ຂປລ
ໃນວັນທີ 29 ກໍລະກົດ 2026 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 8 ພສ 2569, ເປັນມື້ບຸນເຂົ້າພັນສາ ພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ພ້ອມພຽງກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຕາມຮີດຄອງປະເພນີທ່ີສືບທອດກັນມາ.
ຂປລ. ສະເພາະຢູ່ນະຄອນຫລວງວຽງຈັນ ພຸດທະສາສະນິກະຊົນກໍໄດ້ຮ່ວມກັນໃສບາດຢູ່ຕາມວັດແຫ່ງຕ່າງໆຢ່າງຄຶກຄື້ນ ຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເຄີຍສືບທອດກັນມາແຕ່ບູຮານນະການ.ກ່ອນຈະມີການໃສ່ບາດຖວາຍ ສັງຄະທານກໍໄດ້ມີພິທີກຳທາງສາສະໜາເປັນຕົ້ນສູດມົນ, ຟັງທຳມະເທສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດຍັງມີຜູ້ໃຈບຸນນຳເອົານ້ຳຫວານ, ນ້ຳດື່ມ ແລະ ອາຫານປະເພດຕ່າງໆມາຕັ້ງເປັນໂຮງທານເພື່ອໃຫ້ມວນຊົນຜູ້ມາໃສ່ບາດໄດ້ຮັບປະທານ.
ການຮ່ວມໃສ່ບາດໃນຄ້ັງນ້ີ ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມສັດທາ ແລະ ຄວາມຮ່ວມມືຂອງພຸດທະສາສະນິກະຊົນໃນການອະນຸລັກ ແລະ ສືບທອດປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ຄົນລາວຕະຫລອດໄປ. ໃນທຸກໆປີເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຫລື ວັນເພັງ 15 ຄ່ໍາ ເປັນວັນເຂ້ົາພັນສາທາງສາສະໜາພຸດ ຊຶ່ງກາຍເປັນຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ, ປະຊາຊົນລາວບັນດາເຜົ່າໄດ້ປະຕິບັດກັນມາໃນທຸກໆປີເພ່ືອອຸທິດສ່ວນບຸນສ່ວນກຸສົນໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວ.
ບຸນເຂົ້າພັນສາເປັນປະເພນີສຳຄັນທາງພະພຸດທະສາສະໜາ ພະສົງຈະເລີ່ມຈຳພັນສາເປັນເວລາ 3 ເດືອນ ເພື່ອບໍາເພັນກຸສົນຢູ່ແຕ່ໃນວັດ ແລະ ປົກປັກຮັກສາວັດວາອາຮາມ, ໄຫວ້ພະສູດມົນ, ເທສະໜາເຜີຍແຜ່ຫລັກຄຳສັ່ງສອນຂອງພະພຸດທະເຈົ້າໃຫ້ແກ່ອອກຕົນຍາດໂຍມໃຫ້ຕັ້ງໜ້າຢູ່ໃນສິນໃນທຳ, ໝັ້ນທຳຄວາມດີ ແລະ ສ້າງຜົນປະໂຫຍດໃຫ້ສັງຄົມ.
ຂ່າວ-ພາບ: ທະນູທອງ
KPL