ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026

17/11/2026 16:23
Email Print 181
ຂປລ ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດງານສັບປະດາວັດທະນະທຳຊາວໜຸ່ມ ຈີນ-ອາຊຽນ 2026 ພາຍໃຕ້ຫົວຂໍ້: "ການເຊື່ອມໂຍງຂອງຊາວໜຸ່ມ ຮ່ວມກັນສ້າງອະນາຄົດທີ່ຍືນຍົງ"

ສະຖາບັນແມ່ນໍ້າຂອງ ຮ່ວມກັບສູນການສື່ສານວັດທະນະທຳສາກົນ ຂອງກຸ່ມສື່ສານສາກົນຈີນ (CICG) ແລະ ບໍລິສັດພະລັງງານສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈຳກັດ ຈັດງານສັບປະດາວັດທະນະທຳຊາວໜຸ່ມ ຈີນ-ອາຊຽນ 2026 ໃນວັນທີ 13 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ການເຊື່ອມໂຍງຂອງຊາວໜຸ່ມ ຮ່ວມກັນສ້າງອະນາຄົດທີ່ຍືນຍົງ” ໂດຍມີ ທ່ານ ຢູ້ ອິ້ງຟູ້ (Yu Yingfu) ຮອງປະທານກຸ່ມສື່ສານສາກົນຈີນ, ທ່ານ ພູວຽງ ພົງສະຫວັດດີ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຫຼີ ຫ້າວ (Li Hao) ທີ່ປຶກສາສະຖານທູດຈີນ ປະຈຳລາວ, ທ່ານ ຫຼົວ ເວີ້ຍຈ້ຽນ (Luo Weijian) ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນນັ້ນ, ຜູ້ເຂົ້າຮ່ວມໄດ້ມີຄຳເຫັນແລກປ່ຽນ ໂດຍເນັ້ນໃຫ້ຊາວໜຸ່ມຈີນ-ອາຊຽນ ຍາດແຍ່ງເອົາໂອກາດການພັດທະນາຈາກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ເຂົ້າຮ່ວມການຮ່ວມມືຕົວຈິງຢ່າງຫ້າວຫັນ ແລະ ປະກອບສ່ວນດ້ວຍພະລັງໄວໜຸ່ມໃນການເຊື່ອມໂຍງພາກພື້ນ ແລະ ການສ້າງອະນາຄົດທີ່ຍືນຍົງ.

ໂອກາດນີ້, ທ່ານ ຢູ້ ອິ້ງຟູ້ ໄດ້ກ່າວວ່າ: ຈີນ ແລະ ລາວ ແມ່ນປະເທດເພື່ອນບ້ານທີ່ມີມິດຕະພາບອັນດີງາມ, ມີພູຜາ ແລະ ສາຍນ້ຳເຊື່ອມໂຍງຫາກັນ, ມິດຕະພາບ ຈີນ-ລາວ ເປັນພາບສະທ້ອນອັນຊັດເຈນຂອງສາຍພົວພັນ ຈີນ-ອາຊຽນ. ພ້ອມທັງສະແດງຄວາມຫວັງວ່າ ຊາວໜຸ່ມຈະກາຍເປັນຂົວຕໍ່ທີ່ເຊື່ອມໂຍງຈິດໃຈຂອງປະຊາຊົນໃຫ້ໃກ້ຊິດກັນຍິ່ງຂຶ້ນ, ກ້າວໄປຂ້າງໜ້າພ້ອມກັນຜ່ານການເຊື່ອມໂຍງ, ເປັນຜູ້ສົ່ງເສີມການປະສານວັດທະນະທຳ, ສ້າງຄວາມເຂົ້າໃຈຜ່ານການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນແລະກັນ, ທັງເປັນຜູ້ມີຄວາມຮັບຜິດຊອບໃນການສ້າງອະນາຄົດຮ່ວມກັນ ເພື່ອສ້າງມື້ອື່ນທີ່ດີກວ່າ.

