງດ້ານການຄ້າ ແລະ ການເຂົ້າເຖິງການບໍລິການທາງການເງິນຂ້າມແດນ, ການສົ່ງເສີມການເງິນຍືນຍົງ ໂດຍມີທະນາຄານກາງເປັນກົນໄກສຳຄັນໃນການສະໜັບສະໜູນການເຕີບໂຕສີຂຽວ ແລະ ຍືນຍົງ ໄປພ້ອມກັບການຮັກສາສະຖຽນລະພາບທາງດ້ານການເງິນຂອງທະນາຄານກາງ.

ສຳລັບວັນທີ 13 ພະຈິກ 2026 ໄດ້ຈັດກອງປະຊຸມປະຈຳປີ ສະພາບໍລິຫານຜູ້ວ່າການທະນາຄານກາງ SEACEN BOG ຄັ້ງທີ 46 ຊຶ່ງເປັນກອງປະຊຸມສະເພາະຜູ້ວ່າການທະນາຄານກາງຂອງປະເທດທີ່ເປັນສະມາຊິກຂອງສູນ SEACEN ເພື່ອປຶກສາຫາລື, ປະກອບຄຳເຫັນແລກປ່ຽນ ແລະ ພິຈາລະນາຮັບຮອງໃນຫຼາຍບັນຫາສຳຄັນຕ່າງໆ ຕິດພັນກັບຍຸດທະສາດທີ່ສຳຄັນ ແລະ ຂອບວຽກທີ່ຕິດພັນກັບການຄຸ້ມຄອງບໍລິຫານອົງກອນຂອງສູນ SEACEN ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນຍຸດທະສາດໄລຍະກາງ 2026-2030, ການຈັດຕັ້ງປະຕິບັດວຽກງານໃນປີ 2026 ແລະ ທິດທາງແຜນການປະຕິບັດວຽກງານໃນປີ 2027 ຂອງສູນ SEACEN ເປັນຕົ້ນ ບັນດາແຜນການເຄື່ອນໄຫວກິດຈະກຳຕ່າງໆ (ໂຄງການສຳມະນາ-ຝຶກອົບຮົມ, ໂຄງການຄົ້ນຄວ້າ, ໂຄງການຊ່ວຍເຫຼືອທາງດ້ານວິຊາການສະເພາະດ້ານ, ວຽກງານພະນັກງານ ແລະ ວຽກບໍລິຫານອົງກອນ) ແລະ ແຜນງົບປະມານ.

ການເປັນເຈົ້າພາບຈັດກອງປະຊຸມລະດັບຜູ້ວ່າການທະນາຄານກາງໃນຄັ້ງນີ້ ຈະຊ່ວຍສົ່ງເສີມບົດບາດຂອງ ທຫລ ໃນເວທີການຮ່ວມມືດ້ານເສດຖະກິດ ແລະ ການເງິນລະດັບພາກພື້ນ ແລະ ເປັນໂອກາດໃນການເສີມຂະຫຍາຍການຮ່ວມມືເພື່ອຍົກລະດັບຂີດຄວາມສາມາດຂອງທະນາຄານກາງ, ເສີມສ້າງສະຖຽນລະພາບລະບົບການເງິນ ແລະ ຮ່ວມກັນຮັບມືກັບສິ່ງທີ່ທ້າທາຍດ້ານເສດຖະກິດ ແລະ ການເງິນໃນອະນາຄົດ. ໃນໄລຍະ 2026-2027 ທຫລ ຈະໃຫ້ການສະໜັບສະໜູນ ແລະ ຮ່ວມເຮັດວຽກກັບສູນ SEACEN ຢ່າງໃກ້ຊິດຕະຫຼອດໄລຍະການເປັນປະທານ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ສູນ SEACEN ແມ່ນເປັນສູນລວມແຫ່ງການຮຽນຮູ້, ມີພາລະບົດບາດໃນການສະໜອງວຽກງານຄົ້ນຄວ້າ ແລະ ຝຶກອົບຮົມ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນຂອງບັນດາປະເທດສະມາຊິກ ກໍຄື ທະນາຄານກາງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ໃນຂົງເຂດວຽກງານທາງດ້ານການເງິນ-ການທະນາຄານ ຊຶ່ງປະກອບມີ 19 ທະນາຄານກາງ ທີ່ເປັນສະມາຊິກສົມບູນ ແລະ 9 ທະນາຄານກາງ ເປັນສະມາຊິກສຳຮອງຂອງສູນ SEACEN. ໃນນັ້ນ, ທຫລ ໄດ້ເຂົ້າເປັນສະມາຊິກສົມບູນ ໃນວັນທີ 14 ກຸມພາ 2012 ແລະ ໄດ້ມີສ່ວນຮ່ວມໃນກິດຈະກຳ ແລະ ກົນໄກການຮ່ວມມືຕ່າງໆຂອງສູນ SEACEN ຢ່າງຕໍ່ເນື່ອງ.

ການຮັບໜ້າທີ່ເປັນປະທານ SEACEN ໃນວາລະປີ 2026-2027 ຂອງ ທຫລ ແມ່ນເປັນບາດກ້າວທີ່ສຳຄັນທີ່ສະທ້ອນໃຫ້ເຫັນເຖິງຄວາມໄວ້ວາງໃຈຂອງບັນດາສະມາຊິກ ແລະ ເສີມຂະຫຍາຍບົດບາດຂອງ ທຫລ ໃນເວທີສາກົນ ໃນການສົ່ງເສີມການຮ່ວມມືລະຫວ່າງທະນາຄານກາງໃນພາກພື້ນ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ມອບໃຫ້ພາກເອກະຊົນຄຸ້ມຄອງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວ ນ້ຳຕົກຕາດແກ້ງຍຸຍເສດຖະກິດ

      ມອບໃຫ້ພາກເອກະຊົນຄຸ້ມຄອງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວ ນ້ຳຕົກຕາດແກ້ງຍຸຍ

      11/16/2026 10:34:38 AM

      ເຊັນສັນຍາບໍລິຫານຕາດແກ້ງຍຸຍ ຍົກລະດັບສິ່ງອຳນວຍຄວາມສະດວກແບບຄົບວົງຈອນ ພາຍຫຼັງໂຄງການ ADB ສະໜັບສະໜູນທຶນສ້າງສຳເລັດ

    • ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານເສດຖະກິດ

      ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານ

      11/12/2026 9:41:22 AM

      ໂຄງການເຊື່ອມຈອດຕາໜ່າງໄຟຟ້າ 500 kV ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ ແຕ່ຍັງຊ່ວຍຍົກລະດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າແຮງສູງດ້ວຍຕົນເອງ.

    • 9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%ເສດຖະກິດ

      9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%

      11/11/2026 2:12:18 PM

      ໃນໄລຍະ 9 ເດືອນຕົ້ນປີ 2026 ນີ້, ເສດຖະກິດຂອງນະຄອນຫຼວງວຽງຈັນ (ນວ) ຂະຫຍາຍຕົວຢູ່ໃນລະດັບ 6,2%, ຄາດຄະເນໝົດປີຈະໃຫ້ຂະຫຍາຍຕົວຢູ່ໃນລະດັບ 7,6% (ແຜນການປີໃຫ້ບັນລຸ 8%) ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 6,6%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 95.351,54 ຕື້ກີບ (ແຜນການປີໃຫ້ບັນລຸ 100.427 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ (ແຜນການປີໃຫ້ໄດ້ 94,10 ລ້ານກີບ).

    • ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວເສດຖະກິດ

      ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

      10/30/2026 9:04:49 AM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

    • ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນເສດຖະກິດ

      ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ

      10/27/2026 8:33:33 PM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.

ads
ads

Top