7331

ຂປລ. ກະຊວງເຕັກໂນໂລຊີແລະ ການສື່ສານ ຈັດຝຶກອົບຮົມສ້າງ ຄວາມເຂັ້ມແຂງກ່ຽວກັບຄວາມ ປອດໄພທາງດ້ານໄຊເບີ ສໍາລັບຜູ້ ວາງນະໂຍບາຍ ແລະ ພະນັກງານ ລັດຖະກອນ ແລະ ການເພີີ່ມຂີດ ຄວາມສາມາດໃຫ້ແກ່ຜູ້ປະກອບ ການເພດຍິງ ໂດຍຜ່ານການຫັນເປັນ ດີຈິຕອນ ໃນວັນທີ 28-31 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບາ ໂຄເດຍ ເບີຄະນ໋ອບ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ພ້ອມດ້ວຍສຳມະນາ ກອນຈາກບັນດາກະຊວງ, ສະຖາ ບັນການສຶກສາ, ຜູ້ປະກອບທຸລະກິດ ເຂົ້າຮ່ວມ. ການຈັດຝຶກອົບຮົມໃນ 2 ຫົວຂໍ້ ດັ່ງກ່າວ, ແມ່ນສອດຄ່ອງໂດຍກົງ ກັບວິໄສທັດແຫ່ງຊາດ ວ່າດ້ວຍ ການພັດທະນາເສດຖະກິດດີຈິຕອນ ໄລຍະ 20 ປີ (2021-2040); ຍຸດທະສາດແຫ່ງຊາດ ວ່າດ້ວຍ ການພັດທະນາເສດຖະກິດດີຈິຕອນ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈິ ຕອນ 5 ປີ (2021-2025) ຊຶ່ງໄດ້ ຂປລ. ໃນວັນທີ 29 ກໍລະກົດ 2027 ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຢາຣອນ ເມເຢີ (Yaron Mayer) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອິດ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນພະຫັດ 30.07.2026 ປີທີ 25 ສະບັບທີ 6.487ັັີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK dq ,37ltok 7vlr 9a f/b dvq [Iq , gruj ,ma dlt7;k,I6h rN o4kodkozt]y flk]t7tfu Iv'xtmkoxtgmf 8h voIa [m6 f vy fltikcvo g0Q k1h P,ve]k ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຈັດກິດຈະກຳ ປູກຕົ້ນໄມ້ສອງແຜ່ນດິນ ເພື່ອສະ ເຫລີມພະກຽດພະບາດສົມເດັດພະ ເຈົ້າຢູ່ຫົວ ພາຍໃຕ້ໂຄງການເສີມ ສ້າງຄວາມສໍາພັນ ແລະ ຄວາມ ເຂົ້າໃຈອັນດີກັບປະເທດເພື່ອນບ້ານ ໃນລະດັບພື້ນທີ່ ປະຈໍາປີ 2026 ຢູ່ ບໍລິເວນຊາຍແດນບ້ານຫ້ວຍໂກ໋ນ ເມືອງສະເຫລີມພະກຽດແຂວງ ນ່ານ ຮ່ວມກັບຜູ້ແທນຈາກລາຊະ ອານາຈັກໄທ ແລະ ສປປ ລາວ. ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ຮ່ວມມອບເບ້ຍໄມ້ ຈໍານວນ 1.000 ເບ້ຍ ເພື່ອສະໜັບສະໜູນ ກິດຈະກໍາປູກຕົ້ນໄມ້ສອງແຜ່ນດິນ ໃນຄັ້ງນີ້, ການມອບເບ້ຍໄມ້ດັ່ງກ່າວ ສະແດງເຖິງຄວາມຕັ້ງໃຈຂອງອົງ ກອນໃນການມີສ່ວນຮ່ວມອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້ທີ່ ບໍລິເວນພື້ນທີ່ຊາຍແດນ ໄທ-ລາວ  ອ່ານຕໍ່ໜ້າ 4່ າໍ່ ໜ້າ w22h ksq 'lk 9a fdy f9tdex6 d8Q ow,h vto5 ]a d-a [rtpkdvome,t-kf  ອ່ານຕໍ່ໜ້າ 4່ າໍ່ ໜ້າ -k;r5 fIj ;,.lj [kf[5 og0Q kra olk xt9exu 2026  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ສະຫາຍ ວັນໄຊ ພອງສະຫວັນ dkolqj 'vvdly o7h kdtly de.ogfn vo,y 45 ok 16j fj kolkdq or6 gdn v[a o]5 23 ]h kod;j k3f]kltst]a f ຂປລ. ກົມໂຄສະນາຄະນະໂຄ ສະນາອົບຮົມສູນກາງພັກ(ຄອສພ) ເປີດຝຶກອົບຮົມກ່ຽວກັບຄວາມຮູ້ ຟື້ນຖານການຜະລິດສາລະຄະດີ (ການຂຽນບົດ, ການຖ່າຍທໍາ ແລະ ຕັດຕໍ່) ໃນວັນທີ 28-31 ກໍລະກົດ 2026 ທີ່ຫ້ອງປະຊຸມ ຄອສພ ໂດຍ ທ່ານ ບົວໄລ ພານຸວົງ ຄະນະພັກ, ຫົວໜ້າກົມໂຄສະນາ ຄອສພ, ມີ ຫົວໜ້າກົມ-ຮອງກົມອ້ອມຂ້າງ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ສູນສະຖິຕິແຫ່ງຊາດ ກະ ຊວງການເງິນ ຮ່ວມກັບກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຈັດສໍາ ມະນາພາຍໃຕ້ຫົວຂໍ້: “ການຍົກສູງ ຂີດຄວາມສາມາດໃນການປະເມີນ ແລະ ວັດແທກຄວາມທຸກຍາກ ເພື່ອ ປັບປຸງນະໂຍບາຍ” ຈັດຂຶ້ນໃນວັນທີ 27 ກໍລະກົດ 2026 ຜ່ານມາ ໂດຍ ການເປັນປະທານຮ່ວມຂອງທ່ານ ນາງ ເພັດສະໝອນ ສອນ ຮອງລັດ ຖະມົນຕີກະຊວງການເງິນ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີນັກເສດຖະສາດ ອາວຸໂສຈາກທະນາຄານໂລກ, ຄະ ນະສູນສະຖິຕິແຫ່ງຊາດ, ຄະນະກົມ, ຄະນະພະແນກ ແລະ ຜູ້ຕາງໜ້າຈາກ ພະແນກການເງິນ, ພະແນກກະສິກຳ ແລະ ສິ່ງແວດລ້ອມ 18 ແຂວງທົ່ວ ປະເທດ ເຂົ້າຮ່ວມ. ການຈັດສໍາມະນາໃນຄັ້ງນີ້, ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ກ່ຽວກັບວິທີການ ແລະ ເຄື່ອງມືໃນ ການວັດແທກຄວາມທຸກຍາກໃນ ສປປ ລາວ ທີ່ຮັບໃຊ້ເຂົ້າໃນການ ວັດແທກແຜນພັດທະນາເສດຖະ ກິດ-ສັງຄົມ, ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG 