ຜົນກອງປະຊຸມສະໄໝສາມັນຂອງລັກຖະບານ ປະຈຳເດືອນ ກໍລະກົດ 2026

29/07/2026 10:53
ຂປລ ໃນວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຂິງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສ່ືມວນຊົນກ່ຽວກັບຜົນກອງປະຊຸມ ສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ວ່າ: ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ,

      ຂປລ.  ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າເຂົ້າ ຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານ ລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນ ສິງຫາ 2026.ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂ້ໍໃນ 4 ວາລະສໍາຄັນ ຄື:

    ວາລະທີີ  1: ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນ ກໍລະກົດ ແລະ ທິດທາງແຜນການປະຈຳເດືອນສິງຫາ 2026 ຂອງລັດຖະບານ. ໃນນັ້ນ, ວຽກງານພົ້ນເດັ່ນປະຈໍາເດືອນກໍລະກົດ 2026 ເຫັນວ່າ: ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ເກັບກູ້ອາວຸດ, ວັດຖຸລະເບີດ, ສະກັດກ້ັນ ແລະ ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 64% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 42% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫລຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,6%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງພື້ນຖານໂຄງລ່າງ ເສັ້ນທາງ-ຂົວ, ການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ, ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫານໍ້າມັນເຊື້ອໄຟ, ການຫັນເປັນດີຈິຕອນ ແລະ ທັນສະໄໝ, ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ສືບຕໍ່ມີຄວາມຄືບໜ້າເປັນກ້າວໆ.

    ຄຽງຄູ່ກັບຜົນສຳເລັດດັ່ງກ່າວກໍຍັງມີວຽກງານຈຳນວນໜຶ່ງທ່ີຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນບັນຫາສະແກມເມີ, ບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ ແລະ ການສ້າງຄວາມບໍ່ສະຫງົບຢູ່ພາຍໃນສັງຄົມ; ບັນຫາໄຟຟ້າຕົກ, ການ ສະໜອງນໍ້າປະປາບໍ່ທັນພຽງພໍ; ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການລັກລອບຄົນ ເຂົ້າ-ອອກເມືອງ, ບັນຫາຂີ້ລັກ- ປຸ້ນຈ້ີຊີງຊັບ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ການຄຸ້ມຄອງລາຄາສິນຄ້າ; ຄວາມຕ່ືນຕົວເປັນເຈ້ົາໃນການຈັດຕ້ັງປະຕິບັດທິດຊ້ີນໍາຂອງລັດຖະບານ; ການພັດທະນາ-ປັບປຸງພື້ນຖານໂຄງລ່າງເສັ້ນ ທາງ ແລະ ອື່ນໆ.

     ສໍາລັບວາລະທີ 2: ກອງປະຊຸມເຫັນດີດ້ານຫລັກການຮັບຮອງ ເອົາຜົນການຄົ້ນຄວ້າປັບປຸງບັນຊີກິດຈະການຄວບຄຸມຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍຫລຸດລົງຈາກ 44 ລາຍການເປັນ 20 ລາຍການ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງການພັດທະນາເສດຖະກິດ-ສັງຄົມ ກໍຄືກົດໝາຍທີ່ກ່ຽວຂ້ອງ.

      ວາລະທີ 3: ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາບັນດາຮ່າງກົດໝາຍທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 16 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 14 ສະບັບ. ກອງປະຊຸມໄດ້ຊ້ີນໍາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ນຳເອົາຮ່າງກົດໝາຍທີ່ຢູ່ໃນຄວາມຮັບ ຜິດຊອບຂອງຂະແໜງການຕົນໄປປັບປຸງຕື່ມບາງຈຸດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ.

      ວາລະທີ 4: ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 4 ສະບັບຄື: ຮ່າງມະຕິວ່າດ້ວຍການພັດທະນາຊັບ ພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນເງື່ອນໄຂໃໝ່, ຮ່າງກົດໝາຍວ່າ ດ້ວຍການປົກປ້ອງເງິນຝາກ, ຮ່າງກົດໝາຍວ່າດ້ວຍການຈະລາຈອນ ທາງບົກ ແລະ ຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງນໍາເອົາບັນດາຮ່າງ ນິຕິກໍາດັ່ງກ່າວ ໄປປັບປຸງໃຫ້ມີເນື້ອ ໃນຄົບຖ້ວນສົມບູນ, ລະອຽດ-ຈະ ແຈ້ງ, ຮັດກຸມ ແລະ ສອດຄ່ອງກັບ ທິດທາງການພັດທະນາເສດຖະກິດ-ສັງຄົມໃນຕ່ໍໜ້າ ເພ່ືອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ.

ສໍາລັບແຜນວຽກຈຸດສຸມໃນ ເດືອນສິງຫາ 2026 ລັດຖະບານ ຈະໄດ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກ ຈຸດສຸມທີ່ສໍາຄັນຈໍານວນໜຶ່ງດັ່ງນີ້: 

    ສືບຕໍ່ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ; ຕິດຕາມ ແລະ ຕອບໂຕ້ບັນດາຂ່າວບິດເບືອນ ແລະ ໃສ່ຮ້າຍປ້າຍສີຕ່າງໆ; ກະກຽມຄວາມພ້ອມຮອບດ້ານໃນການຮັບມືກັບໄພນໍ້າຖ້ວມ ເພ່ືອຊ່ວຍເຫລືອປະຊາຊົນເຂດນ້ຳ ຖ້ວມໃຫ້ທັນການ ແລະ ປອດໄພ.

    ສຸມໃສ່ການເກັບລາຍຮັບງົບ ປະມານຈາກແຫລ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ, ເລັ່ງທວງໜ້ີ ຕ້ອງຮັບທີ່ຍັງຄ້າງຊຳລະ, ໜີ້ສິນຄ່າບິນຜ່ານນ່ານຟ້າ ແລະ ອື່ນໆ, ລວມເຖິງການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆຢູ່ບັນດາຂະແໜງການ ແລະ ດ່ານສາກົນ; ຮີບຮ້ອນຄ້ົນຄວ້ານະໂຍບາຍ, ກົນໄກການຄຸ້ມຄອງຮ້ານຄ້າ-ປອດພາສີໃນຕົວເມືອງ ເພື່ອກະຕຸ້ນກຳລັງຊື້ຂອງນັກທ່ອງທ່ຽວ; ສືບຕ່ໍຄົ້ນຄວ້ານະໂຍບາຍພິເສດສຳລັບ ການພັດທະນາແຂວງຫົວພັນ ແລະ ແຂວງຜົ້ງສາລີ ໃຫ້ສຳເລັດພາຍໃນ ເດືອນສິງຫາ 2026.

     ຕິດຕາມລາຄານໍ້າມັນໃນຕະຫລາດໂລກຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຕໍ່ຄວາມສ່ຽງໃນການຂາດແຄນ ແລະ ເພີ່ມຂຶ້ນຂອງລາຄາ ນໍ້າມັນເຊື້ອໄຟເພື່ອຮັບປະກັນການ ສະໜອງນໍ້າມັນໃຫ້ພຽງພໍ, ປ້ອງກັນ ແລະ ແກ້ໄຂການກັກຕຸນ ແລະ ປັບໂຄງສ້າງລາຄາໃຫ້ແທດເໝາະກັບສະພາບຕົວຈິງ;  ຮີບຮ້ອນຄົ້ນ ຄວ້າກໍານົດທາງເລືອກໃນການລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນຈາກ ສສ ຫວຽດນາມ ມາ ສປປ ລາວ ແລ້ວ ລາຍງານລັດຖະບານໃນເດືອນ ສິງຫາ 2026; ສືບຕໍ່ຊຸກຍູ້ການ ປະຕິບັດນະໂຍບາຍສົ່ງເສີມການນໍາ ໃຊ້ລົດໄຟຟ້າ ແລະ ພະລັງງານທົດ ແທນໃຫ້ແຂງແຮງ ເພື່ອຫລຸດຜ່ອນ ການນຳໃຊ້ນ້ໍາມັນເຊ້ືອໄຟ; ເອົາໃຈ ໃສ່ຕິດຕາມກວດກາຄວາມປອດໄພ ຂອງເຂື່ອນ ແລະ ບໍລິຫານຈັດການ ນໍ້າໃນເຂື່ອນ, ສ້າງແຜນຮັບມືຕ່ໍ ກັບບັນຫາໄຟຟ້າຕົກ-ໄຟຟ້າດັບທ່ີອາດຈະເກີດຂຶ້ນ; ປັບປຸງແກ້ໄຂບັນ ຫາສາຍໄຟຟ້າ, ໝໍ້ແປງ, ສາຍເຄ ເບິນທີ່ມີອາຍຸການໃຊ້ງານຫລາຍ ປີ ເພື່ອປ້ອງກັນການເກີດອັກຄີໄພ.

    ສືບຕໍ່ສຸມໃສ່ສ້ອມແປງບັນດາເສ້ັນທາງຫລວງແຫ່ງຊາດ ແລະ ເສັ້ນທາງຫລວງທ້ອງຖິ່ນທີ່ອາດໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເດັດຂາດບໍ່ໃຫ້ການ ສັນຈອນຖືກຕັດຂາດ ແລະ ກໍ່ສ້າງບັນດາເສັ້ນທາງທີ່ກຳນົດໃນແຜນ ແລ້ວໃຫ້ມີຄວາມຄືບໜ້າໄວ; ສືບຕ່ສຸມໃສ່ຊຸກຍູ້ການຜະລິດລະດູຝົນ, ຕິດຕາມເຝ້ົາລະວັງ ແລະ ແຈ້ງໃຫ້ຊາວກະສິກອນກະກຽມຮັບມືກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ, ພະຍາດພືດ-ສັດ ທີ່ອາດຈະກະທົບຕໍ່ການຜະລິດຂອງປະຊາຊົນ; ສືບຕໍ່ກະກຽມຈັດການສອບເສັງຄັດເລືອກເອົານັກສຶກສາ ເຂົ້າຮຽນໃນສົກສຶກສາ 2026- 2027 ແລະ ປຸກລະດົມ, ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ລູກຫລານສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ກະກຽມເປີດສົກຮຽນໃໝ່ໃນທຸກຊັ້ນຮຽນ, ພ້ອມທັງ ແກ້ໄຂບັນຫາການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ ໃຫ້ມີຄວາມເຂັ້ມແຂງ ເພື່ອກຽມຄວາມ ພ້ອມການເຂ້ົາຮ່ວມການແຂ່ງຂັນ ລະດັບຕ່າງໆ; ສືບຕໍ່ພັດທະນາ ສີມືແຮງງານໃຫ້ມີຄຸນນະພາບ, ສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການ, ຄຸ້ມຄອງການ ເຄ່ືອນຍ້າຍແຮງງານເຂ້ົາ-ອອກຕາມດ່ານຕ່າງໆໃນຂອບເຂດທົ່ວປະເທດ; ສືບຕ່ໍໍຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ຕິດຕາມກວດກາການຈັດຕ້ັງປະຕິບັດບັນດາໂຄງການ ລົງທຶນຂະໜາດໃຫຍ່ທ່ີໄດ້ຮັບອະ ນຸຍາດສໍາປະທານໃຫ້ດຳເນີນໄປຕາມກົດໝາຍ, ລະບຽບການ ແລະ ສັນຍາກຳນົດໄວ້; ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ການລະບາດຂອງພະຍາດຕາມລະດູການທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ, ສືບຕໍ່ປັບປຸງຍົກລະດັບຄຸນນະພາບການບໍລິການ, ການຫັນເປັນທັນສະໄໝ ແລະ ການຄຸ້ມຄອງການບໍລິການຂອງໂຮງໝໍເອກະຊົນໃຫ້ຮັດກຸມ; ສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຕິດພັນກັບຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ເຂ້ັມງວດກວ່າເກົ່າເປັນຕ້ົນບັນຫາປ້າຍໂຄສະນາ, ບັນຫາສຽງເນືອງນັນເກີນຂອບເຂດ ແລະ ປະກົດການຫຍໍ້ທໍ້ຕ່າງໆທ່ີມັກເກີດຂຶ້ນ; ໃຫ້ແຕ່ລະກະຊວງ- ອົງການທຽບເທົ່າເປັນເຈົ້າການລົງຮາກຖານຊ່ວຍແຂວງຕາມຂໍ້ຕົກລົງ ເລກທີ 27/ນຍ, ລົງວັນທີ 20 ເມສາ 2026; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ຜົນບັນດາກອງປະຊຸມ, ຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳພັກ-ລັດ, ຂອບການ ຮ່ວມມືສອງຝ່າຍ ແລະ ຫລາຍ ຝ່າຍໃຫ້ເປັນຮູບປະທຳຫລາຍຂຶ້ນ; ກະກຽມຮອບດ້ານໃຫ້ແກ່ການເຄ່ືອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ການຕ້ອນຮັບ ຄະນະຜູ້ແທນຕ່າງປະເທດຕ່າງໆ ທີ່ຈະມາຢ້ຽມຢາມ ສປປ ລາວ; ໃຫ້ບັນດາກະຊວງ-ອົງການລັດ ທຽບເທ່ົາກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນສັງລວມກ່ຽວກັບ ການຈັດຕັ້ງປະຕິບັດທິດຊີ້ນຳຂອງ ລັດຖະບານຕາມມະຕິ, ຄຳສັ່ງ, ແຈ້ງການຕ່າງໆໃນໄລຍະເດືອນ ມິຖຸນາ ຫາເດືອນກໍລະກົດ 2026 ແລ້ວລາຍງານໃຫ້ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ເພ່ືອ ສັງຮວມລາຍງານທ່ານນາຍົກ ລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳໄດ້ຮັບຊາບ ແລະ ມີທິດຊ້ີນຳ; ສຸມໃສ່ກະກຽມຮ່າງກົດໝາຍຕ່າງໆທ່ີຈະນຳເຂ້ົາພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ໃຫ້ຮັບປະກັນ ທາງດ້ານເນື້ອໃນ ແລະ ທ່ວງທັນ ເວລາ; ໃຫ້ກະຊວງກ່ຽວຂ້ອງສືບຕໍ່ກະກຽມ ແລະ ປັບປຸງເອກະສານ ທ່ີຈະລາຍງານຕ່ໍກອງປະຊຸມກົມການເມືອງສູນກາງພັກ ໃນຕ້ົນເດືອນສິງຫາ 2026 ນີ້.

     ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມປະຈຳ ເດືອນສິງຫາ 2026 ທີ່ກອງປະຊຸມ ໄດ້ເອກະພາບກັນໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕ້ັງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ

KPL

ຂ່າວອື່ນໆ

ads
ads

Top