98ຮວຜທ ເຜີຍແຜ່ເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ

06/11/2024 20:06
Email Print 1303
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມເຜີຍແຜ່ ເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ​ໃນວັນທີ 6 ພະຈິກ 2024 ໂດຍການເປັນປະທານເຜີຍແຜ່ ຂອງສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ພະນັກງານ-ນັກຮົບ ທົ່ວໂຮງຮຽນເຂົ້າຮ່ວມ.

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມເຜີຍແຜ່ ເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ​ໃນວັນທີ 6 ພະຈິກ 2024 ໂດຍການເປັນປະທານເຜີຍແຜ່ ຂອງສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ພະນັກງານ-ນັກຮົບ ທົ່ວໂຮງຮຽນເຂົ້າຮ່ວມ.

​ໂອກາດ​ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ສອງປະເທດ ລາວ-ຈີນ ມີລະບອບການເມືອງທີ່ຄ້າຍຄືກັນ, ເປັນປະເທດທີ່ຍືດໝັ້ນ ເສັ້ນທາງສັງຄົມນິຍົມຄືກັນ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູ, ສາຍນໍ້າຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບ ອັນດີງາມມາແຕ່ບູຮານນະການ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໄດ້ມີການພົວ ພັນກັນມາແຕ່ປີ 1959 ແລະ ສອງລັດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1961. ຈາກນັ້ນ, ພາຍໃຕ້ຄວາມເອົາໃຈໃສ່ຂອງສອງພັກ, ສອງລັດ ກໍຄື ການນໍາຂອງສອງຝ່າຍ, ສາຍພົວພັນລາວ-ຈີນ ກໍໄດ້ນັບມື້ນັບເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ.

ນັບແຕ່ປີ 2000 ການນໍາສູງສຸດຂອງສອງປະເທດ ໄດ້ກໍານົດການຮ່ວມມືຕາມທິດໝັ້ນຄົງຍາວນານ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານຕາມທິດ 4 ດີ, ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ໃນປີ 2009 ໄດ້ຍົກລະດັບການພົວພັນ ຂຶ້ນເປັນການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ, ປີ 2013 ຝ່າຍຈີນໄດ້ໃຫ້ທັດສະນະວ່າ ການພົວພັນລະຫວ່າງ ສອງປະເທດ ລາວ-ຈີນ ບໍ່ແມ່ນການພົວພັນແບບທົ່ວໄປ, ແຕ່ເປັນການພົວພັນແບບຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍ ຍຸດທະສາດ, ປີ 2016 ສອງຝ່າຍໄດ້ລະບຸໃນຖະແຫລ່ງການຮ່ວມ ລາວ-ຈີນ ວ່າ ສອງປະເທດ ເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ, ປີ 2017 ສອງຝ່າຍໄດ້ຢືນຢັນຄືນເຖິງ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງສອງປະເທດ ແລະ ພ້ອມກັນຕີລາຄາວ່າ ການພົວພັນລາວ-ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຢູ່ໃນໄລຍະທີ່ດີທີ່ສຸດ ໃນປະຫວັດສາດການພົວພັນ ລະຫວ່າງ ສອງປະເທດ, ປີ 2018 ສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນ, ກ່ຽວກັບການລິເລີ່ມສ້າງແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາກໍາ ລາວ-ຈີນ ລະຫວ່າງ ສອງພັກ ແລະ ໄດ້ຮັບການລົງນາມໂດຍເລຂາທິການໃຫຍ່ຂອງ ສອງພັກ ທີ່ນະຄອນຫລວງປັກກິ່ງ ໃນວັນທີ 30 ເມສາ 2019 ເຊິ່ງຈຸດພິເສດຂອງແຜນແມ່ບົດສະບັບໃໝ່ ໂດຍລວມແລ້ວເຫັນວ່າ ດ້ານໂຄງສ້າງແມ່ນຍັງຮັກສາໄວ້ຄືເກົ່າ ເຊິ່ງປະກອບດ້ວຍເນື້ອໃນ ການຮ່ວມມື 5 ຂົງເຂດ, ແຕ່ມີເນື້ອໃນທີ່ລະອຽດຄົບຖ້ວນ ແລະ ລົງເລິກໃນບັນດາຂະແໜງການຫລາຍກວ່າເກົ່າ ເຊິ່ງມີລັກສະນະທີ່ສັງລວມເອົາເນື້ອໃນ ຂອງແຜນແມ່ບົດ ສະບັບທີ 1 ແລະ ຖະແຫລງ ການຮ່ວມ ສະບັບທ້າຍ ປີ 2022 ເຂົ້າໃສ່ກັນ ເຊິ່ງທັງ 5 ດ້ານ ແມ່ນສາມາດຈັດຕັ້ງປະຕິບັດໄດ້ ແລະ ຈະນໍາເອົາຜົນປະໂຫຍດໃຫຍ່ຫລວງມາສູ່ລາວ ໂດຍຝ່າຍຈີນ ໄດ້ສະເໜີໃຫ້ການຊ່ວຍເຫລືອ ໃນຫລາຍຂົງເຂດ.

ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ເນັ້ນໜັກຫລາຍຄັ້ງ ໃນໂອກາດພົບປະສອງຝ່າຍ ກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ວ່າ: ຄູ່ຮ່ວມຊາຕາກຳ ຈີນ-ລາວ ເປັນຄູ່ຮ່ວມຊາຕາກຳແບບພິເສດ ໃນຂອບເຂດການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ, ພິເສດຢູ່ບ່ອນວ່າ ຈີນ ແລະ ລາວ ລ້ວນແຕ່ແມ່ນປະເທດ ທີ່ນໍາພາໂດຍພັກກອມມູນິດ, ການຢຶດໝັ້ນການນໍາພາຂອງພັກ ແລະ ເສັ້ນທາງສັງຄົມນິຍົມ ແມ່ນທາດແທ້ຂອງສາຍພົວພັນ ຈີນ-ລາວ, ທັງແມ່ນລັກສະນະຈະແຈ້ງ ຂອງການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ. ສະນັ້ນ, ສອງຝ່າຍ ຕ້ອງຖືເອົາແຜນແມ່ບົດ ສະບັບໃໝ່ເປັນບ່ອນອີງ ໃນການຊຸກຍູ້ໃຫ້ການສ້າງ ຄູ່ຮ່ວມຊາຕາກຳ ກ້າວເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ເພີ່ມເນື້ອໃນໃໝ່ຂອງການພົວພັນຮ່ວມມື ສອງພັກ, ສອງລັດ ລາວ-ຈີນ ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງ ແລະ ຂົງເຂດວັດທະນະທໍາ-ສັງຄົມ.

ໂອກາດດຽວກັນ, ຍັງ​ໄດ້ເຜີຍແຜ່ຄວາມໝາຍສຳຄັນ ຂອງກອງປະຊຸມ ລັດຖະມົນຕີປ້ອງກັນອາຊຽນ ຄັ້ງທີ 18” ທີ່ກອງທັບປະຊາຊົນລາວ ເປັນປະທານ ແລະ ເຈົ້າພາບ ຕື່ມ​ອີກ ​ເຊິ່ງການເຜີຍແຜ່2 ເອກະສານນີ້, ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ພະນັກງານ-ນັກຮົບໃນທົ່ວໂຮງຮຽນ ໄດ້ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບສາຍພົວພັນມິດຕະພາບ ການຮ່ວມມືທີ່ເປັນມູນເຊື້ອມາດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ແນໃສ່ເຮັດໃຫ້ທົ່ວກອງທັບ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບ, ເປັນປະທານກອງປະຊຸມ ລັດຖະມົນຕີປ້ອງກັນອາຊຽນ ຄັ້ງທີ 18, ກອງປະຊຸມ ລັດຖະມົນຕີປ້ອງກັນປະເທດ ອາຊຽນບວກ ແລະ ກອງປະຊຸມປິ່ນອ້ອມອື່ນໆ ເພື່ອເສີມສ້າງຄວາມຮັບຮູ້-ເຂົ້າໃຈ ເຖິງຄວາມຈຳເປັນ ພາວະວິໄສຂອງ ສປປ ລາວ ກໍຄື ກອງທັບປະຊາຊົນລາວ ໃນການເຂົ້າຮ່ວມປະຊາຄົມປະຊາຊາດອາຊຽນ, ວິໄສທັດອັນກວ້າງໄກ, ທັດສະນະ-ແນວຄິດນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ໃນການສືບຕໍ່ນຳພາປັບປຸງ ກໍ່ສ້າງກອງທັບ ແລະ ຈັດຕັ້ງປະຕິບັດ ໜ້າທີ່ການເມືອງໃນສະພາບໃໝ່.

ຂ່າວ-ພາບ: ຮວຜທ

KPL

ຂ່າວອື່ນໆ

    • ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນຳພັກກອມມູນິດຫວໜດນາມການເມືອງ

      ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນຳພັກກອມມູນິດຫວໜດນາມ

      1/28/2026 11:11:14 AM

      ກອງປະຊຸມແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄ້ັງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 26 ມັງກອນ 2026 ຢູ່ສູນປະຊຸມສາກົນ, ນະຄອນຫລວງຮ່າໂນ້ຍ.

    • ສອງປະທານປະເທດລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມືການເມືອງ

      ສອງປະທານປະເທດລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

      1/28/2026 10:58:38 AM

      ໃນວັນທີ 26 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສສ ຫວຽດນາມ.

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

ads
ads

Top