1) ຕອບສະໜອງຕົວຊີ້ບອກໃຫ້ແກ່ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຊຶ່ງ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ ຈາກຊ່ຽວຊານຂອງທະນາຄານ ໂລກກ່ຽວກັບແນວທາງສາກົນ ແລະ  ອ່ານຕໍ່ໜ້າ 2່ າໍ່ ໜ້າ lh k'7;k,g0A ,c0'fh ko7;k,xvfwrmk'w-g[u le]a [z6h ;k'ot3p[kp c]t rtoa d'ko]a f4tdvo ທ່ານ ບົວໄລ ພານຸວົງ ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ປະທານຄະນະກວດ ສະຣາແອນ ປະຈຳ ສປປ ລາວ ໃນ ໂອກາດສໍາເລັດໃນການປະຕິບັດໜ້າ ທີ່ການທູດຢູ່ ສປປ ລາວ. ໂອກາດນີ້, ທ່ານນາງວຽງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນ ຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນ ສຳເລັດໃນການປະຕິບັດໜ້າທີ່ທາງ ການທູດໃນໄລຍະຜ່ານມາ ຊຶ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນ ການເພີ່ມທະວີສ້າງສາຍພົວພັນມິດ ຕະພາບລະຫວ່າງ ລາວ-ອິດສະຣາ ແອນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນຕອນທ້າຍ, ທ່ານຮອງປະທານ ປະເທດ ໄດ້ຍັງໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດເດີນ ທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ ແລະ ປະສົບຜົນ ກາສູນກາງພັກ, ປະທານອົງການ ກວດກາແຫ່ງລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກ ແຫລ່ງຂອງເມືອງ ໂດຍສະຫາຍໄດ້ ເນັ້ນໃຫ້ຄະນະພັກ, ຄະນະນຳຂອງ ເມືອງເອົາໃຈໃສ່ໃນການເຄື່ອນໄຫວ ວຽກງານໃນແຕ່ລະຂະແໜງການ ໃຫ້ຫັນເປັນແຜນງານລະອຽດໃນ ການເຄື່ອນໄຫວວຽກງານຂອງ ເມືອງ ພ້ອມຕິດຕາມ, ກວດກາໃນ ແຕ່ລະໄລຍະ ເພື່ອເຮັດໃຫ້ການ ເຄື່ອນໄຫວໄປຕາມແຜນການທີ່ ວາງໄວ້, ໃຫ້ມີການປຶກສາຫາລືກັນ ໃນແຕ່ລະຂະແໜງການ, ຈັດສັນທີ່ ດິນໃຫ້ປະຊາຊົນມີພື້ນທີ່ຜະລິດໃຫ້  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຫະລັດອາເມລິກາ ສືບຕໍ່ຮ່ວມມື ໂຄງການສົ່ງເສີມການສອນພາສາ ອັງກິດ ໄລຍະ 2 ປີ ຢູ່ ສປປ ລາວ lld{ltst]a fvkg,]y dk ln [8Ij ;,,n 37'dkolqj 'glu ,dkolvorklkva 'dy f w]pt 2 xu + xtmko7totd;fdkl6 odk'ra d .sh my f-U oe s]kp[a oskle7a o87totra d{7totoeg,n v'lera o + pq dl6 '0u f7;k,lk,kf.odkoxtg,u o c]t ;a fcmd7;k,m5 dpkdgrnj vxa [x5 'ot3p[kp ພາບປະກອບ  ອ່ານຕໍ່ໜ້າ 4່ າໍ່ ໜ້າ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 30/07/2026 xtgmf]k; ປະທານຄະນະກວດກາ... ຮອງປະທານປະເທດ... ຊາວພຸດຮ່ວມໃສ່ບາດ...ຸ່່ ຍົກສູງຂີດຄວາມສາມາດ...ົູີ ສສກ-ສະຫະລັດອາເມລິກາ...ັິ ສ້າງຄວາມເຂັ້ມແຂງ...້ັ້ ຂປລ. ໃນວັນທີ 29 ກໍລະກົດ 2026 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 8 ພສ 2569, ເປັນມື້ບຸນເຂົ້າພັນສາ ພຸດທະສາສະນິກະຊົນລາວບັນດາ ເຜົ່າໄດ້ພ້ອມພຽງກັນໃສ່ບາດຖວາຍ ສັງຄະທານແດ່ພະສົງສາມະເນນ ຢູ່ຕາມວັດວາອາຮາມຕ່າງໆໃນ ຂອບເຂດທົ່ວປະເທດຕາມຮີດຄອງ ປະເພນີທີ່ສືບທອດກັນມາ. ສະເພາະ ຢູ່ນະຄອນຫລວງວຽງຈັນ ພຸດທະ ສາສະນິກະຊົນກໍໄດ້ຮ່ວມກັນໃສ່ ບາດ ຢູ່ຕາມວັດແຫ່ງຕ່າງໆຢ່າງຄຶກ ຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເຄີຍສືບ ທອດກັນມາແຕ່ບູຮານນະການ. ກ່ອນຈະມີການໃສ່ບາດຖວາຍ ສັງຄະທານກໍໄດ້ມີພິທີກຳທາງສາ ສະໜາເປັນຕົ້ນສູດມົນ, ຟັງທຳມະ ເທສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈບຸນນຳເອົາ ກຳນົດທິດທາງການພັດທະນາ ລັດຖະບານດີຈິຕອນ, ເສດຖະກິດ ດີຈິຕອນ ແລະ ສັງຄົມດີຈິຕອນ ແລະ ວາງພື້ນຖານສຳຄັນໃຫ້ແກ່ ການສ້າງໂຄງລ່າງ, ທັກສະ, ການ ບໍລິການ ແລະ ກົນໄກຄຸ້ມຄອງດີຈິ ຕອນຂອງປະເທດ. ສຳລັບຫົວຂໍ້ ຄວາມປອດໄພທາງດ້ານໄຊເບີ ສໍາ ລັບຜູ້ວາງນະໂຍບາຍ ແລະ ພະນັກ ງານລັດຖະກອນເນັ້ນໃສ່ການຄຸ້ມ ຄອງ, ການວາງນະໂຍບາຍ, ການ ປ້ອງກັນໄພຂົ່ມຂູ່ທາງໄຊເບີ ແລະ ການລະເມີດຂໍ້ມູນທີ່ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ, ເສດຖະກິດ ແລະ ຄວາມເປັນສ່ວນຕົວຂອງປະຊາຊົນ. ສ່ວນຫົວຂໍ້ການເພີ່ມຂີດຄວາມ ສາມາດໃຫ້ແກ່ຜູ້ປະກອບການເພດ ຍິງ ໂດຍຜ່ານການຫັນເປັນດີຈິຕອນ ແມ່ນສົ່ງເສີມຜູ້ປະກອບການແມ່ຍິງ (ໂດຍສະເພາະ MSMEs) ໃນ ການນຳໃຊ້ເຄື່ອງມືດີຈິຕອນ ເພື່ອ ຂະຫຍາຍຕະຫລາດ, ສ້າງຕົວຕົນ ອອນລາຍ, ບໍລິຫານຕົ້ນທຶນ ແລະ ເພີ່ມຂີດຄວາມສາມາດໃນການ ແຂ່ງຂັນ. ການຈັດຝຶກອົບຮົມໃນຄັ້ງນີ້, ບໍ່ ພຽງແຕ່ສະທ້ອນເຖິງການປະສານ ງານທີ່ດີລະຫວ່າງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີກະຊວງເຕັກ ໂນໂລຊີ ແລະ ການສື່ສານ ຮ່ວມກັບ ສູນຝຶກອົບຮົມເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ເພື່ອການພັດທະນາ ອາຊີ ແລະ ປາຊີຟິກ (APCICT) ເທົ່ານັ້ນ, ແຕ່ຍັງສະທ້ອນເຖິງວິໄສທັດ ຮ່ວມກັນໃນການສ້າງສັງຄົມ ແລະ ເສດຖະກິດດີຈິຕອນທີ່ທົ່ວເຖິງ, ປອດ ໄພ ແລະ ຍືນຍົງ. ຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ ບົດຮຽນຈາກປະເທດຕ່າງໆ, ພ້ອມ ກັນນັ້ນ ຈະມີການນໍາສະເໜີຜົນ ການວັດແທກຄວາມທຸກຍາກຈາກ ການສໍາຫລວດການໃຊ້ຈ່າຍ ແລະ ການຊົມໃຊ້ຂອງຄົວເຮືອນ ຫລື LECS7, ການປະເມີນຄອບຄົວ ແລະ ບ້ານທຸກຍາກຕາມດຳລັດ ເລກທີ 348/ລບ ວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານ ພັດທະນາ. ພ້ອມນີ້, ຍັງໄດ້ມີການ ສົນທະນາແບບແລກປ່ຽນທັດສະນະ ແລະ ບົດຮຽນລະຫວ່າງພາກສ່ວນ ສະຖິຕິ, ຂະແໜງກະສິກຳ, ມະຫາ ວິທະຍາໄລ ແລະ ທະນາຄານໂລກ ຕື່ມອີກ. ໂ ອ ກ າ ດ ນີ້, ທ່າ ນ ນ າ ງ ເພັດສະໝອນ ສອນ ໄດ້ເນັ້ນວ່າ: ຂໍ້ມູນສະຖິຕິທີ່ຖືກຕ້ອງ ແລະ ໜ້າ ເຊື່ອຖືເປັນເຄື່ອງມືສຳຄັນທີ່ຊ່ວຍ ໃຫ້ລັດຖະບານເຂົ້າໃຈເຖິງສາເຫດ ແລະ ສະຖານທີ່ຂອງຄວາມທຸກຍາກ ເພື່ອອອກແບບນະໂຍບາຍໃຫ້ ເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງແທ້ ຈິງຕາມເປົ້າໝາຍພັດທະນາແບບ ຍືນຍົງ. ຂໍ້ມູນ-ພາບ: ກະຊວງການເງິນ ສຳເລັດໃນໜ້າທີ່ວຽກງານໃໝ່ ທີ່ ທ່ານທູດຈະໄດ້ຮັບຜິດຊອບໃນອະ ນາຄົດ ແລະ ສະແດງຄວາມຫວັງ ວ່າທ່ານທູດຈະສືບຕໍ່ປະກອບສ່ວນ ເຂົ້າໃນການສົ່ງເສີມການພົວພັນ ຮ່ວມມືລະຫວ່າງສອງປະເທດ ໂດຍ ສະເພາະການຊຸກຍູ້ທ່ານທູດຜູ້ໃໝ່ ທີ່ ຈະມາຮັບໜ້າທີ່ມີຂໍ້ມູນເປັນພື້ນຖານ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ສືບຕໍ່ຈັດຕັ້ງປະຕິ ບັດບັນດາໂຄງການຮ່ວມມືໃຫ້ມີ ຄວາມຄືບໜ້າເລື້ອຍໆ. ໃນໂອກາດດຽວກັນນີ້, ທ່ານ ຢາຣອນ ເມເຢີ ກໍໄດ້ສະແດງຄວາມ ຂອບໃຈມາຍັງລັດຖະບານ ແລະ ປະ ຊາຊົນລາວທີ່ໄດ້ໃຫ້ການຊ່ວຍເຫລືອ ສະໜັບສະໜູນ ແລະ ອໍານວຍຄວາມ ສະດວກເຮັດໃຫ້ການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ປະສົບຜົນ ສໍາເລັດ, ພ້ອມທັງສະແດງຄວາມ ໝາຍໝັ້ນທີ່ຈະສືບຕໍ່ປະກອບສ່ວນ ໃນການຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງອິດສະຣາແອນ ແລະ ສປປ ລາວ ໃຫ້ນັບມື້ນັບຈະເລີນ ງອກງາມຍິ່ງໆຂຶ້ນ. ຂ່າວ: ກິດຕາ; ພາບ: ສຳນານ xtmko7totd;fdkl6 odk'ra d g7nj vows;;Pd'ko16j g,n v'pvfv6 ສະຫາຍ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ( ຜູ້ທີ 5 ນັບຈາກຊ້າຍຫາຂວາ ) ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການ ກົມການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະ ທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງສູນກາງ ພ້ອມຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ເມືອງຍອດອູ. ໂອກາດນີ້, ສະຫາຍ ສົມຫວັງ ສຸມວິໄລ ເລຂາພັກເມືອງຍອດອູ ໄດ້ລາຍງານສະພາບລວມຂອງ ເມືອງໃນການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ ໂດຍຄະນະ ບໍລິຫານງານພັກເມືອງ ໄດ້ແບ່ງ ຄວາມຮັບຜິດຊອບພາຍໃນ, ກຳນົດ ແຜນດຳເນີນງານ ແລະ ລະບອບ ແບບແຜນວິທີເຮັດວຽກຢ່າງລະ ອຽດຈະແຈ້ງ ໂດຍໄດ້ກຳນົດ ແລະ ສຸມໃສຈັດຕັ້ງປະຕິບັດ 9 ບັນຫາ, 5 ທ່າແຮງ, 7 ແລວພັດທະນາ, 4 ທາງອອກ ແລະ 10 ແຜນງານ 36 ໂຄງການຕິດພັນກັບການຫັນລົງ ກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດ, ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ແລະ ຕິດພັນ ກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍສຸມໃສ 18 ບ້ານເປົ້າ ໝາຍຂອງເມືອງ. ໃນ 6 ເດືອນ ຕົ້ນປີ 2026 ເສດຖະກິດຍັງສືບຕໍ່ ຂະຫຍາຍຕົວໃນທາງທີ່ດີສະແດງ ອອກລວມຍອດມູນຄ່າຜົນຜະລິດ ພາຍໃນເມືອງສາມາດບັນລຸໄດ້ 707,88 ຕື້ກີບ, ທຽບໃສ່ແຜນການ ປະຕິບັດໄດ້ 73,09%, ລາຍຮັບ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 20,47 ລ້ານກີບ, ສາມາດປະຕິບັດລາຍຮັບ ໄດ້ທັງໝົດ 5.926,19 ລ້ານກີບ. ໃນນີ້, ລາຍຮັບທ້ອງຖິ່ນປະຕິບັດໄດ້ 3.176,76 ລ້ານກີບ ທຽບໃສ່ໄລຍະ ດຽວປີຜ່ານມາເທົ່າກັບ 143,27%, ທຽບໃສ່ແຜນການປີປະຕິບັດໄດ້ 62,52% (ແຜນການ 5.081,06 ລ້ານກີບ) ແລະ ລາຍຮັບດຸ່ນດ່ຽງ ຈາກແຂວງ 2.749,42 ລ້ານກີບ, ສາມາດຈັດຕັ້ງປະຕິບັດໂຄງການ ລົງທຶນເອກະຊົນພາຍໃນ ແລະ ຕ່າງ ປະເທດໄດ້ທັງໝົດ 38 ໂຄງການ, ມູນຄ່າການລົງທຶນລວມ 3.190,98 ຕື້ກີບ, ໄດ້ລົງທຶນເຂົ້າແຕ່ລະຂະ ແໜງການລາຍລະອຽດຄື: ຂະ ແໜງກະສິກຳ ແລະ ປ່າໄມ້ ມີ 27 ໂຄງການ, ມູນຄ່າການລົງທຶນ 63,34 ຕື້ກີບ, ຂະແໜງອຸດສາຫະ ກຳ ແລະ ການຄ້າ ມີ 11 ໂຄງການ, ມູນຄ່າການລົງທຶນ 3.127,64 ຕື້ ກີບ, ທົ່ວເມືອງຈຳນວນບ້ານທີ່ມີ ເສັ້ນທາງເຂົ້າເຖີງມີ 73 ບ້ານ ກວມ ເອົາ 100%, ທາງທຽວໄດ້ 2 ລະດູ ມີ 50 ບ້ານ ກວມເອົາ 68,49% ຂອງບ້ານທົ່ວເມືອງ, ທາງທ່ຽວໄດ້ ລະດູດຽວມີ 23 ບ້ານ ກວມເອົາ 32% ຂອງບ້ານທົ່ວເມືອງ, ວຽກ ງານນໍ້າປະປາຈໍານວນບ້ານທີ່ຊົມ ໃຊ້ນໍ້າປະປາມີ 7 ບ້ານ. ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະນຳຂອງ ເມືອງ ທີ່ໄດ້ມີຜົນສຳເລັດຫລາຍ ດ້ານ, ພ້ອມເນັ້ນໃຫ້ຄະນະພັກ, ຄະ ນະນຳຂອງເມືອງເອົາໃຈໃສ່ຫລາຍ ດ້ານເປັນຕົ້ນພ້ອມກັນເອົາໃຈໃສ່ໃນ ການນຳພາ-ຊີ້ນຳການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຕິດພັນກັບຄາດໝາຍສູ້ ຊົນຂອງແຂວງ-ຂອງເມືອງ, ເພີ່ມ ທະວີໃນການສ້າງການຫັນປ່ຽນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງດີ ຂຶ້ນກວ່າເກົ່າ; ເພີ່ມທະວີໃນການ ເຄື່ອນໄຫວວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ພາຍໃນ ເມືອງ, ແກ້ໄຂບັນຫາປະກົດການຫຍໍ້ ທໍ້ໂດຍສະເພາະບັນຫາຢາເສບຕິດ; ສືບຕໍ່ເອົາໃຈໃສ່ໃນການພັດທະນາ ເສດຖະກິດ, ສົ່ງເສີມເສດຖະກິດ ພູມປັນຍາຂອງປະຊາຊົນ, ສົ່ງເສີມ ໃຫ້ປະປະຊາຊົນມີວຽກເຮັດງານ ທຳເພື່ອສ້າງລາຍຮັບເປັນຕົ້ນແມ່ນ ການປູກ, ການລ້ຽງ, ດຶງດູດການ ລົງທຶນຂອງພາຍໃນ, ຕ່າງປະເທດ, ສ້າງຖານລາຍຮັບໃໝ່ດ້ວຍການ ສົ່ງເສີມການລົງທຶນ, ເອົາໃສ່ໃສ່ ຊຸກຍູ້ສົ່ງເສີມໃຫ້ລູກຫລານໄດ້ຮັບ ການສຶກສາເພາະການສຶກສາກໍ ເປັນໜຶ່ງໃນເງື່ອນໄຂແກ້ໄຂຄວາມ ທຸກຍາກ; ຊຸກຍູ້ສົ່ງເສີມແຮງງານ ດິບໃຫ້ກາຍເປັນແຮງງານທີ່ມີ ຄວາມຮູ້ຄວາມສາມາດ; ການກໍ່ ສ້າງພັກ-ພະນັກງານກໍຕ້ອງໄດ້ ເອົາໃຈໃສ່ສ້າງພະນັກງານໃຫ້ມີ ຄຸນສົມບັດສິນທຳປະຕິວັດ, ມີຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສັບຊ້ອນໜ້າທີ່ວຽກງານໃຫ້ສອດ ຄ່ອງຕາມຄວາມຮູ້ຄວາມສາມາດ, ສຳລັບວຽກງານກວດກາຄະນະ ພັກ, ຄະນະນໍາຕ້ອງເຂົ້າໃຈຢ່າງ ເລິກເຊິ່ງຕໍ່ວຽກງານກວດກາ, ເພາະວຽກງານກວດກາແມ່ນໜຶ່ງ ໃນວຽກງານການນຳພາຂອງພັກ ເປັນກົນໄກການບໍລິຫານໜຶ່ງຂອງ ການນຳພາຄຸ້ມຄອງບໍລະຫານລັດ, ແຜນການກວດກາຕ້ອງເປັນແຜນ ຂອງຄະນະປະຈຳພັກເມືອງບໍ່ແມ່ນ ຂອງຄະນະກວດກາ, ຄະນະກວດ ກາແມ່ນເຮັດໜ້າທີ່ຕິດຕາມ, ກວດ ກາຕາມແຜນຂອງຄະນະປະຈໍາພັກ ເມືອງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ຜູ້ເຮັດວຽກງານກວດ ກາຕ້ອງມີສາຍຕາແຫລມຄົມ, ຫູໄວ, ໃຈສັດຊື່, ມືສະອາດ. ໃນວັນດຽວກັນນີ້,ສະຫາຍວັນໄຊ ພອງສະຫວັນ ກໍໄດ້ມອບເງິນ 50 ລ້ານກີບ, ຄອມພິວເຕີ ແລະ ປີ່ນເຕີ 6 ຊຸດ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນ ວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມຫ້ອງການຕາແສງບຸນ ໃຕ້ ຕື່ມອີກ. ເພື່ອຍົກລະດັບຄວາມສາມາດໃນ ການສິດສອນພາສາອັງກິດໃຫ້ແກ່ ຄູ-ອາຈານໃນລາວ, ການປັບປຸງ ຫລັກສູດ ແລະ ສື່ການຮຽນ-ການ ສອນ, ພ້ອມທັງສົ່ງເສີມການແລກ ປ່ຽນວັດທະນະທໍາລະຫວ່າງສອງ ປະເທດ ຕື່ມອີກ. ໃນວັນທີ 29 ກໍລະກົດ 2026 ທີ່ ສໍານັກກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເຊັນບົດບັນທຶກຄວາມ ເຂົ້າໃຈ ຫລື MOU ວ່າດ້ວຍການ ຮ່ວມມືໃນໂຄງການຜູ້ຊ່ວຍຄູສອນ ພາສາອັງກິດ ແລະ ຜູ້ຊ່ຽວຊານ ທາງດ້ານພາສາອັງກິດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຖານ ເອກອັກຄະລັດຖະທູດສະຫະລັດ ອາເມລິກາ ປະຈຳ ສປປ ລາວ ໂດຍການຮ່ວມລົງນາມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມ ຮ່ວມມືກັບຕ່າງປະເທດ, ກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ມິເຊວ ວາຍ ເອົາລໍ (Michelle Y Outlaw) ອຸປະທູດ ຮັກສາການຊົ່ວຄາວສະຖານເອກ ອັກຄະລັດຖະທູດສະຫະລັດອາເມ ລິກາ ປະຈຳ ສປປ ລາວ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຮອງຫົວໜ້າ ຫ້ອງການ, ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂຄງການດັ່ງກ່າວ, ໄດ້ຮັບການ ສະໜັບສະໜູນທຶນທັງໝົດຈາກ ກະຊວງການຕ່າງປະເທດ ສະຫະ ລັດອາເມລິກາ ໂດຍມີເປົ້າໝາຍ ເພື່ອຍົກລະດັບຄວາມສາມາດໃນ ການສິດສອນພາສາອັງກິດໃຫ້ ແກ່ຄູ-ອາຈານລາວ, ການປັບປຸງ ຫລັກສູດ ແລະ ສື່ການຮຽນ-ການ ສອນ, ພ້ອມທັງສົ່ງເສີມການແລກ ປ່ຽນວັດທະນະທຳລະຫວ່າງສອງ ປະເທດ, ພາຍໃຕ້ MOU ສະບັບ ນີ້, ຝ່າຍອາເມລິກາ ຈະສົ່ງຜູ້ຊ່ວຍ ຄູສອນພາສາອັງກິດ 12 ທ່ານ ແລະ ຜູ້ຊ່ຽວຊານພາສາອັງກິດ 5 ທ່ານ ເຂົ້າມາປະຈໍາການຢູ່ຕາມ ມະຫາວິທະຍາໄລ, ວິທະຍາໄລຄູ, ວິທະຍາໄລເຕັກນິກ-ວິຊາຊີບ ແລະ ໂຮງຮຽນມັດທະຍົມຢູ່ໃນຫລາຍ ແຂວງທົ່ວປະເທດ ສປປ ລາວ ເປັນ ໄລຍະເວລາ 2 ປີ ນັບແຕ່ມື້ລົງລາຍ ເຊັນເປັນຕົ້ນໄປ. ຂ່າວ-ພາບ: ບົວລະພາ ຫລາຍຂຶ້ນ, ຕິດພັນກັບການປຸງແຕ່ງ ເພື່ອສະໜອງພາຍໃນເມືອງໃຫ້ກຸ້ມຢູ່ ກຸ້ມກິນ, ເອົາໃຈໃສ່ໃນການປົກປັກ ຮັກສາທຳມະຊາດ, ສິ່ງແວດລ້ອມ, ດຶງດູດການລົງທຶນດ້ວຍທ່າແຮງ ຂອງເມືອງທີ່ມີ; ສົ່ງເສີມລູກຫລານ ໃຫ້ໄດ້ຮຽນໜັງສື ເພື່ອເປັນກໍາລັງ ແຮງໃນການແກ້ໄຂຄວາມທຸກຍາກ, ຄູ-ອາຈານກໍຕ້ອງໄດ້ເອົາໃຈໃສ່ໃນ ການສິດສອນ. ສຳລັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເປັນວຽກ ຍຸດທະສາດທີ່ສຳຄັນທີ່ຈະຕ້ອງໄດ້ ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ໂດຍສະເພາະບັນຫາປະກົດການ ຫຍໍ້ທໍ້, ບັນຫາຢາເສບຕິດ, ມີສະຕິຕໍ່ ກົນອຸບາຍຕ່າງໆຂອງອິດທິກຳລັງ ປໍລະປັກ; ວຽກງານກໍ່ສ້າງພັກພະນັກງານ ຕ້ອງຍົກສູງຄຸນນະ ພາບຂອງການຈັດຕັ້ງພັກ, ການ ຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງ ຂອງພັກ, ການຂະຫຍາຍພັກ, ຍົກ ລະດັບຄວາມຮູ້ຄວາມສາມາດຂອງ ສະມາຊິກພັກ-ພະນັກງານ, ການ ເຄື່ອນໄຫວວຽກງານລວມແມ່ນ ຍຶດຖືຜົນປະໂຫຍດສ່ວນລວມເປັນ ຫລັກ, ຕັ້ງໜ້າຈັດຕັ້ງປະຕິບັດ ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີ ປະສິດທິພາບ, ປະສິດທິຜົນ ແລະ ໃຫ້ມີຜົນສຳເລັດ; ວຽກງານກວດ ກາພັກ, ກວດກາລັດ, ວຽກງານ ຕ້ານ ແລະ ສະກັດກັ້ນການສໍ້ລາດ ບັງຫລວງ ແມ່ນເປັນເຄື່ອງມືໜຶ່ງ ໃນການນໍາພາຂອງພັກ ບໍລິຫານລັດ ດ້ວຍການຕິດຕາມ, ກວດກາປະເມີນ ຜົນໃນແຕ່ລະໄລຍະ ເພື່ອຊອກໃຫ້ ເຫັນດ້ານດີ, ດ້ານຄົງຄ້າງໃນການ ເຄື່ອນໄຫວວຽກງານຕ່າງໆ, ກວດ ກາການຜັນຂະຫຍາຍມະຕິ, ຄຳສັ່ງ, ການສ້າງແຜນ, ການຈັດຕັ້ງປະຕິບັດ ແຜນ, ການປະເມີນແຜນກວດເຫັນ ອັນດີກະຕ້ອງໄດ້ຊຸກຍູ້ສົ່ງເສີມ, ໂຄ ສະນາເຜີຍແຜ່, ຖ້າມີດ້ານອ່ອນກໍ ຕ້ອງໄດ້ປັບປຸງປ່ຽນແປງ, ບັນດາ ສະຫາຍຄະນະພັກ, ຄະນະນຳຂອງ ເມືອງຕ້ອງມີຄວາມສາມັກຄີພາຍ ໃນເປັນປຶກແຜ່ນ, ເປັນກຳລັງແຮງ, ເປັນຫົວຈັກຫລັກແຫລ່ງໃນການ ຂັບເຄື່ອນວຽກງານຕ່າງໆໃນທົ່ວ ເມືອງ, ໃຫ້ນຳພາ-ຊີ້ນຳ, ບັນຊາ ແຕ່ລະຂະແໜງການຢ່າງແທດເຖິງ ຕົວຈິງ. ສະຫາຍ ທອງຕື ເກຍສະບົງ ກຳມະການພັກແຂວງ, ເລຂາພັກ ເມືອງສໍາພັນ ໄດ້ຮັບຟັງການລາຍ ງານສະພາບລວມຂອງເມືອງ ໃນ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ວ່າ: ລວມຍອດ ມູນຄ່າຜະລິດຕະພັນພາຍໃນເມືອງ 6 ເດືອນຕົ້ນປີ 2026 ຂະຫຍາຍ ຕົວເພີ່ມຂຶ້ນ 3,43% ( ແຜນການ ປີ 5,55%); ສາມາດສ້າງມູນ ຄ່າເພີ່ມໃນປັດຈຸບັນໄດ້ 177,22 ຕື້ກີບ ເທົ່າກັບ 57,64% ຂອງ ແຜນການປີ, ສະເລ່ຍຕໍໍ່ຫົວຄົນ ໄດ້ ປະມານ 6.320.000 ກີບ ຫລື ເທົ່າກັບ 301,15 ໂດລາສະຫະລັດ, ທົ່ວເມືອງມີບ້ານພົ້ນທຸກ 9 ບ້ານ ເທົ່າກັບ 14,52%, ຄອບຄົວພົ້ນທຸກ 898 ຄອບຄົວ ກວມ 19,46%, ພົນລະເມືອງທຸກຍາກຍັງກວມ ເອົາ 83,47% ຂອງຈໍານວນ ພົນລະເມືອງໃນທົ່ວເມືອງ, ມີບ້ານ ພັດທະນາ 2 ບ້ານ, ປະກາດບ້ານ ໃຫຍ່ເປັນຕົວເມືອງໃນຊົນນະບົດ 1 ບ້ານ. ໂອກາດເຄື່ອນໄຫວວຽກງານ ຄັ້ງນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ 6 ຊຸດ ແລະ ກຸ່ມນັກທຸລະກິດໜຸ່ມ ກໍໄດ້ປະກອບ ສ່ວນມອບເງິນ100.000.000ກີບ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນ ວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມເທສະບານເມືອງ ຕື່ມອີກ. ນ້ຳຫວານ, ນ້ຳດື່ມ ແລະ ອາຫານ ປະເພດຕ່າງໆມາຕັ້ງເປັນໂຮງທານ ເພື່ອໃຫ້ມວນຊົນຜູ້ມາໃສ່ບາດໄດ້ ຮັບປະທານ. ການຮ່ວມໃສ່ບາດໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມສາມັກ ຄີ, ຄວາມສັດທາ ແລະ ຄວາມຮ່ວມ ມືຂອງພຸດທະສາສະນິກະຊົນໃນ ການອະນຸລັກ ແລະ ສືບທອດປະເພນີ ອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ຄົນ ລາວຕະຫລອດໄປ. ໃນທຸກໆປີເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຫລື ວັນເພັງ 15 ຄໍ່າ ເປັນວັນເຂົ້າພັນສາທາງ ສາສະໜາພຸດ ຊຶ່ງກາຍເປັນຮີດ ຄອງປະເພນີອັນດີງາມຂອງລາວ ເຮົາທີ່ເຄີຍປະຕິບັດສືບທອດກັນມາ ແຕ່ບູຮານນະການ, ປະຊາຊົນລາວ ບັນດາເຜົ່າໄດ້ປະຕິບັດກັນມາໃນ ທຸກໆປີເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍທີ່ໄດ້ ລ່ວງລັບໄປແລ້ວ. ບຸນເຂົ້າພັນສາເປັນປະເພນີສຳ ຄັນທາງພະພຸດທະສາສະໜາ ພະສົງ ຈະເລີ່ມຈຳພັນສາເປັນເວລາ 3 ເດືອນ ເພື່ອບໍາເພັນກຸສົນຢູ່ແຕ່ໃນ ວັດ ແລະ ປົກປັກຮັກສາວັດວາອາ ຮາມ, ໄຫວ້ພະສູດມົນ, ເທສະໜາ ເຜີຍແຜ່ຫລັກຄຳສັ່ງສອນຂອງ ພະພຸດທະເຈົ້າໃຫ້ແກ່ອອກຕົນນ ຍາດໂຍມໃຫ້ຕັ້ງໜ້າຢູ່ໃນສິນໃນ ທຳ, ໝັ້ນທຳຄວາມດີ ແລະ ສ້າງຜົນ ປະໂຫຍດໃຫ້ສັງຄົມ. ຂ່າວ-ພາບ: ທະນູທອງ

30/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ: ຢ່າຕົ່ງ ໂດຍ: ທ່ານ ຟາງເວິນ, ທ່ານ ່ິ່ ສຽນໂຢວສີ ມະຫາວິທະຍາໄລຊູໂຈວ ີິູ ຄະນະລັດດິທິມມາກັ oerkdkolh k'76 j Ij ;,-k8kde ]k;{9u o mu j g0A ,c0'|P;c|h o .om5 dltrk[dko0v'p5 d.\j [q o9y f.9 4 fu ພ້ອມກັນນັ້ນ, ຍັງໄດ້ດໍາເນີນ ການແລກປ່ຽນຂໍ້ມູນຄຸນນະພາບ ນໍ້າ ການສໍາຫລວດປົກປັກຮັກສາ ພືດ ແລະ ສັດທີ່ຫາຍາກ ແລະ ການ ບູລະນະລະບົບນິເວດຂ້າມແດນຢ່າງ ເປັນປົກກະຕິ ເພື່ອສ້າງຄວາມໝັ້ນ ຄົງທາງລະບົບນິເວດຢູ່ຊາຍແດນ, ເຮັດໃຫ້ນ້ຳໃສພູຂຽວກາຍເປັນຜົນ ປະໂຫຍດທີ່ກວ້າງຂວາງທີ່ສຸດສໍາ ລັບປະຊາຊົນຂອງບ້ານໃກ້ເຮືອນ ຄຽງທີ່ດີ ແລະ ໄດ້ເພີ່ມເນື້ອໃນ ຄວາມໝາຍການພັດທະນາແບບ ຍືນຍົງໃຫ້ແກ່ປະເພນີທີ່ເປັນບ້ານ ໃກ້ເຮືອນຄຽງທີ່ດີ. ຈິດໃຈເພື່ອນ ມິດທີ່ດີມີຄວາມອົບອຸ່ນທີ່ສຸດໃນສາຍ ພົວພັນລະຫວ່າງສອງປະເທດຢ່າງ ສະເໝີຕົ້ນສະເໝີປາຍ. ປະຊາຊົນ ສອງປະເທດໄດ້ມີການພົວພັນກັນ ດ້ວຍຄວາມຈິງໃຈ, ສືບຕໍ່ເສີມ ສ້າງພື້ນຖານຄວາມຄິດເຫັນຂອງ ປະຊາຊົນ ລາວ-ຈີນ, ຊຸກຍູ້ການ ເຊື່ອມໂຍງຈິດໃຈຂອງປະຊາຊົນໃຫ້ ກວ້າງຂວາງ ແລະ ເລິກເຊິ່ງກວ່າ ເກົ່າ, ເຮັດໃຫ້ຈິດໃຈເພື່ອນມິດທີ່ດີ ເຊື່ອມໂຍງເຂົ້າກັບຊີວິດປະຈຳວັນ ແລະ ສືບຕໍ່ເພີ່ມພະລັງທາງດ້ານ ຈິດໃຈໃຫ້ແກ່ຄູ່ຮ່ວມຊາຕາກຳ ລາວ-ຈີນ. ຈິດໃຈມິດຕະພາບປະຕິ ວັດໄດ້ສ້າງຂົວເພື່ອນມິດທີ່ດີອັນເຂັ້ມ ແຂງລະຫວ່າງປະຊາຊົນທັງສອງ ຊາດ. ໃນກາງສະຕະວັດທີ 20, ທ່ານ ເມົາເຈີຕຸງ, ທ່ານ ໂຈເອີນ ລາຍ ແລະ ທ່ານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນຳອາວຸໂສທັງຫລາຍ ໄດ້ສ້າງສາຍພົວພັນມິດຕະພາບ ປະຕິວັດອັນເລິກເຊິ່ງຮ່ວມກັນ, ເປັນຮາກຖານໃຫ້ແກ່ມິດຕະພາບ ອັນຍືນຍົງລະຫວ່າງສອງປະເທດ. ປັດຈຸບັນ, ສອງຝ່າຍກໍາລັງຊຸກຍູ້ ການສ້ອມແປງ ແລະ ອະນຸລັກ ຮັກສາສະຖານທີ່ປະຫວັດສາດ ປະຕິວັດ ເຊັ່ນ: “ຖໍ້າຈີນ” ເປັນ ຕົ້ນ, ພະຍາຍາມສ້າງສະຖານທີ່ດັ່ງ ກ່າວໃຫ້ກາຍເປັນຖານການສຶກສາ ອົບຮົມສີແດງ ລາວ-ຈີນ ເພື່ອຫັນ ຄວາມຊົງຈຳທາງປະຫວັດສາດ ໃຫ້ເປັນກຳລັງແຮງທາງຈິດໃຈໃນ ການເຕົ້າໂຮມຄວາມເຫັນທີ່ເປັນ ເອກະພາບ, ຮັບປະກັນມິດຕະພາບ ປະຕິວັດບໍ່ຂາດສາຍຕະຫລອດໄປ. ການຮ່ວມມືດ້ານຊີວິດການເປັນ ຢູ່ຂອງປະຊາຊົນຖືກກັບເປົ້າໝາຍ ແລະ ດໍາເນີນການທີ່ເປັນຮູບປະ ທໍາ ເຮັດໃຫ້ການດູແລທີ່ອົບອຸ່ນ ຈາກເພື່ອນມິດທີ່ດີສາມາດສຳຜັດ 8A '|h klh k'glf4tdy fgvdt]kf gxa og9Q k8q ogv' .sh g-n j v,3p'da [rkdrN o c]t lkdq o ຂປລ. ໃນທ່າອ່ຽງການຂະ ຫຍາຍຕົວຂອງໂລກປັດຈຸບັນ, ການ ພັດທະນາເສດຖະກິດ-ສັງຄົມຂອງ ທຸກໆຊາດລ້ວນແຕ່ຕ້ອງຜະເຊີນໜ້າ ກັບທັງໂອກາດ ແລະ ສິ່ງທ້າທາຍ. ສຳລັບ ສປປ ລາວ ເຮົາ, ການ ສ້າງ “ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ” (ສອຈ) ຖື ເປັນທິດທາງຍຸດທະສາດທີ່ສຳຄັນ ຍິ່ງ ເພື່ອຮັບປະກັນຄວາມໝັ້ນຄົງ, ອະທິປະໄຕ ແລະ ຄວາມຮັ່ງມີວັດ ທະນາຂອງຊາດ ໂດຍບໍ່ແຍກອອກ ຈາກການເຊື່ອມໂຍງ- ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ. ຄວາມໝາຍ ແລະ ຄວາມສຳຄັນ ຂອງ “ເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ” ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ບໍ່ ໄດ້ໝາຍເຖິງການປິດປະຕູຢູ່ຜູ້ ດຽວ ຫລື ການເຮັດທຸກຢ່າງໂດຍ ບໍ່ເພິ່ງພາໃຜ, ແຕ່ແມ່ນການສ້າງ ຄວາມເຂັ້ມແຂງຈາກພາຍໃນ, ການ ມີພື້ນຖານເສດຖະກິດທີ່ໜັກແໜ້ນ, ຫລຸດຜ່ອນການເພິ່ງພາພາຍນອກ ໃນດ້ານທີ່ສຳຄັນ ແລະ ມີຄວາມ ສາມາດຕ້ານກັບຜົນກະທົບ ຫລື ວິກິດການທາງເສດຖະກິດຂອງ ໂລກໄດ້. ໃນນັ້ນ, ດ້ານກຳລັງຜະລິດ ແມ່ນສຸມໃສ່ການຜະລິດພາຍໃນ ໃຫ້ເຂັ້ມແຂງ, ຫັນຈາກການນຳ ເຂົ້າ ເປັນການຜະລິດເພື່ອໃຊ້ ແລະ ເພື່ອສົ່ງອອກ; ດ້ານຊັບພະຍາກອນ ແມ່ນນຳໃຊ້ຊັບພະຍາກອນທຳມະ ຊາດ, ແຮງງານ ແລະ ຄວາມຮູ້ ຄວາມສາມາດພາຍໃນຊາດຢ່າງມີ ປະສິດທິພາບ ແລະ ຍືນຍົງ; ດ້ານ ການເງິນ-ເງິນຕາ ແມ່ນສ້າງຄວາມ ເຂັ້ມແຂງໃຫ້ລະບົບການເງິນ, ຄຸ້ມຄອງອັດຕາແລກປ່ຽນ ແລະ ສົ່ງເສີມການໃຊ້ເງິນກີບ. ສຳລັບການເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ແມ່ນການເປັນ ເຈົ້າຕົນເອງ ຕ້ອງດຳເນີນໄປຄຽງຄູ່ ກັບການ “ເຊື່ອມໂຍງ”. ໃນສະພາບ ໂລກາພິວັດ, ບໍ່ມີປະເທດໃດສາມາດ ຢູ່ໂດດດ່ຽວໄດ້. ການເຊື່ອມໂຍງ ຊ່ວຍໃຫ້ເຮົາ ເປີດກວ້າງຕະຫລາດ, ຫັນຈາກປະເທດທີ່ບໍ່ມີທາງອອກສູ່ ທະເລ ໃຫ້ກາຍເປັນປະເທດເຊື່ອມ ຈອດ ໂດຍຜ່ານເສັ້ນທາງລົດໄຟ, ທາງດ່ວນ ແລະ ລະບົບໂລຈິສ ຕິກ (Logistics). ດຶງດູດການ ລົງທຶນ ແລະ ເຕັກໂນໂລຊີ ໂດຍ ການຮ່ວມມືກັບພາກພື້ນ ເຊັ່ນ: ອາ ຊຽນ ແລະ ສາກົນ ຊ່ວຍນຳເອົາທຶນ ຮອນ, ນະວັດຕະກໍາ, ແລະ ຄວາມ ຮູ້ໃໝ່ໆເຂົ້າມາພັດທະນາປະເທດ; ຍົກລະດັບຄວາມສາມາດໃນການ ແຂ່ງຂັນ ເຮັດໃຫ້ຜະລິດຕະພັນລາວ ມີສິນຄ້າທີ່ມີຄຸນນະພາບ ແລະ ເຂົ້າ ສູ່ຕະຫລາດໂລກໄດ້. ເພື່ອໃຫ້ວິໄສທັດນີ້ ກາຍເປັນ ທັດສະນະທີ່ເປັນຮູບປະທຳ, ພວກ ເຮົາຕ້ອງໄດ້ສຸມໃສ່ບາງວຽກງານ ໂດຍສະເພາະ ຊຸກຍູ້ການຜະລິດ ກະສິກຳເປັນສິນຄ້າ ແລະ ແປຮູບ ຢ່າງແຂງແຮງ ເພື່ອຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງອອກ; ພັດທະນາພື້ນຖານ ໂຄງລ່າງໃຫ້ກາຍເປັນສູນກາງການ ບໍລິການທາງຜ່ານ ແລະ ທ່ອງທ່ຽວ ຂອງພາກພື້ນ; ສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດໃຫ້ມີທັກສະ, ຄວາມຮູ້, ຄວາມສາມາດ ເພື່ອ ຮອງຮັບການປ່ຽນແປງທາງດ້ານ ເຕັກໂນໂລຊີ, ດີຈິຕອນ; ປັບປຸງ ກົນໄກການບໍລິຫານ-ຄຸ້ມຄອງໃຫ້ມີ ຄວາມໂປ່ງໄສ, ວ່ອງໄວ ແລະ ສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ. ການຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ ແມ່ນພັນທະ ແລະ ຄວາມຮັບ ຜິດຊອບຂອງທຸກໆພາກສ່ວນໃນ ສັງຄົມ. ການມີພື້ນຖານເສດຖະກິດ ທີ່ເຂັ້ມແຂງຢູ່ພາຍໃນ ຈະເປັນຖານ ຮອງຮັບຢ່າງໜັກແໜ້ນ ໃຫ້ແກ່ການ ເຊື່ອມໂຍງກັບສາກົນຢ່າງມີກຽດ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອຄວາມຮັ່ງມີ, ປະຊາທິປະໄຕ, ຄວາມສະເໝີພາບ ແລະ ຍຸຕິທຳ ຂອງປະຊາຊົນລາວບັນດາເຜົ່າ. xdl g,n v'w-glf4k l5 ,.lj cdh w0 xtdq fdkosp= m= .ola '7q , ຂປລ. ຕະຫລອດໄລຍະ 6 ເດືອນຕົ້ນປີ 2026 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ແຂວງອັດຕະ ປື ໄດ້ສຸມໃສ່ການແກ້ໄຂບັນຫາ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ພາຍໃນເມືອງ ສຸມໃສ່ປ້ອງກັນ ແລະ ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະສະກັດກັ້ນ ແກ້ໄຂທັບ ມ້າງບັນດາປະກົດການຫຍໍ້ທໍ້ຢ່າງ ຕັ້ງໜ້າ ແລະ ເຂັ້ມງວດ, ສຸມໃສ່ ປະຕິບັດ 4 ຄາດໝາຍຂອງກະຊວງ ປ້ອງກັນຄວາມສະຫງົບວາງອອກ ຢ່າງຕໍ່ເນື່ອງ, ເອົາໃຈໃສ່ຈັດຕັ້ງລົງ ໂຄສະນາເຜີຍແຜ່ລະບຽບ, ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ເອົາໃຈໃສ່ກວດກາ ຄຸ້ມຄອງຄົນ ຕ່າງປະເທດ ແລະ ພົນລະເມືອງ ລາວທີ່ມາພັກເຊົາ, ຫັນເອົາກໍາ ລັງກໍ່ສ້າງຮາກຖານ, ປັບປຸງຊຸກຍູ້ ປກສ ກຸ່ມ ແລະ ປກສ ບ້ານໃຫ້ມີ ຄວາມເຂັ້ມແຂງ ຕອບສະໜອງໃຫ້ ແກ່ວຽກງານ. ທ່ານ ພັທ ລັບແກ້ວ ພົມປິດາ ຫົວໜ້າກອງບັນຊາການປ້ອງກັນ ຄວາມສະຫງົບເມືອງໄຊເສດຖາ ໄດ້ ສຳພາດເມື່ອບໍ່ດົນນີ້ວ່າ: ຕະຫລອດ ໄລຍະຜ່ານມາ ຄະນະພັກ, ຄະນະ ນໍາ ລວມທັງບັນດານາຍ ແລະ ພົນ ຕໍາຫລວດ ຂອງກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ເອົາໃຈ ໃສ່ຕໍ່ວຽກງານປ້ອງກັນຄວາມ ສະຫງົບ ໂດຍສະເພາະ ການແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ, ໂດຍການເພີ່ມທະວີການນໍາພາ-ຊີ້ ນໍາ ກໍາລັງໃນການຈັດຕັ້ງປະຕິບັດ ໜ້າທີ່ວິຊາສະເພາະ ຊຶ່ງມີຄະດີອາຍາ ເກີດຂຶ້ນ 16 ເລື່ອງ, ກັກຜູ້ຖືກຫາໄດ້ 19 ຄົນ, ຍິງ 1 ຄົນ. ໃນນັ້ນ, ຄະດີ ລັກຊັບມີ 3 ເລື່ອງ, ຄະດີປຸ້ນຊັບມີ 2 ເລື່ອງ, ຄະດີທຳມິດສະຈານມີ 2 ເລື່ອງ, ຄະດີທໍາຮ້າຍຮ່າງກາຍມີ 4 ເລື່ອງ, ຄະດີຊຸກເຊື່ອງ ຊື້-ຂາຍຊັບ ຜິດກົດໝາຍ 2 ເລື່ອງ, ຄະດີທໍາສໍາ ເລົາເດັກ 1 ເລື່ອງ, ຄະດີເຜີຍແຜ່ສິ່ງ ລາມົກຜ່ານລະບົບຄອມພີວເຕີ 1 ເລື່ອງ, ຄະດີທໍາລາຍເອກະສານກາ ປະທັບ 1 ເລື່ອງ, ໄດ້ສະຫລຸບສົ່ງໃຫ້ ໄອຍະການ 2 ເລື່ອງ, ຊັດມ້ຽນ 11 ເລື່ອງ ສົ່ງໃຫ້ ປກສ ແຂວງດໍາເນີນ 1 ເລື່ອງ, ພວມດໍາເນີນ 8 ເລື່ອງ, ເກັບກູ້ເຄື່ອງຂອງກາງທີ່ຄົນຮ້າຍລັກ ໄປສົ່ງຄືນເຈົ້າຂອງມີເງິນ 11 ລ້ານ ກວ່າກີບ, ຄໍາ 2 ບາດ, ລົດຈັກ 1 ຄັນ, ໂທລະສັບ 4 ໜ່ວຍ, ຄວາຍ 1 ໂຕ, ພ້ອມນັ້ນໄດ້ທັບມ້າງເປົ້າໝາຍ ຄ້າຂາຍຢາເສບຕິດ ໄດ້ 9 ຄັ້ງ, ກັກ ຜູ້ຖືກຫາ 11 ຄົນ, ຍິງ 3 ຄົນ, ຢຶດ ຂອງກາງຢາບ້າ 1.201 ເມັດ, ໂທລະສັບ 2 ໜ່ວຍ, ເງິນ 2 ລ້ານ ກວ່າກີບ, ສ່ວນຄະດີ ແມ່ນມອບໃຫ້ ປກສ ແຂວງ ສືບຕໍ່ດໍາເນີນການ. ເມືອງໄຊເສດຖາ ເປັນເມືອງ ທີ່ມີວັດທະ ນ າທໍາ ເ ກົ່າ ແກ່ສືບ ທອດມໍລະດົກແຫ່ງຊາດລະດັບ ທ້ອງຖິ່ນ ທັງເປັນເຂດກະສິກຳອຸດສາຫະກຳ, ມີການລົງທຶນຂອງ ເອກຊົນພາຍໃນ ແລະ ຕ່າງປະເທດ, ການທ່ອງທ່ຽວ, ຢ້ຽມຢາມ, ພັກ ເຊົາ, ເຮັດທຸລະກິດຄ້າ-ຂາຍ, ອອກແຮງງານ, ເຂົ້າ-ອອກຂອງ ພົນລະເມືອງລາວ, ຊາວຕ່າງປະ ເທດກໍມີຫລາຍທີ່ສຸດ ຈາກສະພາບ ຈຸດພິເສດດັ່ງກ່າວ ໄດ້ກາຍເປັນ ສິ່ງທີ່ທາຍ ແລະ ເອື້ອອໍານວຍໃຫ້ ແກ່ກຸ່ມຄົນບໍ່ດີມີການເຄື່ອນໄຫວ ສ້າງຄວາມບໍ່ສະຫງົບເກີດມີບັນຫາ ປະກົດການຫຍໍ້ທໍ້ຢູ່ໃນເມືອງ ເປັນ ຕົ້ນ ສະພາບບັນຫາຢາເສບຕິດ, ການປຸ້ນຈີ້, ຊີງຊັບ, ການລັກ ຊັບພົນລະເມືອງ, ການຄ້າຂາຍ ເຖື່ອນ, ການລັກລອບຂຸດຄົ້ນຊັບ ພະຍາກອນທຳມະຊາດ, ການນໍາ ໃຊ້ອາວຸດເສິກ ປືນແກັບ, ໝໍ້ຊັອດ ໝໍ້ດູດໃນການຫາປາລ່າສັດປ່າທີ່ ຫວງຫ້າມ, ບັນຫາອຸບັດເຫດຕາມ ທ້ອງຖະໜົນ, ການເຂົ້າ-ອອກ ຂອງພົນລະເມືອງລາວ ແລະ ຕ່າງ ປະເທດ, ການຕັ້ງຖິ່ນຖານພູມລໍາ ເນົາ, ການລັກລອບປະກອບອາຊີບ ທີ່ບໍ່ຖືກລະບຽບກົດໝາຍ ຊຶ່ງເຮັດ ໃຫ້ສ້າງຜົນເສຍຫາຍທາງດ້ານ ວັດຖຸ ແລະ ຈິດໃຈ ສ້າງຜົນກະທົບ ຕໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງເມືອງ. ຕໍ່ບັນຫາດັ່ງກ່າວ, ທ່ານ ພັທ ລັບແກ້ວ ພົມປິດາ ໄດ້ຮຽກຮ້ອງ ໃຫ້ພະນັກງານ-ລັດຖະກອນ, ນັກ ທຸລະກິດ, ຊາວຄ້າຂາຍ, ປະຊາຊົນ ບັນດາເຜົ່າພາຍໃນເມືອງ ຈົ່ງຍົກສູງ ສະຕິເຄົາລົບລະບຽບກົດໝາຍຢ່າງ ເຂັ້ມງວດ, ເປັນເຈົ້າການປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ ຄວາມສະຫງົບ, ຍົກສູງສະຕິຕໍ່ ກົນອຸບາຍເລ່ຫລ່ຽມການເຄື່ອນໄຫວ ຂອງກຸ່ມບໍ່ດີ ເພື່ອສ້າງຄວາມບໍ່ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ. ໄດ້. ສອງປະເທດໄດ້ສຸມໃສ່ຄວາມ ຕ້ອງການອັນຮີບດ່ວນຂອງຊີວິດ ການເປັນຢູ່ຂອງປະຊາຊົນ, ຫັນ ມິດຕະພາບໃຫ້ກາຍເປັນການປັບປຸງ ທີ່ປະຊາຊົນສາມາດເຫັນ ແລະ ສໍາ ຜັດໄດ້. ໂຄງການຊ່ວຍເຫລືອ ຂອງຈີນຕໍ່ລາວ ຕັ້ງແຕ່ນໍ້າສະອາດ ພະລັງງານໄຟຟ້າແສງຕາເວັນ ຈົນ ເຖິງການກໍ່ສ້າງສຸກສາລາຂັ້ນບ້ານ, ໄດ້ແກ້ໄຂຄວາມຕ້ອງການພື້ນຖານ ໃນການດໍາລົງຊີວິດຂອງປະຊາຊົນ ໃນເຂດຫ່າງໄກສອກຫລີກຢ່າງມີ ປະສິດທິພາບ. “ໂຄງການແບບ ນ້ອຍແຕ່ງາມ” ຈໍານວນໜຶ່ງໄດ້ ຕອບສະໜອງຄວາມຕ້ອງການຂອງ ຊຸມຊົນຢ່າງຖືກຕ້ອງ, ໄດ້ແກ້ໄຂ ບັນຫາທີ່ມີ “ຄວາມຫຍຸ້ງຍາກໃນ ການໄປໂຮງຮຽນ” ແລະ “ການ ໄປຫາໝໍໄກ” ຂອງປະຊາຊົນ ຫລາຍສິບພັນຄົນ, ຄວາມອົບອຸ່ນ ຂອງເພື່ອນມິດທີ່ດີໄດ້ກາຍເປັນ ຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ ທີ່ສາມາດສຳຜັດໄດ້ຂອງຫລາຍພັນ ຄອບຄົວ. ການແລກປ່ຽນດ້ານວັດທະນະ ທຳໄດ້ຮັບການເພີ່ມທະວີ ແລະ ເລິກ ເຊິ່ງຂຶ້ນ ເປັນການຊຸກຍູ້ໃຫ້ໄລຍະ ຫ່າງທາງຈິດໃຈຂອງເພື່ອນມິດ ທີ່ດີໄດ້ໃກ້ຊິດສະໜິດສະໜົມກັນ ຫລາຍຂຶ້ນ. ສອງປະເທດໄດ້ສືບຕໍ່ ຂະຫຍາຍການພົວພັນແລກປ່ຽນໃນ ຂົງເຂດວັດທະນະທຳ, ການສຶກສາ ໄວໜຸ່ມ ແລະ ສື່ມວນຊົນ ເຫລົ່ານີ້ ເປັນຕົ້ນ. ແນວຄິດສັງຄົມນິຍົມທີ່ມີ ສີສັນພິເສດຈີນໃນຍຸກໃໝ່ຂອງ ທ່ານ ສີຈິ້ນຜິງ ແລະ ຄວາມທັນສະໄໝ ແບບຈີນ ແມ່ນຈຸດຮ້ອນການຄົ້ນ ຄວ້າໃນວົງການວິຊາການລາວ, ສ່ວນນັກວິຊາການຈີນ ກໍໄດ້ລົງ ເລິກການສຶກສາຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ເອົາໃຈໃສ່ ຕໍ່ການພັດທະນາຄວາມທັນສະໄໝ ຂອງລາວ. ນັກສຶກສາລາວທີ່ມາ ສຶກສາຢູ່ຈີນ ໄດ້ຮັບທຶນການສຶກສາ ແບບຄົບຖ້ວນນັບມື້ນັບຫລາຍຂຶ້ນ, ຄາດວ່າ ຮອດປີ 2028 ຈະມີນັກ ສຶກສາລາວ ມາສຶກສາຢູ່ຈີນປີລະ ສິບພັນຄົນ. ໄວໜຸ່ມສອງປະເທດໄດ້ ແບ່ງປັນຊີວິດປະຈຳວັນ ແລະ ສ້າງ ມິດຕະພາບ ໂດຍເວທີສື່ສັງຄົມອອນ ລາຍ, ພ້ອມທັງໄດ້ມີການຮ່ວມກັນ ຜະລິດສາລະຄະດີ ແລະ ການອ່ານ ດ້ວຍປັນຍາປະດິດ (AI) ເປັນ ຊຶ່ງເປັນນະວັດຕະກໍາທີ່ພົ້ນເດັ່ນຂຶ້ນ ເລື້ອຍໆ ແລະ ກາຍເປັນກຳລັງ ສຳຄັນຂອງເພື່ອນມິດທີ່ດີ. h h ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==