ທ່ານ ອອນອຸມາ ພົນພານິດ ຜູ້ອຳນວຍການກົມການຫັນປ່ຽນສີຂຽວ ແລະ ການແກ້ໄຂບັນຫາແບບເຊື່ອມໂຍງ ຂອງສະຖາບັນແມ່ນ້ຳຂອງ ໄດ້ກ່າວວ່າ: ໃນໄລຍະ 10 ປີຜ່ານມາ, ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ກາຍເປັນເວທີສຳຄັນໃນການຊຸກຍູ້ການເຊື່ອມໂຍງພາກພື້ນ, ການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນປະຊາຊົນກັບປະຊາຊົນ. ໃນຂະນະທີ່ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກຳລັງກ້າວເຂົ້າສູ່ໄລຍະໃໝ່ 2.0 ສະນັ້ນ, ຕ້ອງເພີ່ມທະວີການເຊື່ອມໂຍງໃນ 3 ດ້ານ ຄື: ການເຊື່ອມໂຍງດ້ານນະໂຍບາຍ ແລະ ສະຖາບັນ, ການເຊື່ອມໂຍງດ້ານທຸລະກິດ ແລະ ເຕັກໂນໂລຊີ ແລະ ການເຊື່ອມໂຍງດ້ານປະຊາຊົນ ເພື່ອເຮັດໃຫ້ການຮ່ວມມືພາກພື້ນມີຄວາມທັນສະໄໝ, ກວມລວມ ແລະ ຍືນຍົງຫຼາຍຂຶ້ນ.

ທ່ານ ສາຍໃຈ ສີລາເດດ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເນັ້ນໃຫ້ເຫັນເຖິງຜົນສຳເລັດຂອງ ສປປ ລາວ ໃນການເສີມຂະຫຍາຍການເຊື່ອມໂຍງ ແລະ ການປະສານພາກພື້ນໃນຊຸມປີຜ່ານມາ. ສຳລັບທິດທາງຕໍ່ໜ້າ, ລາວຈະສືບຕໍ່ຊຸກຍູ້ການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນ 2 ຂົງເຂດສຳຄັນ ຄື: ວຽກງານໂຍທາທິການ ແລະ ຂົນສົ່ງ, ເຕັກໂນໂລຊີ ແລະ ການສື່ສານ. ພ້ອມນີ້, ຍັງໄດ້ເນັ້ນເຖິງບົດບາດສຳຄັນຂອງຊາວໜຸ່ມໃນວຽກງານດັ່ງກ່າວ ໂດຍຊຸກຍູ້ໃຫ້ຊາວໜຸ່ມມີການແລກປ່ຽນຄວາມຄິດເຫັນ, ຮຽນຮູ້ເຊິ່ງກັນແລະກັນ ແລະ ນຳສະເໜີແນວຄິດໃໝ່ໆ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາ.

ທ່ານ ຫຼິນ ຣຸ່ຍ (Lin Rui) ຮອງຜູ້ອຳນວຍການໃຫຍ່ ບໍລິສັດພະລັງງານສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈຳກັດ ໃນກຸ່ມບໍລິສັດໄຟຟ້າສາຍສົ່ງພາກໃຕ້ຈີນ ໄດ້ຍົກເອົາໂຄງການເຊື່ອມຕໍ່ລະບົບໄຟຟ້າແຮງສູງ 500 ກິໂລໂວນ ຈີນ-ລາວ ມາເປັນຕົວຢ່າງ ເພື່ອສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການເຊື່ອມໂຍງຕາຂ່າຍໄຟຟ້າພາກພື້ນໃນການຊຸກຍູ້ການນຳໃຊ້ພະລັງງານສະອາດໃຫ້ເກີດປະສິດທິຜົນ, ເສີມສ້າງຄວາມໝັ້ນຄົງ ແລະ ຄວາມທົນທານຂອງລະບົບພະລັງງານ, ພ້ອມທັງຂະຫຍາຍທາງເລືອກດ້ານພະລັງງານໃຫ້ແກ່ບັນດາປະເທດໃນພາກພື້ນ. ນອກນີ້, ທ່ານຍັງໄດ້ນຳສະເໜີເລື່ອງລາວຕົວຈິງຂອງພະນັກງານໜຸ່ມ 3 ຄົນ ທີ່ມີສ່ວນຮ່ວມໃນການກໍ່ສ້າງໂຄງການ ແລະ ການຮ່ວມມືຂ້າມຊາຍແດນ ເພື່ອສະທ້ອນໃຫ້ເຫັນບົດບາດໃນທາງບວກຂອງຊາວໜຸ່ມຕໍ່ການຊຸກຍູ້ການຮ່ວມມືພາກພື້ນ. ພ້ອມທັງເນັ້ນວ່າ ການເຊື່ອມໂຍງບໍ່ພຽງແຕ່ການເຊື່ອມຕໍ່ລະບົບໄຟຟ້າເຂົ້າຫາກັນເທົ່ານັ້ນ, ແຕ່ຍັງເປັນການເຊື່ອມໂຍງຄວາມຮູ້, ປະສົບການ ແລະ ຄວາມໄວ້ວາງໃຈນຳອີກ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ຊາວໜຸ່ມ ຈີນ-ອາຊຽນ ສົ່ງເສີມຄວາມເຂົ້າໃຈ, ເພີ່ມທະວີການຮ່ວມມື ແລະ ຮ່ວມກັນສ້າງອະນາຄົດສີຂຽວທີ່ຍືນຍົງ.

ພາຍໃນງານຍັງໄດ້ຈັດກິດຈະກຳສົນທະນາ ແລະ ການແລກປ່ຽນເລື່ອງລາວປະສົບການຂອງຊາວໜຸ່ມ ພາຍໃຕ້ຫົວຂໍ້: “ທົດສະວັດທອງຄຳຄັ້ງໃໝ່ ເສີມສ້າງການເຊື່ອມໂຍງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຜ່ານນະວັດຕະກຳສີຂຽວ” ໂດຍມີບັນດາຊ່ຽວຊານ, ນັກວິຊາການ ແລະ ຕົວແທນຊາວໜຸ່ມຈາກອົງການສາກົນ, ມະຫາວິທະຍາໄລ ແລະ ພາກທຸລະກິດ ເຂົ້າຮ່ວມ. ພ້ອມນີ້, ຍັງໄດ້ຈັດກິດຈະກຳແລກປ່ຽນເລື່ອງລາວປະສົບການຂອງຊາວໜຸ່ມ ເປັນຕົ້ນ ແບ່ງປັນບົດຮຽນຈາກການເຮັດວຽກພັດທະນາຊາວໜຸ່ມໃນໄລຍະຍາວ ໂດຍເນັ້ນໃຫ້ມີການສ້າງເຄືອຂ່າຍຮ່ວມມືທີ່ຫຼາກຫຼາຍ ເພື່ອເສີມສ້າງທ່າແຮງໃຫ້ແກ່ຊາວໜຸ່ມຜ່ານການປູກຈິດສຳນຶກດ້ານການອະນຸລັກສິ່ງແວດລ້ອມ, ການຍົກສູງທັກສະຄວາມສາມາດ ແລະ ການຊຸກຍູ້ການມີສ່ວນຮ່ວມທາງສັງຄົມ ໂດຍຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນສະໜັບສະໜູນຊາວໜຸ່ມໃນການຮ່ວມກັນສ້າງອະນາຄົດທີ່ຍືນຍົງ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • 28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ ວັດທະນະທຳ-ສັງຄົມ

      28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ

      11/17/2026 6:20:58 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອຸປະກອນໄອທີ ໃຫ້ແກ່ຄະນະກຳມະ ການປົກຄອງ 28 ຕາແສງ ພາຍໃນ 7 ເມືອງ ແຂວງອຸດົມໄຊ ຈາກ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ທ່ານ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງ ພັກ ແລະ ຕາງໜ້າຮັບໂດຍຄະນະ ກຳມະການປົກຄອງ 28 ຕາແສງ, ມີ ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແລະ ພາກສ່ວນທ່ີກ່ຽວຂ້ອງ ເຂົ້າຮ່ວມ.

    • ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວວັດທະນະທຳ-ສັງຄົມ

      ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ

      11/17/2026 6:15:35 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ພ້ອມ ຂະແໜງການທີ່ກ່ຽວຂ້ອງຂອງ ແຂວງ ໄດ້ຕ້ອນຮັບ ທ່ານ ລີ ຈອງ ຮັອບ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມ ຄະນະ ໃນວັນທີ 11 ພະຈິກ 2026, ທີ່ສຳນັກງານແຂວງອັດຕະປື, ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານການພັດ ທະນາໃຫ້ນັບມື້ເລິກເຊິ່ງ ແລະ ເປັນ ຮູບປະທຳຍິ່ງຂຶ້ນ.

    • ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດວັດທະນະທຳ-ສັງຄົມ

      ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດ

      11/17/2026 6:10:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ເຜີຍແຜ່ ແລະ ແນະນຳການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ (E-Tax In-voice) ແລະ ລະບົບຄ່າທຳນຽມ, ຄ່າບໍລິການ (D-Filing) ໃຫ້ພະ ນັກງານທີ່ຮັບຜິດຊອບວຽກງານດັ່ງ ກ່າວ ໃນທົ່ວແຂວງໃນທ້າຍອາທິດ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ຄຳພັນ ພັນ ທຸລັກ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍການນຳພະແນກການ ເງິນແຂວງ, ສ່ວຍສາອາກອນ ແຂວງ, ການນຳເມືອງແກ້ວອຸດົມ, ພະນັກງານຈາກພະແນກການ ຕ່າງໆ ແລະ ຕາງໜ້າຫົວໜ່ວຍ ທຸລະກິດເຂົ້າຮ່ວມ.

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

ads
ads

Top